ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍຈ້າງສ່ວນຫຼາຍ ໃນລາວຍັງບໍ່ປັບ ຂຶ້ນຄ່າຈ້າງຂັ້ນຕໍ່າເທື່ອ


ກໍາມະກອນຢູ່ໂຮງງານ ຜະລິດເຄື່ອງເຟີນິເຈີ ແຫ່ງນຶ່ງຂອງລາວ
ກໍາມະກອນຢູ່ໂຮງງານ ຜະລິດເຄື່ອງເຟີນິເຈີ ແຫ່ງນຶ່ງຂອງລາວ
ນາຍຈ້າງສ່ວນຫຼາຍຍັງຄົງບໍ່ປັບຂຶ້ນຄ່າຈ້າງຂັ້ນຕໍ່າຕາມອັດຕາ
ໃໝ່ໃຫ້ກັບບັນ ດາຜູ້ອອກແຮງງານ ເຖິງແມ່ນວ່າການປັບຂຶ້ນ
ຄ່າຈ້າງຂັ້ນຕໍ່າຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ
ເປັນຕົ້ນມາແລ້ວກໍຕາມ.

ທ່ານອຸ່ນຄໍາ ບຸນຍະແສງ ຫົວໜ້າຝ່າຍຄຸ້ມຄອງແຮງງານສະຫະ
ພັນກໍາມະບານລາວ ໄດ້ ຖະແຫຼງຢືນຢັນວ່າ ບັນດານາຍຈ້າງ
ສ່ວນຫຼາຍຍັງຄົງບໍ່ປະຕິບັດຕາມຂໍ້ກໍານົດທີ່ວ່າດ້ວຍການປັບຂຶ້ນ ຄ່າຈ້າງຂັ້ນຕໍ່າໃຫ້ກັບຜູ້ອອກແຮງງານຈົນເຖິງຂະນະນີ້ ໂດຍ
ສະເພາະແມ່ນບັນດາຜູ້ປະກອບກິດຈະການໃນອຸດສາຫະກໍາ
ການຜະລິດເສື້ອຜ້າສໍາເລັດຮູບນັ້ນ ນັບເປັນພາກສ່ວນທີ່ບໍ່ປະ
ຕິບັດຕາມຂໍ້ກໍານົດດັ່ງກ່າວນີ້ຫຼາຍທີ່ສຸດ ທັງໆທີ່ວ່າການປັບຂຶ້ນ
ຄ່າຈ້າງຂັ້ນຕໍ່າມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນປີນີ້ເປັນຕົ້ນມາ
ແລ້ວກໍຕາມ.

ທັງນີ້ໂດຍອິງຕາມການຮ້ອງຮຽນຂອງບັນດາຜູ້ອອກແຮງງານຈຶ່ງເຮັດໃຫ້ສະຫະພັນກໍາ ມະບານລາວໄດ້ຮັບຮູ້ວ່າ ບັນດານາຍຈ້າງສ່ວນຫຼາຍຍັງຄົງບໍ່ປະຕິບັດການປັບຂຶ້ນຄ່າ ຈ້າງຂັ້ນຕໍ່າດັ່ງກ່າວ ກໍຄືຜູ້ອອກແຮງງານຫຼືແຮງງານທີ່ບໍ່ມີຝີມືທຸກຄົນນັ້ນຈະຕ້ອງໄດ້ຮັບ
ຄ່າ ຈ້າງຂັ້ນຕໍ່າ 626,000 ກີບຕໍ່ເດືອນ ຫຼື 24,000 ກີບຕໍ່ວັນ ຊຶ່ງຍັງບໍ່ລວມເຖິງເງິນສະ
ຫວັດດີການອື່ນໆ ເຊັ່ນເງິນອຸດໜຸນຄ່າອາຫານກາງເວັນ ຄ່າປະກັນສັງຄົມ ແລະເບ້ຍຂະ
ຫຍັນ ຫຼືຄ່າທໍາງານລ່ວງເວລາແຕ່ຢ່າງໃດ.

ກໍາມະກອນໃນໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນວຽງຈັນ
ກໍາມະກອນໃນໂຮງງານຕັດຫຍິບແຫ່ງນຶ່ງໃນນະຄອນວຽງຈັນ

ທາງດ້ານເຈົ້າໜ້າທີ່ຝ່າຍກວດກາຂອງສະຫະພັນກໍາມະ
ບານລາວກໍເປີດເຜີຍວ່າ ສໍາລັບນາຍຈ້າງທີ່ໄດ້ປັບຂຶ້ນຄ່າ
ຈ້າງຂັ້ນຕໍ່າຈາກ 348,000 ກີບເປັນ 626,000 ກີບຕໍ່ເດືອນ
ແລ້ວນັ້ນ ກໍປາກົດວ່າໄດ້ມີການຕັດເງິນໃນສ່ວນທີ່ເປັນສະ ຫວັດດີການຂອງຜູ້ອອກແຮງງານອອກໄປ ຊຶ່ງກໍໄດ້ສົ່ງຜົນ
ກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງຜູ້ໃຊ້ແຮງງານຢ່າງ
ກວ້າງຂວາງໃນເວລານີ້ ແລະຜົນ ການກວດກາບັນດາໂຮງ
ງານຕ່າງໆ ໃນໄລຍະໝໍ່ໆມານີ້ ກໍຍັງເຮັດໃຫ້ຮູ້ວ່າມີບັນດາ ນາຍຈ້າງຈໍານວນບໍ່ໜ້ອຍຄືກັນທີ່ໄດ້ປະຕິບັດໃນລັກສະນະ ຂອງການ ເອົາຮັດເອົາປຽບຕໍ່ຜູ້ອອກແຮງງານ ດັ່ງທີ່ທ່ານກ່າວວ່າ:

ທຸກມື້ນີ້ກໍມີປາກົດການແລ້ວ ເປັນຕົ້ນວ່າການໃຊ້ແຮງງານລ່ວງເກີນ ການ
ໃຊ້ແຮງງານທີ່ວ່າມັນບໍ່ຊອບດ້ວຍກົດໝາຍ ຫຼືວ່າວັນພັກ ຫຼືວ່າວັນບຸນຕ່າງໆ
ນີ້ ກໍໃຫ້ພັກໃຫ້ເຊົາ ອັນນີ້ກໍເປັນການຂູດຮີດແຮງງານ ຫຼືວ່າການສະໜອງຄ່າ
ແຮງງານ ກໍມີບາງບ່ອນທີ່ບໍ່ສະໜອງຕາມການຮຽກຮ້ອງຕ້ອງການ ໂດຍສະ
ເພາະຕາມກົດໝາຍນີ້ແຫຼະ ຫຼືວ່າຕາມຂໍ້ກໍານົດເງິນເດືອນຕໍ່າສຸດນີ້ ບາງບ່ອນ
ກໍຍັງ ລະເມີດຢູ່.”


ພາຍໃຕ້ສະພາບບັນຫາດັ່ງກ່າວນີ້ ກໍເຮັດໃຫ້ສະຫະພັນກໍາມະບານລາວ ໄດ້ຕຽມການ
ຈະນໍາສະເໜີຕໍ່ກອງປະຊຸມ 3 ຝ່າຍລະຫວ່າງກະຊວງແຮງງານ ແລະສະຫວັດດີການສັງ
ຄົມ ກັບສະຫະພັນກໍາມະບານລາວ ແລະສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ ທີ່ຈະມີຂຶ້ນໃນເດືອນມີນາປີນີ້ ເພື່ອຫາທາງແກ້ໄຂບັນຮ່ວມກັນຢ່າງເປັນຮູບປະທໍາຕໍ່ໄປ.

ແຕ່ຢ່າງໃດກໍຕາມ ດ້ວຍສະພາບບັນຫາດັ່ງກ່າວ ແລະເມື່ອປະກອບກັບອັດຕາຄ່າຈ້າງ
ຂັ້ນຕໍ່າໃນລາວ ກໍຍັງໜ້ອຍກວ່າອັດຕາຄ່າຈ້າງຂັ້ນຕໍ່າໃນໄທກວ່າ 3 ເທົ່າຕົວດ້ວຍນັ້ນ
ກໍຍັງໄດ້ກາຍເປັນສາເຫດທີ່ສໍາຄັນ ທີ່ເຮັດໃຫ້ບັນດາຜູ້ອອກແຮງງານລາວພາກັນຫຼັ່ງໄຫຼ
ເຂົ້າໄປຊອກຫາວຽກເຮັດງານທໍາໃນໄທ ຫຼາຍຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ.

ທັງນີ້ໂດຍອິງຕາມສະຖິຕິຂອງກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ
ກໍໄດ້ລະບຸວ່າ ມີແຮງງານລາວທີ່ທໍາງານຢ່າງຖືກຕ້ອງຕາມກົດໝາຍໃນໄທ ຈໍານວນ
57,480 ຄົນ ຫາກແຕ່ທາງດ້ານອົງການເຄືອຂ່າຍເພື່ອໃຫ້ການຊ່ວຍເຫຼືອແຮງງານຕ່າງ
ດ້າວຈາກມຽນມາ ກໍາປູເຈຍ ແລະລາວໃນໄທ ກັບໄດ້ປະມານການວ່າ ມີແຮງງານລາວ
ຫຼາຍກວ່າ 5 ແສນຄົນທີ່ຢູ່ໃນໄທໃນປັດຈຸບັນນີ້ ໂດຍເກີນກວ່າ 58% ເປັນແຮງງານລາວ
ເພດຍິງ ຊຶ່ງມີຄວາມສ່ຽງທີ່ຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໃນໄທ ນັ້ນເອງ.
XS
SM
MD
LG