ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກະເສດຕະກອນລາວ ຍັງມີລະດັບ ຄວາມອາດສາມາດຕ່ຳ ທີ່ຈະເພີ້ມຜົນຜະລິດເຂົ້າ ໄດ້ຢ່າງຫລວງຫຼາຍ


ກະເສດຕະກອນລາວ ກຳລັງພາກັນເກັບກ່ຽວເຂົ້ານາ.
ກະເສດຕະກອນລາວ ກຳລັງພາກັນເກັບກ່ຽວເຂົ້ານາ.

ລັດຖະມົນຕີລາວຍອມຮັບວ່າກະເສດຕະກອນລາວ ຍັງມີລະດັບ
ຄວາມອາດສາມາດຕ່ຳ ທີ່ຈະເພີ້ມຜົນຜະລິດເຂົ້າໄດ້ຢ່າງຫລວງ
ຫຼາຍ ຈຶ່ງບໍ່ສາມາດທີ່ຈະແຂ່ງກັບໄທ ຫວຽດນາມ ມຽນມາ ແລະ
ກຳປູເຈຍ ໄດ້ເລີຍ.

ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ປ່າໄມ້ ໄດ້ໃຫ້ການຍອມ
ຮັບວ່າຊາວນາໃນລາວ ຍັງມີລະດັບຄວາມອາດ ສາມາດຕ່ຳ ທັງໃນດ້ານວິຊາການ ແລະ
ເທັກນິກເມື່ອທຽບກັບຊາວນາ ໃນປະເທດໄທ ແລະຫວຽດນາມ ສ່ວນລະດັບຄວາມອາດ
ສາມາດ ໃນການຂະຫຍາຍພື້ນທີ່ປູກເຂົ້ານັ້ນ ກໍຍັງຕ່ຳກວ່າຊາວນາໃນກຳປູເຈຍ ແລະ
ສະຫະພາບມຽນມາ ຫຼືພະມ້າອີກດ້ວຍ.

ຊຶ່ງດ້ວຍເງື່ອນໄຂ ແລະປັດໄຈດັ່ງກ່າວ ຈຶ່ງເປັນການຍາກຢ່າງຍິ່ງ ທີ່ຊາວນາໃນລາວຈະ
ສາມາດເພີ້ມຜົນຜະລິດເຂົ້າ ເພື່ອໃຫ້ກາຍເປັນຜູ້ສົ່ງອອກລາຍໃຫຍ່ ຂອງໂລກໄດ້ ຄືກັບ
ໄທ ແລະຫວຽດນາມ ລວມເຖິງມຽນມາ ແລະກຳປູເຈຍ ທີ່ກຳລັງເພີ້ມການ ຜະລິດເຂົ້າ
ເພື່ອສົ່ງອອກຢ່າງຕັ້ງໜ້າ ດ້ວຍເຫດນີ້ ຈຶ່ງມີພຽງການແນໃສ່ ການຜະລິດເຂົ້າ ທີ່ເປັນແນວ
ພັນພື້ນເມືອງ ຄຸນນະພາບດີເທົ່ານັ້ນ ທີ່ຈະເຮັດໃຫ້ຊາວນາລາວ ສາມາດແຂ່ງຂັນໃນຕະ
ຫລາດໂລກໄດ້ ດັ່ງທີ່ ທ່ານວິໄລວັນ ໄດ້ໃຫ້ການຢືນຢັນວ່າ:

ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ປ່າໄມ້ ໄດ້ໃຫ້ ການຍອມຮັບວ່າ ຊາວນາໃນລາວ ຍັງມີລະດັບຄວາມອາດ ສາມາດຕ່ຳ ທັງໃນດ້ານວິຊາການ ແລະ ເທັກນິກ.
ທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ປ່າໄມ້ ໄດ້ໃຫ້ ການຍອມຮັບວ່າ ຊາວນາໃນລາວ ຍັງມີລະດັບຄວາມອາດ ສາມາດຕ່ຳ ທັງໃນດ້ານວິຊາການ ແລະ ເທັກນິກ.

“ສິຖືປັດໄຈເຂົ້ານີ້ ເປັນສິນຄ້າລາຍໃຫຍ່ນີ້ ຄືສິເປັນໄປໄດ້
ຍາກ ເນື່ອງຈາກວ່າ ພວກເຮົາກໍມີຫຼາຍອັນຈຳກັດ ແລະ
ພວກເຮົານີ້ຖືສຳຄັນ ຍຸດທະສາດການຜະລິດເຂົ້ານີ້ ໃຫ້
ເປັນສະບຽງເອີ້ນວ່າ ໃຫ້ກຸ້ມກິນພາຍໃນແລ້ວ ກໍມີອັນສ່ວນ
ແຮ່ໄວ້ ສ່ວນເປັນສິນຄ້ານີ້ ພວກເຮົາຈະລົງເລິງເຖິງເຂົ້າ
ທີ່ເປັນເອກະລັກຂອງຄົນລາວ ຍົກຕົວຢ່າງເຂົ້າໄກ່ນ້ອຍ
ໄດ້ປຽບທີ່ສຸດ ຜະລິດອອກເທົ່າໃດ ກໍແມ່ນບັນດາປະເທດ
ເພື່ອນບ້ານມາຊື້ເອົາໝົດ.”

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ
ແລະການຄ້າ ກໍຍອມຮັບວ່າ ພາກທຸລະກິດການສົ່ງອອກ ຜະ
ລິດຕະພັນເຂົ້າໃນລາວໄປຕ່າງປະເທດ ຍັງບໍ່ສາມາດແຂ່ງຂັນ
ໃນຕະຫລາດໂລກໄດ້ຢ່າງ ແທ້ຈິງ ເພາະວ່າເຂົ້າທີ່ກະເສດຕະກອນລາວ ສ່ວນໃຫຍ່ໄດ້
ພາກັນປູກຢູ່ໃນປັດຈຸບັນນີ້ ຍັງມີລະດັບຄຸນນະພາບ ທີ່ຕ່ຳຫຼາຍເມື່ອທຽບກັບຜະລິດຕະ
ພັນເຂົ້າຂອງໄທ ຫວຽດນາມ ກຳປູເຈຍ ແລະມຽນມາ.

ທັງນີ້ກໍເນື່ອງຈາກວ່າ ການປູກເຂົ້າໃນລາວ ກໍຍັງຂາດຫລັກວິຊາການສະໄໝໃໝ່ ແລະ ການຫີບຫໍ່ ກໍຍັງບໍ່ມີລະບົບການຄັດແຍກປະເພດ ຂອງເຂົ້າອອກຈາກກັນ ກ່ອນທີ່ຈະ ສົ່ງອອກໄປຕ່າງປະເທດ ສະນັ້ນຈຶ່ງ ເຮັດໃຫ້ຜະລິດຕະພັນເຂົ້າຂອງລາວ ບໍ່ເປັນທີ່ຕ້ອງ ການຂອງຕະຫລາດ ໃນຕ່າງປະເທດ ເພາະຖືກມອງວ່າເປັນຜະລິດຕະພັນເຂົ້າ ທີ່ມີຄຸນ ນະພາບຕ່ຳນັ້ນເອງ.

ກະເສດຕະກອນລາວ ຄົນນຶ່ງກຳລັງ ດຳນາຂອງຕົນ.
ກະເສດຕະກອນລາວ ຄົນນຶ່ງກຳລັງ ດຳນາຂອງຕົນ.

ໂດຍໃນປີ 2013 ທີ່ຜ່ານມາ ລັດຖະບານລາວໄດ້ວາງເປົ້າໝາຍ
ການສົ່ງອອກເຂົ້າໄປ ຕ່າງປະເທດບໍ່ໃຫ້ຫລຸດ 3 ແສນໂຕນ ຫາກ
ແຕ່ກໍປະຕິບັດໄດ້ຈິງພຽງແຕ່ 25,000 ກວ່າໂຕນ ຊຶ່ງກໍຄິດເປັນມູນ
ຄ່າ 10 ລ້ານດອນລາເທົ່ານັ້ນ ໂດຍທີ່ເຂົ້າລາວມີລາຄາຊື້ຂາຍບໍ່
ເຖິງ 400 ດອນລາຕໍ່ໂຕນ ໃນຄະນະທີ່ເຂົ້າຂອງໄທມີລາຄາຊື້ຂາຍ
ຂັ້ນຕ່ຳ 480 ດອນລາ ຕໍ່ໂຕນ ສ່ວນເຂົ້າຂອງກຳປູເຈຍ ຫວຽດນາມ
ແລະມຽນມານັ້ນ ເຖິງແມ່ນວ່າຈະມີລາຄາຊື້ຂາຍ ຕ່ຳກວ່າເຂົ້າຂອງ
ໄທກໍຕາມ ຫາກແຕ່ຜົນຜະລິດເຂົ້າທັງຂອງກຳປູເຈຍ ຫວຽດນາມ
ແລະມຽນມາກໍຍັງມີລາຄາຊື້ຂາຍ ໂດຍສະເລ່ຍບໍ່ຕ່ຳກວ່າ 440 ຕໍ່ໂຕນ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ໄດ້ຖະແຫລງຍອມຮັບວ່າ ການຜະລິດເຂົ້າປະຈຳລະດູການ 2012-2013 ບໍ່ສາມາດຈັດ
ຕັ້ງປະຕິບັດໃຫ້ບັນລຸຕາມແຜນການ ແລະເປົ້າໝາຍ ທີ່ວາງໄວ້ໃນປະລິມານລວມບໍ່ນ້ອຍ
ກວ່າ 3 ລ້ານ 8 ແສນໂຕນ ໂດຍມີສາເຫດມາຈາກການ ທີ່ກະເສດຕະກອນລາວ ໄດ້ພາ
ກັນລົດການປູກເຂົ້າ ແລະຫັນໄປປູກພືດເສດຖະກິດຊະນິດອື່ນໆຫຼາຍຂຶ້ນ.

ທັງນີ້ໂດຍລັດຖະບານລາວ ໄດ້ວາງແຜນການຊຸກຍູ້ການຜະລິດເຂົ້າໃຫ້ ເພີ້ມຂຶ້ນຢ່າງຕໍ່
ເນື່ອງ ໂດຍສະເພາະແມ່ນໃນແຜນການປີ 2014-2015 ກໍໄດ້ວາງເປົ້າໝາຍຜົນຜະລິດ
ເຂົ້າໄວ້ໃນປະລິມານລວມ 4 ລ້ານ 2 ແສນໂຕນ ໃນພື້ນທີ່ປູກເຂົ້າທັງໝົດ 1 ລ້ານກວ່າ
ເຮັກຕາ ໃນທົ່ວປະເທດ.

ໂດຍໃນລະດູການ 2012-2013 ລັດຖະບານລາວ ໄດ້ວາງເປົ້າໝາຍ ການຜະລິດເຂົ້າ
ໃຫ້ໄດ້ ໃນປະລິມານລວມ 3 ລ້ານ 8 ແສນໂຕນ ແຕ່ກໍສາມາດຜະລິດໄດ້ຈິງພຽງ 3 ລ້ານ
5 ແສນ 4 ໝື່ນໂຕນ ຫຼື 93 ເປີເຊັນ ຂອງແຜນການປີ ໂດຍໃນນີ້ ກໍເປັນຜົນຜະລິດເຂົ້າ
ນາປີ 2 ລ້ານ 8 ແສນ 5 ໝື່ນໂຕນ ນາແຊງ 5 ແສນໂຕນ ແລະເຂົ້າໄຮ່ 195,000 ໂຕນ
ຕາມລຳດັບ.

XS
SM
MD
LG