ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແຂວງ​ຄໍາ​ມ່ວນ​ຈະ​ຈັດ​ສັນ​ທີ່​ດິນ​ໃຫ້ແກ່ປະຊາຊົນ ​ທີ່​ຖືກ​ກະທົບ​ຈາກເຂື່ອນນໍ້າເທີນ 2


ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ ທີ່ສປປ ລາວ
ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ ທີ່ສປປ ລາວ

ເຈົ້າ​ແຂວງ​ຄໍາ​ມ່ວນ​ຢືນຢັນ​ວ່າ​ ຈະ​ຈັດ​ສັນ​ທີ່​ດິນ​ທໍາ​ກິນ​ໃຫ້​ກັບ​ປະຊາຊົນ ​ທີ່​ຖືກ​ກະທົບ​ຈາກ​ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ​ເພີ່ມ​ຂຶ້ນອີກ 1 ​ເຮັກ​ຕ້າ ​ແຕ່​ຈະ​ຕ້ອງ​ເປັນ​ຄອບຄົວ​ທີ່​ມີ​ສະມາຊິກ​ຫລາຍ​ກວ່າ 7 ຄົນ.

ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ​ໄດ້​ສ້າງ​ຜົນ​ປະໂຫຍດ​ໃຫ້​ກັບ​ປະຊາຊົນ​ໃນ​ແຂວງ​ຄໍາ​ມ່ວນ​ແລະ​ແຂວ​ງ​ໄກ້​ຄຽງ​ຢ່າງ​ຫລວງ ຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ 6,300 ກວ່າ​ຄົນ​ທີ່​ຖືກ​ຍົກຍ້າຍ​ຈາກ 16 ບ້ານ​ໃນ​ເຂດ ​ເມືອງ​ນາ​ກາຍ​ແລະ​ເມືອງ​ຍົມ​ມະ​ລາດ​ ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ​ການ​ກໍ່ສ້າງ​ເຂື່ອນ​ນັ້ນ ມາ​ຮອດ​ປັດຈຸບັນ​ນີ້​ ກໍ​ປາກົດ​ວ່າ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນກວ່າ​ເມື່ອ​ກ່ອນ​ໃນ​ທຸກໆ​ດ້ານ ​ໂດຍ​ບໍ່​ວ່າ​ຈະ​ເປັນ​ການ​ມີ​ເຮືອນ​ຢ່າງ​ຢ່າງ​ຖາວອນ​ໃນ​ເຂດ​ຈັດ​ສັນ​ໃໝ່ ການ​ມີ​ນໍ້າ​ສະອາດ​ແລະ​ມີ​ໄຟຟ້າ​ໃຊ້​ຢ່າງ​ທົ່ວ​ເຖິງ. ສ່ວນ​ເດັກນ້ອຍ​ໃນໄວ​ຮຽນ​ກໍ​ໄດ້​ເຂົ້າ​ໂຮງຮຽນ​ຢ່າງ​ຄົບ​ຖ້ວນ ​ແລະ​ຍາມ​ເຈັບ​ປ່ວຍ​ກໍ​ມີ​ໂຮງໝໍ​ ທີ່​ພ້ອມ​ຈະ​ໃຫ້ການ​ຮັກສາ​ປິ່ນປົວ​ຕະຫລອດ​ເວລາ ສ່ວນ​ປະຊາຊົນ​ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ​ກໍ​ໄດ້​ໃຊ້​ນໍ້າ​ເພື່ອ​ປະ​ໂຫຍດໃນ​ດ້ານ​ກະສິກໍາ​ອີກ​ດ້ວຍ.

ຊາວບ້ານ​ທີ່ອາໃສຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ນໍ້າເທີນ II
ຊາວບ້ານ​ທີ່ອາໃສຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ນໍ້າເທີນ II

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ​ປະຊາຊົນ 6,300 ກວ່າ​ຄົນ ຫລື 1,282 ຄອບຄົວ​ດັ່ງ​ກ່າວ​ຕ່າງ​ກໍໄດ້​ຮັບ​ການ ຈັດ​ສັນ​ທີ່​ດິນ​ທໍາ​ກິນ​ພຽງ​ແຕ່ 0.6 ​ເຮັກ​ຕ້າ​ຕໍ່​ຄອບຄົວເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ມີ​ບັນຫາ​ທີ່​ດິນ​ທໍາ​ກິນ​ບໍ່​ພຽງພໍ ດ້ວຍເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ແຂວງ​ຄໍາ​ມ່ວນ​ຈໍາ​ເປັນ​ຕ້ອງ​ຈັດ​ຫາ​ທີ່​ດິນ​ເພື່ອ​ຈັດ​ສັນ​ໃຫ້​ກັບ​ປະຊາຊົນ​ເຫລົ່າ​ນີ້​ເພີ່ມຂຶ້ນອີກ 1 ​ເຮັກຕ້າ​ ສໍາ​ລັບ​ຄອບຄົວ​ທີ່​ມີ​ສະມາຊິກ​ເກີນ​ກວ່າ 7 ຄົນ. ​ໂດຍ​ຫລ້າ​ສຸດ ​ກໍ​ມີ​ລາຍ​ງານ​ວ່າ​ທາງ​ການ​ແຂວງ​ຄໍາ​ມ່ວນ​ສາມາດ​ຈັດ​ຫາ​ທີ່​ດິນ​ດັ່ງກ່າວ​ໄດ້​ແລ້ວ ດັ່ງ​ທີ່​ທ່ານ​ຄໍາ​ໃບ ​ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ພວກ​ເຮົາ​ຈະ​ມີ​ການຈັດ​ແບ່ງ​ຕື່ມ​ອີກ ​ໂດຍ​ສະ​ເພາະ​ແມ່ນ​ບ່ອນ​ທີ່​ນໍ້າຂຶ້ນນໍ້າ​ລົງ​ນັ້ນ ​ເພາະວ່າ​ນໍ້າ​ຫັ້ນ​ຈະ​ລົງ​ໄປ​ເປັນ ​ເວລາ​ປະມານ​ສີ່​ເດືອນ ຈຶ່ງ​ສາມາດ​ທີ່​ຈະ​ປູກ​ພືດ​ລະຍະ​ສັ້ນ​ໄດ້ ​ແລ້ວ​ເຂດ​ນຶ່ງ​ອີກ​ກໍ​ເປັນ​ເຂດ​ປ່າ​ເສື່ອ​ມ​ໂຊມ​ທີ່​ນອນ ຢູ່​ໃນ​ເຂດ​ຈັດ​ສັນ​ນັ້ນ ກໍ​ຈະ​ແບ່ງ​ໃຫ້​ຄອບຄົວ​ທີ່​ມີ​ຫລາຍ​ຄົນ ​ແຕ່​ພິ​ເສດ​ສໍາລັບ​ເຂດ​ຍົກຍ້າຍ​ຈັດ​ສັນ​ແລະ​ເຂດ​ເມືອງ ນາ​ກາຍ​ນີ້​ຈະ​ບໍ່​ຮັບ​ເອົາ​ຄົນ​ມາ​ເພີ່ມ​ອີກ​ເພາະວ່າ​ດິນ​ມັນ​ກໍ​ຄັບ​ແຄບ​ແດ່.”

ນອກຈາກ​ນີ້ ກໍ​ຍັງ​ມີ​ການຈັດ​ສັນ​ພື້ນ​ທີ່ 3 ​ເຮັັກຕ້າ​ສໍາລັບ​ປູກ​ຕົ້ນ​ໄມ້​ກັບ​ອີກ 5 ​ເຮັກຕ້າ​ສໍາລັບ
ລ້ຽງ​ສັດໃຫ້​ແຕ່ລະຄອບຄົວ ລວມທັງ​ຍັງ​ຈະ​ຂະຫຍາຍ​ພື້ນ​ທີ່​ຮອງ​ຮັບ​ນໍ້າ​ຈາກ​ຄອງ​ຊົນລະປະ
ທານ ​ເພີ່ມ​ຂຶ້ນອີກ 7,000 ​ເຮັກຕ້າ ຊຶ່ງກໍ​ຈະ​ເຮັດ​ໃຫ້​ເຂດ​ຈັດສັນ​ດັ່ງກ່າວ​ມີ​ພື້ນ​ທີ່​ກວ້າງ​ກວ່າ​
24,000 ​ເຮັກຕ້າ. ໂຄງການ​ເຂື່ອນ​ນໍ້າ​ເທີນ 2 ​ໄດ້​ເລີ່​ມຜະລິດ​ກະ​ແສ​ໄຟຟ້າ​ສົ່ງ​ຂາຍ​ໃຫ້ການ
ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ນັບ​ຕັ້ງ​ແຕ່​ເດືອນ​ມີນາ​ປີ​ນີ້ເປັນ​ຕົ້ນ​ມາ ​ໂດຍ​ມີ
ສັນຍາ 25 ປີ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ລາຍ​ຮັບຈາກ​ຄ່າ​ສໍາ​ປະທານ​ແລະ​ພາສີອາ
ກອນ​ຕ່າງໆ​ລວມກັນ​ເຖິງ 2,000 ​ໂດ​ລາ ທີ່​ທາງ​ການ​ລາວ​ໄດ້​ປະກາດ​ວ່າ ​ຈະ​ນໍາ​ໃຊ້​ເປັນ​ງົບ
ປະມານ​ສໍາລັບດໍາ​ເນີນໂຄງການ​ພັດທະນາ​ຕ່າງໆ ​ເພື່ອແກ້​ໄຂ​ບັນຫາ​ທຸກ​ຈົນ​ຂອງ​ປະຊາຊົນ ​ລາວ​ເປັນ​ສໍາຄັນ.

ຫາກ​ແຕ່​ວ່າ​ການ​ທີ່​ພະລັງງານ​ໄຟຟ້າ​ສ່ວນ​ໃຫຍ່​ທີ່​ຜະລິດ​ໄດ້​ຈາກ​ເຂື່ອນ​ນໍ້າ​ເທີນ 2 ດັ່ງກ່າວ​ນີ້ ​ໄດ້​ສົ່ງ​ອອກ​ໄປ​ໄທ ​ເປັນ​ດ້ານ​ຫລັກ ​ໃນ​ຂະນະ​ທີ່​ພາຍ​ໃນ​ລາວ​ເອງ​ກໍ​ມີ​ຄວາມ​ຕ້ອງການ​ຊົມ​ໃຊ້​ໄຟຟ້າ​ເພີ່ມ​ຂຶ້ນທຸກໆ​ປີ ຈຶ່ງ​ເຮັດ​ໃຫ້​ລາວ ຕ້ອງ​ຊື້​ພະລັງງານ​ໄຟຟ້າ​ຄືນ​ຈາກ​ໄທ​ເພີ່ມ​ຂຶ້ນທຸກ​ປີ​ເຊັ່ນ​ດຽວ​ກັນ.

XS
SM
MD
LG