ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງ​ການລາວມີ​ມາດ​ຕະ​ການ​ປ້ອງ​ກັນ ການແຜ່​ລະ​ບາດເຊື້ອ​ ໄວ​ຣັ​ສໂຄ​ໂຣ​ນາ ແລ້ວ ແຕ່​ການ​​ຈັດ​ຕັ້ງປະ​ຕິ​ບັດ ​ປາ​ກົດ​ວ່າ ຍັງຂ້ອນ​ຂ້າງ​ຊ້າ


ຜູ້​ໂດ​ຍ​ສ​ານ​ລໍ​ຖ້າ ທີ່​ສະ​ໜາມ​ບິນ​ວັດ​ໄຕ ສ​ປ​ປ ລາວ
ຜູ້​ໂດ​ຍ​ສ​ານ​ລໍ​ຖ້າ ທີ່​ສະ​ໜາມ​ບິນ​ວັດ​ໄຕ ສ​ປ​ປ ລາວ

ລັດຖະບານລາວກໍາລັງວາງມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອ ໄວຣັສ
ໂຄໂຣນາ ທີ່ພາໃຫ້ເປັນໂຣກປອດອັກ​ເສບໃໝ່ໃນຂະນະທີ່ລາວມີຊາຍແດນຕິດກັບ
ຈີນຢູ່ໃນ 3 ແຂວງພາກເໜືອ ແລະມີການເດີນທາງເຂົ້າອອກຈາກລາວກັບໄປຍັງຈີນ
ເປັນປະຈໍາ ຂອງບັນດານັກທຸລະກິດ, ນັກວິຊາການ, ກໍາມະກອນ ແລະ ນັກທ່ອງທ່ຽວ
ຈີນ ຮວມທັງຜູ້ເດີນທາງມາຈາກຫລາຍປະເທດຜ່ານຈີນເຂົ້າມາລາວ ກໍມີຄວາມເປັນ
ຫ່ວງກັນວ່າໂຣກປອດອັກ​ເສບ ຫລື ​ປອດບວມຊະໜິດໃໝ່ທີ່ເກີດຈາກເຊື້ອໄວຣັສໂຄ
ໂຣນາ (Coronavirus) ຈະມາແຜ່ຜາຍ ຫລືລະບາດຢູ່ໃນລາວ. ຕໍ່ບັນຫານີ້ ທາງວີ
ໂອເອ ກໍໄດ້ສໍາພາດປະຊາຊົນລາວ ແລະພະນັກງານທີ່ສະໜາມບິນສາກົນວັດໄຕ ຈໍາ ນວນນຶ່ງເພື່ອຖາມຄວາມຄິດເຫັນຂອງເຂົາເຈົ້າ. ລາຍລະອຽດຈະເປັນຈັ່ງໃດນັ້ນ ຂໍ ເຊີນທ່ານຮັບຟັງຈາກ ນັກຂ່າວຂອງພວກເຮົາໃນອັນດັບຕໍ່ໄປ.

ອີງຕາມອົງການຂ່າວຊິນຫົວທາງອິນເຕີແນັດຂອງທາງການຈີນ ສະບັບອອກໃນ ວັນທີ
23 ມັງກອນຜ່ານມາ, ​ພະ​ຍາດ​ປອດບວມ ຫລື​ປອດ​ອັກ​ເສບຊະໜິດໃໝ່ ທີ່ເກີດ​ຈາກ
​ເຊື້ອ​ໄວ​ຣັ​ສໂຄໂຣນາ (Corona) ໄດ້ເຮັດໃຫ້ 17 ຄົນ ເສຍຊີວິດ ແລະ ຫລາຍກວ່າ
444 ຄົນ ແລ້ວທີ່ຖືກຢືນຢັນວ່າ ໄດ້ລົ້ມປ່ວຍຍ້ອນຕິດເຊື້ອໄວ ຣັສນີ້ຢູ່ໃນແຂວງຮູເບ,
ທາງພາກກາງຂອງຈີນ. ເຊື້ອໄວຣັສທີ່ວ່ານີ້ຖືກພົບ​ວ່າ ໄດ້​ເລີ້ມ​ມີ​ຂຶ້ນຢູ່ໃນເມືອງວູຫານ, ຊຶ່ງເປັນເມືອງເອກຂອງແຂວງດັ່ງກ່າວໃນເດືອນທັນວາຜ່ານມາ. ມາຮອດວັນທີ 22
ມັງ​ກອ​ນຜ່ານມາ ມີຄົນລົ້ມປ່ວຍ ທີ່ຖືກຢືນຢັນວ່າຕິດເຊື້ອໄວຣັສນີ້ ຢູ່ທົ່ວຈີນຫລາຍເຖິງ
571 ກໍລະນີແລ້ວ.

ຕະຫຼາດ​ຫົວ​ຂົວ ນະ​ຄອນ​ຫຼວງວຽງ​ຈັນ
ຕະຫຼາດ​ຫົວ​ຂົວ ນະ​ຄອນ​ຫຼວງວຽງ​ຈັນ

ອີງຕາມອົງການຂ່າວດັ່ງກ່າວມີຄວາມເປັນຫ່ວງກັນຢ່າງຫລວງຫລາຍວ່າກໍລະນີຄົນຕິດ
ເຊື້ອໄວຣັສສາຍພັນໃໝ່ນີ້ ອາດຈະເພີ້ມຂຶ້ນຢ່າງວ່ອງໄວ ໃນຊ່ວງໄລຍະບຸນປີໃໝ່ ຫລືກຸດ
ຈີນ ທີ່ເລີ້ມຂຶ້ນໃນວັນທີ 25 ມັງກອນຜ່ານມານີ້ ຊຶ່ງມີຫລາຍຮ້ອຍລ້ານຄົນເດີນທາງຢ່າງ
ຄັບຄາໜາແໜ້ນຢູ່ໃນລົດເມ, ລົດໄຟ, ແລະເຮືອບິນ ເພື່ອໄປສະຫລອງບຸນປີໃໝ່ຮ່ວ​ມກັບ
ຄອບຄົວ. ຕໍ່ສະພາບການນີ້ ທາງການເທດສະບານເມືອງວູຫານ ກໍໄດ້ງົດການປະ​ຕິ​ບັດ​ງານການຂົນສົ່ງຂອງພະຫະນະຮັບໃຊ້ສາທາລະນະຊົນທຸກປະເພດເຊັ່ນ ລົດເມ, ລົດໄຟ
ໃຕ້ດິນ ແລະ ອື່ນໆ ແລະ ສາຍການບິນຂາອອກຈາກເມືອງດັ່ງກ່າວໄວ້ ແບບບໍ່ມີກໍານົດ.

ເນື່ອງຈາກວ່າລາວມີຊາຍແດນຕິດກັບຈີນ ຢູ່ໃນ 3 ແຂວງພາກເໜືອ​ ​ກໍຄືຜົ້ງ​ສາ​ລີ, ຫລວງ
​ນ້ຳ​ທາ ແລະ​ອຸ​ດົ​ມໄຊ ຈຶ່ງເຮັດໃຫ້ທາງການລາວມີຄວາມເປັນຫ່ວງຕໍ່ເລື້ອງນີ້ເປັນພິເສດ
ເຖິງແມ່ນວ່າຈະຍັງບໍ່ມີລາຍງານກໍລະນີສົງໄສໃດໆ ວ່າມີຄົນຕິດເຊື້ອໄວຣັສນີ້ຢູ່ໃນລາວ
ກໍຕາມ. ໃນວັນທີ 20 ມັງກອນ, 2020 ຜ່ານມາທາງກະຊວງສາທາລະນະສຸກກໍໄດ້ອອກ
ໜັງ​ສື​ແຈ້ງ​ການເລກທີ 030 ​ເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ພວກ ປະຕິບັດງານຢູ່​ດ່ານກວດຄົນເຂົ້າເມືອງຢູ່ໃນ 3 ແຂວງ ທີ່ມີຊາຍແດນຕິດກັບຈີນ ແລະສະ
​ໜາມ​ບິນສາກົນ 2 ແຫ່ງ ຊຶ່ງກໍຄືສະໜາມບິນ​ວັດ​ໄຕ ແລະສະ​ໜາມ​ບິນ​ຫລວງ​ພະ​ບາງທີ່​ມີ
​ຜູ້ໂດຍ​ສານ​ເດີນທາງເຂົ້າ-ອອກ​ປະເທດ ແລະເດີນທາງໄປ-ມາ ປະເທດຈີນເປັນປະຈໍານັ້ນ
ວ່າ​ໃຫ້ກະກຽມ​ຮັບ​ມື ແລະ​ຄວບ​ຄຸມ​ການ​ຕິດ​ເຊື້ອ​ໄວ​ຣັ​ສໂຄ ໂຣນາ (Corona) ສາຍ​ພັນ
ໃໝ່ດັ່ງກ່າວ. ໃນນັ້ນທາງກະຊວງກໍແຈ້ງວ່າ ຈະສົ່ງທີມງານການແພດໄປ​ເຄື່ອນ​ໄຫວປ້ອງ
ກັນ ແລະ​ຄວບ​ຄຸມ​ພະ​ຍາດຕິດ​ຕໍ່ ແລະ​ນຳ​ໃຊ້​ເຄື່ອງວັດແທກ​ອຸນ​ຫະ​ພູມຮ່າງ​ກາຍເພື່ອ​ຕິດ
​ຕາມ​ເຝົ້າ​ລະ​ວັງ ຢູ່ໃນດ່ານກວດ​ຄົນ​ເຂົ້າ​ເມືອງສາກົນຕ່າງໆ ຢູ່ທົ່ວປະເທດ.

ກ່ຽວກັບເລື້ອງນີ້ ທາງວີໂອເອກໍໄດ້ສໍາພາດພະນັກງານກົມຄຸ້ມຄອງອາຫານ ແລະຢາຈາກ
ກະຊວງສາທາລນະສຸກປະຈໍາສະໜາມບິນວັດໄຕ ຊຶ່ງພວກເພິ່ນໄດ້ໃຫ້ ຄໍາເຫັນວ່າ:
“ກະແຈ້ງມາແລ້ວ ເພາະວ່າພວກເຮົາກະມີໜ່ວຍງານລະບາດຢູ່ໃນສະໜາມບິນ ກະ
ໄດ້ຮ່ວມມືກັນຫັ້ນແລ້ວ ກ່ຽວກັບການລະບາດນີ້."

ຕໍ່ບັນຫານີ້ ກໍມີຄວາມເປັນຫ່ວງກັນຢູ່ໃນໝູ່ປະຊາຊົນ ແລະ​ກໍມີສົນທະນາກັນຫລາຍສົມ
ຄວນກ່ຽວກັບການລະບາດຂອງເຊື້ອໄວຣັສໂຄໂຣນາ ທີ່ວ່ານີ້ ຢູ່ໃນຄົນລາວບາງກຸ່ມ ໂດຍ
ສະເພາະແມ່ນພວກທີ່ຢູ່ໃນຂະແໜງການທ່ອງທ່ຽວ ຊຶ່ງໃນນັ້ນພະນັກງານນໍາທ່ຽວຄົນນຶ່ງ ທີ່ໄປຮັບເອົາແຂກທ່ອງທ່ຽວເດີນທາງມາສະ​ໜາມ​ບິນ​ວັດ​ໄຕ ກໍໃຫ້ຄໍາເຫັນວ່າ:

“ມັນກະມານໍານັກທ່ອງຖອກ ທ່ອງທ່ຽວຊັ້ນລະ. ມັນມາກໍຈໍາເປັນແຫລະອັນນີ້ ມັນຕິດ
ຄົນສູ່ຄົນໄດ໋ອັນນີ້. ຄົນລາວນີ້ຫວາ ໄປຮຽນຈີນ ແລ້ວເຂົາ ພັກຊ່ວງໄລຍະພັກກຸດຈີນ
ນີ້ຕິ.”

ຢ່າງໃດກໍຕາມ ເຖິງແມ່ນວ່າຈະມີການເຜີຍແຜ່ກ່ຽວກັບໃບແຈ້ງການດັ່ງກ່າວຂອງກະຊວງ
ສາທາລະນະສຸກ ແລະເຕືອນໃຫ້ປະຊາຊົນໃຫ້ເຝົ້າລະວັງກ່ຽວກັບເຊື້ອພະຍາດນີ້ແລ້ວ
ກໍ​ຕາມ ແຕ່ການຈັດຕັ້ງປະຕິບັດໃນຕົວຈິງນັ້ນ ຍັງປາກົດວ່າຊັກ​ຊ້າ ດັ່ງການໃຫ້ຄໍາເຫັນ
ຂອງພະນັກງານຍິງປະຈໍາສະໜາມບິນແຫ່ງນັ້ນຄົນນຶ່ງ:

“ໄດ້ຍິນແຕ່ຂ່າວຕາມໂທລະທັດ ຕາມອັນນັ້ນ ຫາກບໍ່ເຫັນໃຜລົງມາເທື່ອ”

ເຊັ່ນດຽວກັນ ອີງຕາມການບອກເລົ່າຂອງພະນັກງານຫຸ້ມຫໍ່ຫີບກ່ອງຕ່າງໆ ປະຈໍາສະ
ໜາມບິນວັດໄຕ ຫລັງ​ຈາກສາມມື້ ທີ່ມີໃບແຈ້ງການກ່ຽວກັບການຮັບມືກັບເຊື້ອ​ໄວ​ຣັ​ສ​ທີ່​
ພາ​ໃຫ້​ເກີດ​ໂຣກ​ປອດ​ອັກ​ເສບຂອງກະຊວງສາທາລະນະສຸກອອກມາແລ້ວ ກໍປາກົດວ່າ ມາດຕະການນັ້ນ ຍັງບໍ່ທັນໄດ້ຖືກນໍາໄປປະຕິບັດຢ່າງວ່ອງໄວ ເມື່ອທຽບໃສ່ກັບສະພາບ
ການແຜ່ລະບາດທີ່​ວ່ອງ​ໄວຢູ່ໃນຈີນ, ປະ​ເທດ​ເພື່ອນ​ບ້ານ​ຂອງ​ລາວ ທີ່​ອາດ​ຈະ​ແຜ່​ລາມ​
ມາ​ເຖິງ​ລາວ​ໄດ້ ໂດຍສະເພາະໃນໄລຍະປີໃໝ່ຈີນທີ່ມີຄົນ​ຈຳ​ນວນຫລວງຫລາຍເດີນທາງ
ໄປ ແລະມາຈາກຈີນ ດັ່ງການຄາດຄະເນຂອງຫລາຍຄົນຢູ່ໃນລາຍງານຂອງອົງການຂ່າວ
ຊິນຫົວທີ່ກ່າວຢູ່ຂ້າງເທິງນັ້ນ. ເມື່ອຖາມເຖິງການເອົາເຄື່ອງວັດແທກ​ອຸນ​ຫະ​ພູມຮ່າງກາຍ
ໄປກຽມໄວ້ເພື່ອກວດຜູ້ໂດຍສານທີ່ເດີນທາງມາຈາກຈີນ ຕາມໃບແຈ້ງການຂອງ​ກະ​ຊວງ​
ສາ​ທາ​ລະ​ນະ​ສຸກນັ້ນ ພະ​ນັກ​ງານຜູ້ນີ້ຕອບວ່າ:

“ບໍ່ຄ່ອຍເຫັນເຂົາກວດ ມາກະມາທຳມະດາ ນີ້ແຫລ້ວ. ມາກະມີແຕ່ເອົາເຄື່ອງລົງ ບໍ່ຮູ້
ອີຫຍັງ. ບໍ່ຄ່ອຍມີໜາ ບໍ່ທັນໄດ້ມີ ບໍ່ທັນໄດ້ມີຂະບວນການເລື້ອງກວດ ເລື້ອງຫຍັງ ບໍ່
ທັນໄດ້ມີ ບໍ່ທັນໄດ້ເຫັນ. ກາທໍາມະດາໜີ້ແຫລະ ຜູ້ໃດມາກໍມາທໍາມະດາ ເອົາ
ເຄື່ອງ
ລົງກາບໍ່ໄດ້ກວດ ບໍ່ໄດ້ຫຍັງ ກະທໍາມະດາ ຊາເບິ່ງກະບໍ່ເຫັນກວດ.”

ສະຫລຸບແລ້ວ, ​ພະ​ຍາດ​ປອດອັກ​ເສບ ຫລື​ປອດບວມຊະ​ໜິດໃໝ່ ທີ່ເກີດ​ຈາກ​ເຊື້ອ​ໄວ
​ຣັ​ສໂຄໂຣນາ (Corona) ທີ່ລະບາດຢ່າງວ່ອງ​ໄວຢູ່ໃນຈີນນັ້ນ ແມ່ນເຮັດໃຫ້ມີຄວາມ
ເປັນຫ່ວງກັນຢ່າງຫລວງຫລາຍຢູ່ໃນລາວ, ຊຶ່ງເປັນປະເທດນຶ່ງທີ່ມີຊາຍແດນຕິດກັບ
ຈີນ ແລະມີຄົນລາວ ໂດຍສະເພາະແມ່ນນັກສຶກສາລາວທີ່ຮຽນຢູ່ຈີນ ແລະຊາວຈີນເດີນ
ທາງເຂົ້າອອກລາວ ເພື່ອກັບໄປປະເທດເປັນປະຈໍາ. ເພື່ອຮັບມືກັບສະພາບການດັ່ງ
ກ່າວ ລັດຖະບານກໍໄດ້ຮີບຮ້ອນຈັດໃຫ້ມີມາດຕະການເພື່ອກຽມຕ້ານການແຜ່ລະບາດ
ຂອງເຊື້ອໄວຣັສໃໝ່ ແລະອັນຕະລາຍຊະນິດນີ້ໄວ້. ແຕ່ວ່າ ໃນພາກປະຕິບັດຕົວຈິງກໍ
ຍັງປາກົດວ່າ ບໍ່ທັນເຮັດໄດ້ຢ່າງວ່ອງໄວເທົ່າທີ່ຄວນເທື່ອ.

ຄຳ​ແນະ​ນຳ​ໃນ​ການ​ປ້ອງ​ກັນ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ ເປັນ​ພາ​ສາ​ອັງ​ກິດ
ຄຳ​ແນະ​ນຳ​ໃນ​ການ​ປ້ອງ​ກັນ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG