ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳລາວວ່າພະນັກງານພັກລັດ ຈຳນວນຫລາຍຂາດປະສິດ ທິພາບ


ທ່ານຈູມມະລີ ໄຊຍະສອນ ປະທານ ສປປ ລາວ ມອບໄບຍ້ອງຍໍຊົມເຊີຍ ໃຫ້ຄະນະນຳພາກອງທັບ
ທ່ານຈູມມະລີ ໄຊຍະສອນ ປະທານ ສປປ ລາວ ມອບໄບຍ້ອງຍໍຊົມເຊີຍ ໃຫ້ຄະນະນຳພາກອງທັບ

.

ຜູ້ນຳສູງສຸດຂອງລາວເນັ້ນຍ້ຳວ່າ ພະນັກງານຂອງພັກແລະລັດຖະບານລາວຈຳນວນບໍ່ໜ້ອຍ ຍັງມີປະສິດທິພາບຕ່ຳໃນການປະຕິບັດ ໜ້າທີ່ຮັບຜິດ ຊອບ ຫາກແຕ່ໃນຂະນະດຽວກັນ ກໍຢືນຢັນວ່າ ການນຳພາຂອງພັກດຽວໄດ້ເຮັດໃຫ້ປະເທດລາວມີການພັດທະນາຫລາຍຂື້ນໃນທຸກໆດ້ານ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວແລະເລຂາທິການໃຫຍ່ພັກປະຊາຊົນປະຕິວັດ ລາວ ໄດ້ຖະແຫລງເນັ້ນຍ້ຳຕໍ່ບັນດາສະມາຊິກພັກ ແລະລັດຖະບານລາວ ທັງຈາກຂັ້ນສູນກາງແລະ ຂັ້ນແຂວງຈາກທົ່ວປະເທດລາວ ເມື່ອບໍ່ນານມານີ້ວ່າ ມີພະນັກງານຂອງພັກແລະລັດຖະບານ ຈຳ ນວນບໍ່ໜ້ອຍທີ່ຍັງປະຕິບັດໜ້າທີ່ໃນຄວາມຮັບຜິດຊອບ ຫລືວຽກງານທີ່ໄດ້ຮັບມອບໝາຍໄດ້ຢ່າງມີ ປະສິດທິຜົນຕ່ຳ ໂດຍເຖິງແມ່ນວ່າບັນດາ ພະນັກງານເຫລົ່ານີ້ຈະມີຄວາມເຂົ້າໃຈແລະກຳແໜ້ນໃນ ທິດທາງ ແລະແນວນະໂຍບາຍທີ່ພັກແລະລັດຖະບານລາວໄດ້ວາງອອກເປັນຢ່າງດີກໍຕາມ ຫາກ ແຕ່ກໍປາກົດວ່າໄດ້ມີການຂາດການຜັນຂະຫຍາຍໄປສູ່ການປະຕິວັດວຽກງານຕ່າງໆຢ່າງເປັນຮູບປະທຳ. ສ່ວນໃນຫລາຍໆກໍລະນີ ທີ່ໄດ້ມີ ການປະຕິບັດທີ່ຮູບປະທຳແລ້ວນັ້ນ ກັບປາກົດວ່າຂາດການ ເສີມຂະຫຍາຍໄປສູ່ການປະຕິບັດທີ່ກວ້າງຂວາງຂື້ນ ເນຶ່ອງຈາກວ່າພະນັກງານ ຂອງ ພັກແລະລັດ ຖະບານລາວຈຳນວນບໍ່ໜ້ອຍດັ່ງກ່າວນັ້ນ ຕ່າງກໍບໍ່ໄດ້ເອົາໃຈໃສ່ຕໍ່ການນຳພາເພື່ອດຶງເອົາການມີ ສ່ວນຮ່ວມ ຈາກປະຊາຊົນລາວບັນດາ ເຜົ່ານັ້ນເອງ ດັ່ງທີ່ທ່ານຈູມມະລີ ໄດ້ເນັ້ນຍ້ຳໃນຕອນນຶ່ງວ່າ:

“ມີບາງແຂວງບໍ່ຈັດຕັ້ງປະຕິບັດ ຮູ້ຢູ່ວ່າໄດ້ຜົນແຕ່ບໍ່ຊີ້ນຳ ບໍ່ຈັດຕັ້ງປະຕິບັດ ບໍ່ນຳພາປະຊາຊົນ ເຮັດດັ່ງນັ້ນຈຶ່ງເວົ້າວ່າເປັນບັນຫາຊຸກຍູ້ທີ່ ເອີ້ນວ່າມີຂະບວນການແຕ່ຂາດການເສີມສ້າງໃຫ້ຂະບວນ ການຂະຫຍາຍຕົວອອກຢ່າງກວ້າງຂວາງວ່ອງໄວ ອັນນີ້ໃນການຊີ້ນຳ ນຳພາຂອງ ຂົງເຂດແຂ່ງຂັນ ຍ້ອງຍໍເຂົ້າໃສ່ການຈັດຕັ້ງປະຕິບັດແນວທາງຂອງພວກເຮົາຕົວຈິງນີ້ ຈຶ່ງມີບາງດ້ານທີ່ຮູ້ວ່າມັນຖືກ ທິດແຕ່ກໍໄປຊ້າ”

ແຕ່ຢ່າງໃດກໍຕາມ ທ່ານຈູມມະລີ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ການນຳພາອັນສະຫລາດສ່ອງ ໃສຂອງພັກດຽວຕະຫລອດໄລຍະເກືອບ 35 ປີມານີ້ ໄດ້ເຮັດໃຫ້ການພັດທະນາຂອງລາວ ມີອັນປະສົບຜົນສຳເຫລັດໃນຫລາຍໆດ້ານ ໂດຍທີ່ສຳຄັນກໍຄືການພັດທະນາທາງເສດຖະກິດ-ສັງຄົມ ໃນຕະຫລອດໄລຍະທີ່ຜ່ານມາ ກໍໄດ້ເຮັດໃຫ້ຊີວິດຄວາມເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ ຮັບການຍົກລະດັບໃຫ້ດີຂື້ນຢ່າງຕໍ່ເນຶ່ອງ. ສຳລັບເປົ້າໝາຍສຳຄັນຂອງພັກກໍຍັງຄົງຢືນຢັດໃນ ແນວທາງ ທີ່ຈະເຮັດໃຫ້ປະຊາຊົນລາວຫລຸດພົ້ນຈາກຄວາມຍາກຈົນໃຫ້ໄດ້ພາຍໃນປີ 2015 ແລະນຳພາປະເທດຊາດໃຫ້ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ພາຍໃນປີ 2020 ເພື່ອເປັນພື້ນຖານຮອງຮັບການພັດທະນາລາວ ໃຫ້ເປັນປະເທດອຸດສາຫະກຳທັນສະໄໝໃນອະນາ ຄົດ.

ທ່ານຈູມມະລີ ໄດ້ຖະແຫລງເນັ້ນຍ້ຳດ້ວຍວ່າ ການພັດທະນາທາງເສດຖະກິດພາຍໃຕ້ນະໂຍບາຍ ປ່ຽນແປງໃໝ່ຂອງພັກໃນໄລຍະ 20 ກວ່າປີມານີ້ ໄດ້ເປັນຜົນເຮັດໃຫ້ເສດຖະກິດມີການຂະຫຍາຍ ຕົວເພີ່ມຂື້ນຢ່າງຕໍ່ເນຶ່ອງໃນອັດຕາສະເລ່ຍບໍ່ຫລຸດ 5 ເປີເຊັນ ໃນແຕ່ລະປີ ຊຶ່ງກໍເປັນຜົນເຮັດໃຫ້ ຍອດຜະລິດຕະພັນລວມພາຍໃນປະເທດ ຫລືມູນຄ່າ GDP ສາມາດຄິດສະເລ່ຍເປັນລາຍຮັບຂອງ ປະຊາຊົນລາວໄດ້ເພີ່ມຂື້ນຈາກ 85 ໂດລາຕໍ່ຄົນ ໃນປີ 1975 ເປັນຫລາຍກວ່າ 900 ໂດລາຕໍ່ຄົນ ໃນປັດຈຸບັນ. ຍິ່ງໄປກວ່ານັ້ນ ສຳລັບແຜນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດໃນ ລະຍະ 5 ປີຂ້າງໜ້າ ກໍຄືຈາກປີ 2011 ຫາປີ 2015 ນັ້ນ ຜູ້ນຳພັກຂອງລາວກໍຍັງເຊື່ອໝັ້ນວ່າ ລາຍໄດ້ໂດຍສະເລ່ຍຂອງປະຊາຊົນລາວ ຈະເພີ່ມ ຂື້ນເປັນເຖິງ 1,700 ໂດລາຕໍ່ຄົນຕໍ່ປີພາຍໃນປີ 2015 ອີກດ້ວຍ ທັງນີ້ໂດຍຈະດຳເນີນການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວເພີ່ມຂື້ນ ບໍ່ຫລຸດ 8 ເປີເຊັນ ໃນແຕ່ລະປີ ຊຶ່ງໃນຂະນະນີ້ຈະເປັນການຂະຫຍາຍ​ໂຕຂອງພາກກະສິກຳ ບໍ່ຕ່ຳກວ່າ 3 ເປີເຊັນ ພາກອຸດສາຫະກຳ 15 ເປີເຊັນ ພາກບໍລິການ 6.5 ເປີເຊັນ ແລະຄວບຄຸມ ອັດຕາເງິນເຟີ້ ໃຫ້ຕ່ຳກວ່າອັດຕາການຂະຫຍາຍຕົວທາງເສດຖະກິດໃນແຕ່ລະປີ. ສ່ວນໃນດ້ານ ສັງຄົມນັ້ນ ກໍຈະລົດບັນຫາຄວາມຍາກຈົນຂອງປະຊາຊົນລົງໃຫ້ເຫລືອບໍ່ເກີນ 14 ເປີ ເຊັນຂອງ ຈຳນວນປະຊາກອນລາວທັງໝົດພາຍໃນປີ 2015 ແລະຈະຂະຫຍາຍໂອກາດທາງການ ສຶກສາ ເພື່ອເຮັດໃຫ້ເຍົາວະຊົນລາວມີໂອກາດໄດ້ຮຽນຈົນຈົບຊັ້ນປະຖົມສຶກສາ ບໍ່ໜ້ອຍກວ່າ 95 ເປີເຊັນ ແລະຈະຂະຫຍາຍຕາໜ່າງການບໍລິການດ້ານສາທາລະນະສຸກ ເພື່ອຫລຸດ​ອັດຕາການເສຍຊີວິດ ຂອງເດັກນ້ອຍທີ່ມີອາຍຸຕ່ຳກວ່າ 1 ປີ ລົງສູ່ລະດັບ ບໍ່ເກີນ 49 ຄົນຕໍ່ທຸກໆ 1,000 ຄົນໃນແຕ່ລະປີອີກດ້ວຍ.

XS
SM
MD
LG