ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວສະແດງ ຄວາມໝັ້ນໃຈ ວ່າ ຈະ​ສາມາດ ສະກັດ​ກັ້ນ ​ເ​ຊື້​ອ​ ອີ​ໂບລາ ໄດ້


ທ່ານ​ເອກ​ສະ​ຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ດ້ວຍ​ມາດ​ຕະການ​ ທີ່​ກະຊວງ​ສາທາລະນະ​ສຸກ ​ແລະ ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ​ໄດ້​ດຳ​ເນີນ​ການ ​ໃນ​ເວລາ​ນີ້ ຈະ​ສາມາດ​ສະກັດ​ກັ້ນ​ເ​ຊື້​ອ​ໂຣກ ອີ​ໂບລາ ໄດ້.
ທ່ານ​ເອກ​ສະ​ຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ດ້ວຍ​ມາດ​ຕະການ​ ທີ່​ກະຊວງ​ສາທາລະນະ​ສຸກ ​ແລະ ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ​ໄດ້​ດຳ​ເນີນ​ການ ​ໃນ​ເວລາ​ນີ້ ຈະ​ສາມາດ​ສະກັດ​ກັ້ນ​ເ​ຊື້​ອ​ໂຣກ ອີ​ໂບລາ ໄດ້.

ລັດຖະມົນຕີ​ລາວ​ໝັ້ນ​ໃຈ​ວ່າ ຈະ​ສາມາດ​ສະກັດ​ກັ້ນ​ເຊື້ອ​ໂຣກ
ອີ​ໂບລາ ບໍ່​ໃຫ້​ເຂົ້າມາ​ຕິດ​ຕໍ່​ໃນ​ລາວ​ໄດ້ ​ໂດຍ​ໄດ້​ຕິດຕັ້ງ​ເຄື່ອງ​
ວັດ​ແທກ​ອຸນຫະພູມ​ຮ່າງກາຍ ຢູ່​ສະໜາມ​ບິນ​ວັດໄຕ ​ແລະດ່ານ
​ສາກົນ ​ເພື່ອ​ກວດກາ​ຢ່າງ​ໃກ້ຊິດ​ແລ້ວ.

ທ່ານ​ເອກ​ສະ​ຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ດ້ວຍ​ມາດ​ຕະການ​ ທີ່​ກະຊວງ​ສາທາລະນະ​ສຸກ ​ແລະ ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ​ໄດ້​ດຳ​ເນີນ​ການ ​ໃນ​ເວລາ​ນີ້ ຈະ​ສາມາດ​ສະກັດ​ກັ້ນ​ເ​ຊື້​ອ​ໂຣກ ອີ​ໂບລາ ບໍ່​ໃຫ້​ເຂົ້າມາ​ແພ່​ລະບາດ ຢູ່​ໃນ​ລາວ​ໄດ້​ຢ່າງ​ມີ​ປະສິດ​ທິພາ​ບ ​ໂດຍ​ຖ້າ​ຫາກ​ມີ​ການ​ສົງ​ໄສ​ວ່າ ຄົນ​ລາວ ຫຼື ຊາວ​ຕ່າ​ງຊາດ​ຄົນໃດ ທີ່​ເດີນທາງ​ຈາກ​ຕ່າງປະ​ເທດ ​ເຂົ້າມາ​ໃນ​ລາວ ມີ​ອຸນຫະພູມ​ຮ່າງກາຍ ທີ່​ສູງ​ຜິດ​ປົກ​ກະຕິ ກໍ​ຈະ​ດຳ​ເນີນ​ການກວດ​ສຸຂະພາບ ຢ່າງ​ລະ​ອຽດ​ໃນ​ທັນທີ.

ຍິ່ງ​ໄປ​ກວ່າ​ນັ້ນ ກະຊວງ​ສາທາລະນະ​ສຸກ ​ຍັງ​ໄດ້​ຮັບ​ກາ​ນຊ່ວຍ​ເຫຼືອ ຈາກອົງການ​ອະນາ​ໄມ​ໂລກ (WHO) ​ແລະ ສະ​ຖາ​ບັນ PASTER ປະຈຳ​ລາວ ທີ່​ມີ​ທັງ​ຜູ້​ຊຳນານ​ການ ຫ້ອງ​ທົດ​ລອງ ​ແລະ ອຸປະກອນ​ຢ່າງ​ຄົບ​ຊຸດ ທີ່​ສາມາດ​ວິເຄາະ​ຕົວຢ່າງ​ເຊື້ອ​ໄວຣັສໄດ້ ຢ່າງ​ຄັກ​ແນ່​ວ່າ ​ແມ່ນ​ເຊື້ອ​ໂຣກ ອີ​ໂບລາ ຫຼືບໍ່​ອີ​ກດ້ວຍ ​ໂດຍ​ຂະ​ບວນການ​ວິ​ເຄາະ​ດັ່ງກ່າວ ຈະ​ໃຊ້​ເວລາ​ບໍ່​ເກີນ 7 ຊົ່ວ​ໂມງ ທັງ​ຍັງ​ພ້ອມ​ທີ່​ຈະ​ປະຕິບັດ​ການ ​ໃນ​ຕະຫລອດ 24 ຊົ່ວ​ໂມງ​ ​ແລະ ທຸກ​ວັນ​ນຳ​ອີກ.

ທາງ​ດ້ານ ທ່ານ​ນາງ​ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາ​ລະ
ນະ​ສຸກ ຢືນຢັນ​ວ່າ ​ໄດ້​ມີ​ການ​ຕິດຕັ້ງ​ເຄື່ອງ​ວັດ​ແທກ​ອຸນຫະພູມ​ຮ່າງ​ກາຍ​ໄວ້​ ທຸກ​ດ່າ​ນ ຊາຍ
​ແດນ​ສາກົນ ຊຶ່ງ​ກໍ​ເປັນ​ມາດ​ຕະການ​ດຽວ​ກັນ ທີ່​ທາງ​ການ​ລາວ​ມີ​ປະສົບ​ການ​ ຈາກ​ການ​
ປ້ອງ​ກັນ​ເຊື້ອ​ໂຣກຫວັດ​ສັດ​ປີກ ​ໃນ​ຊ່ວງ​ກ່ອນ​ໜ້າ​ນີ້ ​ໂດ​ຍສະ​ເພາະ​ແມ່ນ​ສະໜາມ​ບິນ​ສາກົນ
ທີ່​ມີ​ຄົນລາວ ​ແລະ ຊາວ​ຕ່າງ​ຊາດ​ເດີນທາງ​ຈາກ​ຕ່າງປະ​ເທດ ​ເຂົ້າມາ​ໃນ​ລາວ ​ເປັນ​ປະຈຳ​
ທຸກ​ມື້ນັ້ນ ກໍ​ຈະ​ມີ​ການກວດ​ແທກ​ອຸນຫະ​ພູມ​ຮ່າງກາຍ​ຂອງ​ທຸກ​ຄົນ​ ຢ່າງ​ລະອຽດ ​ເປັນ​ພິເສດ
ດັ່ງ​ທີ່​ທ່ານ​ນາງ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ແຂກຫຼືຜູູ້​ແທນ​ຕ່າງໆ ທີ່​ເຂົ້າມາ ສປປ. ລາວ ຖ້າ​ຜ່ານ​ສະໜາມ​ບິນ​ວັດ​ໄຕ​ນີ້ ຈະ​
ມີ​ເຄື່ອງ​ໂຕ​ນີ້​ ຈັບອຸນຫະພູມ​ໂດຍ​ອັດ​ຕະ​ໂນ​ມັດ​ເລີຍ ​ໂດຍ​ສົມທົບ​ຂອງ​ການ​ຊ່ວຍ​
ເຫຼືອ ຂອງ​ທາງ​ອະນາ​ໄມ​ໂລກ ​ແລ້ວທຶນ​ລັດຖະບານ​ຈຳນວນ​ໜຶ່ງ ​ເພື່ອ​ຊ່ວຍ​ໃນ​
ການ​ກະກຽມ​ດັ່ງກ່າວ ຖ້າ​ມີ​ກໍ​ລະ​ນີ ​ເກີດ​ຂຶ້ນ ລວມທັງ​ລົດຈະ​ຮັບ​ສົ່ງ​ຄົນ​ເຈັບ ຄື​
ແນວ​ໃດ ທີ​ມຈະ​ເຮັດ​ຄື​ແນວ​ໃດ ຊຸດ​ປ້ອງ​ກັນ​ແພດ​ໝໍ​ນີ້ ຄື​ແນວ​ໃດ ​ແລ້ວ​ການ​
ປິ່ນປົວ ​ແລະ ການ​ກວດກາ​ຄື​ແນວ​ໃດ ນີ້​ພວກ​ເຮົາ​ໄດ້​ກຽມ​ແລ້ວ.”

ທ່ານ​ເອກ​ສະ​ຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ພົບປະກັບ ທ່ານ​ນາງ Sylvia Burwell ລັດຖະມົນຕີ​ວ່າການ​ສາທາລະນະ​ສຸກ​ສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ຂອງສະຫະລັດອາເມຣິກາ.
ທ່ານ​ເອກ​ສະ​ຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ພົບປະກັບ ທ່ານ​ນາງ Sylvia Burwell ລັດຖະມົນຕີ​ວ່າການ​ສາທາລະນະ​ສຸກ​ສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ຂອງສະຫະລັດອາເມຣິກາ.

ນອກຈາກ​ນີ້ ການ​ທີ່​ສະຖານທູດ​ສະຫະລັດ​ອະ​ເມຣິກາ ກັບ
WHO ​ໄດ້​ຮ່ວມ​ກັນ​ໃຫ້ກາ​ນຊ່ວຍ​ເຫຼືອ ​ໃນ​ການ​ເປີດ​ນຳ​ໃຊ້ ​
ລະ​ບົບ​ໂທລະສັບ​ສາຍດ່ວນ ຫຼື ສູນ Hotline 166 ເພື່ອ​ຄວບ
​ຄຸມພະຍາດ​ຕິດ​ຕໍ່ໃນ​ລາວ ຢູ່​ທີ່​ນະຄອນຫລວງ​ວຽງ​ຈັນ ​ເມື່ອ​
ບໍ່​ນານ​ມາ​ນີ້ ກໍ​ເປັນ​ອີກ​ກົນ​ໄກ​ໜຶ່ງ ​ທີ່​ມີ​ສ່ວນໃນ​ການ​ສະກັດ​ກັ້ນ
​ເຊື້ອ​ໂຣກ ອີ​ໂບລາ ​ໃນ​ລາວ.

​ເພາະ​ເປົ້າໝາຍ​ສຳຄັນ​ຂອງ​ການ​ສ້າງຕັ້ງສູນ Hotline ດັ່ງກ່າວ
ກໍ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອສະ​ເພາະ​ໜ້າ​ແກ່​ປະຊາຊົນລາວ ທີ່​ສົງ
​ໄສ​ວ່າ​ພວກ​ຕົນ​ໄດ້​ຕິດ ​ເຊື້ອ​ໂຣກຊະນິດ​ໃດຫຼືບໍ່ ​ໂດຍ​ພະນັກງານ
​ຜູ້​ທີ່​ປະຈຳ​ຢູ່​ສູນ Hotline ຈະ​ໃຫ້​ຄຳ​ປຶກສາ ​ແລະ ​ແນະນຳ​ວິທີ​
ການ​ປະຕິບັດ​ຕົວ ​ໃນ​ເບື້ອງ​ຕົ້ນຫຼັງຈາກ ​ໄດ້​ຮັບ​ຂໍ້​ມູນ ຈາກ​ປະຊາ
ຊົນລາວ ທີ່​ໂທລະສັບ​ເຂົ້າມາ​ທີ່​ສູນ Hotline ດັ່ງ​ກ່າວ ຢ່າງ​ຄົບ​ຖ້ວນ​ແລ້ວນັ້ນ.

ນອກຈາກ​ນັ້ນ ສູນ Hotline ດັ່ງກ່າວ​ຍັງ​ຈະ​ມີ​ບົດບາດ​ຢ່າງ​ສຳຄັນ​ໃນ​ການ​ໃຫ້​ຂໍ້​ມູນ-
ຂ່າວສານ​ ໃນ​ດ້ານ​ສຸຂະພາບ​ອະນາ​ໄມ ​ແກ່​ປະຊາຊົນລາວ ທັງ​ຍັງ​ຈະ​ເປັນ​ຕົວ​ກາງ​ ໃນ​
ການ​ຕິດ​ຕໍ່ ​ແລະ​ ປະສານ​ຂໍ້​ມູນ ທີ່​ໄດ້​ຮັບ ຈາກ​ປະຊາ​ຊົນລາວ ​ໄປ​ຍັງ​ໜ່ວຍ​ງານ​ຂອງ​
ລັດຖະບານ​ລາວ ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ໂດຍ​ກົງ​ອີກ​ດ້ວຍ.

​ໂດຍ​ປະຊາຊົນ​ລາວ​ສາມາດ ຈະ​ໂທລະ​ສັບ​ຕິດ​ຕໍ່​ກັບ​ສູນ Hotline ​ໄດ້​ທີ່​ໝາຍ​ເລກ 166
​ລະຫວ່າງ ​ເວ​ລາ 8 ​ໂມງ ຫາ 16 ​ໂມງ​ຂອງ​ວັນ​ຈັນ​ຫາ​ວັນ​ສຸກ ສ່ວນ​ນອກ​ເວລາ​ເຂົ້າການ
ລວມ​ເຖິງ​ວັນ​ເສົາ​ແລະ​ອາທິດ ດ້ວຍ​ນັ້ນ ກໍ​ຈະ​ເປັນ​ລະບົບ​ຕອບ​ຮັບ ​ແລະ ​ບັນ​ທຶກ​ສຽງ​ໂດຍ
​ອັດຕະ​ໂນ​ມັດ ທີ່​ປະຊາຊົນລາວ​ສາມາດ​ຕິດ​ຕໍ່​ກັບ​ສູນ Hotline ​ໄດ້​ຕະຫລອດ 24 ຊົ່ວ​ໂມງ ​ໂດຍ​ບໍ່​ເສຍ​ຄ່າ​ທຳນຽມ​ແຕ່​ຢ່າງ​ໃດ.

ຍິ່ງ​ໄປ​ກວ່າ​ນັ້ນ ກະຊວງ​ສາທາລະນະ​ສຸກ​ຂອງລາວ ​ແລະ ສະຫະລັດ ຍັງ​ໄດ້​ຕົກລົງ​ເສີມ
ຂະ​ຫຍາ​ຍການ​ຮ່ວມ​ມື ຢ່າງ​ໃກ້ຊິດ ​ໃນ​ດ້ານ​ສາທາລະນະ​ສຸກ ​ແລະ​ ການ​ບໍລິການ ​ເພື່ອ
​ສຸຂະ​ພາບ ທີ່​ດີ​ຂອງ​ປະຊາຊົນ​ລາວ​ໃນ​ໂອກາດ​ ທີ່ທ່ານ​ເອກ​ສະຫວ່າງ ​ໄດ້​ເດີນທາງ​ໄປ​
ຢ້ຽມຢາມ​ສະຫະລັດ ​ເມື່ອ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ນີ້.

​ໂດ​ຍພາຍ​ໃຕ້​ການ​ຕົກລົງ​ດັ່ງກ່າວ ທ່ານ​ນາງ Sylvia Burwell ລັດຖະມົນຕີ​ວ່າການ​ສາທາລະນະ​ສຸກ​ສະຫະລັດ ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ ວ່າ ລັດຖະບານ​ສະຫະລັດ ຈະ​ຍັງ
​ຄົງ​ໃຫ້ກາ​ນຊ່ວຍ​ເຫຼືອ ​ໃນ​ການ​ພັດທະນາ​ລະບົບ ໃຫ້​ບໍລິການ​ດ້ານ​ສາທາລະນະ​ສຸກ​ ໃນ​
ລາວຕໍ່​ໄປ ຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ໂຄງການ​ທີ່​ດຳ​ເນີນ​ການ​ຢູ່​ແລ້ວ ​ແລະ ​ໂຄງການ​ທີ່​ລິ​ເລີ້ມ​ຂຶ້ນ​
ໃໝ່ ​ເຊັ່ນ​ໂຄງການ​ອາຫານ​ເສີມ ​ເພື່ອ​ແມ່​ແລະ​ເດັກ ການ​ສັກ​ຢາ​ວັກ​ຊີ​ນ ​ແລະ ການ​ຄວບ
​ຄຸມພະ​ຍາດຕິ​ດຕໍ່​ນັ້ນ ຖື​ເປັນ​ໂຄງການ​ທີ່​ລັດຖະບານ​ສະຫະລັດ ​ໃຫ້​ຄວາມ​ສຳຄັນ​ເປັນ​
ບູລິ​ມະ​ສິດ.

XS
SM
MD
LG