ທ່ານ ເອກສະຫວ່າງ ວົງວິຈິດ, ລັດຖະມົນຕີວ່າການກະຊວງສາທາລະນະສຸກຄົນໃໝ່
ໄດ້ຖະແຫຼງຢືນຢັນ ໃນໂອກາດເປັນປະທານໃນກອງປະຊຸມໃຫຍ່ຄັ້ງທີ່ 7 ຂອງຄະນະ
ພັກ ກະຊວງສາທາລະນະສຸກ ທີ່ໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້ວ່າ ເປົ້າ
ໝາຍສໍາຄັນທີ່ສຸດຂອງການພັດທະນາ ດ້ານສາທາລະນະສຸກໃນປັດຈຸບັນ ຈົນໄປເຖິງປີ
2020 ກໍຄືການຂະຫຍາຍຕາໜ່າງການໃຫ້ບໍລິການດ້ານສຸຂະພາບອະນາໄມຂອງລັດ
ຖະບານ ໃຫ້ໄປເຖິງປະຊາຊົນລາວທຸກຄົນໃນທົ່ວປະເທດ ໃຫ້ໄດ້ຢ່າງເປັນຮູບປະທໍາ.
ສໍາລັບໃນໄລຍະ 5 ປີທີ່ຜ່ານມານັ້ນ ເຖິງແມ່ນວ່າການດໍາເນີນງານໃນຫຼາຍໆດ້ານຕ້ອງ
ປະເຊີນກັບບັນຫາດ້ານງົບປະມານກໍຕາມ ຫາກແຕ່ກໍຍັງປະກົດວ່າ ທາງການລາວສາ
ມາດຂະຫຍາຍລະບົບການຕອບສະໜອງນໍ້າສະອາດໃຫ້ກັບປະຊາຊົນລາວໄດ້ເຖິງ 79% ຂອງຈໍານວນຄອບຄົວທັງໝົດໃນທົ່ວປະເທດ, ສ່ວນການໃຫ້ບໍລິການດ້ານຢາຮັກສາໂຣກ ແລະການປິ່ນປົວພະຍາດຕ່າງໆຂອງປະຊາຊົນນັ້ນ ກໍມີທ່າອ່ຽງຈະຂະຫຍາຍກ້ວາງຫຼາຍ
ຂຶ້ນຢ່າງຕໍ່ເນື່ອງ ດັ່ງທ່ານ ເອກສະຫວ່າງ ໄດ້ໃຫ້ການຊີ້ແຈງວ່າ:
“ຕາໜ່າງສາທາລະນະສຸກພວກເຮົານີ້ ໄດ້ຂະຫຍາຍ
ຕົວແຕ່ສູນກາງລົງເຖິງທ້ອງຖິ່ນຮາກຖານໄດ້ດີພໍສົມ
ຄວນ ເຂດຫ່າງໄກສອກຫຼີກນີ້ ກໍໄດ້ໄປເຖິງ, ທົ່ວປະ
ເທດມີບ້ານສາທາລະນະສຸກແບບຢ່າງ 2,419
ບ້ານ, ມີສຸກສາລາທັງໝົດ 835 ແຫ່ງ, ໂຮງໝໍ
ເມືອງ 127 ແຫ່ງ, ໂຮງໝໍແຂວງ 16 ແຫ່ງ,
ໂຮງໝໍສູນກາງ 4 ແຫ່ງ ແລະສູນປິ່ນປົວສະເພາະ
ອີກ 4 ສູນ.”
ກ່ອນໜ້ານີ້ ຄະນະລັດຖະບານລາວໄດ້ຮ່າງແຜນປະຕິບັດ
ການ ວ່າດ້ວຍການໃຫ້ບໍລິການດ້ານສຸຂະພາບອະນາໄມ
ກັບບັນດາແມ່ຍິງທີ່ກໍາລັງຖືພາ ຫຼືຕັ້ງຄັນ ແລະເດັກນ້ອຍ
ລາວໂດຍບໍ່ຄິດຄ່າໃຊ້ຈ່າຍເສັດສົມບູນແລ້ວ ແລະກໍຄາດວ່າ ຈະສາມາດນໍາສະເໜີຮ່າງແຜນ
ປະຕິບັດການດັ່ງກ່າວ ເຂົ້າສູ່ກອງປະຊຸມຄະນະລັດຖະບານລາວໄດ້ ໃນໝໍ່ໆນີ້ອີກດ້ວຍ.
ຫຼັງຈາກທີ່ໄດ້ຜ່ານການຮັບຮອງຈາກຄະນະລັດຖະບານລາວຢ່າງເປັນທາງການແລ້ວນັ້ນ
ກໍຈະເຮັດໃຫ້ສາມາດເລີ່ມລົງມືປະຕິບັດຕາມແຜນການໄດ້ໃນທັນທີ ຫາກແຕ່ເນື່ອງຈາກວ່າ ລັດຖະບານລາວເອງກໍຍັງຄົງມີງົບປະມານສໍາລັບໃຫ້ການສະໜັບສະໜູນແຜນປະຕິບັດ
ການຢ່າງຈໍາກັດ,ຈຶ່ງເຮັດໃຫ້ມີຄວາມຈໍາເປັນ ທີ່ຈະຕ້ອງຈໍາກັດຈໍານວນແມ່ຍິງທີ່ຖືພາ ແລະ
ເດັກນ້ອຍລາວ ທີ່ຈະມີສິດຕາມແຜນປະຕິບັດການດັ່ງກ່າວນີ້ ຊຶ່ງຄືການໃຫ້ບຸລິມະສິດແກ່
ບັນດາແມ່ຍິງທີ່ຖືພາຢູ່ໃນເຂດຊົນນະບົດ ຫຼືມີຖານະຍາກຈົນເທົ່ານັ້ນ.
ສ່ວນເດັກນ້ອຍລາວທີ່ຈະໄດ້ຮັບສິດຕາມແຜນປະຕິບັດການດຽວກັນນີ້ ກໍຄືເດັກນ້ອຍທີ່ມີ
ອາຍຸຕໍ່າກ່ວາ 5 ປີທຸກຄົນ ແລະໃນອະນາຄົດຖ້າຫາກວ່າ ສະຖານະທາງດ້ານງົບປະມານ
ຂອງລັດຖະບານລາວດີຂຶ້ນ ຈຶ່ງຈະມີການຂະຫຍາຍໄປສູ່ແມ່ ແລະເດັກນ້ອຍທຸກຄົນໃນລາວ
ຕໍ່ໄປ.
ອີງຕາມລາຍງານຂອງກະຊວງການເງິນຂອງລາວກໍໄດ້ລະ
ບຸວ່າ ລັດຖະບານໄດ້ຈັດສັນງົບປະມານເພື່ອການປະຕິບັດ
ວຽກງານໃນດ້ານສາທາລະນະສຸກຄິດເປັນສັດສ່ວນ 13%
ຂອງງົບປະມານລົງທຶນຂອງລັດຖະ ບານທັງໝົດ ຊຶ່ງກໍຍັງ
ຄົງຖືວ່າ ຕໍ່າຫຼາຍຫາກທຽບໃສ່ງົບປະມານລົງທຶນ ເພື່ອກໍ່
ສ້າງໂຄງຂ່າຍພື້ນຖານທາງເສດຖະກິດ ທີ່ໄດ້ຮັບການຈັດ
ສັນງົບປະມານຫຼາຍທີ່ສຸດ ກໍຄືລະຫວ່າງ 28%-30%
ຂອງງົບປະມານທັງໝົດໃນທຸກໆປີ ຊຶ່ງດ້ວຍການທີ່ລັດຖະ
ບານລາວສາມາດຈັດສັນງົບປະມານໃຫ້ກັບການສາທາລະ
ນະສຸກໃນສັດສ່ວນທີ່ຕໍ່າດັ່ງກ່າວ ກໍເລີຍເຮັດໃຫ້ການບໍລິການດ້ານສາທາລະນະສຸກ ໄປບໍ່
ເຖິງປະຊາຊົນລາວສ່ວນໃຫຍ່ ທີ່ຢູ່ໃນເຂດຊົນນະບົດນັ້ນເອງ.
ນອກຈາກນີ້ ກໍໄດ້ລາຍງານວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນປະຈຸບັນນີ້ ກໍຄືການຂາດ
ສານອາຫານຂອງເດັກນ້ອຍທີ່ມີອາຍຸຕໍ່າກ່ວາ 5 ປີ ໂດຍຈາກການສຳຫຼວດໃນປີຜ່ານມາ
ພົບວ່າ ມີເດັກນ້ອຍລາວໃນໄວດັ່ງກ່າວນີ້ ຄິດເປັນສັດສ່ວນເຖິງ 37% ທີ່ຂາດສານອາຫານ ທີ່ຈໍາເປັນຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ ແລະສະຕິປັນຍາ.