ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງປ້ອງກັນຄວາມສະຫງົບພາຍໃນຂອງລາວ ສະກັດກັ້ນປະທ້ວງການເມືອງ


ກຳລັງປ້ອງກັນຄວາມສະງົບຂອງລາວ ໄດ້ຮັບກາຄຳຊອບ ຈາກປະທານປະເທດ
ກຳລັງປ້ອງກັນຄວາມສະງົບຂອງລາວ ໄດ້ຮັບກາຄຳຊອບ ຈາກປະທານປະເທດ

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນຂອງລາວຢືນຢັນວ່າພາລະກິດ ແລະບົດບາດທີ່ສຳຄັນທີ່ສຸດປະການນຶ່ງຂອງກຳລັງປ້ອງກັນຄວາມສະຫງົບ ໃນຕະຫລອດ ປີ 2010 ນີ້ ຄືການສະກັດກັ້ນແລະປ້ອງກັນບໍ່ໃຫ້ມີການຊຸມນຸມປະທ້ວງທາງການເມືອງ.

ທ່ານທອງບັນ ແສງອາພອນ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ພາຍໃນຂອງລາວ ຖະແຫລງຢືນຢັນວ່າ ໃນຕະຫລອດປີ 2010 ນີ້ ກະຊວງປ້ອງກັນຄວາມສະຫງົບພາຍໃນໄດ້ວາງ ຄາດໝາຍໃນການປະຕິບັດ ພາລະກິດບົດບາດໄວ້ 4 ດ້ານດ້ວຍກັນ ຄືການຮັບປະກັນໃນການຮັກສາ ຄວາມໝັ້ນຄົງທາງການເມືອງໃຫ້ໄດ້ ການຮັບປະກັນເຖິງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ການເສີມສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິພາບ ແລະການເສີມສ້າງດ້ານພະລາທິການໃຫ້ແກ່ ກຳລັງປ້ອງກັນຄວາມສະຫງົບໃຫ້ພຽງພໍ

ໂດຍສະເພາະແມ່ນການຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບທາງການເມືອງແຫ່ງ ຊາດນັ້ນຖື ເປັນຄາດໝາຍທີ່ມີຄວາມສຳຄັນທີ່ສຸດ ຊຶ່ງກໍຄືການ ສະກັດກັ້ນແລະປ້ອງກັນບໍ່ໃຫ້ມີການເຄຶ່ອນໄຫວໄດໆ ທີ່ມີເປົ້າໝາຍເພື່ອການຊຸມນຸມປະທ້ວງທາງການເມືອງເກີດຂື້ນຢູ່ໃນລາວຢ່າງເດັດຂາດ ດັ່ງທີ່ ທ່ານທອງບັນໄດ້ຖະແຫລງຢືນຢັນໃນຕອນນຶ່ງວ່າ:

"ຄາດໝາຍທີ່ 1 ກໍແມ່ນສືບຕໍ່ເຮັດໃຫ້ສະພາບການມີຄວາມສະຫງົບແລະມີຄວາມໝັ້ນຄົງ ທາງການເມືອງ ຮັບປະກັນບໍ່ໃຫ້ມີບັນຫາໜໍ່ແໜງ ຫລືເຫດ ການທີ່ພົວພັນເຖິງການເມືອງ ເຊັ່ນການປະທ້ວງ ການລຸກຮື ແລະການຮຽກຮ້ອງຕ່າງໆນັ້ນບໍ່ໃຫ້ເກີດຂື້ນໃນປະເທດ ຂອງເຮົາຢ່າງເດັດຂາດ. ຄາດ ໝາຍທີ່ 2 ກໍ ແມ່ນການຮັບປະກັນໃຫ້ປະເທດຊາດ ກໍຄືສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ຄາດໝາຍທີ່ 3 ກໍແມ່ນສືບຕໍ່ສ້າງກຳລັງ ປ້ອງກັນ ຄວາມສະຫງົບໃຫ້ມີຄຸນນະພາບ ທັງທາງການເມືອງແລະວິຊາການ. ຄາດໝາຍທີ່ 4 ກໍແມ່ນສຸມໃສ່ວຽກງານພະລາທິການ ເພື່ອເຮັດ ໃຫ້ກຳລັງ ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ໄດ້ຢ່າງດີ.

ໂດຍຖະແຫລງການດັ່ງກ່າວນີ້ຂອງທ່ານທອງບັນ ໄດ້ມີຂື້ນໃນໂອກາດທີ່ລັດຖະບານລາວໄດ້ກຳໜົດ ຈັດງານສະເຫລີມສະຫລອງການ ສະຖາປະນານະ ຄອນວຽງຈັນຄົບຮອບ 450 ປີ ຢ່າງຍິ່ງໃຫຍ່ໃນ ຕະຫລອດປີນີ້ ຈຶ່ງເຮັດໃຫ້ທາງການລາວຕ້ອງເພີ່ມມາດຕະການເຂັ້ມງວດເຂົ້າໃນການປ້ອງກັນຄວາມ ສະຫງົບພາຍໃນຫລາຍຂື້ນເປັນພິເສດນັ້ນເອງ.

XS
SM
MD
LG