ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳລາວຍອມຮັບວ່າ ສັກກະຍາພາບໃນການຜະລິດ ເຂົ້າຂອງລາວຍັງຕ່ຳຢູ່


ຊາວນາ ກຳລັງປູກເຂົ້າ
ຊາວນາ ກຳລັງປູກເຂົ້າ

ປະທານປະເທດລາວຍອມຮັບວ່າ ລະດັບປະສິດທິພາບໃນການຜະລິດເຂົ້າ ໃນລາວ ຍັງຕ່ຳຫລາຍເມື່ອທຽບກັບປະເທດເພື່ອນບ້ານໃນຂະນະທີ່ລະບົບຊົນລະປະທານກໍຍັງ ຄົງສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໄດ້ຢ່າງຈຳກັດ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ຖະແຫລງຍອມຮັບວ່າ ພາກການຜະລິດທີ່ຈະຕ້ອງໄດ້ ຮັບການພັທະນາ ເພື່ອຍົກລະດັບປະສິດ ທິພາບໃນການຜະລິດໃຫ້ສູງຂື້ນ ຢ່າງຮີບດ່ວນທີ່ສຸດໃນລາວ ກໍຄືການຜະລິດໃນພາກການກະເສດ ຊຶ່ງຖືວ່າເປັນພາກຜະລິດທີ່ສຳຄັນທີ່ສຸດຂອງລາວ ໃນປັດຈຸບັນ ເນຶ່ອງຈາກວ່າພາກການຜະລິດດັ່ງກ່າວນີ້ ມີຄວາມສຳຄັນທັງ ໃນດ້ານການຕອບສະໜອງຄວາມຕ້ອງການບໍລິໂພກພາຍໃນປະເທດ ໃຫ້ໄດ້ຢ່າງພຽງພໍ ແລະໃນດ້ານການຜະລິດເປັນສິນຄ້າ ເພື່ອການສົ່ງອອກໄປຕ່າງ ປະເທດໃຫ້ຫລາຍຂື້ນເລື້ອຍໆອີກດ້ວຍ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບໃນເວລານີ້ ລາວກຳລັງປະເຊີນກັບໄພແຫ້ງແລ້ວຢ່າງໜັກໜ່ວງ ໂດຍ ສະເພາະໃນແນວແມ່ນ້ຳຂອງ ແລະບັນດາ ແມ່ນ້ຳສາຂາຂອງແມ່ນ້ຳຂອງໃນລາວ ກໍບົກແຫ້ງລົງຫລາຍ ກວ່າປົກກະຕິທຸກໆປີດ້ວຍແລ້ວ ກໍຍິ່ງເປັນສະຖານະການ ທີ່ຊ້ຳ ຕື່ມໃຫ້ບັນຫາໄພແຫ້ງ ແລ້ງມີຄວາມຮ້າຍ ແຮງຫລາຍຂື້ນຕື່ມອີກດ້ວຍ.

ສ່ວນລະບົບຄອງຊົນລະປະທານໃນທົ່ວປະເທດລາວ ກໍສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດ ໃນຊ່ວງລະດູແລ້ງ ໂດຍສະເພາະ ແມ່ນການຕອບສະໜອງນ້ຳໃຫ້ກັບພື້ນທີ່ ປູກເຂົ້ານາແຊງໃນທົ່ວປະເທດ ໄດ້ພຽງແຕ່ບໍ່ເກີນ 1 ແສນເຮັກຕ້າເທົ່ານັ້ນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ທາງ ການລາວເຊື້ອໝັ້ນວ່າ ຜົນຜະລິດ ເຂົ້ານາແຊງຂອງກະເສດຕະກອນລາວໃນປີນີ້ ຈະລົດລົງຈາກໄລຍະດຽວກັນຂອງປີຜ່ານມານີ້ຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ສຳຫລັບໃນໄລຍະທາງການລາວກໍແກ້ໄຂບັນຫາດັ່ງກ່າວນີ້ ດ້ວຍການກໍ່ສ້າງແລະຂະ ຫຍາຍລະບົບຄອງຊົນລະປະທານ ໃຫ້ສາມາດຕອບສະໜອງນ້ຳໃຫ້ກັບພື້ນທີ່ການກະເສດໃຫ້ໄດ້ ຢ່າງ ກວ້າງຂວາງຫລາຍຂື້ນໃນທົ່ວປະເທດ ໂດຍທາງການກະຊວງກະສິກຳແລະ ປ່າໄມ້ຂອງລາວ ໄດ້ວາງແຜນ ການເປົ້າໝາຍ ໃນການພັດທະນາລະບົບຄອງຊົນລະປະທານອອກເປັນສອງໄລຍະດ້ວຍກັນ ຄືໄລຍະຈາກ ປີ 2010-2015 ແລະຈາກປີ 2016-2020 ຊຶ່ງສຳຫລັບເປົ້າໝາຍຈົນເຖິງປີ 2015 ກໍຄືການຂະຫຍາຍ ລະບົບຄອງຊົນລະປະທານ ທີ່ສາມາດ ຕອບສະໜອງໃຫ້ກັບພື້ນທີ່ການກະເສດ ໃຫ້ໄດ້ 350,000 ເຮັກຕ້າ ໃນຊ່ວງລະດູແລ້ງ ແລະ 500,000 ເຮັກຕ້າໃນຊ່ວງລະດູຝົນ.

ສ່ວນເປົ້າໝາຍໃນປີ 2020 ນັ້ນ ກໍຈະເພີ່ມການຕອບສະໜອງໃຫ້ພື້ນທີ່ການກະເສດ ທີ່ກວ້າງຂວາງຂື້ນ ກວ່າປີ 2015 ອີກເຖິງ 500,000 ເຮັກຕ້າ ໃນຊ່ວງລະດູແລ້ງ ແລະ 1 ລ້ານເຮັກຕ້າໃນຊ່ວງລະດູຝົນ ໂດຍຖ້າຫາກວ່າການດຳເນີນງານເປັນໄປຕາມແຜນການ ເປົ້າໝາຍທີ່ວາງເອົາໄວ້ດັ່ງກ່າວ ຢ່າງແທ້ຈິງ ກໍຍັງຈະເຮັດໃຫ້ລາວກາຍເປັນປະເທດຜູ້ສົ່ງ ອອກເຂົ້າໄປຕ່າງປະເທດລາຍສຳຄັນຂອງໂລກອີກດ້ວຍ.

ແຕ່ຢາງໃດກໍຕາມ ການດຳເນີນຕາມແຜນການດັ່ງກ່າວຂອງທາງການລາວ ກໍມີຄວາມຈຳເປັນທີ່ຈະຕ້ອງ ໃຊ້ຈ່າຍງົບປະມານຫລາຍກວ່າ 3,400 ລ້ານດ່ອລລາ ຊຶ່ງເມື່ອປະກອບກັບການທີ່ທາງການລາວເອງ ກໍຍັງມີບັນຫາຂາດແຄນງົບປະມານຢ່າງໜັກດ້ວຍແລ້ວ ຈຶ່ງມີພຽງແຕ່ກ່ານກູ້ຢືມ ແລະຂໍຄວາມຊ່ວຍເຫລືອ ຈາກຕ່າງປະເທດເທົ່ານັ້ນ ຈຶ່ງຈະເຮັດໃຫ້ແຜນການເປົ້າໝາຍດັ່ງກ່າວນີ້ຂອງທາງການລາວ ສາມາດເກີດ ຂື້ນເປັນຈິງໄດ້.

XS
SM
MD
LG