ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເດີນເຮືອໃນແມ່ນ້ຳຂອງ ໃນເຂດແຂວງພາກເໜືອຂອງລາວ


ຫາດຊາຍພົ້ນຂຶ້ນມາຈາກແມ່ນ້ຳຂອງ ທີ່ບົກແຫ້ງລົງຫລາຍ, ມີນາ 2010
ຫາດຊາຍພົ້ນຂຶ້ນມາຈາກແມ່ນ້ຳຂອງ ທີ່ບົກແຫ້ງລົງຫລາຍ, ມີນາ 2010

ການເດີນເຮືອໃນແນວແມ່ນ້ຳຂອງໃນເຂດແຂວງພາກເໜືອຂອງລາວກັບຄືນມາເປີດ ໃຫ້ບໍລິການໄດ້ອີກ ຫລັງຈາກທີ່ບໍ່ສາມາດເດີນເຮືອໄດ້ເລີຍໃນຊ່ວງເວລາ ກວ່າ 1 ເດືອນທີ່ຜ່ານມາ ຫາກແຕ່ກໍຍັງຄົງເປັນພຽງເຮືອຂະໜາດບັນທຸກ ນ້ຳໜັກ 200 ຕັນເທົ່ານັ້ນ.

ທ່ານນິກອນ ສັມພັນທະວົງ ປະທານສະມາຄົມເຮືອໂດຍສານ ຢູ່ແຂວງຫລວງພະບາງ ໄດ້ ໃຫ້ການຢືນຢັນວ່າ ການເດີນເຮືອໂດຍສານຂົນສົ່ງສິນຄ້າ ໃນແນວແມ່ນ້ຳຂອງລະວ່າງທ່າ ເຮືອຫລວງພະບາງ ກັບທ່າເຮືອປາກແບ່ງໃນແຂວງອຸດົມໃຊຕໍ່ໄປທີ່ທ່າເຮືອຫ້ວຍຊາຍ ໃນແຂວງບໍ່ແກ້ວ ທາງພາກ ເໜືອຂອງລາວນັ້ນ ສາມາດກັບຄືນມາດຳເນີນການໄດ້ແລ້ວນັບ ຕັ້ງແຕ່ວັນທີ່ 10 ເດືອນເມສາເປັນຕົ້ນມາ ຫລັງຈາກທີ່ຕ້ອງຢຸດການເດີນເຮືອໄປ ຢ່າງສິ້ນເຊີງ ນັບເປັນເວລາກວ່າ 1 ເດືອນ ເພາະລະດັບນ້ຳໃນແນວແມ່ນ້ຳຂອງບົກແຫ້ງລົງຢ່າງ ໜັກໜ່ວງ.

ແຕ່ຢ່າງໃດກໍຕາມລະດັບນ້ຳໃນແນວແມ່ນ້ຳຂອງໃນລະຍະນີ້ກໍຍັງຄົງສາມາດຮອງຮັບໄດ້ສະ ເພາະເຮືອທີ່ມີຂະໜາດບັນທຸກນ້ຳໜັກບໍ່ເກີນ 200 ຕັນເທົ່ານັ້ນ ເພາະວ່າລະດັບນ້ຳທີ່ເປັນ ຢູ່ໃນ ເວລານີ້ຍັງຄົງຕ່ຳເກີນໄປສຳຫລັບການເດີນເຮືອທີ່ມີຂະໜາດບັນທຸກນ້ຳໜັກເກີນກວ່າ 200 ຕັນ ນັ້ນເອງ ໂດຍປັດຈຸບັນນີ້ ມີເຮືອໂດຍສານຂະໜາດນ້ອຍໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ເດີນທາງໄປ ມາລະວ່າງທ່າເຮືອຫລວງພະບາງກັບ ທ່າເຮືອປາກແບ່ງ ແລະທ່າເຮືອຫ້ວຍຊາຍຈຳນວນ ຫລາຍກວ່າ 100 ລຳ ທີ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິແລ້ວ ສ່ວນເຮືອທີ່ມີຂະໜາດ ບັນທຸກນ້ຳ ໜັກລະວ່າງ 150 ຫາ 200 ຕັນ ທີ່ມີຢູ່ຫລາຍກວ່າ 60 ລຳນັ້ນ ກໍຍັງຄົງສາ ມາດແລ່ນໄປໄດ້ຢ່າງຊ້າເທົ່ານັ້ນ ຊຶ່ງດ້ວຍສະພາບການ ດັ່ງກ່າວນີ້ ກໍຍັງຄົງເຮັດໃຫ້ສະພາວະທ່ອງທ່ຽວຢູ່ໃນແຂວງພາກເໜືອຂອງລາວ ໂດຍສະເພາະແມ່ນແຂວງຫລວງພະບາງ ເມືອງມໍລະດົກໂລກນັ້ນ ຍັງຄົງບໍ່ກັບຄືນສູ່ສະພາບການທີ່ເປັນປົກກະຕິແຕ່ຢ່າງໃດ. ແລະ ດ້ວຍສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບໃນທາງລົບຕໍ່ລາຍຮັບຂອງ ພາກທຸລະກິດ ບໍລິການແລະການທ່ອງທ່ຽວໃນແຂວງພາກເໜືອ ແລະແຂວງຫລວງພະບາງຢ່າງໜັກໜ່ວງ ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ພະແນກ ທ່ອງທ່ຽວຂອງແຂວງຫລວງພະບາງໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ

“ເຮືອທີ່ທຳການຂົນສົ່ງພວກນັກທ່ອງທ່ຽວຈາກເມືອງຫ້ວຍຊາຍແຂວງບໍ່ແກ້ວມາເມືອງ ຫລວງພະບາງນີ້ ຖືວ່າປະສົບບັນຫາບໍ່ສາມາດເດີນເຮືອໄດ້ ຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍຂອງບໍລິ ສັດນຳທ່ຽວເພີ່ມສູງຂື້ນ ຈຶ່ງຖືວ່າເປັນສະພາວະທີ່ພວກເຂົາເຈົ້າຕ້ອງປະສົບໄພພໍສົມຄວນ ເພາະວ່າຢູ່ແຂວງຫລວງພະ ບາງ ທີ່ມີບໍລິສັດນຳທ່ຽວບໍລິສັດນຶ່ງທີ່ມີເຮືອສຳລານທີ່ມີຫ້ອງນອນ 18ຫ້ອງຈຳນວນ 2 ລຳທີ່ບໍ່ສາມາດເຄຶ່ອນໄຫວໄດ້ເລີຍໃນລະດູນີ້ ຈຶ່ງເຮັດໃຫ້ ບັນດານັກທ່ອງທ່ຽວພາກັນຍົກເລີກແຜນການທ່ອງທ່ຽວແລ້ວພາກັນໄປໃຊ້ບໍລິການໃນຮູບແບບອື່ນໆ ຊຶ່ງສ້າງຄວາມເສຍຫາຍທາງເສດຖະກິດ ໃຫ້ກັບບໍລິສັດນຳທ່ຽວຫລາຍພໍສົມຄວນ."

ສຳຫລັບໃນໄລຍະທີ່ການເດີນເຮືອຂົນສົ່ງສິນຄ້າແລະໂດຍສານຍັງບໍ່ສາມາດດຳເນີນ ການໄດ້ຢ່າງສິ້ນເຊີງດັ່ງກ່າວນັ້ນ ກໍໄດ້ເປັນຜົນເຮັດໃຫ້ ສະມາ ຊິກຂອງສະມາຄົນເດີນເຮືອລະວ່າງແຂວງບໍ່ແກ້ວກັບແຂວງຫລວງພະບາງ ຕ້ອງຂາດລາຍໄດ້ໂດຍສະເລ່ຍເຖິງ 15 ລ້ານກີບຕໍ່ມື້ ຫລືຫລາຍກວ່າ 450 ລ້ານກີບຕໍ່ເດືອນ.

ຍິ່ງໄປກວ່ານັ້ນ ກໍຍັງມີລາຍງານວ່າສະພາບການດຽວກັນນີ້ໄດ້ເກີດຂື້ນກັບການເດີນເຮືອຂົນ ສົ່ງສິນຄ້າແລະໂດຍສານຈາກມົນທົນຢູນນານ ຂອງ ຈີນລົງມາເຂດສາມຫລ່ຽມຄຳ ຊຶ່ງເປັນເຂດຊາຍແດນໃນແນວແມ່ນ້ຳຂອງລະວ່າງລາວ-ມຽນມາ ແລະໄທອີກດ້ວຍ ໂດຍປາກົດ ວ່າມີເຮືອຂົນສົ່ງ ສິນຄ້າຂະໜາດບັນທຸກນ້ຳໜັກເກີນກວ່າ 200 ຕັນ ຂອງຈີນຈຳນວນ 21 ລຳ ບໍ່ສາມາດລ່ອງລົງມາເຂດສາມຫລ່ຽມຄຳໄດ້ ເນຶ່ອງຈາກຕິດດອນຊາຍ ໃນແນວແມ່ນ້ຳຂອງ ໃນຊ່ວງທີ່ຢູ່ໃນ ເຂດແຂວງຫລວງນ້ຳທານັບແຕ່ທ້າຍເດືອນກຸມພາເປັນຕົ້ນມາ.

ສ່ວນທາງດ້ານກຸ່ມອະນຸລັກສະພາບແວດລ້ອມທຳມະຊາດໃນແມ່ນ້ຳຂອງ ກໍຢືນຢັນວ່າສາ ເຫດທີ່ກໍ່ໃຫ້ເກີດສະພາບການດັ່ງກ່າວນີ້ຂື້ນ ກໍຄືຜົນ ກະທົບຈາກບັນຫາໂລກຮ້ອນທີ່ຖືກສົມ ທົບດ້ວຍໄພແຫ້ງແລ້ງ ແລະການກໍ່ສ້າງເຂື່ອນຂະໜາດໃຫຍ່ເທິງແນວແມ່ນ້ຳຂອງ ໃນເຂດມົນທົນຢູນນານ ຂອງຈີນ ຈຶ່ງເຮັດໃຫ້ຕ້ອງມີການກັກເກັບນ້ຳໄວ້ຫລໍ່ລ້ຽງເຂື່ອນໃນປະລິມານ ຢ່າງຫລວງຫລາຍນັ້ນເອງ.

XS
SM
MD
LG