ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາແຫ່ງຊາດລາວ ໄຂ ກອງປະຊຸມ ສະໄໝສາມັນ ຄັ້ງທີ່ 10


ກອງປະຊຸມສະໄໝສາມັນຄັ້ງທີ່ 10 ຂອງສະພາແຫ່ງຊາດລາວຊຸດທີ 6 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 4 ທັນວານີ້.
ກອງປະຊຸມສະໄໝສາມັນຄັ້ງທີ່ 10 ຂອງສະພາແຫ່ງຊາດລາວຊຸດທີ 6 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 4 ທັນວານີ້.

ສະພາແຫ່ງຊາດລາວ ຊຸດທີ 6 ເປີດກອງປະຊຸມສະໄໝສາມັນຄັ້ງທີ່ 10 ໂດຍມີເປົ້າໝາຍ ເພື່ອພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 4 ສະບັບ ຊຶ່ງຮວມເຖິງກົດໝາຍວ່າດ້ວຍ ການເລືອກຕັ້ງເອົາສະມາຊິກສະພາຊຸດໃໝ່ດ້ວຍ.

ກອງປະຊຸມສະໄໝສາມັນຄັ້ງທີ່ 10 ຂອງສະພາແຫ່ງຊາດລາວຊຸດທີ່ 6 ໄດ້ເລີ່ມຂຶ້ນຢ່າງເປັນ
ທາງການໃນຕອນເຊົ້າຂອງວັນທີ່ 4 ເດືອນທັນວານີ້ ພາຍໃຕ້ການເປັນປະທານຂອງທ່ານ
ທອງສິງ ທໍາມະວົງ. ກອງປະຊຸມຄັ້ງນີ້ຖືເປັນຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຊຸດທີ່ 6
ເພາະສະນັ້ນ ຈຶ່ງເຮັດໃຫ້ຕ້ອງມີການພິຈາລະນາ ເພື່ອຮັບຮອງເອົາບັນດາກົດໝາຍ ແຜນ
ການ ແລະເອກະສານສໍາຄັນຕ່າງໆໃນຫລາຍດ້ານດ້ວຍກັນ.

ທັງນີ້ໂດຍບໍ່ວ່າຈະເປັນການພິຈາລະນາເພື່ອຮັບຮອງເອົາຮ່າງກົດໝາຍໃໝ່ຫລືກົດໝາຍເກົ່າ
ທີ່ດັດແກ້ໃໝ່ ແຜນການພັດທະນາທາງເສດຖະກິດແລະສັງຄົມແຫ່ງຊາດໃນໄລຍະໃໝ່ ຜົນ ສະຫລຸບກ່ຽວກັບການກວດກາການປະຕິບັດແຜນການງົບປະມານລາຍວັນ-ລາຍຈ່າຍ ຜົນ
ການປະຕິບັດງານຂອງສະພາແຫ່ງຊາດລາວໃນໄລຍະ 5 ປີທີ່ຜ່ານມາ ແລະແຜນການປະຕິ
ບັດງານໃນໄລຍະ 5 ປີຕໍ່ໜ້າ ຊຶ່ງລວມໄປເຖິງການຕຽມການເພື່ອຮອງຮັບການຈັດການ
ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ດ້ວຍ. ດັ່ງທີ່ທ່ານທອງເຕິນ ໄຊຍະເສນ ຫົວໜ້າ
ຫ້ອງການວ່າການແລະຄະນະປະຈໍາສະພາແຫ່ງຊາດລາວໄດ້ໃຫ້ການຊີ້ແຈງກ່ຽວກັບວາລະທີ່
ສໍາຄັນຂອງກອງປະຊຸມຄັ້ງນີ້ ໃນຕອນນຶ່ງວ່າ:

“ກອງປະຊຸມຈະໄດ້ພິຈາລະນາ ຮັບຮອງເອົາຮ່າງກົດໝາຍຈໍານວນ 4 ສະບັບ
ພິຈາລະນາຮ່າງບົດລາຍງານ ທີ່ກ່ຽວກັບການກວດສອບງົບປະມານແຫ່ງລັດ
ປະຈໍາສົກປີ 2009-2010 ພິຈາລະນາບົດສະຫລູບທີ່ກ່ຽວກັບການເຄື່ອນໄຫວ
ຕະຫລອດອາຍຸຂອງສະພາແຫ່ງຊາດຊຸດທີ່ 6 ແລະທິດທາງແຜນການໃນຕໍ່ໜ້າ
ປະກອບຄວາມເຫັນ ໃສ່ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ
ຄັ້ງທີ່ 7 ແລະແຜນການແມ່ບົດການຈັດສັນ ຄຸ້ມຄອງການນໍາໃຊ້ທີ່ດິນ ແລະນະ
ໂຍບາຍທີ່ດິນແຫ່ງຊາດ.”

ສະພາແຫ່ງຊາດລາວຊຸດທີ 6 ປະກອບດ້ວຍສະມາຊິກຈໍານວນທັງໝົດ 115 ຄົນ ຊຶ່ງມາ
ຈາກການເລືອກຕັ້ງໂດຍປະຊາຊົນລາວໃນທົ່ວປະເທດ ເມື່ອຕົ້ນປີ 2006 ດ້ວຍອັດຕາ
ສ່ວນລະຫວ່າງສະມາຊິກສະພາແຫ່ງຊາດ 1 ຄົນ ຕໍ່ປະຊາກອນລາວທຸກໆ 5 ໝື່ນຄົນ
ເພາະສະນັ້ນ ເນື່ອງຈາກວ່າປະຊາກອນລາວໄດ້ເພີ່ມຈໍານວນຈາກ 5.7 ລ້ານຄົນເມື່ອ 5
ປີກ່ອນ ຂຶ້ນມາເປັນ 6.3 ລ້ານຄົນໃນປັດຈຸບັນນີ້ ຈຶ່ງຄາດໝາຍວ່າສະພາແຫ່ງຊາດລາວ
ຊຸດໃໝ່ ກໍຄືຊຸດທີ່ 7 ນັ້ນຈະມີສະມາຊິກຈໍານວນບໍ່ໜ້ອຍກວ່າ 125 ຄົນ ທັງນີ້ໂດຍອິງ
ຕາມກົດໝາຍວ່າດ້ວຍການເລືອກຕັ້ງສະບັບປັດຈຸບັນຂອງລາວ ທີ່ກໍານົດວ່າປະຊາຊົນລາວ
ບັນດາເຜົ່າທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ຍ່ອມມີສິດລົງຄະແນນສຽງເລືອກຕັ້ງໄດ້. ສ່ວນຜູ້
ທີ່ມີອາຍຸຕັ້ງແຕ່ 21 ປີຂຶ້ນໄປ ກໍມີສິດທີ່ຈະສະໝັກແຂ່ງຂັນເພື່ອຮັບເລືອກຕັ້ງເປັນສະມາຊິກ
ສະພາແຫ່ງຊາດໄດ້ຕາມທີ່ກົດໝາຍກໍານົດ ຊຶ່ງກໍຄືຈະຕ້ອງຖືກຮັບຮອງໂດຍພັກຫລືອົງການ
ຈັດຕັ້ງຂອງພັກເສຍກ່ອນ ຈຶ່ງຈະສາມາດລົງສະໝັກແຂ່ງຂັນໃນການເລືອກຕັ້ງໄດ້. ສ່ວນປະ
ຊາຊົນລາວທຸກຄົນທີ່ອາຍຸເຖິງເກນ ກໍມີໜ້າທີ່ທີ່ຈະຕ້ອງໄປລົງຄະແນນສຽງໃນການເລືອກ ຕັ້ງອີກດ້ວຍ.

ສະພາແຫ່ງຊາດລາວມີໜ້າທີ່ໃນດ້ານນິຕິບັນຢັດ ໂດຍມາຮອດປັດຈຸບັນນີ້ ກໍປາກົດວ່າໄດ້ມີ
ການຜ່ານຮ່າງກົດໝາຍອອກມາບັງຄັບໃຊ້ແລ້ວຈໍານວນທັງໝົດ 91 ສະບັບ ຊຶ່ງລວມເຖິງ
ກົດໝາຍລັດຖະທໍາມະນູນດ້ວຍ. ນອກຈາກນີ້ ສະພາແຫ່ງຊາດລາວກໍຍັງມີໜ້າທີ່ໃນການ
ເລືອກຕັ້ງເອົາປະທານປະເທດ ນາຍົກລັດຖະມົນຕີ ຄະນະລັດຖະບານ ປະທານສານປະຊາ
ຊົນສູງສຸດ ປະທານໄອຍະການສານປະຊາຊົນສູງສຸດ ຮັບຮອງແຜນການພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ ແຜນການງົບປະມານລາຍຮັບ-ລາຍຈ່າຍຂອງລັດຖະບານ ແລະການ
ໃຫ້ສັດຕະຍາບັນ ເພື່ອຮັບຮອງເອົາສົນທິສັນຍາຕ່າງໆເປັນຕົ້ນ.

XS
SM
MD
LG