ລັດຖະມົນຕີລາວ ຢືນຢັນວ່າ ຈະເລັ່ງດຳເນີນ ມາດຕະການພັດ
ທະນາ ປັບປຸງຄຸນນະພາບການສຶກສາໃນລາວ ໃຫ້ໄດ້ມາດຕະ
ຖານດຽວກັນໃນອາຊ່ຽນພາຍໃນປີ 2015 ໂດຍໄດ້ຮັບການຊ່ວຍ
ເຫລືອຈາກ UNESCO.
ທ່ານພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ກະຊວງສຶກສາທິການ
ແລະກິລາ ໄດ້ໃຫ້ການຢືນຢັນວ່າ ການພັດທະນາ ແລະປັບປຸງເພື່ອຍົກລະດັບຄຸນນະພາບ ການສຶກສາໃນລາວ ໃຫ້ໄດ້ມາດຕະຖານດຽວກັນກັບບັນດາ ປະເທດສະມາຊິກ ອາຊ່ຽນດ້ວຍກັນ ພາຍໃນປີ 2015 ຖືເປັນເປົ້າໝາຍສຳຄັນ ທີ່ລັດຖະບານລາວ ໄດ້ກຳນົດໄວ້ ໃນແຜນການພັດທະນາ ການສຶກສາແຫ່ງຊາດ.
ໂດຍຫຼ້າສຸດ ກະຊວງສຶກສາທິການຯຂອງລາວ ກໍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການ
ພັດທະນາ ເພື່ອຍົກລະດັບຄຸນນະພາບດ້ານວຸດທິການສຶກສາໃນລາວຮ່ວມກັບອົງການ
UNESCO ພາຍໃຕ້ເປົ້າໝາຍ ທີ່ຈະດຳເນີນມາດຕະການ ພັດທະນາປັບປຸງວຸດທິການ
ສຶກສາລະດັບມະຫາວິທະຍາໄລຂອງລາວ ໃຫ້ໄດ້ມາດຕະຖານດຽວກັນກັບບັນດາປະເທດສະມາຊິກເກົ່າຂອງກຸ່ມອາຊ່ຽນ ຊຶ່ງຈະເຮັດໃຫ້ນັກສຶກສາລາວສາມາດທຽບໂອນໜ່ວຍກິດເພື່ອເດີນທາງໄປສຶກສາຕໍ່ໃນທຸກປະເທດໃນອາຊ່ຽນດ້ວຍກັນໄດ້ ເຊັ່ນດຽວກັນກັບນັກສຶກສາຈາກທຸກປະເທດໃນອາຊ່ຽນກໍສາມາດຈະເດີນທາງມາສຶກສາໃນລາວດັ່ງທີ່ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:
“ລັດຖະບານພວກເຮົາ ກະໄດ້ລົງນາມສົນທິສັນຍາກັບ UNESCO ວ່າດ້ວຍ
ການຮັບຮູ້ຄຸນວຸດທິການສຶກສາ ທີ່ສ້າງຄຸນວຸດທິການສຶກສາແຫ່ງຊາດ ເພື່ອໃຫ້
ສາມາດທຽບໂອນໜ່ວຍກິດການຮຽນຂອງນັກສຶກສາ ທີ່ໄປຮຽນຕໍ່ທັງພາຍໃນ
ແລະຕ່າງປະເທດ ອັນນີ້ຫຼາຍປະເທດກະມາເຊັນສັນຍາກັບພວກເຮົາແລ້ວ
ເພາະຖ້າເຮົາທຽບໂອນໜ່ວຍກິດໄດ້ຮຽນນຳເຂົາມາຮຽນຕໍ່ນຳເຮົາກະຮຽນ
ໄດ້ ເຮົາໄປຮຽນຕໍ່ຢູ່ນຳເຂົາກະໄດ້ ອັນນີ້ເປັນຂອບລວມ.”
ແຕ່ຢ່າງໃດກໍຕາມ ທ່ານພັນຄຳ ກໍຍອມຮັບວ່າໄດ້ມີການປອມ
ແປງໃບປະກາດສະນີຍະບັດການຈົບການສຶກສາ ໃນລະດັບ
ຕ່າງໆເກີດຂຶ້ນຢູ່ໃນລາວແລ້ວໃນປັດຈຸບັນນີ້ ໂດຍໄດ້ກວດພົບ
ປະກາດສະນີຍະບັດປອມຈົບຊັ້ນມັດທະຍົມປາຍຈຳນວນ 176
ໃບ ແລະຈົບບາງຄະນະໃນມະຫາວິທະຍາໄລຂອງລັດ ແລະ
ເອກະຊົນຈຳນວນໜຶ່ງ.
ຍິ່ງໄປກວ່ານັ້ນ ກໍຍັງກວດພົບວ່າມີພະນັກງານລັດຈຳນວນໜຶ່ງ
ທີ່ນຳໃຊ້ໃບປະກາດສະນີຍະບັດປອມ ຊຶ່ງຕໍ່ກໍລະນີດັ່ງກ່າວນີ້
ກໍໄດ້ມີການດຳເນີນມາຕະການເອົາຜິດຕາມລະບຽບກົດໝາຍ
ຕໍ່ພະນັກງານລັດເຫຼົ່ານັ້ນແລ້ວ ສ່ວນບັນດາຜູ້ຈັດທຳ ແລະນັກຮຽນນັກສຶກສາທີ່ໃຊ້ໃບ
ປະກາດ ສະນີຍະບັດປອມນັ້ນ ກໍຈະຖືກດຳເນີນຄະດີຕາມກົດໝາຍເຊັ່ນດຽວກັນ.
ສ່ວນກ່ຽວກັບມາດຕະການແກ້ໄຂ ບັນຫາການປອມແປງ ໃບປະກາດສະນີຍະບັດ ໃນ
ລະຍະຕໍ່ໄປນີ້ ທ່ານພັນຄຳ ໄດ້ໃຫ້ການຊີ້ແຈງວ່າທາງກະຊວງຯ ໄດ້ອອກຄຳສັ່ງແນະນຳ
ໃຫ້ທຸກອົງການຈັດຕັ້ງ ທັງພາກລັດແລະເອກະຊົນ ເປັນເຈົ້າການຕິດຕາມ ແລະ ກວດກາ
ເອກະສານ ທີ່ຢັ້ງຢືນວຸດທິການສຶກສາ ຂອງຜູ້ທີ່ຢູ່ໃນການຄຸ້ມຄອງ ຂອງອົງການຕົນ ນັບ
ທັງຜູ້ສະມັກເຂົ້າເຮັດວຽກໃໝ່ດ້ວຍ ໂດຍຖ້າຫາກກວດພົບວ່າ ມີການນຳໃຊ້ໃບປະກາດ
ສະນີຍະບັດປອມ ກໍໃຫ້ດຳເນີນການຕາມກົດໝາຍໃນທັນທີ.
ນອກຈາກນີ້ ກະຊວງສຶກສາທິການຯ ກໍຍັງຈະດຳເນີນການປັບປຸງຄືນໃໝ່ ລະບົບການ
ຕິດຕາມການເຂັ້າຮຽນ ຜົນການຮຽນ ແລະການເຄື່ອນຍ້າຍ ຂອງນັກຮຽນ ນັກສຶກສາ
ນັບແຕ່ມື້ທຳອິດ ຂອງການຮຽນຈົນເຖິງມື້ຈົບການສຶກສາ ທັງໃນສະຖາບັນການສຶກສາ
ຂອງລັດ ແລະເອກະຊົນ ທົ່ວປະເທດອີກດ້ວຍ.
ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການຯ ກໍຍອມຮັບວ່າການຈັດ
ຕັ້ງປະຕິບັດ ຢ່າງມີປະສິດທິພາບຍັງນັບເປັນບັນຫາ ໃນພາກຕົວຈິງ ດັ່ງຈະເຫັນໄດ້ຈາກ
ການຈັດຕັ້ງປະຕິບັດແຜນ ການກະຈາຍໂອກາດດ້ານສຶກສາສຳຫລັບເດັກນ້ອຍທຸກຄົນ
ໃນທົ່ວປະເທດ ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ ທີ່ໄດ້ເລີ້ມຈັດຕັ້ງປະຕິບັດ ນັບ
ແຕ່ສົກຮຽນປີ 2011-2012 ເປັນຕົ້ນມານັ້ນ ຈະບໍ່ສາມາດບັນລຸຜົນເປັ້າກໝາຍ ທີ່ລັດ ຖະບານລາວ ໄດ້ວາງເອົາໄວ້ໃນສົກຮຽນປີ 2014-2015 ຢ່າງແນ່ນອນ.