ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ​ລາວ​ວ່າ 90% ຂອງ​ລັດ​ວິ​ສາ​ຫະກິດ​​ ​ຫຼົບ​ລ່ຽງ ພາສີ​


ເງິນກີບ ຂອງລາວ
ເງິນກີບ ຂອງລາວ

ລັດຖະມົນຕີ​ລາວ​ຢືນຢັນ​ວ່າ 90% ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ​ໃນ​ລາວ ​ຫຼົບ​ລ່ຽງພາສີ​ຢ່າງ​ ຖືກຕ້ອງ​ດ້ວຍ​ການ​ແຈ້ງ​ຂໍ້​ມູນ​ທີ່​ບໍ່​ເປັນຈິງ ​ໂດຍ​ພະນັກງານ​ລັດ​ໃຫ້ການຮ່ວມ​ມື​ ເພື່ອ​ແລກ​ກັບ​ຜົນ​ຕອບ​ແທນ​ສ່ວນ​ຕົວ.

ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະ
ມົນຕີກະຊວງການ​ເງິນ ​ໄດ້​ຖະ
​ແຫຼ​ງຍອມຮັບ​ວ່າ​ ໃນ​ໄລຍະ 8
​ເດືອນ​ທີ່​ຜ່ານ​ມາ​ຂອງ​ແຜນການ​
ປີ 2011-2012 ນີ້ ລັດຖະບານ​
ລາວ​ສາມາດ​ຈັດ​ເກັບ​ພາສີ​ອາ
ກອນ​ການ​ຄ້າຂາຍ​ຂາ​ອອກ-ຂາ
​ເຂົ້າ​ໄດ້ໃນ​ອັດຕາສະ​ເລ່ຍ
80.36% ຫຼື​ຕໍ່າ​ກວ່າ​ເປົ້າໝາຍ​ທີ່
​ວາງ​ໄວ້​ເກືອບ 20% ​ໂດຍສາ​ເຫດ
​ທີ່​ສໍາຄັນ ທີ່​ເຮັດ​ໃຫ້ຈັດເກັບ​ລາຍ
​ຮັບ​ດັ່ງກ່າວ​ໄດ້​ຕໍ່າ​ກວ່າ​ເປົ້າໝາຍ​ ທີ່​ວາງ​ໄວ້​ນັ້ນ​ກໍ​ຍ້ອນ​ວ່າ​ໄດ້​ມີ​ການ​ຫຼົບ​ລ່ຽງການຊໍາລະ​ພາສີ​
ອາກອນ​ເກີດ​ຂຶ້ນຢ່າງ​ກວ້າງຂວາງ.

ທັງ​ນີ້​ ທ່ານ ພູ​ເພັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ໃນ​ບັນດາ​ວິ​ສາ​ຫະກິດ​ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ
​ໃນ​ລາວ​ໃນ​ປັດຈຸບັນ​ນີ້ ​ກໍ​ຄິດ​ເປັນ​ສັດສ່ວນ​ເຖິງ 90% ທີ່​ໄດ້​ແຈ້ງ​ຂໍ້​ມູນ​ການ​ຄ້າ​ທີ່​ບໍ່​ເປັນ
ຄວາມ​ຈິງ ​ດ້ວຍ​ຫວັງ​ວ່າ​ຈະ​ເຮັດ​ໃຫ້​ມີ​ຜົນ​ກໍາ​ໄລ​ຫຼາຍ​ຂຶ້ນ ​ແລະ​ການ​ທີ່ບັນດາ​ວິສາ​ຫະກິດ
​ຕາງໆ​ສາມາດ​ແຈ້ງ​ຂໍ້​ມູນ​ທີ່​ບໍ່​ເປັນຄວາມ​ຈິງ​ດັ່ງກ່າວ​ໄດ້ ​ໂດຍ​ບໍ່​ຢ້ານ​ກົວ​ຄວາມ​ຜິດ​ນັ້ນ ກໍ
​ຍ້ອນ​ວ່າ​ ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ບັນດາ​ພະນັກງານ​ລັດ ​ທີ່​ຫວັງ​ຜົນ​ປະ​ໂຫຍ​ດຕອບ​ແທນ
​ເປັນ​ການ​ສ່ວນ​ຕົວ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ພູ​ເພັດ​ໄດ້​ຢືນຢັນ​ວ່າ:

ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງການ​ເງິນ
ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງການ​ເງິນ

“ກົນ​ໄກ​ການ​ຄຸ້ມ​ຄອງ​ຍັງ​ບໍ່​ທັນ​ຮັດກຸມ​ເທົ່າ​
ທີ່​ຄວນ ​ເປັນ​ຕົ້ນ​ການ​ຄຸ້ມ​ຄອງ​ມູນ​ຄ່າ​ການ
​ແຈ້ງ​ພາສີ​ບໍ່​ເປັນ​ໄປ​ຕາມ​ລາຄາ​ຕົວ​ຈິງ ​ຈຶ່ງ
​ເຮັດ​ໃຫ້ການ​ເກັບ​ອາກອນ​ຕ່າງໆ​ຢູ່​ໃນ​ຂອດ
ການ​ນໍາ​ໃຊ້ ກໍ​ຕົກ​ເຫ່ຍ​ເສຍ​ຫາຍໄປ​ນໍາ
ນອກຈາກ​ນັ້ນ​ກໍ​ຍັງ​ມີ​ການ​ລັກລອບ​ຫຼົບ
​ຫຼີກ ພາສີ​ທັງ​ໃນ​ດ່ານ​ ແລະ​ທັງ​ນອກ​ດ່ານ
ການລະ​ເມີດ​ກົດໝາຍ ​ແລະ​ລະບຽບ​ການ
​ພາສີ ຍັງ​ມີ​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ໄດ້​ສະ​ແດງ
​ອອກ​ໃນ​ປັດຈຸບັນ​ນີ້​ ມີ​ຄະດີ​ກ່ຽວ​ກັບ​ພາສີ
​ມີ​ຈໍານວນ ທັງ​ໝົດ 2,014 ຄະດີ”

ພ້ອມ​ກັນ​ນີ້ ທ່ານ​ພູ​ເພັດ ຍັງ​ຍອມຮັບ​ດ້ວຍ​ວ່າ​ລັດຖະບານ​ລາວ​ສາມາດ​ຈັດ​ເກັບ​ລາຍຮັບ​ຈາກ
​ພາສີ​ທີ່​ດິນ​ໄດ້​ຕໍ່າ​ກວ່າ​ເປົ້າໝາຍ​ເຊັ່ນ​ດຽວ​ກັນ ກໍ​ຄື​ໃນ​ຂະນະ​ທີ່ລັດຖະບານລາວ ​ໄດ້​ວາງ​ເປົ້າ
ໝາຍ​ທີ່​ຈະ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສີ​ທີ່​ດິນ​ໃນ​ຕະຫຼອດ​ແຜນການ​ປີ 2011-2012 ນີ້​ໃຫ້​ໄດ້
​ບໍ່​ໜ້ອຍ​ກວ່າ 132 ຕື້​ກີບ​ນັ້ນ ​ແຕ່​ກໍ​ຄົງ​ຈະ​ເປັນ​ການ​ຍາກ​ທີ່​ຈະ ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​
ໄດ້​ຢ່າງ​ແທ້​ຈິງ​ເພາະ​ແຜນການ​ປີ 2011-2012 ທີ່​ຈະສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ນີ້ ລັດ
ຖະບານ​ລາວ​ຍັງ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ຈາກ ພາສີ​ທີ່​ດິນ​ໄດ້​ພຽງ 52.8 ຕື້ີກີບ​ ຫຼື​ທຽບໄດ້​
ກັບ 40% ຂອງ​ແຜນການ​ຕະຫຼອດ​ປີ​ເທົ່ານັ້ນ.

ລົດບັນທຸກສິນຄ້າ ທີ່ດ່ານກວດຄົນ ເຂົ້າເມືອງ ລາວ-ຫວຽດນາມ ແຫ່ງນຶ່ງ
ລົດບັນທຸກສິນຄ້າ ທີ່ດ່ານກວດຄົນ ເຂົ້າເມືອງ ລາວ-ຫວຽດນາມ ແຫ່ງນຶ່ງ

ຊຶ່ງ​ເມື່ອ​ປ​ະກອບ​ກັບ​ບັນຫາ​ຊັກ​ຊ້າ​ໃນ​ການ​ບໍລິຫານ​ງານ
​ຂອງ​ໜ່ວຍ​ງານ​ລັດ​ທີ່​ສົມທົບດ້ວຍ​ການ​ຫຼີກ​ລ່ຽງກາ​ນຊໍາ
ລະ​ພາສີ​ໃນ​ດ້ານ​ອື່ນໆ ຢ່າງ​ຖືກຕ້ອງ​ຂອງ​ພາກ​ເອກ​ກະ​ຊົນ
ຈໍານວນ​ບໍ່​ໜ້ອຍ​ແລ້ວ​ກໍ​ຍິ່ງ​ເຮັດ​ໃຫ້​ຍາກ​ຫຼາຍ​ຂຶ້ນອີກ​ໃນ​ຂະ
ນະ​ດຽວ​ກັນ ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງການ​ຈະໄດ້​
ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ຫຼາຍ​ຂຶ້ນອີກ​ດ້ວຍ. ​ສໍາ
ລັບ​ໃນ​ໄລຍະ 2 ປີ​ທີ່​ຜ່ານ​ມາ​ນີ້​ກໍ​ປາກົດ​ວ່າ​ລັດຖະບານ​ລາວ
​ໄດ້​ຮັບ​ກາ​ນຊ່ວຍ ​ເຫຼືອ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ໃນ​ອັດຕາ ​ສະ​ເລ່ຍ​ເຖິງ 20% ​ໃນ​ແຕ່ລະ​ປີ.

ທັງ​ນີ້​ຖ້າ​ຫາກ​ຄິດ​ໄລ່​ສະ​ເພາະ​ໃນ​ແຜນການ​ປີ 2011-2012 ນີ້ ກໍ​ພົບ​ວ່າ​ ລັດຖະບານ​ລາວ​
ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີ​ນກວ່າ 630 ລ້ານ​ໂດ​ລາ ຊຶ່ງ
​ໃນ​ນີ້​ກໍ​ເປັນ​ຊ່ວຍ​ເຫຼືອ​ລ້າ​ໃນ​ມູນ​ຄ່າ 529 ລ້ານ​ໂດ​ລາ ​ແລະ​ກູ້​ຢືມ​ອີກ 100 ກວ່າ​ລ້ານ​ໂດ​ລາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ ຈະ​ເພີ່ມ​ຂຶ້ນທຸກ​ປີກໍຕາມ
ຫາກ ​ແຕ່​ກໍ​ຍັງ​ຖື​ວ່າ​ບໍ່​ພຽງພໍ​ກັບ​ລະດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ຂອງ​ລັດຖະບານ​ລາວ ​
ໂດຍ​ສະ​ເພາະ​ແມ່ນ​ການ​ທີ່​ຈະ​ເຮັດ​ໃຫ້​ເສ​ດຖະກິດ​ຂອງ​ລາວ​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍ
ບໍ່​ຫລຸດ 8.5% ​ໃນ​ແຜນ​ການ​ປີ 2012-2013 ທີ່​ຈະ​ລົງມື​ປະຕິບັດຈັດ​ຕັ້ງ​ໃນ​ຊ່ວງ​ເດືອນ​ຕຸ
ລາ 2012 ​ເຖິງ​ເດືອນ​ກັນຍາ 2013 ກໍ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງ
ປະ​ເທດ ​ບໍ່​ໜ້ອຍກວ່າ 4,610 ຕື້​ກີບ ຫຼືປະມານ 576 ລ້ານ​ໂດ​ລາ ​ແລະ​ເພີ່ມ​ຂຶ້ນ 8.8% ​
ເມື່ອ​ທຽບ​ໃສ່​ແຜນການ​ປີ 2011-2012.

XS
SM
MD
LG