ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຍອມຮັບວ່າ ການຂະຫຍາຍໂຕ ຂອງເສດຖະກິດ ໃນປີນີ້ ຈະບໍ່ໄດ້ຕາມຄາດໝາຍ


A couple walks through some of the two thousand and thirteen United States flags, that are part of the Aurora Healing Fields to honor veterans, during Veterans Day weekend, Aurora, Illinois, Nov., 10, 2013.
A couple walks through some of the two thousand and thirteen United States flags, that are part of the Aurora Healing Fields to honor veterans, during Veterans Day weekend, Aurora, Illinois, Nov., 10, 2013.

ລັດຖະມົນຕີລາວຍອມຮັບວ່າ ການຂະຫຍາຍຕົວເສດຖະກິດຂອງລາວ ໃນແຜນການປະຈໍາ ປີ 2011-2012 ນີ້ ຈະປະຕິບັດໄດ້ຕໍ່າກວ່າ ລະດັບຄາດໝາຍ ຍ້ອນໄດ້ຮັບຜົນກະທົບຈາກ ທັງພາຍໃນ ແລະນອກປະເທດ.

ທ່ານ ສົມດີ ດວງດີ ລັດຖະ
ມົນຕີວ່າການກະຊວງແຜນ
ການ ແລະການລົງທຶນຖະ
ແຫຼງຍອມຮັບຕໍ່ກອງປະຊຸມ
ສະໄໝສາມັນຄັ້ງທີ 3 ຂອງ
ສະພາແຫ່ງຊາດລາວຊຸດທີ
7 ໃນວັນທີ 20 ມິຖຸນານີ້ວ່າ
ການປະຕິບັດແຜນການພັດ
ທະນາດ້ານເສດຖະກິດປະ
ຈໍາປີ 2011-2012 ທີ່ຈະສິ້ນ
ສຸດແຜນການລົງໃນທ້າຍ
ເດືອນກັນຍາປີນີ້ ຈະບໍ່ສາມາດບັນລຸຕາມເປົ້າໝາຍ ທີ່ວາງໄວ້.

ກໍຄືໃນຂະນະທີ່ລັດຖະບານລາວໄດ້ວາງຄາດໝາຍໄວ້ວ່າ ຍອດຜະລິດພັນລວມພາຍໃນ
(GDP) ໃນແຜນການປີ 2011-2012 ນີ້ຈະມີມູນຄ່າລວມເຖິງ 73,200 ຕຶ້ກີບ ຫລືຄິດ
ເປັນອັດຕາສະເລ່ຍທີ່ເພີ້ມຂຶ້ນຈາກແຜນການປີ 2010-2011 ເຖິງ 8.3% ນັ້ນ ຫາກແຕ່
ຈາກການປະຕິບັດຕົວຈິງ ໃນໄລຍະ 8 ເດືອນທໍາອິດຂອງແຜນການ ຊຶ່ງກໍຄືລະຫວ່າງ
ເດືອນຕຸລາ 2011 ຫາເດືອນພຶດສະພາ 2012 ທີ່ຜ່ານມານີ້ ກັບປາກົດວ່າ GDP ໄດ້ຂະຫຍາຍຕົວເພີ້ມຂຶ້ນພຽງ 8% ເທົ່ານັ້ນ ດັ່ງທີ່ທ່ານສົມດີ ໄດ້ຖະແຫລງຊີ້ແຈງວ່າ:

ກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ ທີ່ຈັດຂຶ້ນໃນວັນທີ 20 ມິຖຸນາ, 2012
ກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ ທີ່ຈັດຂຶ້ນໃນວັນທີ 20 ມິຖຸນາ, 2012

“ໝົດສົກປີ 2011-2012
ຄາດຄະເນວ່າ ຈະຂະ
ຫຍາຍຕົວປະມານ 8%
ແລະສາມາດສ້າງມູນຄ່າ
ເພີ້ມໃນລາຄາປັດຈຸບັນ
ໄດ້ປະມານ 70,600 ຕື້
ກີບ ຫລືເທົ່າກັບ 8.8 ຕື້
ໂດລາ ສະຫະລັດ ຖ້າທຽບ
ໃສ່ແຜນການ ຄາດວ່າຈະ
ບໍ່ບັນລຸໄດ້ຕາມຄາດໝາຍ
ແຜນການທີ່ວາງໄວ້ 8.3%.”

ໄພນໍ້າຖ້ວມທີ່ເມືອງທຸລະຄົມ ແຂວງວຽງຈັນທີ່ເກີດຂຶນໃນປີ 2011
ໄພນໍ້າຖ້ວມທີ່ເມືອງທຸລະຄົມ ແຂວງວຽງຈັນທີ່ເກີດຂຶນໃນປີ 2011

ທັງນີ້ ມີສາເຫດມາຈາກໄພ
ນໍ້າຖ້ວມຄັ້ງໃຫຍ່ ທີ່ເກີດ
ຈາກພະຍຸໂຊນຮ້ອນ ໃນ
ທ້າຍປີ 2011 ທີ່ໄດ້ສົ່ງຜົນ
ກະທົບເຮັດໃຫ້ການຜະ
ລິດທັງໃນພາກກະສິກໍາ
ແລະພາກອຸດສາຫະກໍາ
ບໍ່ສາມາດປະຕິບັດໄດ້
ຕາມແຜນການທີ່ວາງໄວ້
ກໍຄືໃນຂະນະທີ່ລັດຖະ
ບານລາວ ໄດ້ວາງເປົ້າ
ໝາຍການຂະຫຍາຍຕົວ ໃນພາກກະສິກໍາ ແລະອຸດສະຫະກໍາໄວ້ທີ່ລະດັບ 3.5% ກັບ
16.8% ຕາມລໍາດັບ ຫາກແຕ່ໃນການປະຕິບັດຕົວຈິງ ກໍປາກົດວ່າ ພາກກະສິກໍາຂະຫຍາຍ
ຕົວພຽງ 2.7% ແລະ ພາກອຸດສາຫະກໍາກໍຂະຫຍາຍຕົວພຽງ 13% ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ The Economist ຊຶ່ງເປັນວາລະສານທາງດ້ານເສດຖະກິດລະດັບນໍາ
ໜ້າຂອງໂລກ ໄດ້ສະເໜີລາຍງານຄາດໝາຍການເຕີບໂຕທາງເສດຖະກິດຂອງໂລກ ປະ
ຈໍາປີ 2012 ນີ້ວ່າລາວ ເປັນປະເທດທີ່ຖືກຄາດໝາຍວ່າ ຈະມີອັດຕາການຂະຫຍາຍໂຕ
ທາງເສດຖະກິດສູງສຸດໃນ 10 ອັນດັບຂອງໂລກ ໂດຍຄາດໝາຍວ່າ ເສດຖະກິດຂອງ
ລາວຈະຂະຫຍາຍໂຕໃນອັດຕາບໍ່ຕໍ່າກວ່າ 7.9%.

ຫາກແຕ່ວ່າ ການຄາດໝາຍ ຂອງ The Economist ດັ່ງ
ກ່າວນີ້ ກໍບໍ່ເປັນເອກະພາບກັນກັບທະນາຄານໂລກ ທີ່
ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດຂອງລາວຈະຂະ
ຫຍາຍຕົວໃນອັດສະເລ່ຍ 8.3% ໃນປີ 2012 ນີ້ ທັງທີ່ວ່າ
ທະນາຄານໂລກໄດ້ໃຫ້ການຄາດ ກ່ອນໜ້ານີ້ວ່າ GDP ຂອງຈະຂະຫຍາຍຕົວ ເພີ້ມຂຶ້ນພຽງ
7.5% ເທົ່ານັ້ນ ໂດຍມີສາເຫດມາຈາກວິກິດການທາງເສດຖະກິດ-ການເງິນໃນສະຫະພາບຢູ
ໂຣບ ທີ່ເຮັດໃຫ້ການລົງທຶນຂອງຕ່າງປະເທດໃນລາວ ແລະການສົ່ງອອກສິນຄ້າຂອງລາວໄປ
ຕ່າງປະເທດ ຕ້ອງຫລຸດລົງໄປດ້ວຍ ຊຶ່ງກໍໄດ້ເຮັດໃຫ້ທະນາຄານພັດທະນາເອເຊຍ (ADB)
ຄາດໝາຍວ່າ ເສດຖະກິດຂອງລາວໃນປີ 2012 ຈະມີການຂະຫຍາຍໂຕເພີ່ມຂຶ້ນພຽງບໍ່ເກີນ
7.6% ເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ທາງການລາວກໍເຊື່ອໝັ້ນວ່າ ດ້ວຍເສດຖະກິດທີ່ມີການຂະຫຍາຍໂຕ
ເພີ້ມຂຶ້ນ ທຸກປີນັ້ນ ກໍຈະເຮັດໃຫ້ປະຊາຊົນລາວຫຼຸດພົ້ນຈາກຄວາມທຸກຍາກໄດ້ໂດຍພື້ນ
ຖານພາຍໃນປີ 2015 ແລະ ກ້າວໄປເປັນປະເທດທີ່ຫຼຸດພົ້ນຈາກສະພາບດ້ອຍພັດທະນາ
ໃນປີ 2020 ຕາມລໍາດັບ ສໍາລັບໃນປີ 2012 ນີ້ ກໍຄາດໝາຍວ່າ ລາຍໄດ້ສະເລ່ຍໄດ້ຂອງ
ປະຊາຊົນລາວ ຈະຢູ່ທີ່ລະດັບ 1,350 ໂດລາຕໍ່ຄົນຕໍ່ປີ.

XS
SM
MD
LG