ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

MRC ເລື່ອນການຕັດສິນໃຈ ກ່ຽວກັບການສ້າງເຂື່ອນ ໄຊຍະບູລີ


ຜູ້ຊາຍຄົນນຶ່ງພວມຂີ່ລົດຖີບ ຜ່ານສຳນັກງານກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ທີ່ນະຄອນຫຼວງ ວຽງຈັນ
ຜູ້ຊາຍຄົນນຶ່ງພວມຂີ່ລົດຖີບ ຜ່ານສຳນັກງານກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ທີ່ນະຄອນຫຼວງ ວຽງຈັນ

ລັດຖະມົນຕີຂອງລັດຖະບານຈາກ 4 ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ໄດ້ຕັດສິນ
ໃຈໃນວັນພະຫັດມື້ນີ້ ເລື່ອນການຕັດສິນໃຈ ກ່ຽວກັບວ່າ ຈະໃຫ້ການສະໜັບສະໜຸນຫຼືບໍ່ຕໍ່
ການສ້າງເຂື່ອນໄຟຟ້າພະລັງນໍ້າໃນເຂດລຸ່ມແມ່ນໍ້າຂອງຢູ່ປະເທດລາວທີ່ເປັນບັນຫາຖົກຖຽງ
ໂຕ້ແຍ້ງນັ້ນ.

ຄະນະກຳມາທິການແມ່ນໍ້າຂອງສາກົນກ່າວລຸນຫຼັງການປະຊຸມທີ່ກຳປູເຈຍໃນວັນພະຫັດມື້ນີ້
ວ່າຍັງມີຄວາມຈຳເປັນທີ່ຈະທຳການສຶກສາເພີ່ມຕື່ມເພື່ອຊັ່ງຊາຕີລາຄາກ່ຽວກັບການພັດທະ ນາແບບຍືນຍົງແລະການຄຸ້ມຄອງເຂື່ອນໄຊຍະບູລີມູນຄ່າ 3 ພັນ 500 ລ້ານໂດລາ.

ລາວຊຶ່ງເປັນປະເທດທີ່ທຸກຍາກທີ່ສຸດປະເທດນຶ່ງໃນໂລກນັ້ນຄາດວ່າຈະໄດ້ຮັບຜົນປະໂຫຍດ
ຢ່າງໃຫຍ່ຫຼວງທາງດ້ານເສດຖະກິດຈາກການຂາຍໄຟຟ້າສ່ວນໃຫຍ່ທີ່ເຂື່ອນດັ່ງກ່າວສາມາດ
ຜະລິດໄດ້ 1,260 ເມກາວັດ ໃຫ້ແກ່ປະເທດໄທ.

ແຕ່ຫວຽດນາມແລະກຳປູເຈຍ ຕະຫຼອດທັງບັນດາກຸ່ມປົກປ້ອງສະພາບແວດລ້ອມມີຄວາມ
ຢ້ານກົວວ່າ ໂຄງການດັ່ງກ່າວອາດຈະລົບກວນຕໍ່ການຂຶ້ນລ່ອງໄປມາຂອງປາຕາມລຳແມ່
ນໍ້າຂອງ ຊຶ່ງຈະມີຜົນກະທົບຕໍ່ປະຊາຊົນ 60 ລ້ານຄົນທີ່ກາງຕໍ່ອາໄສແມ່ນໍ້າຂອງໃນການ
ດຳລົງຊີວິດຂອງພວກເຂົາເຈົ້າ.

ຄະນະກຳມາທິການແມ່ນໍ້າຂອງຊຶ່ງປະກອບດ້ວຍພວກເຈົ້າໜ້າທີ່ຈາກ ສປປ ລາວ ກຳປູເຈຍ
ໄທ ແລະຫວຽດນາມກ່າວວ່າ ຕົນຈະຮ້ອງຂໍໃຫ້ລັດຖະບານຍີ່ປຸ່ນແລະພາຄີນາໆຊາດອື່ນໆ
ທຳການສຶກສາເພີ່ມຕື່ມກ່ຽວກັບຜົນກະທົບຂອງເຂື່ອນດັ່ງກ່າວ.

ລາວ ສາມາດດຳເນີນການຕໍ່ໄປໄດ້ ກ່ຽວກັບໂຄງການສ້າງເຂື່ອນໄຊຍະບູລີ ເຖິງແມ່ນຈະບໍ່
ໄດ້ຮັບການອະນຸມັດຈາກຄະນະກຳມາທິການແມ່ນໍ້າຂອງສາກົນກໍຕາມ.

XS
SM
MD
LG