ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນປະເທດ ທີ່ມີສູນກາງການຄ້າມະນຸດທີ່ຂະຫຍາຍຕົວ ນັບມື້ນັບເພີ້ມຂຶ້ນ


Like slaves on an auction block waiting to be selected, victims of human trafficking have to perform as they are told or risk being beaten (2005 file photo)
ພວກແຮງງານລາວທີ່ຖືກຊັກຊວນໄປເຮັດວຽກຢູ່ຕ່າງໆປະເທດ ຫຼື ແຕ່ງງານກັບຄົນຈົນ ສ່ວນຫຼາຍຕົກເປັນເຫຍື່ອຂອງການຄ້າມະນຸດ.

ສະພາບເສດຖະກິດທີ່ຝືດເຄືອງບວກກັບຄວາມຮັບຮູ້ຍັງບໍ່ສູງກ່ຽວກັບການຄ້າ ມະນຸດຂອງຊາວໜຸ່ມທີ່ດ້ອຍໂອກາດໃນການສຶກສາ ແລະການປະຕິບັດງານ ຂອງເຈົ້າໜ້າກໍຍັງບໍ່ເຂັ້ມງວດປານໃດ ເຮັດໃຫ້ເຄືອຂ່າຍການຄ້າມະນຸດທັງຢູ່ ພາຍໃນປະເທດ ແລະຂ້າມປະເທດຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ຊຶ່ງ ໄຊຈະເລີນສຸກ ມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລາວທີ່ມີເສດຖະກິດການຂະຫຍາຍຕົວຢ່າງວ່ອງໄວ ຊຶ່ງໂດຍຕົ້ນຕໍແລ້ວແມ່ນ ອາໄສການລົງທຶນໃນຂະແໜງການຂຸດຄົ້ນຊັບພະຍາກອນທໍາມະຊາດເຊັ່ນ ບໍ່ແຮ່ ແລະເຂື່ອນໄຟຟ້ານັ້ນ ບໍ່ໄດ້ສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວຫຼາຍພໍປານໃດ. ພວກຊາວໜຸ່ມທີ່ທຸກຍາກຈຶ່ງມັກພາກັນດີ້ນຮົນໄປຫາເງິນທັງຢູ່ພາຍໃນ ແລະຕ່າງປະເທດ. ສໍາລັບຢູ່ພາຍໃນປະເທດນັ້ນ ຊາວໜຸ່ມທີ່ດ້ອຍໂອກາດມັກຈະຖືກຊັກຊວນໃຫ້ໄປເຮັດວຽກທີ່ຜິດກົດໝາຍໃນຫຼາຍແບບ ເຊັ່ນຖືກບັງຄັບໃຫ້ຂາຍປະເວນີ ແລະຕອບແຊັດເພື່ອຫລອກລວງເອົາເງິນຄົນ. ວຽກງານທີ່ວ່ານີ້ ແມ່ນບໍ່ໄດ້ ຜ່ານບໍລິສັດຈັດຫາງານທີ່ຖືກຕ້ອງຕາມກົດໝາຍ ດັ່ງທີ່ພະນັກງານຂອງບໍລິສັດ ຈັດຫາງານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໃຫ້ຄໍາເຫັນວ່າ:

“ຢູ່ໜີ້ມີຢູ່ ແຕ່ວ່ານີ້ມັນບໍ່ຖືກ ຢ້ານມັນແມ່ນການຂາຍມະນຸດ ຄ້າມະນຸດຫລາຍ ກ່ວາ ຂ້ອຍບໍ່ກ້າບອກເດີໂຕນີ້ ເປັນຕາຢ້ານຫລາຍຊ່ວງນີ້ ເພາະວ່າເຂົາຢາກເອົາແຕ່ຜູ້ຍິງວ່າປະກາດເອົາຕອບແຊດຫັ້ນນະຢ່າສູ່ໄປເດັດຂາດ. ຜູ້ຊາຍໄປ ກະແບບວ່າ ບໍ່ໃຫ້ເງິນເດືອນ ລະກະມັນທາລຸນ. ເອີ້, ເຈົ້າບໍ່ສະບາຍກະຕີ ກະຂ້າເຈົ້າຫັ້ນນະ ຂ້ອຍບໍ່ຢາກໃຫ້ສ່ຽງ. ຄັນໄປຖືກຜູ້ດີກະດີ.”

ພວກຄົນງານເຫລົ່ານີ້ສ່ວນຫລາຍຖືກຂັງຢູ່ໃນເຂດຄຸ້ມໃຫຍ່ທີ່ມີການເວນຍາມຢ່າງເຄັ່ງຄັດຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາຢູ່ເມືອງຕົ້ນເຜິ້ງ ດັ່ງທີ່ຍິງສາວ ຄົນນຶ່ງທີ່ເຄີຍຖືກບັງຄັບໃຫ້ຂາຍບໍລິການທາງເພດຢູ່ທີ່ນັ້ນເລົ່າສູ່ຟັງວ່າ:

“ຢູ່ແຕ່ຫ້ອງບໍ່ໃຫ້ອອກໄປໃສ ອອກໄປຊື້ຂອກຊື້ເຄື່ອງກະບໍ່ໄດ້ ກະຕິດຢູ່ເທິງນີ້ເລີຍ ເຂົາມີຄົນຍາມເຂົາຢ້ານລັກໜີ ເວລາໄປເຮັດວຽກນະ ເຂົາບໍ່ໃຫ້ເອົາໂທລະສັບໄປນໍາ ເຂົາເອົາໂທລະສັບມ້ຽນ ໃຜເອົາໄປນໍາເຂົາປັບໃໝ ເລີ້ມຕົ້ນຫ້າພັນຂຶ້ນໄປ ຖ້າວ່າເຂົາຈັບໄດ້ວ່າເອົາໂທລະສັບໄປນໍາຫັ້ນນະ. ສະພາບນັ່ງ ໝົດມື້ໝົດຄືນບໍ່ມີໂທລະສັບຫລິ້ນຫັ້ນນະ ແຕ່ຖາມວ່າມີລູກຄ້າບໍ ໂອ້ຍຈົນວ່າ ປິ້ນພຸ້ນລະ ຄັນວ່າລັກໜີພົ້ນກະລອດໄປ ຄັນບໍ່ລອດກະຕາຍທາງເປັນ ເຂົາຊິເຮັດໃຫ້ຕາຍກະບໍ່ຕາຍກະຢູ່ພໍຍາກຫັ້ນແຫລະ.”

ສ່ວນພວກທີ່ເຮັດວຽກຕອບແຊັດນັ້ນ ຈະຖືກເອົາໄປໄວ້ ຢູ່ທີ່ຄອລເຊັນເຕີ (Call Center) ຢູ່ໃນເຂດຄຸ້ມໃຫຍ່ໆ ທີ່ມີການເວນຍາມຕະຫຼອດເວລາເຊັ່ນກັນ ແລ້ວກໍຖືກບອກໃຫ້ຕົວະຍົວະເອົາເງິນຈາກຄົນ ໂດຍຜ່ານການໂອ້ລົມໃນສື່ສັງຄົມອອນລາຍເຊັ່ນເຟັສບຸກ ຕາມຄໍາສັ່ງຂອງນາຍຈ້າງຜູ້ທີ່ສະໜອງຂໍ້ມູນ ແລະ ຕົວຢ່າງຂອງຄໍາເວົ້າທີ່ມີຫລາຍແບບຫຼາຍວີທີ ດັ່ງທີ່ຍິງສາວຄົນນຶ່ງທີ່ເຄີຍເປັນພະນັກງານຕອບແຊັດ ຢູ່ທີ່ນັ້ນເລົ່າສູ່ຟັງວ່າ:

“ຈີບແຈນັ້ນ ຈີບແຈນີ້ ບາງເທື່ອເຂົາກະເຊື່ອເດເນາະ ເຮັດໄປຊີ້ນະ ເຂົາເຈົ້າມີຂໍ້ມູນຢູ່ໃນອັນນັ້ນຂະເຈົ້າ ຂະເຈົ້າສົ່ງຫາເຈົ້າໂລດ, “ສະບາຍດີ ອັນເຈົ້າຊື່ຫຍັງ?” ຈັ່ງຊັ້ນຈັ່ງຊີ້ທໍາອິດກະລົມກັນຈັ່ງຊີ້ກ່ອນໄດ໋ ແລະບັດເຈົ້າລືມອັນນັ້ນ ຕອບໄປຕອບມາແລ້ວ ກະຫລົງໄປບາດນີ້. ໂອຍເຂົາກະຕົວະເງິນໄດ້ເປັນທໍ່ໃດຕໍ່ທໍ່ໃດ ຄົນໄທກະຖືກບັກຫລາຍໆ.”

ຄ້າຍໆກັນກັບຜູ້ຮັບເໝົາບຸກເບີກດິນເພື່ອພັດທະນານິຄົມປູກຝັງຂະໜາດໃຫຍ່ ໃຫ້ແກ່ຈີນຢູ່ແຂວງຫຼວງນໍ້າທາ ທີ່ຕິດກັບແຂວງບໍ່ແກ້ວທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາຕັ້ງຢູ່ນັ້ນ ກໍເລົ່າສູ່ຟັງວ່າ:

“ຕາມຮູ້ຫັ້ນນະພັກພວກເຈົ້າໜ້າທີ່ເພິ່ນເວົ້າສູ່ຟັງວ່າມັນອັນຕະລາຍໄດ໋ ອັນນີ້ໜະ ເຂົາປາບປາມກັນໄດ໋ ບ່ອນດີກະດີ ບ່ອນບໍ່ດີກະອັນຕະລາຍໄດ໋. ມັນເປັນວຽກທີ່ຜິດກົດໝາຍໄດ໋ອັນນີ້ ໜີ້ນະ. ມີຈໍາພວກນຶ່ງກະໄປໄດ້ມາໄດ້. ຈໍາພວກນຶ່ງ ກະອອກຈາກນອກແຊັດ ອອກນອກຈາກເຂດນັ້ນ ກະອອກບໍ່ໄດ້. ຄົນເຮັດວຽກໄດ້ເຂົາກະໃຫ້ອອກ ຄົນເຮັດບໍ່ໄດ້ເຂົາກະບັງຄັບ ເຮົາກະບໍ່ຮູ້. ມີຈໍານວນນຶ່ງກະໄປຢູ່ຫັ້ນແລ້ວເຂົາກະຂາຍຕໍ່ໄປພະມ້າ ພະມ້າກະມີເດ ຄາຊິໂນ ອືຜູ້ຊາຍເຂົາກະຂາຍ ບໍ່ຮູ້ວ່າເຂົາເອົາໄປແບບໃດ.

ແລະນັກທຸລະກິດທ່ານນີ້ໄດ້ເລົ່າສູ່ຟັງຕື່ມເຖິງຜົນທີ່ຕິດຕາມມາຂອງການໜີໄປບໍ່ລອດ ວ່າ:

“ຊາຮູ້ຜ່ານມາເນາະ ກະຄືເຫັນຫັ້ນແຫລະ ກະຄັນຈັບໄດ້ໜີ້ ເຂົາກະປະຫານຊີວິດໄດ໋ຈີນນະ. ລາວເຮົາກະບໍ່ຮູ້ວ່າເພິ່ນຈະເອົາໄປແນວໄດ໋ ກະມີຈໍານວນນຶ່ງເພິ່ນຈັບໄດ້ໜະ ມີຈີນ, ຈີນຄັນຈັບໄດ້ແມ່ນປະຫານເລີຍ ເອົາໄປເຂົາປະຫານເລີຍ. ເປັນເລື້ອງຈິງໄດ໋ ອັນນີ້ເປັນເລື້ອງຈິງໄດ໋ ບໍ່ແມ່ນຂ່າວປອມໄດ໋.

ແຕ່ຢ່າງໃດກໍຕາມ ທາງການລາວກໍໄດ້ເຮັດວຽກຮ່ວມກັບເຈົ້າໜ້າທີ່ຈີນເພື່ອປາບ ປາມທຸລະກິດການຄ້າມະນຸດທີ່ວ່ານີ້ ຢ່າງຕໍ່ເນື່ອງມາ.

ສ່ວນຫ້ອງການວ່າດ້ວຍຢາເສບຕິດ ແລະອາດຊະຍາກໍາຂອງອົງການສະຫະ ປະຊາຊາດນັ້ນ ເວົ້າຢູ່ໃນບົດລາຍງານການສໍາຫລວດ ປີ 2023 ກ່ຽວກັບຕົວຜັກດັນໃຫ້ມີການລັກລອບຄ້າມະນຸດຢູ່ໃນປະເທດເອເຊຍຕາເວັນອອກສຽງໃຕ້ວ່າ ພວກລັກລອບຄ້າມະນຸດຂ້າມຊາດແມ່ນມີເຄືອຂ່າຍກວ້າງຂວາງນັບແຕ່ຂັ້ນຮາກ ຖານໄປຈົນເຖິງຂັ້ນກາງ ຫລືຂັ້ນສູງຢູ່ໃນປະເທດຕົ້ນທາງ ແລະປາຍທາງ ແລະ ຂະຫຍາຍຕົວຢ່າງວ່ອງໄວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG