ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສ​ປ​ປ ລາວ ຕິດ​ອັນ​ດັບ​ທີ 159 ຂອງ​ດັດ​ຊະ​ນີ​ປະ​ຊາ​ທິ​ປະ​ໄຕ ໃນ​ປີນີ້


​ແຜນ​ທີ່​ປະ​ເທດ​ລາວ
​ແຜນ​ທີ່​ປະ​ເທດ​ລາວ

ສ​ປ​ປ ລາວ ແມ່ນ​ຕິດ​ອັນ​ດັບ​ທີ 159 ໃນດັດ​ຊະ​ນີ​ປະ​ຊາ​ທິ​ປະ​ໄຕ ທີ່ຫາ​ກໍ​ອອກ​ເມື່ອ​ໄວໆ​ມານີ້. ທ່ານ​ວັນ​ລັງ ຄຳ​ສຸກ ປະ​ທານ​ອົງ​ການ​ພັນ​ທະ​ມິດ​ເພື່ອ​ປະ​ຊາ​ທິ​ປະ​ໄຕໃນ​ລາວ ​ຈາກ​ອາ​ເມ​ຣິ​ກາ ​ກ່າວກ່ຽວ​ກັບ​ເລື້ອງນີ້ວ່າ:

ລິງໂດຍກົງ

“ລາຍ​ງານ​ໃໝ່​ນີ້​ແຈ້ງ​ໃຫ້​ຊາບ​ວ່າ ສ​ປ​ປ ລາວ ຕົກ​ຢູ່​ໃນ​ອັນ​ດັບ​ທີ 159 ຂອງ​ຈຳ​ນວນ​ທັງ​ໝົດ 177 ປະ​ເທດ ຊຶ່ງ​ນັບ​ວ່າ​ຂີ້​ຮ້າຍ​ຫຼາຍ.”

ການ​ຊັ່ງ​ຊາດັ່ງ​ກ່າວ ແມ່ນ​ມາ​ຈາກ​ຫ້າ​ດ້ານ​ດ້ວຍ​ກັນຮວມ​ທັງ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ ​ແລະ​ການ​ມີ​ຫຼາຍ​ພັກ​ຝ່າຍເຂົ້າ​ຮ່ວມ ໜ້າ​ທີ່​ວຽກ​ການ​ຂອງ​ລັດ​ຖະ​ບານ ການ​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ທາງ​ດ້ານ​ການ​ເມືອງ ສິດ​ເສ​ລີ​ພ​າບ ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພົນ​ລະ​ເຮືອນ.

ປະ​ເທດ​ທີ່​ໄດ້​ຄະ​ແນນ​ດີ​ສຸດ​ກໍ​ແມ່ນ​ນໍ​ເວ ຕິດ​ຕາມ​ດ້ວຍ​ນິວ​ຊີ​ແລນ ຟິນ​ແລນ ສະ​ວີ​ເດັນ​ແລະ​ໄອ​ຊ໌​ແລນ. ສຳ​ລັບກຸ່ມ​ປະ​ເທດ​ທີ່​ໄດ້​ຄະ​ແນນ​ລາກ​ທ້າຍ​ໝູ່ ​ກໍ​ມີຊີ​ເຣຍ ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ສປ​ປ ​ຄອງ​ໂກ ເກົາ​ຫຼີ​ເໜືອ ມຽນ​ມາ ແລະ​ອັ​ຟ​ກາ​ນິ​ສ​ຖານ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຕາ​ລີ​ບານ.

XS
SM
MD
LG