ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງອອກແຮ່ທາດຂອງລາວ ຈະເພີ້ມຂຶ້ນ ໃນປີນີ້


ການຂຸດຄົ້ນບໍ່ແຮ່ ຢູ່ທີ່ພູເບ້ຍ, ປະເທດລາວ
ການຂຸດຄົ້ນບໍ່ແຮ່ ຢູ່ທີ່ພູເບ້ຍ, ປະເທດລາວ

ທາງ​ການ​ລາວ​ຄາດໝາຍວ່າ ​ການ​ສົ່ງ​ອອກ​ແຮ່​ທາດ​ຈາກ​ລາວ​ໄປ​ຕ່າງປະ​ເທດ​ ໃນຕະຫລອດ​ປີ 2010 ຈະ​ເພີ່ມ​ຂຶ້ນ​ເກີນ​ກວ່າ 38%​ ​ເມື່ອທຽບ​ໃສ່​ກັບ​ປີຜ່ານມາ ຫາກ​ແຕ່​ວ່າ​ ໃນ​ຂະນະ​ດຽວ​ ກັນ ​ຫລາຍ​ພາກສ່ວນ​ໃນ​ລາວ​ກໍ​ມີ​ຄວາມ​ກັງວົນ​ໃຈ​ ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ ​ທີ່​ຈະ​ຮຸນ​ແຮງ​ຫລາຍ​ຂຶ້ນນັບ​ມື້.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່​ຂອງ
ລາວ ​ໄດ້​ໃຫ້ການ​ຄາດໝາຍ​ວ່າ​ ໃນ​ຕະຫລອດ​ປີ 2010
ນີ້ ການ​ສົ່ງ​ອອກ​ແຮ່​ທາດຈາກ​ລາວ​ໄປ​ຕ່າງປະ​ເທດ​ຈະ​ມີ
ມູນ​ຄ່າ​ລວມຫລາຍ​ກວ່າ 750 ລ້ານ​ໂດ​ລາ ຫລື​ຄິດ​ເປັນ
ອັດຕາສະ​ເລ່ຍ ທີ່​ເພີ່ມ​ຂຶ້ນຈາກ​ປີ 2009 ​ຫລາຍ​ກວ່າ
38%​ ອັນ​ເປັນ​ຜົນ​ໂດຍ​ກົງ​ຈາກ​ການ​ທີ່​ເສ​ດຖະກິດ​ໂລກ
ເລີ່​ມຟື້ນໂຕຄືນ​ ຈຶ່ງ​ເຮັດ​ໃຫ້​ຕະຫລາດ​ໂລກ​ມີ​ຄວາມ​ຕ້ອງ ການ​ແຮ່​ທາດ​ຫລາຍ​ຂຶ້ນ.

ແຜ່ນທອງແດງຂອງລາວ ທີ່ສົ່ງອອກໄປຕ່າງປະເທດ
ແຜ່ນທອງແດງຂອງລາວ ທີ່ສົ່ງອອກໄປຕ່າງປະເທດ

ໂດ​ຍສະ​ເພາະ​ແມ່ນ​ແຮ່​ຄໍາ​ແລະທອງ​ແດງ​
ນັ້ນ​ ກໍ​ຍັງ​ມີ​ລາຄາ​ທີ່ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ
ດ້ວຍ​ເຫດ​ນີ້ ​ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ເຊຶ່ອ
ໝັ້ນ​ວ່າ ການ​ສົ່ງ​ອອກ​ແຮ່​ຄໍາ​ຈາກ​ລາວ​ໄປ
ຕ່າງປະ​ເທດ ​ໃນ​ຕະຫລອດ​ປີ 2010 ນີ້​
ຈະ​ມີນໍ້າໜັກ​ລວມ​ເກີນ​ກວ່າ 5,100 ​ກິ​ໂລ​ ​
ແລະ​ການ​ສົ່ງ​ອອກ​ແຮ່​ທອງ​ແດງ ​ກໍ​ຈະ​ມີ​ນໍ້າ
ໜັກ​ລວມ ຫລາຍ​ກວ່າ 340,000 ຕັນ ຊຶ່ງສ່ວນ​ໃຫຍ່​ນັ້ນ​ເປັນ​ຜົນ​ຜະລິດ​ຈາກ​ບໍ່ແຮ່ ​ຢູ່​ເຊ
ໂປ​ນ ​ໃນ​ແຂວງ​ສະຫວັນ​ນະ​ເຂດ ບໍ່​ຄໍາ​ຢູ່​ພູ​ເບ້ຍ​ໃນ​ແຂວງ​ວຽງ​ຈັນ ​ແລະ​ບໍ່ແຮ່​ຢູ່​ໃນ​ແຂວງ​
ຫລວງ​ນໍ້າ​ທາ. ທາງ​ການ​ລັດຖະບານ​ລາວ​ໄດ້​ກໍານົດ​ໃຫ້ ພາກ​ອຸດສາຫະກໍາ​ຂຸດ​ຄົ້ນ​ບໍ່​ແຮ່​
ນີ້ ​ເປັນ​ພາກ​ການ​ຜະລິດ​ເພື່ອ​ການ​ສົ່ງ​ອອກ ​ທີ່​ຈະ​ມີ​ບົດບາດ​ຢ່າງ​ສໍາຄັນ​ຕໍ່​ການ​ພັດທະ​ນາ
ທາງ​ເສດຖະກິດ​ຂອງລາວ​ ທີ່​ມີ​ເປົ້າໝາຍ​ທີ່​ຈະ​ມຸ້ງ​ໄປ​ສູ່​ການ​ພັດທະນາ​ເປັນ​ປະ​ເທດ​ອຸດສາ ຫະກໍາ​ທັນ​ສະໃໝ ​ໃນ​ອະນາຄົດ.

ຊຶ່ງ​ດ້ວຍ​ເປົ້າໝາຍ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລັດຖະບານ​ລາວ​ໄດ້​ອະ​ນຸມັດ​ສໍາ​ປະທານ​ການ​ສໍາ​ຫລວດ ​ແລະ​ຂຸດ​ຄົ້ນ​ບໍ່​ແຮ່​ຢູ່​ໃນ​ລາວ ​ແກ່​ບັນດາ​ບໍລິ​ສັດ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ ຊາດ​ໄປແລ້ວ​ເຖິງ 154 ບໍລິສັດ ​ໂດຍ​ໃນ​ນີ້ ​ເປັນ​ບໍລິສັດ​ຕ່າງ​ຊາດ 118 ບໍລິສັດ ທີ່​ໄດ້​ຮັບ​ ອະນຸມັດ​ສໍາ​ປະທານ​ລວມກັນ​ເຖິງ 186 ​ໂຄງການ ​ແລະ​ອີກ 83 ​ໂຄງການ​ ກໍ​ເປັນ​ສໍາ​ປະ ທານ​ຂອງ​ເອກ​ກະ​ຊົນ​ລາວ ​ຈໍານວນ 36 ບໍລິສັດ.

ທ່ານໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດລາວ
ທ່ານໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດລາວ

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ທາງ​ການ​ລາວ​ໄດ້​ອະນຸມັດ​ສໍາ​ປະທານ​ການ​ສໍາ​ຫລວດ​ແລະ​ຂຸດ​ຄົ້ນ​ບໍ່​ແຮ່​ດັ່ງກ່າວ​ນີ້​ ກໍ​ໄດ້ ​ເຮັດ​ໃຫ້​ຫລາຍໆ​ພາກສ່ວນ​ໃນ​ລາວ​ມີ​ຄວາມ​ກັງວົນ​ໃຈ​ເປັນ​ຢ່າງ​ຍິ່ງ​ວ່າ ​ບັນດາ​ໂຄງການ​ເຫລົ່າ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ລາວ​ຢ່າງ​ກວ້າງຂວາງ ​ເນື່ອງຈາກ​ບໍ່​ເຊື່ອ​ໝັ້ນ​ວ່າ ​ກົນ​ໄກ​ຂອງ​ລັດຖະບານລາວນັ້ນ​ ຈະ​ສາມາດ​ກວດກາ​ໂຄງການ​ສໍາ​ຫລວດ​ແລະ​ຂຸດ​ຄົ້ນ​ບໍ່​ແຮ່​ ໄດ້​ຢ່າງ​ທົ່ວ​ເຖິງ. ​ເພາະ​ສະ​ນັ້ນ ຈຶ່ງ​ກາຍ​ເປັນ​ກໍລະນີບັນຫາ ​ທີ່​ປະຊາຊົນ​ລາວ​ໄດ້​ຮ້ອງ​ຮຽນ​ເຖິງ​ຄະນະ​ປະ​ຈໍາ​ສະພາ​ແຫ່​ງຊາດ​ລາວ​ຫລາຍ​ທີ່​ສຸດ​ໃນ​ປັດຈຸບັນ ດັ່ງ​ທີ່​ທ່ານ ​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ເລຶ່ອງນີ້​ວ່າ:

“ສີ່​ງທີ່​ມີ​ຄວາມ​ພົ້ນ​ເດັ່ນ​ໜ້າ​ເປັນ​ຫ່ວງ​ແລະ​ແຕະຕ້ອງ​ຕໍ່​ຜົນ​ປະ​ໂຍດ​ຂອງ​ປະຊາຊົນ ​ແລະ​ກໍ​ມີ​ທ່າ​ອຽງ​ທີ່​ເປັນ​ການ​ເອົາ ປຽບ​ປະຊາຊົນ​ຕາມ​ທີ່​ປະຊາຊົນ​ໄດ້​ສ່ອງ​ແສງ​ມາ ກໍ​ແມ່ນ​ບັນຫາ​ເລຶ່ອງການ​ຂຸດ​ຄົ້ນ​ແຮ່​ທາດ​ຢ່າງ​ຊະຊາຍ ​ໂດຍ​ສະ ​ເພາະ​ການ​ຂຸດ​ຄົ້ນ​ຄໍາ​ຈໍານວນ​ນຶ່ງ​ຢູ່​ບາງ​ທ້ອງ​ຖິ່ນ​ຢູ່​ບາງ​ແຂວງ ຊຶ່ງ​ການ​ຂຸດ​ຄົ້ນ​ຢ່າງ​ຊະຊາຍ​ດັ່ງກ່າວ​ກໍ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ​ທີ່​ໄດ້​ສົ່ງ​ຜົນ​ສະທ້ອນ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ແລະ​ສຸຂະ ພາບ​ຂອງ​ປະຊາຊົນ”

ນອກຈາກ​ນີ້ ​ໂດຍ​ອິງ​ຕາມ​ຂໍ້​ມູນ​ຂອງ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງ​ລາວ​ເອງ ​ກໍ​ໄດ້​ລະບຸ ​
ວ່າ​ ໃນ​ຈໍານວນ​ສໍາປະທານ​ການ​ສໍາ​ຫລວດ​ແລະ​ຂຸດ​ຄົ້ນ​ບໍ່​ແຮ່​ ທີ່​ທາງ​ການ​ລັດຖະບານ​ລາວ​
ໄດ້​ອະນຸມັດ​ໃຫ້​ກັບ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງຊາດ​ທັງ 269 ​ໂຄງການ​ນັ້ນ​ ໄດ້​ກວມ​ເອົາ​ພື້ນ​
ທີ່​ລວມກັນ​ກວ້າງ​ກວ່າ 2.88​ ລ້ານ​ເຮັກ​ຕ້າ. ດ້ວຍ​ເຫດນີ້ ຖ້າ​ຫາກວ່າບໍ່ມີ​ການ​ກວດກາ​ຢ່າງ​
ຄັກ​ແນ່​ວ່າ​ ບັນດາ​ບໍລິສັດ​ເອກ​ກະ​ຊົນ​ແລະ​ຕ່າງ​ຊາດ​ໄດ້​ມີ​ການ​ປະຕິບັດ​ຕາມ​ສັນຍາ​ສໍາປະ
ທານ​ຢ່າງ​ແທ້​ຈິງ​ຫລື​ບໍ່​ນັ້ນ ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ໃນ​ລາວ​ຢ່າງ​ກວ້າງ
ຂວາງ ​ແລະ​ຜູ້ທີ່ຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຫລີກ​ລ່ຽງບໍ່​ໄດ້​ ກໍ​ຄື​ປະຊາຊົນ​ລາວ.

ດັ່ງ​ກໍລະນີ​ບັນຫາ​ທີ່​ໄດ້​ເກີດ​ຂຶ້ນ​ແລະ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ລາວ​ທັງ​ໃນ​ແຂວງ​ອັດ​ຕະປື ​ແລະແຂວງ​ເຊ​ກອງ ເມື່ອ​ໝໍ່ໆ​ມາ​ນີ້ ກໍ​ຄື​ການ​ເຮັດ​ເໝືອງ​ແຮ່​ຄໍາ​ແລະ​ກາ​ນຮ່ອນ​ຄໍາ​ທີ່​ທາງ​ການ​ລັດຖະບານ​ລາວ​ໄດ້​ອະນຸມັດ​ສໍາ​ປະທານ ​ໃຫ້​ກັບ​ບັນດາ​ບໍລິສັດ​ຈາກ​ຫວຽດນາມ​ນັ້ນ ກໍ​ປາກົດ​ວ່າ​ໄດ້​ເປັນ​ຜົນ​ເຮັດ​ປະຊາຊົນ​ ບໍ່​ສາມາດ​ໃຊ້​ປະ​ໂຍດ​ຈາກ​ແມ່​ນໍ້າ​ເຊ​ກອງ​ໄດ້​ເລີຍ ​ເນຶ່ອງຈາກ​ວ່າ​ເກີດ​ບັນຫາ​ນໍ້າ​ຂຸ່ນ​ແລະ​ມີ​ສານພິດ​ຈາກ​ເໝືອງແຮ່​ຄໍາ​ແລະ​ການ​ຮ່ອນ​ຄໍາ​ດັ່ງກ່າວ​ ໄຫລ​ລົງ​ ສູ່​ແມ່​ນໍ້າ​ເຊ​ກອງ​ນັ້ນ​ເອງ.

XS
SM
MD
LG