ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປະເທດ ລາວ ຮັບມືກັບ COVID-19 ແລະ ໄຂ້ມາເລເຣຍ ໃນເວລາດຽວກັນ


ແຜນທີ່ປະເທດ ລາວ.
ແຜນທີ່ປະເທດ ລາວ.

ປະເທດ ລາວ ນອກຈາກຈະຮັບມືກັບໄວຣັສໂຄໂຣນາແລ້ວ, ເຂົາເຈົ້າຍັງຕ້ອງໄດ້ຮັບມືກັບການຕິດເຊື້ອມາເລເຣຍ ຫຼື ໄຂ້ຍຸງໃນເວລາດຽວກັນ, ເຊິ່ງການຕິດເຊື້ອມາເລເຣຍ ໄດ້ເປັນບັນຫາມາແຕ່ດົນນານໃນປະເທດດັ່ງກ່າວ.

ປະເທດລາວ ຕັ້ງຢູ່ເຂດທີ່ມີພູມອາກາດຮ້ອນຊຸ່ມ ແລະ ອົບເອົ້າ, ເຊິ່ງເໝາະສົມສຳລັບການແຜ່ພັນຂອງຍຸງ.

ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກໄດ້ກ່າວໃນພຸດມື້ນີ້ວ່າ “ໃນວັນທີ 29 (ກັນຍາ) 2020, ພວກເຮົາມີຜູ້ຕິດເຊື້ອທັງໝົດແມ່ນ 41 ກໍລະນີ, ລະກະບໍ່ມີກໍລະນີເສຍ ຊີວິດ. ນັບແຕ່ເດືອນ 1 ມາເຖິງປັດຈຸບັນມີຕົວເລກສະສົມການຕິດເຊື້ອໄຂ້ຍຸງລາຍ 6,812 ຄົນ. ລະກະມີລາຍງານກໍລະນີຢູ່ໃນ 18 ແຂວງ, ໝາຍຄວາມວ່າຢູ່ໃນທົ່ວປະເທດ.”

ທ່ານໄດ້ກ່າວຕື່ມອີກວ່າແຂວງທີ່ມີການລາຍງານການຕິດເຊື້ອຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ, ຕາມດ້ວຍແຂວງບໍລິຄຳໄຊ, ບໍ່ແກ້ວ, ແຂວງວຽງຈັນ. ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍນັບຕັ້ງແຕ່ເດືອນມັງກອນເປັນຕົ້ນມາແມ່ນ 12 ຄົນ. ເຊິ່ງຜູ້ເສຍຊີວິດທັງໝົດແມ່ນຢູນະຄອນ ຫຼວງ ວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ.

ສຳລັບຜູ້ເສຍຊີວິດຄົນທີ 12 ນັ້ນເປັນເພດຊາຍ ອາຍຸ 40 ປີ, ຢູ່ບ້ານຫຍໍ້ ເມືອງ ບຸນເໜືອ ແຂວງຜົ້ງສາລີ.”

ການຕິດໄຂ້ມາເລເຣຍຈະເພີ່ມຂຶ້ນຫຼາຍທີ່ສຸດໃນຊ່ວງລະດູຝົນ, ແລະ ເພື່ອປ້ອງ ກັນການຕິດໄຂ້ມາເລເຣຍນັ້ນ ກໍແມ່ນຫຼີກລ່ຽງການຖືກຍຸງກັດເຊັ່ນ ນອນໃນມຸ້ງ, ທາຢາກັນຍຸງ ແລະ ທຳລາຍແຫຼ່ງກຳເນີດຂອງຍຸງ.

ສຳລັບສະພາບການໄວຣັສໂຄໂຣນາໃນ ລາວ ນັ້ນ, ຜູ້ຕິດເຊື້ອແມ່ນຍັງມີ 13 ກໍລະນີຢູ່ຄືເກົ່າ, ແລະ ຜູ້ຕິດເຊື້ອຄົນທີ 13 ນັ້ນແມ່ນຍັງໄດ້ສືບຕໍ່ຮັບການປິ່ນປົວຢູ່ໂຮງໝໍ ແລະ ກໍມີສຸຂະພາບແຂງແຮງດີ ອີງຕາມການກ່າວຂອງ ດຣ. ສີສະຫວາດ ສຸດທານີລະໄຊ.

XS
SM
MD
LG