ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫລວງພະບາງຄາດໝາຍຈະມີ ນັກທ່ອງທ່ຽວສອງແສນຄົນ ໃນໄລຍະບຸນປີໃໝ່ລາວ


ນາງສັງຂານສົງນ້ຳພະພຸດທະຣູບ
ນາງສັງຂານສົງນ້ຳພະພຸດທະຣູບ

ນາງສັງຂານສົງນ້ຳພະພຸດທະຣູບ
ນາງສັງຂານສົງນ້ຳພະພຸດທະຣູບ

ທາງການແຂວງຫລວງພະບາງຄາດວ່າຈະມີນັກທ່ອງທ່ຽວຊາວລາວແລະຊາວຕ່າງປປະເທດ ບໍ່ຕ່ຳກວ່າ 2 ແສນຄົນທີ່ເດີນທາງເຂົ້າໄປທ່ອງທ່ຽວໃນ ແຂວງຫລວງພະບາງໃນຕລອດ ໄລຍະບຸນສົງການປີໃໝ່ລາວ ປີນີ້.

ທ່ານຄຳຕັນ ສົມພັນວິໄລ ຮອງຫົວໜ້າຜະແນກທ່ອງທ່ຽວແຂວງຫລວງພະບາງ ໄດ້ໃຫ້ການຄາດໝາຍວ່າ ເທດສະການສົງການປີໃໝ່ລາວປະຈຳປີ ພ.ສ. 2553 ຢູ່ເມືອງມໍລະດົກໂລກ ຫລວງພະບາງທີ່ໄດ້ເລີ່ມຂື້ນ ເມື່ອວັນທີ່ 10 ເດືອນເມສາ ແລະຈະດຳເນີນໄປຈົນເຖິງວັນທີ່ 19 ເມສານັ້ນ ທາງການແຂວງຫລວງພະ ບາງເຊື່ອວ່າຈະມີນັກທ່ອງທ່ຽວທັງຊາວລາວແລະ ຊາວຕ່າງຊາດຈຳນວນບໍ່ຕ່ຳກວ່າ 2 ແສນຄົນ ທີ່ຈະເດີນ ທາງເຂົ້າໄປ ທ່ອງທ່ຽວຢູ່ທີ່ແຂວງ ຫລວງພະບາງໃນຕລອດໄລຍະດັ່ງກ່າວ ທັງນີ້ ເຖິງແມ່ນວ່າ ບຸນສົງການ ປີໃໝ່ລາວ ຢູ່ແຂວງຫລວງພະບາງໃນປີນີ້ ຈະໄດ້ຮັບ ຜົນກະທົບຈາກວິກິດການທາງການເມືອງໃນປະເທດໄທ ຊຶ່ງເຮັດໃຫ້ບັນດານັກທ່ອງທ່ຽວຊາວຕ່າງ ຊາດແລະພວກຄົນໄທ ໄດ້ພາກັນຍົກເລີກ ການຈອງທີ່ພັກໃນ ແຂວງຫລວງພະບາງໄປແລ້ວ ເຖິງ 75 ເປີເຊັນກໍຕາມ ຫາກແຕ່ທາງການແຂວງຫລວງພະບາງກໍໄດ້ມອງ ໄປເຖິງເປົ້າໝາຍ ກຸ່ມນັກທ່ອງທ່ຽວທີ່ເປັນຊາວລາວດ້ວຍກັນຫລາຍຂື້ນ.

ແລະເພື່ອເປັນການທີ່ຈະລຸດຜ່ອນ ບັນຫາຜົນກະທົບ ຕໍ່ທຸລະກິດພາກບໍລິການແລະການ ທ່ອງທ່ຽວຂອງແຂວງຫລວງພະບາງດ້ວຍນັ້ນ. ທາງການແຂວງຫລວງພະບາງກໍຍັງໄດ້ດຳເນີນການສົ່ງເສີມໃຫ້ປະຊາຊົນ ລາວເຂົ້າມາມີສ່ວນຮ່ວມ ໃນກິດຈະກຳການທ່ອງທ່ຽວຫລາຍຂື້ນນຳດ້ວຍ. ທາງການແຂວງຫລວງພະບາງໄດ້ປະເມີນວ່າໃນແຕ່ລະວັນຈະມີ ການໃຊ້ຈ່າຍຂອງຄົນລາວ ຄິດເປັນມູນຄ່າ ໂດຍສະເລ່ຍບໍ່ຕ່ຳກວ່າ 160 ລ້ານກີບ ສ່ວນການໃຊ້ຈ່າຍຂອງ ນັກທ່ອງທ່ຽວຊາວຕ່າງຊາດນັ້ນ ກໍຄາດວ່າ ຈະບໍ່ຕ່ຳກວ່າ 2 ແສນໂດລາໃນຕລອດງານເທດສະການ.

ສຳຫລັບກິດຈະກຳແລະກຳໜົດການຕ່າງໆ ໃນຕລອດງານບຸນສົງການປີໃໝ່ລາວຢູ່ແຂວງຫລວງພະບາງ ໃນປີນີ້ກໍເລີ່ມດ້ວຍງານຕລາດນັດ ຢູ່ເດີ່ນທາດຫລວງ ເມື່ອວັນທີ່ 10 ເມສາ ແລະກໍຈະດຳເນີນຕໍ່ໄປຈົນເຖິງ ວັນທີ່ 19 ເມສາ ອັນເປັນມື້ສຸດທ້າຍຂອງງານເທດສະການ. ສ່ວນວັນທີ່ 12-13 ເມສາ ກໍແມ່ນການຈັດງານປະກວດນາງສັງຂານໃນຕອນກາງຄືນ ຕໍ່ເນຶ່ອງດ້ວຍການລົງຕລາດເຊົ້າໃນວັນທີ່ 14 ເມສາ ຊຶ່ງເລີ່ມແຕ່ເວລາ 6 ໂມງເຊົ້າເຖິງທ່ຽງ ແລະໃນຕອນບ່າຍຂອງມື້ດຽວກັນ ກໍໄດ້ມີກິດຈະກຳການກໍ່ເຈດີຊາຍຢູ່ແຄມນ້ຳຄານໃນເຂດ ເມືອງຈອມເພັດ ຕິດຕາມດ້ວຍ ການແຂ່ງຂັນ ກີລາພື້ນເມືອງແລະການສູ່ຂວັນບາສີປີໃໝ່.

ສຳຫລັບໃນຕອນເຊົ້າຂອງວັນທີ່ 15 ເມສາ ກໍເປັນການຢ້ຽມຊົມວິຖີຊີວິດຄວາມເປັນຢູ່ ແລະສິນລະປະ ວັດທະນະທຳຂອງໄທລື້ ໂດຍມີບຸກຄົນ ສຳຄັນຂອງທາງການລາວເຂົ້າຮ່ວມ ໃນພິທີບາສີຂອງຊາວໄທລື້ດ້ວຍ. ສ່ວນໃນຕອນບ່າຍຂອງມື້ດຽວກັນ ກໍເປັນການແຫ່ວໍ່ຈາກວັດທາດນ້ອຍ ໄປວັດຊຽງທອງ ເພື່ອປະ ກອບພິທີທາງສາສະໜາ ແລະຕັກບາດໃນຕອນເຊົ້າຂອງວັນທີ່ 16 ເມສາ ກ່ອນທີ່ຈະແຫ່ວໍ່ຈາກວັດຊຽງທອງ ກັບຄືນ ໄປວັດທາດນ້ອຍ ໃນຕອນແລງຂອງມື້ດຽວກັນນັ້ນ. ສ່ວນວັນທີ່ 17 ເມສາ ກໍເປັນການອັງ ເຊີນພະບາງຈາກພິພິທະພັນພະຣາຊວັງໄປທີ່ວັດໃໝ່ ສະວັນນະພູມ ເພື່ອໃຫ້ປະຊາຊົນຫົດສົງໃນຕະຫລອດ ມື້ຂອງວັນທີ່ 18 ກ່ອນທີ່ຈະອັງເຊີນພະບາງກັບຄືນພະຣາຊວັງໃນມື້ສຸດທ້າຍ ຄືວັນທີ່ 19 ເມສາ ນັ້ນເອງ.

XS
SM
MD
LG