ລັດຖະມົນຕີລາວໝັ້ນໃຈວ່າກະເສດຕະກອນລາວໃນທົ່ວປະ
ເທດຈະສາມາດເພີ່ມຜົນຜະລິດເຂົ້າໄດ້ບໍ່ໜ້ອຍກວ່າ 3.6 ລ້ານ
ໂຕນໃນຕະຫຼອດປີ 2012 ນີ້ ຖ້າຫາກ ວ່າບໍ່ໄດ້ຮັບຜົນກະທົບ
ຈາກພາຍຸໃນໄລຍະ 2 ເດືອນຕໍ່ໜ້ານີ້
ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ-
ປ່າໄມ້ ຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ວາງເປົ້າໝາຍ
ທີ່ຈະຊຸກຍູ້ກະເສດຕະກອນລາວປູກເຂົ້ານາປີ ແລະນາແຊງ
ໃນຕະຫຼອດປີ 2012 ນີ້ໃຫ້ໄດ້ເທິງເນື້ອທີ່ລວມເຖິງ 945,000
ເຮັກຕ້າ ໃນທົ່ວປະເທດ. ຊຶ່ງຖ້າຫາກວ່າການປະຕິບັດໃນພາກຕົວຈິງ ເປັນໄປຕາມແຜນ ການທີ່ວາງໄວ້ດັ່ງກ່າວ ກໍຈະເຮັດໃຫ້ໄດ້ຜົນຜະລິດເຂົ້າໃນປະລິມານລວມເຖິງ 3.6 ລ້ານໂຕນ.
ຈາກການດໍາເນີນມາດຕະການຕ່າງໆໃນໄລຍະທີ່ຜ່ານມານັ້ນ ທ່ານວິໄລວັນ ກໍໄດ້ໃຫ້ ການຢືນຢັນວ່າ ເປັນໄປຕາມແຜນການທີ່ວາງໄວ້ເປັນສ່ວນໃຫຍ່ ແລະເຖິງ ແມ່ນວ່າການປູກເຂົ້ານາແຊງໃນຕົ້ນປີຈະໄດ້ຮັບຜົນກະທົບຈາກພາຍະນົກເຕັນ ແລະພາຍຸໄຫມາ ໃນທ້າຍປີ 2011 ທີ່ເຮັດໃຫ້ລະບົບຄອງຊົນລະປະທານເສຍ ຫາຍໄປບໍ່ໜ້ອຍກໍຕາມ ຫາກແຕ່ວ່າດ້ວຍການທີ່ລັດຖະບານລາວ ໄດ້ຈັດສັນງົບປະ ມານເພື່ອການສ້ອມແປງຄອງຊົນລະປະທານແລະພື້ນຖານໂຄງລ່າງຕ່າງໆ ເພື່ອ ຮອງຮັບການປູກເຂົ້ານາປີໄດ້ໃນເນື້ອທີ່ ທີ່ກວ້າງກວ່າ 710,000 ເຮັກຕ້າ ໃນທົ່ວປະເທດນັ້ນ ຈຶ່ງເຮັດໃຫ້ທາງການລາວມີຄວາມໝັ້ນໃຈວ່າຜົນຜະລິດລວມຂອງຊາວນາປີແລະນາແຊງໃນຕະຫຼອດປີ 2012 ນີ້ຈະສາມາດບັນລຸແຜນການທີ່ວາງໄວ້ຢ່າງແນ່ນອນ.
ແຕ່ຢ່າງໃດກໍຕາມ ທ່ານວິໄລວັນ ກໍຍອມຮັບວ່າໄພທໍາມະຊາດກໍຍັງຖືເປັນປັດໃຈທີ່ ຈະສົ່ງຜົນກະທົບຕໍ່ແຜນການດັ່ງກ່າວຂອງທາງການລາວໄດ້ຄືກັນ ໂດຍຈະເຫັນໄດ້ ຈາກທ້າຍປີ 2011 ທີ່ໄພນໍ້າຖ້ວມຄັ້ງໃຫຍ່ໄດ້ເຮັດໃຫ້ທີ່ນາຂອງກະເສດຕະກອນ ລາວເສຍຫາຍໄປຄິດເປັນເນື້ອທີ່ລວມເກືອບ 1 ແສນເຮັກຕ້າ ແລະກໍໄດ້ສົ່ງຜົນກະ ທົບເຮັດໃຫ້ຜົນຜະລິດເຂົ້າໃນລາວບໍ່ເປັນໄປຕາມແຜນການທີ່ວາງໄວ້ທີ່ລະດັບ 3.3 ລ້ານໂຕນ ໂດຍສາມາດປະຕິບັດໄດ້ຈິງພຽງແຕ່ 3 ລ້ານໂຕນເທົ່ານັ້ນ ຊຶ່ງກໍໝາຍຄວາມວ່າຖ້າຫາກລາວບໍ່ໄດ້ຮັບຜົນກະທົບຈາກພາຍຸໃນໄລຍະແຕ່ເດືອນຕຸລາ ຫາເດືອນພະຈິກນີ້ ກໍຈະເຮັດໃຫ້ລາວສາມາດຜະລິດເຂົ້າໄດ້ຕາມແຜນການທີ່ວາງໄວ້ ທີ່ລະດັບ 3.6 ລ້ານໂຕນ ດັ່ງກ່າວນັ້ນເອັງ.
ກ່ອນໜ້ານີ້ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ວຽກງານດ້ານເສດຖະກິດຂອງລັດຖະບານລາວ ກໍໄດ້ຖະແຫຼງເຖິງເປົ້າໝາຍຂອງ ລັດຖະບານກ່ຽວກັບການເສີມຂະຫຍາຍການຜະລິດສະບຽງອາຫານແລະສິນຄ້າ ພາຍໃນລາວຈາກປັດຈຸບັນໄປຈົນເຖິງປີ 2015 ວ່າເປົ້າໝາຍສໍາຄັນທີ່ສຸດກໍຄືການ ຮັບປະກັນໃຫ້ໄດ້ຢ່າງຄັກແນ່ວ່າ ລາວມີຜົນຜະລິດດ້ານສະບຽງອາຫານຢ່າງພຽງພໍ ກັບການບໍລິໂພກພາຍໃນປະເທດ ແລະສາມາດເພີ່ມການສົ່ງອອກໄປຕ່າງປະເທດ ເພື່ອເຮັດໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດອີກຕໍ່ໄປ ດັ່ງທີ່ທ່ານ ສົມສະຫວາດ ໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:
“ດ້ານສະບຽງອາຫານເຖິງປີ 2015 ຜະລິດເຂົ້າໃຫ້ບັນລຸ 4.2 ລ້ານໂຕນ ສູ້ຊົນ ຜະລິດຊີ້ນໃຫ້ໄດ້ເຖິງ 221,500 ໂຕນຕໍ່ປີ ແລະສັດນໍ້າໃຫ້ໄດ້ 157,200 ໂຕນຕໍ່ປີ ດ້ານຜະລິດເປັນສິນຄ້າ ສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ປະມານ 8 ແສນ ເຖິງ 1 ລ້ານໂຕນຕໍ່ປີ.”
ແຕ່ຢ່າງໃດກໍຕາມ ສໍາລັບໃນແຜນການປະຈໍາປີ 2011-2012 ທີ່ຜ່ານມາ ກໍປາກົດວ່າ ລາວຍັງຕ້ອງປະເຊີນກັບສະພາວະຂາດດຸນການຄ້າຕ່າງປະເທດເພີ່ມຂຶ້ນ. ສາເຫດທີ່ເຮັດໃຫ້ລາວຕ້ອງປະເຊີນກັບການຂາດດຸນການຄ້າຫຼາຍທີ່ສຸດ ກໍຄືການນໍາເຂົ້າສິນຄ້າອຸບປະໂພກ-ບໍລິໂພກທີ່ກວມເອົາເຖິງ 72% ຂອງການນໍາ ເຂົ້າທັງໝົດ ໂດຍສະເພາະແມ່ນນໍ້າມັນເຊື້ອໄຟນັ້ນ ຖືເປັນສິນຄ້າທີ່ເຮັດໃຫ້ລາວ ຕ້ອງຂາດດຸນການຄ້າຕ່າງປະເທດເພີ່ມຂຶ້ນຫຼາຍທີ່ສຸດ ໂດຍໃນຕະຫຼອດປີ 2012 ນີ້ ກໍຄາດວ່າລາວຈະນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດໃນປະລິມານທີ່ເກີນ ກວ່າ 800 ລ້ານລິດຢ່າງແນ່ນອນ.