ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນຈະຊ່ວຍລາວພັດທະນາ ເສດຖະກິດແລະອື່ນໆ


ສຳນັກງານຂ່າວຍີ່ປຸ່ນກ່າວວ່າ ຍີ່ປຸ່ນແລະລາວໄດ້ຕົກລົງທີ່ຈະທຳງານຮ່ວມກັນເພື່ອ ພັດທະນາເສດຖະກິດ ແລະປະຕິຮູບອົງການສະຫະປະຊາຊາດ.

ອົງການຂ່າວກຽວໂດກ່າວວ່າ ໄດ້ມີການບັນລຸຂໍ້ຕົກລົງທີ່ວ່ານີ້ ໃນວັນອາທິດວານນີ້ ຢູ່ທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງການຢ້ຽມຢາມຂອງ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ທ່ານ Katsuya Okada.

ທ່ານໂອກາດະ ໄດ້ໃຫ້ຄວາມໝັ້ນໃຈແກ່ນາຍົກລັດຖະມົນຕີລາວ ທ່ານບົວສອນ ບຸບຜາວັນ ວ່າ ຍີ່ປຸ່ນຈະສືບຕໍ່ຊ່ວຍເຫລືອລາວ ຮັບມືກັບພາວະໂລກຮ້ອນ ບັນຫາຄວາມທຸກຍາກ ແລະການພັດທະນາເສດຖະກິດ.

ລາຍງານຂ່າວເວົ້າວ່າ ທ່ານບົວສອນກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ລາວຈະສືບຕໍ່ສະໜັບ ສະໜູນຄວາມພະຍາຍາມຂອງຍີ່ປຸ່ນ ເພື່ອໃຫ້ໄດ້ເຂົ້າເປັນສະມາຊິກ ໃນສະພາຄວາມ ໝັ້ນຄົງຂອງອົງການສະຫະປະຊາຊາດນັ້ນ.

ນອກນີ້ ທ່ານໂອກາດະຍັງໄດ້ພົບປະກັບປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ນໍາອີກ ຊຶ່ງທັງສອງຝ່າຍກໍໄດ້ຕົກລົງກັນທີ່ຈະສ້າງພື້ນຖານໄປສູ່ການລົງທຶນຂອງພາກສ່ວນ ເອກກະຊົນຂອງຍີ່ປຸ່ນ ໃນລາວໃຫ້ຫລາຍຂື້ນ.

ທ່ານ ໂອກາດະໄດ້ໄປຢ້ຽມຢາມລາວ ຫລັງຈາກໄປຮ່ວມກອງປະຊຸມອາຊ່ຽນ ທີ່ຮາໂນຍ.

XS
SM
MD
LG