ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈະພິຈາລະນາໃຫ້ ກໍາມະສິດທີ່ດິນແກ່ຄົນລາວ ຕ່າງປະເທດ


ຮອງລັດຖະມົນຕີຕ່າງປະເທດລາວ ທ່ານຫຽມ ພົມມະຈັນ (ຊ້າຍ) ມອບໃບປະກາດສະນີຍະບັດ ໃຫ້ເຈົ້າໜ້າທີ່ລັດຖະບານ.
ຮອງລັດຖະມົນຕີຕ່າງປະເທດລາວ ທ່ານຫຽມ ພົມມະຈັນ (ຊ້າຍ) ມອບໃບປະກາດສະນີຍະບັດ ໃຫ້ເຈົ້າໜ້າທີ່ລັດຖະບານ.

ເຈົ້າໜ້າທີ່ຂັ້ນສູງຂອງ ສປປ ລາວ ຢືນຢັນວ່າ ລັດຖະບານລາວຈະພິຈາລະນາ ແຜນການ ອະນຸຍາດໃຫ້ຄົນລາວໃນຕ່າງປະເທດ ມີສິດຖືຄອງແລະເປັນເຈົ້າຂອງທີ່ດິນ ຢູ່ໃນລາວໄດ້ ໃນໝໍ່ໆນີ້ ໂດຍເຊື່ອໝັ້ນວ່າ ການອະນຸຍາດດັ່ງກ່າວນີ້ ຈະເຮັດໃຫ້ຄົນລາວໃນຕ່າງປະເທດ ເດີນທາງກັບຄືນມາລາວ ຫລາຍຂື້ນນັບມື້.

“ພວກເຮົາເບິ່ງວ່າໃນເບື້ອງຕົ້ນນີ້ ພວກເຮົາຈະອຳນວຍຄວາມສະດວກໃນການໄປ ການມາ ການຢ້ຽມການຢາມ ການແຕ່ງດອງລະຫວ່າງຄົນລາວໃນ ກັບຄົນລາວຢູ່ ນອກປະເທດ ຫລືວ່າການມາຢູ່ລາວຢ່າງຖາວອນ ຕະຫລອດຊີວິດຂອງພວກເຂົາ ເຈົ້ານັ້ນ ພວກເຮົາກໍຈະອຳນວຍຄວາມສະດວກໃຫ້ ພວກເຂົາເຈົ້າທາງດ້ານນິຕິກຳ ໃນລັກສະນະທີ່ວ່າ ພວກເຂົາເຈົ້າຢູ່ ກໍມີຜົນປະໂຍດຂອງພວກເຂົາເຈົ້າ ເພາະວ່າ ພວກເຂົາເຈົ້າມີສັນຊາດໃໝ່ ແລ້ວມາຢູ່ບ້ານເຮົາ ກໍບໍ່ໃຫ້ເສຍສັນຊາດ ລວມທັງ ພວກເຂົາເຈົ້າກໍຄວນມີສິດແນວໃດແນວນຶ່ງ ໃນບ່ອນຢູ່ ບ່ອນອາໃສໃນລາວ ໂດຍ ໃນເວລານີ້ ພວກເຮົາກໍໄດ້ວາງຮ່າງນະໂຍບາຍລະອຽດ ຈຳນວນນຶ່ງ ໄວ້ແລ້ວ”

ນີ້ກໍແມ່ນການໃຫ້ສຳພາດກັບ ວີໂອເອ ໂດຍທ່ານຫຽມ ພົມມະຈັນ ລັດຖະມົນຕີຊ່ວຍວ່າ ການກະຊວງຕ່າງປະເທດຂອງລາວ ຊຶ່ງນອກຈາກຈະໄດ້ໃຫ້ການຢືນຢັນວ່າ ທາງການລາວ ຈະໃຫ້ການສະໜັບສະໜຸນສົ່ງເສີມ ແລະອຳນວຍຄວາມສະດວກ ໃນທຸກໆດ້ານ ແກ່ຄົນລາວ ໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງກັບຄືນມາປະເທດລາວໃນໄລຍະຕໍ່ໄປນີ້ ທ່ານກໍຍັງ ໄດ້ໃຫ້ການເນັ້ນຍໍ້າດ້ວຍວ່າ ໃນຂະນະນີ້ ທາງການລາວກຳລັງເລັ່ງດຳເນີນການຈັດທຳນິຕິ ກໍາຕ່າງໆ ເພື່ອເຮັດໃຫ້ການອຳນວຍຄວາມສະດວກໃຫ້ກັບຄົນລາວໃນຕ່າງປະເທດ ທີ່ ຕ້ອງການຈະເດີນທາງກັບຄືນມາລາວນັ້ນ ສາມາດປະຕິບັດການໄດ້ ຢ່າງມີປະສິດທິພາບ. ທັງນີ້ ໂດຍນິຕິກຳທີ່ສຳຄັນອັນນຶ່ງ ທີ່ທາງການກະຊວງຕ່າງປະເທດຂອງລາວໄດ້ດຳເນີນການ ຮ່າງແລະຈັດທຳສຳເລັດຮຽບຮ້ອຍແລ້ວ ໂດຍຍັງລໍຖ້າພຽງການອະນຸມັດ ຈາກນາຍົດລັດຖະ ມົນຕີຢ່າງເປັນທາງການເທົ່ານັ້ນໃນຂະນະນີ້ ກໍຄື ດຳລັດວ່າດ້ວຍການໃຫ້ສິດໃນການຖືຄອງ ແລະເປັນເຈົ້າຂອງທີ່ດິນໃນລາວ ແກ່ຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນທາງ ກັບຄືນມາຢູ່ໃນລາວຢ່າງຖາວອນ ຫລືວ່າຢູ່ໃນລາວແບບໄລຍະຍາວ.

ກ່ອນໜ້ານີ້ ສະມາຊິກສະພາແຫ່ງຊາດລາວກໍໄດ້ມີມະຕິຮັບຮອງເອົາການດັດແກ້ກົດ ໝາຍວ່າດ້ວຍການລົງທຶນຈາກຕ່າງປະເທດໃນລາວໄປແລ້ວ ໂດຍໄດ້ມີການບັນຢັດໄວ້ ໃນກົດໝາຍດັ່ງກ່າວຢ່າງແຈ່ມແຈ້ງວ່າ ບັນດານັກທຸລະກິດຊາວຕ່າງປະເທດທີ່ມີມູນຄ່າ ການລົງທຶນໃນລາວຕັ້ງແຕ່ 5 ແສນ ໂດລາຂື້ນໄປນັ້ນ ຍ່ອມມີສິດຖືຄອງແລະເປັນເຈົ້າ ຂອງອາຄານທີ່ດິນ ແລະອະສັງຫາລິມະຊັບຕ່າງໆຢູ່ໃນລາວໄດ້ ຕາມພື້ນທີ່ ຫລືເຂດທີ່ ທາງການລາວ ໄດ້ກຳໜົດແລະອະນຸຍາດດັ່ງກ່າວ.

ຫາກແຕ່ວ່າສຳລັບຄົນລາວໃນຕ່າງປະເທດແລ້ວ ຍັງຈະມີສິດທີ່ດີກວ່ານັກທຸລະກິດຊາວ ຕ່າງປະເທດ ຊຶ່ງກໍຄື ຄົນລາວໃນຕ່າງປະເທດນັ້ນ ອາດຈະບໍ່ຈຳເປັນຕ້ອງມີມູນຄ່າການ ລົງທຶນໃນລາວເຖິງ 5 ແສນໂດລາ ຄືກັບນັກທຸລະກິດຊາວຕ່າງປະເທດ ກໍສາມາດທີ່ ຈະມີສິດຖືຄອງ ແລະເປັນເຈົ້າຂອງອາຄານທີ່ດິນ ແລະອະສັງຫາລິມະຊັບຕ່າງໆ ຢູ່ໃນ ລາວໄດ້ ນັ້ນເອງ.

ທາງການລັດຖະບານລາວໄດ້ປະກາດ ແລະເລີ່ມດຳເນີນນະໂຍບາຍ ເພື່ອດຶງດູດເອົາຄົນລາວ ໃນຕ່າງປະເທດກັບຄືນມາລາວ ນັບຕັ້ງແຕ່ທ້າຍປີ 2009 ເປັນຕົ້ນມາ ດ້ວຍຫວັງວ່າຄົນລາວ ໃນຕ່າງປະເທດນັ້ນ ຈະປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາປະເທດລາວ ໃຫ້ມີ ຄວາມຈະເຣີນກ້າວໜ້າຍິ່ງໆຂື້ນໄປ ເນຶ່ອງຈາກວ່າມີຄົນລາວໃນຕ່າງປະເທດ ຈຳນວນບໍ່ໜ້ອຍ ທີ່ມີຄວາມຮູ້ຄວາມສາມາດໃນວິທະຍາການສະໄໝໃໝ່ ລວມທັງຍັງມີເງິນທຶນໃນຕ່າງປະ ເທດ ທີ່ສາມາດຈະນໍາເຂົ້າມາລົງທຶນໃນລາວໄດ້ຫລາຍຂື້ນນັບມື້ອີກດ້ວຍ.

ທາງດ້ານທ່ານຫລີ ບຸນຄໍ້າ ຫົວໜ້າກົມພົວພັນຄົນລາວໃນຕ່າງປະເທດ ຂອງກະຊວງຕ່າງ ປະເທດຂອງລາວນັ້ນ ກໍໄດ້ຖະແຫລງຢືນຢັນວ່າ ໄດ້ສະເໜີຮ່າງແຜນການແລະນະໂຍ ບາຍດັ່ງກ່າວນີ້ ໄປເຖິງສໍານັກງານນາຍົກລັດຖະມົນຕີຂອງລາວ ຢ່າງເປັນທາງການ ແລ້ວ ແຕ່ກໍຍັງບໍ່ສາມາດຮູ້ໄດ້ວ່າ ນາຍົກລັດຖະມົນຕີຈະລົງນາມໃຫ້ການອະນຸມັດເພື່ອດໍາເນີນ ການປະຕິບັດພາກຕົວຈິງໄດ້ເມື່ອໃດແທ້.

ແຕ່ຢ່າງໃດກໍຕາມ ທ່ານຫລີ ກໍຢືນຢັນວ່າ ຜົນຈາກການສຶກສາວິໄຈກ່ຽບກັບການສະໜັບ ສະໜຸນສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ຄົນລາວໃນຕ່າງປະເທດ ພາກັນເດີນທາງ ກັບຄືນລາວນັ້ນ ພົບວ່າຈະສົ່ງຜົນດີຢ່າງຍິ່ງ ຕໍ່ການພັດທະນາລາວໃຫ້ ຈະເຣີນກ້າວໜ້າ ຢ່າງເທົ່າທັນກັບ ບັນດາປະເທດໃນພູມິພາກ ເອເຊຍຕາເວັນອອກສຽງໃຕ້ດ້ວຍກັນ ແລະ ໃນພູມິພາກອື່ນໆ.

ໃນປັດຈຸບັນນີ້ ກໍມີຄົນລາວຢູ່ໃນຕ່າງປະເທດ ຈໍານວນຫລາຍກວ່າ 5 ແສນຄົນ ຊຶ່ງສ່ວນ ໃຫຍ່ກໍແມ່ນ ຄົນລາວທີ່ເປັນພົນລະເມືອງຂອງສະຫະລັດ ອາເມລິກາ ຝລັ່ງເສດ ການາດາ ອອສເຕຣເລຍ ແລະນີວຊີແລນດ໌ ໄປແລ້ວ ດ້ວຍເຫດນີ້ ຖ້າຫາກວ່າຄົນລາວໃນຕ່າງປະເທດ ຕ້ອງການຈະຂໍສັນຊາດລາວຄືນມາ ກໍຈະຕ້ອງໄດ້ສະຫລະສັນຊາດອື່ນເສຍກ່ອນ ເພາະວ່າ ກົດໝາຍຂອງລາວບໍ່ອະນຸຍາດ ໃຫ້ຄົນລາວຖືສັນຊາດພ້ອມກັນສອງສັນຊາດໄດ້ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ການຖືສັນຊາດຕ່າງປະເທດຂອງຄົນລາວດັ່ງກ່າວ ກໍບໍ່ເປັນການຈຳກັດ ສິດໃນການເປັນເຈົ້າຂອງອາຄານ ທີ່ດິນ ແລະອະສັງຫາລິມະຊັບອື່ນໆຢູ່ໃນລາວແຕ່ຢ່າງໃດ.

XS
SM
MD
LG