ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ເປັນ 1 ໃນ 95 ປະ​ເທດ​ ທີ່​ໄຟ​ເຊີ​ເປີດ​​ທາງ​ໃຫ້ໃຊ້​ສູດ ຜະ​ລິດຢາເມັດກັນ​ໂຄວິດ​ໄດ້ ຊຶ່ງ​​ເປັນ​ຂ່າວ​ດີ​ສຳ​ລັບ​ຊາວ​ລາວ


ເຄື່ອງ​ໝາຍ Pfizer ຕິດ​ຢູ່​ໜ້າ​ຕຶກ​ຂອງ​ສຳ​ນ​ັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ​ນີ້ ໃນ​ນະ​ຄອນ​ນິວຢອກ, ວັນ​ທີ 5 ກຸມ​ພາ, 2021
ເຄື່ອງ​ໝາຍ Pfizer ຕິດ​ຢູ່​ໜ້າ​ຕຶກ​ຂອງ​ສຳ​ນ​ັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ​ນີ້ ໃນ​ນະ​ຄອນ​ນິວຢອກ, ວັນ​ທີ 5 ກຸມ​ພາ, 2021

ຂະ​ນະ​ທີ່​ລາວ​ກຳ​ລັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສະ​ກັດ​ກັ້ນ​ບໍ່​ໃຫ້​ຈຳ​ນວນ ກໍ​ລະ​ນີ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ເພີ້ມ​ຂຶ້ນ​ຢູ່ນີ້ ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້​ກໍ​ມີ​ຂ່າວ​ດີ​ອອກ​ມາ​ຈາກບໍລິສັດຟາຍເຊີ (Pfizer) ຂອງສະຫະລັດກ່ຽວ​ກັບ​ຜົນ​ສໍ​າ​ເລັດ​ໃນ​ການ​ຜະ​ລິດຢາເມັດເພື່ອກັນ​ໂຄວິດ-19 ຊະນິດໃໝ່ທີ່ຊື່ວ່າ Paxlovid ຊຶ່ງ​ຈາກ​ການ​ທົດ​ລອງ​ພົບ​ວ່າ​ ສາ​ມາດຫລຸດຜ່ອນຄວາມສ່ຽງໃນການເຂົ້ານອນໃນໂຮງໝໍ ແລະການຕາຍຂອງຜູ້​ຕິດ​ເຊື້ອ ​ທີ່ບໍ່​ເຖິງ​ຂັ້ນ​ຮ້າຍ​ແຮງນັ້ນໄດ້ເກືອບຮອດ 90 ເປີ ເຊັນ​. ນອກນັ້ນ ບໍລິສັດນີ້ຍັງໄດ້ລົງນາມ ໃນຂໍ້ຕົກລົງກັບກຸ່ມ Medicines Patent Pool ຫລື MPP ທີ່ມີ​ສຳ​ນັກ​ງານ​ໃຫຍ່ຕັ້ງຢູ່ນະຄອນເຈນີວາຊຶ່ງເປັນ ກຸ່ມດ້ານສາທາລະນະສຸກຂອງອົງການສະຫະປະຊາຊາດວ່າຈະອະນຸຍາດໃຫ້ຜູ້ ຜະລິດຢາທົ່​ວ​ໄປໃນ 95 ປະເທດ​ຜະລິດຢາເມັດກັນໂຄວິດ-19 ທີ່​ຢູ່ໃນຂັ້ນທົດ ລອງຂອງຕົນນີ້ໄດ້. ​ສປ​ປ ລາວເອງກໍນອນ​ຢູ່ໃນ 95 ປະ​ເທດ​ທີ່​ວ່ານັ້ນ. ​ແຕ່ ຢ່າງ​ໃດ​ກໍ​ຕາມປະ​ເທດ​ເຫລົ່າ​ນີ້ຖ້າ​ສົນ​ໃຈຢາກ​ໄດ້​ສູດ​ຜະ​ລິດ​ຢານີ້ກໍ​ຕ້ອງໄດ​ຍື່ນ​ຄຳ​ຮ້ອງ​ຂໍ​ອະ​ນຸ​ຍາດ​ບໍ່​ກາຍ​ວັນ​ທີ 6 ທັນ​ວາ​ຈະ​ມາ​ເຖິງນີ້, ​ອີງ​ຕາມ​ເວັບ​ໄຊ​ທ໌ຂອງ​ກຸ່ມ MPP https://medicinespatentpool.org/licence-post/pf-07321332/

ຕໍ່​ສະ​ພາບ​ການນີ້ ​ແມ່​ຍິງ​ລາວ​ໄວ​ກາງ​ຄົນ​ຜູ້​ນຶ່ງ​ ໃນ​ນະ​ຄອນ​ຫລວງວຽງ​ຈັນ ບ່ອນ​ທີ່​ການລະ​ບາດ​ຂອງ​ໂຄວິດ-19 ຍັງ​ສືບ​ຕໍ່​ສູງ​ຂຶ້ນ​ນັບ​ມື້ນັ້ນ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ:

ບໍລິສັດຟາຍເຊີເວົ້າ​ອີກວ່າ​ຕົນ ​ຈະ​ບໍ່​ເກັບ​ເງິນ​ຄ່າ​ຢານີ້​ນຳ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ທີ່​ໄດ້​ຮັບຢາ​ວັກ​ຊີນ​ກັນ​ໂຄວິດ-19 ຈາກ​ບໍ​ລິ​ສັດ​ນີ້ ໃນ​ຈຳ​ນວນໂດ​ສ​ທີ່​ໜ້ອຍກວ່າ 1 ເປີ​ເຊັນ​ຂອງວັກ​ຊີນທີ່​ຕົນ​ຜະ​ລິດ, ອີງ​ຕາມ​ເວັບ​ໄຊ​ທ໌​ຂອງ​ບໍ​ລິ​ສັດ​ນີ້. ສະ​ນັ້ນມັນ​ກໍ​ເປັນ​ຂ່າວ​ດີ​ຫລາຍ​ສຳ​ລັບ​ປະ​ເທດ​ລາວ ເພາະ​ລາວ​ຜ່ານ​ມາ​ຍັງ​ບໍ່​ທັນ​ໄດ້​ຮັບ​ວັກ​ຊີນ​ໄຟ​ເຊີ​ຫລາຍ.

XS
SM
MD
LG