ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນພາກັນກັບຄືນໄປ ປູກຝິ່ນອີກ ຢູ່ໃນລາວ


ພໍ່ຄ້າຢາເສບຕິດຄົນນຶ່ງ ທີ່ຖືກຈັບໃນລາວ
ພໍ່ຄ້າຢາເສບຕິດຄົນນຶ່ງ ທີ່ຖືກຈັບໃນລາວ

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຍອມຮັບ​ວ່າ ສະພາວະ​ການ​ຂາດ​ແຄນ​ປັດໃຈໃນ​ການ​ດໍາລົງ​ຊີບ​ແລະ​ການ​ຫວ່າງ​ງານ ​ເປັນສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ປະຊາຊົນ​ລາ​ວພາກັນ​ກັບ​ຄືນ​ໄປ​ລັກລອບ​ປູກ​ຝິ່ນ​ອີກ​ເທື່ອ​ໃໝ່​ ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເຜົ່າ​ທີ່​ຖືກ​ຍົກຍ້າຍ​ມາ​ຢູ່​ໃນ​ເຂດ​ບ້ານ​ຈັດ​ສັນ ໃໝ່.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ຄະນະ​ກໍາມະການ​ຄວບ​ຄຸມ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ​ໄດ້​ ໃຫ້ການ​ຍອມຮັບ​ວ່າ​ ສາ​ເຫດ​ທີ່​ສໍາຄັນ​ປະການ​ນຶ່ງທີ່​ເຮັດ​ໃຫ້​ຍັງ​ຄົງ​ມີ​ການ​ຖາງ​ປ່າ​ແລະ​ລັກ ລອບ​ປູກ​ຝິ່ນ​ຢູ່​ໃນ​ລາວ​ຈົນ​ເຖິງ​ທຸກ​ມື້​ນີ້ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ໄດ້​ປະກາດ​ໃຫ້​ລາວ​ເປັນ​ ປະ​ເທດ​ທີ່​ປອດ​ຈາກ​ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ​ນັບ​ຈາກ​ປີ 2006 ​ເປັນ​ຕົ້ນ​ມາ​ແລ້ວ​ກໍ​ຕາມ ກໍ​ຄື​ ບັນຫາ​ຄວາມ​ຍາກຈົນ. ​ໂດຍ​ສະ​ເພ​າະ​ແລ້ວ ກໍແມ່ນ​ໃນ​ສ່ວນ​ຂອງ​ການ​ດໍາ​ເນີນ​ໂຄງການ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ​ ດ້ວຍ​ການ​ຍົກຍ້າຍ​ບັນດາ​ຊົນ​ເຜົ່າ​ຈາກ​ເຂດ​ພູດ​ອຍລົງ​ມາ​ຢູ່​ຮ່ວມ ​ກັນ​ໃນ​ເຂດ​ບ້ານ​ຈັດ​ສັນ​ໃໝ່​ນັ້ນ​ ກໍ​ຍັງ​ປາກົດ​ວ່າ​ໄດ້​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ​ການ​ເຮັດ​ໃຫ້​ປະຊາ ຊົນ​ບັນດາ​ເຜົ່າ ​ຕ້ອງ​ພາກັນກັບ​ຄືນ​ໄປ​ລັກລອບ​ປູກ​ຢາຝິ່ນ​ອີກ​ເທື່ອ​ໃໝ່ ​ຫລາຍ​ຂຶ້ນ​ເລື້ອຍໆ ​ເນຶ່ອງຈາກ​ວ່າການ​ດໍາ​ເນີນ​ໂຄງການ​ດັ່ງກ່າວ​ໄດ້ປະສົບ​ກັບ​ຄວາມ​ລົ້ມແຫລວ​ ຢູ່​ໃນ​ຫລາຍໆ​ ພື້ນ​ທີ່​ນັ້ນ​ເອງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຄົນ​ດັ່ງກ່າວ​ໄດ້​ໃຫ້ການ​ອະທິບາຍ​ເຖິງ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ນຶ່ງ​ວ່າ:

“ຍ້ອນ​ການຈັດ​ສັນພູ​ມລໍາ​ເນົາ​ຂອງ​ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ມີ​ການ​ຄົ້ນຄວ້າ​ພູມ​ລໍາ​ເນົາ​ ວ່າ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ​ ຈະ​ໃຫ້​ປະຊາຊົນ​ປູກ​ເຮືອນ​ຄື​ແນວ​ໃດ ບ່ອນ​ທໍາ​ການ​ ຜະລິດ ຖະໜົນ​ຫົນທາງ​ ອາຊີບ​ໃໝ່​ຫລື​ວ່າ​ອື່ນໆ ​ໂດຍ​ບໍ່​ວ່າຈະ​ເປັນ​ໄຟຟ້າ ນໍ້າ​ປະປາ ສຸກສາລາ ນໍ້າ​ສະອາດ ​ແລະ​ປັດໃຈອື່ນໆ​ ເພື່ອ​ທີ່​ຈະ​ດຶງ​ດູດ​ໃຫ້​ປະຊາຊົນ​ເຂົ້າ​ໄປ​ ຕັ້ງພູມ​ລໍາ​ເນົາ​ຫັ້ນ ກໍ​ມີ​ຫລາຍ​ບ່ອນ​ທີ່​ວ່າ​ປະຊາຊົນ​ຫັ້ນ​ ພາກັນນັ່ງ​ຢູ່​ສື່ໆ ​ແລ້ວ​ໄປ​ຖາມ ​ພວກ​ເຂົາ​ເຈົ້າສິ​ເຮັດ​ຫຍັງ ພວກເຂົາ​ເຈົ້າກໍ​ບໍ່​ຮູ້​ວ່າ​ທາງ​ໃດ​ສິ​ໃຫ້​ເຮັດ​ຫຍັງ ​ແລ້ວ​ສຸດ​ທ້າຍ​ກໍ​ກັບ​ຄືນ​ຍົກຍ້າຍ​ໄປ​ຢູ່​ບ່ອນ​ອື່ນ ໄປ​ປູກ​ຝິ່ນ ​ໄປ​ຖາງ​ປ່າ ​ເຮັດ​ໄຮ່​ຄືນ​ໃໝ່”

ກ່ອນ​ໜ້າ​ນີ້ ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີ​ລາວ ກໍໄດ້​ຖະ​ແຫລ​ງວ່າການ​ດໍາ ​ເນີນ​ມາດ​ຕະການ​ຕ່າງໆ​ເພື່ອ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໃນ​ລາວ​ໃນ​ໄລຍະ​ທີ່​ຜ່ານ​ມາ​ຈົນ​ເຖິງ​ປັດ ຈຸບັນ​ ໄດ້​ຮັບ​ຜົນ​ສໍາ​ເລັດ​ແລະ​ມີ​ຄວາມຄືບໜ້າ​ໃນ​ຫລາຍໆ​ດ້ານ ​ໂດຍ​ສະ​ເພາະແມ່ນ​ການ​ລົບ ​ລ້າງ​ການ​ປູກ​ຝິ່ນ​ແລະ​ການ​ລົດ​ຈໍານວນ​ຄົນ​ທີ່​ຕິດ​ຢາຝິ່ນ​ແລະຢາ​ບ້າ​ນັ້ນ ຖື​ວ່າ​ສາມາດ​ປະຕິບັດ ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ຫລາຍ​ຂຶ້ນນັບ​ມື້ ​ໂດຍ​ເປົ້າໝາຍ​ຂອງ​ລັດຖະບານ​ໃນ​ໄລຍະ​ຕໍ່​ໄປ​ ກໍ​ຄື​ ການ​ດໍາ​ເນີນ​ມາດຕະການ​ໃນ​ທຸກ​ວິທີ​ທາງ​ ເພື່ອ​ເຮັດ​ໃຫ້​ລາ​ວກາຍ​ເປັນ​ປະ​ເທດ​ທີ່​ປອດ​ຈາກບັນ ຫາ​ຢາ​ເສບ​ຕິດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ພາຍ​ໃນ​ປີ​ 2015 ຊຶ່ງ​ກໍ​ຄື​ເປົ້າໝາຍ​ອັນ​ດຽວ​ກັນ​ກັບບັນດາ ​ປະ​ເທດ​ສະມາຊິກ​ໃນ​ກຸ່ມອາ​ຊ່ຽນ ​ດ້ວຍ​ກັນ​ນັ້ນ​ເອງ.

ສວນຝິ່ນ ທີ່ປະຊາຊົນພາກັນປູກຄືນໃໝ່
ສວນຝິ່ນ ທີ່ປະຊາຊົນພາກັນປູກຄືນໃໝ່

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສຸບັນ ສະ​ລິດ​ທິລາດ ປະທານ​ຄະນະ​ກໍາມະການ​ຄວບ​ຄຸມ​ແລະ​ກວດ ກາ​ຢາ​ເສບ​ຕິດ​ແຫ່ງຊາດ​ກໍ​ຍອມ ຮັບ​ວ່າການ​ລັກ​ລອບ​ປູກ​ຝິ່ນ​ຢູ່​ໃນ​ ລາວ​ຍັງ​ຄົງ​ມີ​ຢູ່​ຢ່າງ​ຕໍ່​ເນື່ອງ​ແລະ​ ກໍ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ຜົນ​ຜະ​ລິດ ​ຫລາຍ​ຂຶ້ນອີກ​ດ້ວຍ ໂດຍ​ມີ​ສາ​ ເຫດ​ສໍາຄັນ​ປະການ​ນຶ່ງ​ ມາ​ຈາກ​ການ ທີ່​ລາວ​ໄດ້​ຮັບ​ການ​ຊ່ວຍ ​ເຫລືອ​ຈາກ​ຕ່າງປະ​ເທດ​ນ້ອຍ​ ກວ່າ​ລະດັບຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ ສໍາ​ລັບ​ນໍາ​ໃຊ້​ໃນ​ການ​ດໍາ​ເນີນໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ​ເຂດ​ທີ່​ເຄີຍ​ປູກ​ຝິ່ນ ຈຶ່ງ​ເຮັດ​ໃຫ້​ປະຊາຊົນ​ໃນ​ເຂດ​ດັ່ງກ່າວ​ພາກັນ​ກັບ​ຄືນ​ໄປ​ລັກລອບ​ປູກຝິ່ນ​ອີກ​ເທື່ອ​ໃໝ່ ໂດຍ​ທ່ານ​ສຸບັນໄດ້​ລະບຸ​ວ່າ​ໃນ​ປີ 2007 ຍັງ​ມີ​ການ​ລັກລອບ​ປູກ​ຝິ່ນ​ໃນ​ເນື້ອ​ທີ່​ກວ້າງ​ກວ່າ 1,500 ​ເຮັກ​ຕ້າ ​ແລະ​ເພີ່ມ​ຂຶ້ນ​ເປັນ​ພື້ນ​ທີ່ ​ກວ້າງ​ກວ່າ 1,600 ​ເຮັກ​ຕ້າ​ໃນ​ປີ 2008 ​ແລະ​ໃນ​ປີ​ 2009 ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້​ຜົນຜະລິດ​ຢາ ຝິ່ນ​ໄດ້​ເພີ່ມ​ຂຶ້ນຈາກ 9.2 ໂຕນ​ໃນ​ປີ 2007 ​ເປັນ 9.6 ໂຕນ​ໃນ​ປີ 2008 ​ແລະເກືອບ 10 ໂຕນ​ໃນ​ປີ​ 2009 ທີ່​ຜ່ານ​ມາ.

ໃນ​ຂະນະ​ດຽວ​ກັນ ການ​ທີ່​ຍັງ​ມີ​ປະຊາຊົນ​ລາວ​ອີກ 15,000 ກວ່າ​ຄົນ​ ທີ່​ຍັງ​ສູບ​ຝິ່ນ​ຢູ່​ໃນ​ປັດ ຈຸບັນ​ນີ້​ ກໍ​ຍັງ​ເຮັດ​ໃຫ້ຢາຝິ່ນ​ມີ​ລາຄາ​ແພງ​ຂຶ້ນຈາກ​ລະດັບ 100 ​ໂດ​ລາ​ເປັນ​ 1,000 ​ໂດ​ລາ ​ສະຫະລັດ ​ຕໍ່​ກິ​ໂລ​ອີກ​ດ້ວຍ ​ແລະສະພາວະ​ດັ່ງກ່າວນີ້ ກໍ​ຍັງ​ຖື​ເປັນ​ອີກ​ປັດ​ໄຈ​ນຶ່ງ​ທີ່​ເຮັດໃຫ້​ ປະຊາ​ຊົນ​ລາວ​ພາກັນ​ກັບ​ຄືນ​ໄປ​ລັກລອບ​ປູກຝິ່ນ​ເພີ່ມ​ຂຶ້ນດ້ວຍ​ເຊັ່ນ​ກັນ. ທາງ​ການ​ລາວ​ຕ້ອງ ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ບໍ່ໜ້ອຍ​ກວ່າ 60 ລ້ານໂດ​ລາ​ສໍາ​ລັບ​ນໍາ​ໃຊ້​ໃນໂຄງ ການ​ພັດທະນາ​ຕ່າງໆ​ເພື່ອ​ຫລຸດຜ່ອນ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ໃນ​ພື້ນ​ທີ່ 1,100 ກວ່າ ​ໝູ່​ບ້ານ​ໃນ​ເຂດ​ 10 ແຂວງ​ພາກ​ເໜືອ​ທີ່​ເຄີຍ​ປູກຝິ່ນ ​ແລະ​ກໍ​ມີ​ຄວາມ​ສ່ຽງ​ສູງ​ທີ່​ພວກ​ເຂົາ ​ເຈົ້າຈະ​ພາກັນ​ຄືນ​ໄປທໍາ​ການ​ລັກລອບ​ປູກ​ຝິ່ນ​ອີກ​ເທື່ອ​ໃໝ່ ຖ້າ​ຫາກ​ວ່າ​ຍັງ​ມີ​ສະພາບຊີວິດ ​ຄວາມ​ເປັນ​ຢູ່​ທີ່​ຂາດ​ແຄນ​ໃນ​ທຸກໆ​ດ້ານ​ຢູ່ຕໍ່​ໄປ ນັ້ນ​ເອງ.

XS
SM
MD
LG