ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກອງທັບລາວ ສາມາດຄວບຄຸມແລະຈຳກັດການເຄື່ອນໄຫວຂອງກຳລັງປະກອບອາວຸດ ທີ່ຕ້ອງການກໍ່ເຫດຮຸນແຮງ ແລະຕໍ່ຕ້ານອຳນາດລັດ


ປະທານປະເທດແຫ່ງ ສປປ ລາວ ທ່ານທອງລຸນ ສີສຸລິດເດີນທາງໄປຢ້ຽມຢາມ ບັນດາສະມາຊິກທະຫານກອງທັບປະຊາຊົນລາວ
ປະທານປະເທດແຫ່ງ ສປປ ລາວ ທ່ານທອງລຸນ ສີສຸລິດເດີນທາງໄປຢ້ຽມຢາມ ບັນດາສະມາຊິກທະຫານກອງທັບປະຊາຊົນລາວ

ກອງທັບປະຊາຊົນລາວ ສາມາດຄວບຄຸມແລະຈຳກັດການເຄື່ອນໄຫວຂອງກຳລັງປະກອບອາວຸດທີ່ຕ້ອງການກໍ່ເຫດຮຸນແຮງ ແລະຕໍ່ຕ້ານອຳນາດຂອງລັດຖະບານລາວ ໄດ້ຢ່າງສິ້ນເຊີງແລ້ວ ໃນທົ່ວປະເທດ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ພົນໂທທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດຍຸດທະສາດ 2 ໜ້າທີ່ ຄືການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ ໂດຍກອງທັບປະຊາຊົນລາວ ນັບຈາກປີ 2000 ເປັນຕົ້ນມາເຖິງປັດຈຸບັນນີ້ ເຮັດໃຫ້ສາມາດຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງຄັກແນ່ ທັງຍັງສາມາດຄວບຄຸມ ແລະຈຳກັດການເຄື່ອນໄຫວຂອງກຸ່ມກຳລັງປະກອບອາວຸດ ທີ່ຕ້ອງການຈະກໍ່ເຫດຮຸນແຮງ ແລະຕໍ່ຕ້ານອຳນາດຂອງລັດຖະບານລາວ ໄດ້ຢ່າງສິ້ນເຊີງແລ້ວໃນທົ່ວປະເທດ ໂດຍສະເພາະ ກໍແມ່ນໃນເຂດ 5 ແຂວງເປົ້າໝາຍຄື ແຂວງວຽງຈັນ ໄຊສົມບູນ ຊຽງຂວາງ ບໍລິຄຳໄຊ ແລະຫຼວງພະບາງນັ້ນ ສາມາດຮັບປະກັນຄວາມປອດໄພໄດ້ທັງໝົດ ດັ່ງທີ່ ພົນໂທທອງລອຍ ໃຫ້ການຢືນຢັນວ່າ:

“ແຕ່ປີ 2000 ຮອດປີ 2022 ພວກເຮົາສືບຕໍ່ສຸມກຳລັງລົງກໍ່ສ້າງຮາກຖານການເມືອງໝົດທົ່ວປະເທດ ອັນນີ້ວຽກນຶ່ງ ວຽກທີສອງແມ່ນວ່າ ໃຊ້ກຳລັງສືບຕໍ່ກວດລ້າງພວກທີ່ເສດເຫຼືອ ໂດຍສະເພາະແມ່ນເຂດໃຈກາງຂອງປະເທດທີ່ມີແຂວງໄຊສົມບູນ ຊຽງຂວາງ ແຂວງວຽງຈັນ ແຂວງບໍລິຄຳໄຊ ແລະແຂວງຫຼວງພະບາງ ຫ້າແຂວງນີ້ ກໍມີເຫດການກໍ່ຄວາມບໍ່ສະຫງົບ ສະນັ້ນ ພວກເຮົາຈຶ່ງວາງມາດຕະການເພື່ອແກ້ໄຂຄວາມບໍ່ສະຫງົບ 5 ແຂວງໃຫ້ສຳເລັດ ຕີ-ກວດລ້າງພວກທີ່ເສດເຫຼືອຈົນມີຄວາມສະຫງົບໂດຍພື້ນຖານ.”

ກ່ອນໜ້ານີ້ ສະພາແຫ່ງຊາດລາວ ກໍໄດ້ຮັບຮອງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ເມື່ອເດືອນພະຈິກ 2021 ແນໃສ່ການເພີ້ມປະສິດທິພາບການປາບປາມອາຊະຍາກຳທຸກຮູບແບບ ຢູ່ຊາຍແດນລາວກັບເພື່ອນບ້ານ ຮວມເຖິງການພັດທະນາເສດຖະກິດການຄ້າ ການລົງທຶນທີ່ປາດສະຈາກບັນຫາອາຊະຍາກຳໃຫ້ໄດ້ຢ່າງແທ້ຈິງ ໂດຍກະຊວງປ້ອງກັນປະເທດກໍຄືພາກສ່ວນຮັບຜິດຊອບການຮັບປະກັນດ້ານຄວາມໝັ້ນຄົງ ແລະສະຖຽນລະພາບທາງການເມືອງ-ການປົກຄອງໃນລາວ ໃຫ້ແຂງແຮງແລະເປັນທີ່ຍອມຮັບໃນສາກົນເພີ້ມຂຶ້ນນັບມື້ ໂດຍສະເພາະກອງທັບປະຊາຊົນລາວນັ້ນ ຍັງຈະຕ້ອງປະສານການຮ່ວມມືກັບກອງທັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນ້ຳຂອງຢ່າງໃກ້ຊິດອີກດ້ວຍ.

ທັງນີ້ ໂດຍແກັ່ງອາຊະຍາກຳຈີນ ຖືເປັນແກັ່ງອາຊະຍາກອນທີ່ຖືກຈັບກຸມໃນລາວ ຫຼາຍທີ່ສຸດ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ຊຶ່ງພະແນກປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ແລະຫຼວງນ້ຳທາ ໄດ້ສົ່ງໂຕຊາວຈີນໃຫ້ກັບຕຳຫຼວດຈີນທີ່ແຂວງຢູນໜານຫຼາຍກວ່າ 980 ຄົນ ທີ່ພົວພັນກັບແກັ່ງຄ້າຢາເສບຕິດ ແກັ່ງຄ້າມະນຸດ ແກັ່ງການພະນັນ Online ແລະແກັ່ງຟອກເງິນ ທີ່ມີລັກສະນະເປັນອາຊະຍາກຳຂ້າມຊາດໃນປີ 2018-2020 ດັ່ງທີ່ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບໃນແຂວງບໍ່ແກ້ວ ໄດ້ໃຫ້ການຢືນຢັນວ່າ:

“ກຸ່ມຄົນບໍ່ຫວັງດີ ບໍ່ລົດລະຕໍ່ເຈດຈຳນົງຫວັງມ້າງເພທຳລາຍ ກໍ່ຄວາມບໍ່ສະຫງົບດ້ວຍຫຼາຍຮູບແບບ ເຊັ່ນດ້ານການເມືອງ ເສດຖະກິດ ວັດທະນະທຳສັງຄົມ ສາສະໜາ ນັກສືບສອດແນມ ກໍ່ໃຫ້ເກີດມີເຫດການຍຸຍົງ ສົ່ງເສີມໃຫ້ເກີດມີປາກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ແຜ່ລາມຢ່າງກວ້າງຂວາງກໍ່ໃຫ້ເກີດບັນຫາຢາເສບຕິດ ກໍ່ອາລະວາດຕີກັນຢູ່ຕາມສະຖານທີ່ສາທາລະນະ ຂີ້ລັກງັດແງະ ຕົວະຍົວະ ຫລອກລວງ ຄ້າມະນຸດ ຄ້າຂາຍເຖື່ອນ ຫຼິ້ນການພະນັນເຖື່ອນ ແລະບັນຫາອາຊະຍາກຳຕ່າງໆ.”

ສ່ວນ ທ່ານບົວຄົງ ນາມມະວົງ ເຈົ້າແຂວງແຂວງບໍ່ແກ້ວ ຍອມຮັບວ່າ ການກໍ່ອາຊະຍາກຳກ່ຽວຂ້ອງກັບການຄ້າຢາເສບຕິດ ການຄ້າມະນຸດ ແລະການຫລິ້ນການພະນັນທີ່ພົວພັນກັບແກັ່ງຈາກຈີນ ໂດຍທີ່ມີພະນັກງານຂອງລັດຖະບານລາວ ເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍນັ້ນ ກໍມີທ່າອຽງເພີ້ມຂຶ້ນນັບມື້ ເຫັນໄດ້ຈາກການຈັບກຸມແລະຍຶດຢາບ້າໄດ້ເກີດກວ່າ 77 ລ້ານເມັດ ໃນເດືອນຕຸລາ 2021 ເຖິງແມ່ນວ່າ ຈະເກີດບັນຫາການລະບາດໄວຣັສ ໂຄວິດ-19 ນັບແຕ່ປີ 2020 ເລື້ອຍມາທີ່ເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນມາດຕະການປິດຊາຍແດນທຸກດ້ານທີ່ຕິດຕໍ່ກັບປະເທດເພື່ອນບ້ານກໍຕາມ ແຕ່ວ່າ ກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເກີດຂຶ້ນຢູ່ເລື້ອຍມາ ຈຶ່ງເຮັດໃຫ້ທາງການແຂວງບໍ່ແກ້ວ ໄດ້ເພີ້ມມາດຕະການເຂັ້ມງວດເຂົ້າໃນການປ້ອງກັນປາບປາມຫລາຍຂຶ້ນຢູ່ໃນເຂດ 39 ບ້ານຂອງເມືອງຕົ້ນເຜິ້ງ ອັນເປັນທີ່ຕັ້ງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທັງຍັງໄດ້ລົງໂທດພະນັກງານລັດ ທີ່ມີສ່ວນພົວພັນໃນອາຊະຍາກຳດັ່ງກ່າວຫຼາຍກວ່າ 100 ຄົນ.

ທັງນີ້ ການຄ້າຢາເສບຕິດຢູ່ຊາຍແດນລາວກັບປະເທດເພື່ອນບ້ານ ໄດ້ຍົກລະດັບເປັນເຄືອຂ່າຍຂະໜາດໃຫຍ່ຂຶ້ນນັບມື້ ໂດຍແກັ່ງໃນລາວ ຮັບຜິດຊອບການຂົນຢາເສບຕິດຈາກເຂດສາມຫຼ່ຽມຄຳ ຜ່ານລາວໄປຈີນ ໄທ ກຳປູເຈຍ ຫວຽດນາມ ແລະອາຊຽນ ສ່ວນຄະນະກຳມະການປ້ອງກັນແລະປາບປາມຢາເສດຕິດແຫ່ງຊາດໄທ ປະເມີນວ່າ ມີການຜະລິດຢາບ້າແ ລະຢາໄອສ໌ ຢູ່ເຂດສາມຫຼ່ຽມຄຳກວ່າ 7,000 ໂຕນຕໍ່ປີ.

XS
SM
MD
LG