ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປົກປ້ອງສິ່ງແວດລ້ອມ ປະນາມ ລາຍງານການສຶກສາ ກ່ຽວກັບ ໂຄງການສ້າງເຂື່ອນ ໃນລາວ


ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ
ທີ່ຕັ້ງຢູ່ແຄມຂອງ ໃນນະຄອນຫລວງວຽງຈັນ.
ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ຕັ້ງຢູ່ແຄມຂອງ ໃນນະຄອນຫລວງວຽງຈັນ.


















ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ໃນ​ສະຫະລັດ​ກຸ່ມ​ນຶ່ງ ​ປະນາມ​ລາຍ​ງານ​ສະບັບນຶ່ງ​ທີ່ ສປປ ລາວ​ ວ່າ​ຈ້າງ​ໃຫ້​ເຮັດ​ຂຶ້ນ ຊຶ່ງ​ແນະ​ນໍາ​ໃຫ້​ດໍາ​ເນີນ​ການກໍ່ ສ້າງ​ເຂື່ອນໄຟຟ້າພະລັງ​ນໍ້າ​ໃສ່​ແມ່​ນໍ້າຂອງ​ ທີ່​ໄດ້​ສະ​ເໜີ​ໄປ​ນັ້ນ.

ກຸ່ມ​ປົກ​ປ້ອງແມ່​ນໍ້າ​ສາກົນກ່າວ​ວ່າ ການ​ສຶກສາ​ໂດຍ​ບໍລິສັດ Poyry Energy AG ທີ່​ມີ​ສໍານັກງານຢູ່​ໃນ​ປະ​ເທດ Switzerland ນັ້ນ ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍາມ​ຢ່າງ​ສຸດ​ຂີດ​ຂອງ​ລາວ​ ເພື່ອ​ໃຫ້​ໄດ້​ຮັບ​ການ​ອະນຸມັດ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ ໄທ ຫວຽດນາມ​ແລະ​ກໍາປູ​ເຈຍ​ ໃຫ້​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ​ນັ້ນ.

3 ປະ​ເທດ​ດັ່ງກ່າວ​ແລະ​ລາວ​ ປະກອບ​ເປັນຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ​ສາກົນ ຫລື MRC ທີ່​ໄດ້ວາງ​ຂໍ້​ບັງຄັບຈໍານວນ​ຫລວງຫລາຍສໍາລັບ​ການ​ສ້າງ​ເຂື່ອນ​ແຫ່ງ​ນີ້. ​ແຕ່​ກຸ່ມ​ປົກ​ປ້ອງ​ແມ່​ນໍ້າ​ສາກົນ​ກ່າວ​ວ່າ ລາຍ​ງານ​ຂອງ​ຂອງ​ບໍລິສັດ​ສະ​ວິສດັ່ງ ກ່າວ ບໍ່​ໄດ້​ເວົ້າ​ເຖິງ​ຂໍ້​ບັງຄັບ​ຫລາຍ​ກວ່າ​ສິບ​ຂໍ້ ຮວມທັງ​ຂໍ້​ນຶ່ງ​ທີ່​ກໍານົດໃຫ້ສະໜອງ​ຄວາມ​ປອດ​ໄພແກ່​ການຍົກ ຍ້າຍ​ຖິ່ນຂອງ​ພວກ​ພັນ​ປາ​ທີ່​ສໍາຄັນ​ນາໆຊະນິດ ທີ່ພົບ​ເຫັນ​ໃນ​ລໍາ​ແມ່​ນໍ້າຂອງ​ນັ້ນ.

ທ່ານນາງ Ame Trandem ຫົວໜ້​າໂຄງການປະ​ຈໍາ​ພາກ​ພື້ນ​ຂອງ​ກຸ່ມ​ແມ່​ນໍ້າ​ສາກົນ ​ກ່າວ​ວ່າ ລາຍ​ງານ​ສະ​ບັບນີ້​ຫລີກ​ລ່ຽງວິທະຍາສາດ​ແລະ​ອາ​ໄສ​ກາງ​ຕໍ່​ນໍາ​ການຄາດ​ຄະ​ເນ​ເອົາ.

ລາວ​ໄດ້ຕົກລົງໃນ​ເດືອນ​ເມສາ​ຜ່ານ​ມາ ຕໍ່​ຄໍາຂໍຮ້ອງ​ຈາກ​ເພື່ອນປະ​ເທດ​ສະມາຊິກ​ໃນຄະນະ​ກໍາມາ​ທິການ​ແມ່​ນໍ້າ​ຂອງ​ສາກົນນໍາກັນ​ ທີ່​ຂໍໃຫ້ລາວ​ດໍາ​ເນີນ​ການ​ສຶກສາ​ຕື່ມ​ອີກ​ກ່ຽວ​ກັບ​ຜົນ​ກະທົບ​ຈາກເຂື່ອນ​ທີ່ສະເໜີ​ໄປນີ້.

ລາວ​ຄາດ​ໝາຍວ່າຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ​ຢ່າງ​ຫລວງຫລາຍ​ຈາກ​ການ​ຂາຍ​ກະ​ແສ​ໄຟຟ້າ​ສ່ວນ​ໃຫຍ່​ຂອງ​ຈໍານວນ 1260 ກິ​ໂລ​ວັດ​ທີ່ຈະ​ຜະລິດຈາກ​ເຂື່ອນ​ແຫ່ງ​ນີ້​ໃຫ້​ໄທ. ​ແຕ່​ຫວຽດນາມ​ແລະ​ກໍາປູ​ເຈຍພ້ອມ​ທັງ​ພວກ​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ ພາກັນ​ຢ້ານວ່າ​ ໂຄງການ​ນີ້ຈະ​ທໍາລາຍ​ການ​ຍົກຍ້າຍ​ຂອງ​ພວກ​ປາ ຊຶ່ງ​ຈະມີ​ຜົນ​ກະທົບ​ຕໍ່​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈໍານວນ 60 ລ້ານ​ຄົນ ​ທີ່​ອາ​ໄສ​ແມ່​ນໍ້າຂອງເພື່ອ​ທໍາ​ມາ​ຫາ​ລ້ຽງ​ຊີບ​ນັ້ນ.

ຄາດ​ວ່າ​ຄະນະ​ກໍາມາ​ທິການ​ MRC ຈະ​ທໍາ​ການ​ຕັດສິນໃຈ​ຂັ້ນ​ສຸດ​ທ້າຍ ກ່ຽວ​ກັບ​ວ່າ​ຈະ​ໃຫ້ການ​ອະນຸມັດ​ຫລື​ບໍ່​ ຕໍ່​ໂຄງການ​ສ້າງ​ເຂື່ອນດັ່ງກ່າວ​ໃນ​ກອງປະຊຸມ​ທີ່​ຈະ​ມີ​ຂຶ້ນ​ໃນ​ຕົ້ນ​ເດືອນ​ໜ້າ​ທີ່​ກໍາປູ​ເຈຍ​ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ລາວ​ສາມາດ​ດໍາ​ເນີນ​ການ​ກໍ່ສ້າງ​ໄດ້ ​ເຖິງ​ແມ່ນ​ຄະນະ​ກໍາມາ​ທິການ​ດັ່ງກ່າວ​ ບໍ່ໃຫ້ການ​ອະນຸມັດ​ກໍ​ຕາມ​.

XS
SM
MD
LG