ລັດຖະບານລາວໄດ້ເອົາບາດກ້າວທີ່ບໍ່ມີປະເທດໃດເອົາມາກ່ອນ ເພື່ອໃຫ້ບັນລຸ
ຄວາມໄຝ່ຝັນ ໃນການທີ່ຈະຫຼຸດພົ້ນຈາກສະຖານະພາບ ປະເທດດ້ອຍພັດທະນາ
ຫຼື LDC ພາຍໃນປີ 2020 ອີງຕາມລາຍງານຂອງຕາໜ່າງຂ່າວ IRIN.
ອີງຕາມອົງການສະຫະປະຊາຊາດແລ້ວ ບັນດາປະເທດດ້ອຍພັດທະນາ ແມ່ນ
ພາກສ່ວນ ທີ່ທຸກຍາກທີ່ສຸດແລະກໍອ່ອນແອທີ່ສຸດຂອງປະຊາຄົມນາໆຊາດ ແລະ
ປະກອບດ້ວຍ ປະຊາກອນຫຼາຍກວ່າ 880 ລ້ານຄົນ ແຕ່ມີລາຍໄດ້ໜ້ອຍກວ່າ
2% ຂອງຍອດຜະລິດຮວມຫຼືຈີດີພີຂອງໂລກ ແລະມີການຄ້າປະມານ 1%.
ລາຍງານເວົ້າວ່າ ທ່ານ Philippe Hein ສະມາຊິກຄະນະກຳມະການກຳກັບນຳ
ນະໂຍ ບາຍຍການພັດທະນາຂອງສະຫະປະຊາຊາດ ທີ່ເປັນຜູ້ທົບທວນເບິ່ງກຸ່ມ
ປະເທດທີ່ມີສະ ຖານະພາບດ້ອຍພັດທະນາກ່າວວ່າ ນີ້ແມ່ນບໍ່ເຄີຍມີມາກ່ອນ ໂດຍ
ເວົ້າຕື່ມວ່າ ປະສົບພະ ການຂອງພວກເຮົາກໍຄື ບັນດາປະເທດທີ່ຖືກລະບຸວ່າມີ
ທາງເປັນໄປໄດ້ທີ່ຈະຫຼຸດພົ້ນຈາກ ຖານະປະເທດດ້ອຍພັດທະນານັ້ນ ໄດ້ຕ້ານຢັນ
ການເອົາບາດກ້າວດັ່ງກ່າວນີ້.
ທ່ານ Hein ເວົ້າວ່ຕື່ມາ ຄວາມວິຕົກກັງວົນທີ່ສຳຄັນສຳຫຼັບປະເທດຕ່າງໆທີ່ຈະ
ຫຼຸດພົ້ນ ຈາກສະຖານະພາບປະເທດດ້ອຍພັດທະນາກໍຄື ຄວາມເປັນໄປໄດ້ໃນການ
ໄດ້ຮັບຄວາມຊ່ອຍເຫຼືອຈາກຕ່າງປະເທດສຳຫຼັບການພັດທະນາຫຼື ODA ແລະສິດ
ພິເສດທາງດ້ານການຄ້າ ໜ້ອຍລົງ. ໃນປີ 2010 ລາວໄດ້ຮັບການຊ່ອຍເຫຼືອຈາກ
ຕ່າງປະເທດເປັນມູນຄ່າ 413 ລ້ານ 7 ແສນ 9 ໝື່ນໂດລາ ອີງຕາມລາຍງານຂອງ
ອົງການ OECD.
ນຶ່ງສ່ວນສີ່ຂອງງົບປະມານຈຳນວນ 15 ພັນລ້ານຂອງແຜນການພັດທະນາຂອງ
ລັດຖະ ບານລາວ ແຕ່ປີ 2011 ຫາ 2015 ແມ່ນໄດ້ຮັບການຊ່ອຍເຫຼືອຈາກຕ່າງ
ປະເທດແລະພາຄີ ໃນການພັດທະນາອື່ນໆ.
ເພື່ອຊ່ອຍລາວໃນການປັບໂຕທີ່ວ່ານີ້ ທາງສະມັດຊາໃຫຍ່ອົງການສະຫະປະຊາຊາດ
ໄດ້ ນຳສະເໜີໄລຍະຂ້າມຜ່ານເປັນເວລາ 3 ປີໃນປີ 2004.
ທ່ານ Mihn Pham ຜູ້ປະສານງານຂອງອົງການສະຫະປະຊາຊາດ ພ້ອມທັງເປັນຜູ້
ຕາງໜ້າຂອງອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວນຳນັ້ນ ກ່າວ
ວ່າ ຄວາມຈິງທີ່ວ່າລາວທັງໄດ້ອາສາສະມັກທີ່ຈະເອົາບາດກ້າວເພື່ອໃຫ້ຕົນເອງຫຼຸດ
ພົ້ນຈາກສະຖານະພາບ LDC ແລະຕັ້ງກຳນົດໄວ້ຢ່າງຄັກແນ່ໃນເລື່ອງນີ້ ແມ່ນເນັ້ນ
ໃຫ້ເຫັນເຖິງຄວາມໄຝ່ຝັນຂອງລາວ ທີ່ຢາກຈະກາຍເປັນປະເທດທີ່ມີລາຍໄດ້ປານກາງ.
ພວກນັກຊ່ຽວຊານເວົ້າວ່າ ແຕ່ການກະທຳດັ່ງກ່າວຈະພິສູດໃຫ້ເຫັນວ່າເປັນບັນຫາ
ທ້າທາຍຢ່າງໃຫຍ່. ທະນາຄານໂລກໃຫ້ຂໍ້ສັງເກດວ່າ 27.6% ຂອງປະຊາຊົນລາວຈຳ
ນວນ 6 ລ້ານ 5 ແສນຄົນ ແມ່ນດຳລົງຊີວິດຕໍ່າກວ່າລະດັບກຳນົດຄວາມທຸກຍາກ.