ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ສວນຢາງ ຫວຽດນາມ ຍາດເອົາດິນ ປະຊາຊົນ


ລົດແກ່ໄມ້ ທີ່ຕັດຈາກບ່ອນເຮັດສວນຢາງ ຂອງຫວຽດນາມ (ຮູບຂອງອົງການ Global Witness)
ລົດແກ່ໄມ້ ທີ່ຕັດຈາກບ່ອນເຮັດສວນຢາງ ຂອງຫວຽດນາມ (ຮູບຂອງອົງການ Global Witness)
ສອງບໍລິສັດຍັກໃຫຍ່ປູກຢາງພາລາຂອງຫວຽດນາມແມ່ນພົວພັນ
ໂດຍກົງ ນຳການຍາດແຍ່ງເອົາດິນທຳມາຫາກິນ ຂອງປະຊາຊົນ ແລະປ່າໄມ້ຢູ່ໃນ ສປປ ລາວແລະກຳປູເຈຍ ຊຶ່ງທັງສອງບໍລິສັດນີ້ ແມ່ນໄດ້ຮັບການສະໜັບສະໜຸນທາງດ້ານການເງິນ ຈາກບໍລິສັດ
ການເງິນ IFC ແລະທະນາຄານດອຍຊ໌ ອີງຕາມລາຍງານ ທີ່ພິມ ເຜີຍແຜ່ເມື່ອໄວໆມານີ້ ຂອງອົງການ Global Witness.

ລາຍງານທີ່ມີຊື່ວ່າ “Rubber Baron” ໄດ້ເຜີຍໃຫ້ເຫັນຄວາມລັບ
ທີ່ຫ້ອມລ້ອມການລົງທຶນ ໃນການເຮັດສວນຢາງຢູ່ໃນປະເທດທັງ
ສອງ ຂອງບໍລິສັດປູກຢາງຍັກໃຫຍ່ 2 ບໍລິສັດຂອງຫວຽດນາມ ຄື
ບໍລິສັດຫວງແອງເຈຍຫຼາຍ (Hoang Anh Gia Lai ຫລື HAGL)
ແລະບໍລິສັດລັດວິສາຫະກິດ ກຸ່ມຢາງຫວຽດນາມ (Vietnam
Rubber Group ຫຼື VRG) ເພື່ອຍາດແຍ່ງເອົາດິນ 200 ກວ່າພັນເຮັກຕາ ໃຫ້ມາຢູ່ໃນ
ຄວາມຄອບຄອງຂອງຕົນ ໂດຍການຕົກລົງກັບລັດຖະບານລາວແລະກຳປູເຈຍ ແບບບໍ່
ມີຄວາມໂປ່ງໃສ.

ທ່ານ Oliver Courtney ນັກປຸກລະດົມຂອງອົງການ Global Witness ກ່າວຕໍ່ວີໂອເອ
ພະແນກພາສາລາວວ່າ “ພວກເຂົາ ໄດ້ເຂົ້າຄວບຄຸມດິນ ໃນພື້ນທີ່ອັນກວ້າງຂວາງ
ຜ່ານການຕົກລົງແບບລັບໆ ກັບລັດຖະບານຂອງປະເທດທັງສອງ ແລະເປັນທີ່
ປະກົດວ່າ ບໍລິສັດທັງສອງບໍ່ໄດ້ໃຫ້ຄວາມສຳຄັນໃດໆບໍ່ວ່າຈະເປັນຄວາມວິຕົກ
ກັງວົນໃນເລື່ອງ ສິດທິມະນຸດ ຫຼືສິ່ງແວດລ້ອມ ຄືພວກເຂົາ ພາກັນລັກລອບຕັດ
ໄມ້ເຖື່ອນ ປະຊາຊົນຖືກຂັບໄລ່ອອກຈາກດິນດອນຂອງເຂົາເຈົ້າ ແລະໄດ້ຖືກ ບັງຄັບໃຫ້ຮັບເອົາສວນຢາງ ເຮັດໃຫ້ລາຄາອາຫານການກິນແພງຂຶ້ນ ດັ່ງນັ້ນ ຜົນກະທົບຕໍ່ປະຊາຊົນໃນເຂດ ທ້ອງຖິ່ນຈຶ່ງມີຢ່າງຫຼວງຫຼາຍ.”


ລາຍງານຂອງອົງການ Global Witness ຍັງໃຫ້ລາຍລະອຽດ ກ່ຽວກັບວ່າບໍລິສັດປູກຢາງ ຍັກໃຫຍ່ທັງສອງຂອງຫວຽດນາມ ທີ່ມີຄວາມສຳພັນຢ່າງໃກ້ຊິດກັບຜູ້ນຳທາງການເມືອງທີ່ສໍ້ ລາດບັງຫຼວງຢູ່ໃນປະເທດທັງສອງ ໄດ້ດຳເນີນການແບບໃດໂດຍບໍ່ໃຫ້ຖືກລົງໂທດແລະໄດ້ ທຳລາຍວິຖີຊີວິດການຢູ່ຂອງປະຊາຊົນໃນເຂດທ້ອງຖິ່ນແລະສ້າງຄວາມເສຍຫາຍຢ່າງຮ້າຍ ແຮງຕໍ່ສິ່ງແວດລ້ອມ. ລາຍງານເວົ້າວ່າທະນາຄານດອຍຊ໌ຂອງເຢຍຣະມັນ ແມ່ນມີຮຸ້ນສ່ວນ ທີ່ສຳຄັນຢູ່ໃນບໍລິສັດທັງສອງ ໃນຂະນະທີ່ບໍລິສັດການເງິນ IFC ຊຶ່ງເປັນພະແນກໃຫ້ເງິນກູ້ ຢືມແກ່ເອກກະຊົນຂອງທະນາຄານໂລກ ກໍມີການລົງທຶນ ຢູ່ໃນບໍລິສັດລັດວິສາຫະກິດ ກຸ່ມ ຢາງຫວຽດນາມ.

ລາຍງານເວົ້າວ່າ ທັງສອງບໍລິສັດຂອງຫວຽດນາມ ແມ່ນມີສ່ວນ ໃນການຕັດໄມ້ທຳລາຍປ່າ ທັງຢູ່ພາຍໃນ ແລະນອກເຂດສຳປະທານ ຊຶ່ງກໍເປັນການລະເມີດ ຕໍ່ບົດບັນຍັດຕ່າງໆຂອງ ກົດໝາຍ.

ລາຍງານຂອງອົງການ Global Witness ເວົ້າວ່າ ນັບແຕ່ປີ 2000 ມາຮອດທ້າຍປີກາຍນີ້ ລັດຖະບານກຳປູເຈຍແລະ ສປປ ລາວໄດ້ໃຫ້ສຳປະທານທີ່ດິນທັງໝົດ 3 ລ້ານ 7 ແສນເຮັກ ຕາ ໃນນັ້ນ 1 ລ້ານ 1 ແສນເຮັກຕາແມ່ນ ຢູ່ໃນລາວ ຊຶ່ງປະກອບເປັນ 5 ເປີເຊັນຂອງເນື້ອທີ່ ທັງໝົດ ອັນໄດ້ກໍ່ໃຫ້ເກີດມີຜົນກະທົບຕໍ່ໝູ່ບ້ານຕ່າງໆໃນທົ່ວປະເທດປະມານ 13 ເປີເຊັນ.
XS
SM
MD
LG