ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທາງການລາວກວດກາ 2,004 ໂຄງການ ໃນ 5,542 ໂຄງການລົງທຶນຂອງລັດ​ຖະບານ ແລະ​ພົບ​ຄວາມ​ເສຍ​ຫາຍ​ ຫຼາຍກວ່າ 1.807 ຕື້ກີບ


​ໂຄງ​ການ​ຊົນ​ລະ​ປະ​ທານ​ຂອງ​ລັດ​ຖະ​ບານ​ລາວ
​ໂຄງ​ການ​ຊົນ​ລະ​ປະ​ທານ​ຂອງ​ລັດ​ຖະ​ບານ​ລາວ

ທາງການລາວສາມາດກວດກາ 2,004 ໂຄງການ ໃນຈໍານວນ 5,542 ໂຄງການລົງທຶນ
ຂອງລັດຖະບານ ໃນນີ້ມີ 4 ໂຄງການໃຫຍ່ທີ່ກວດກາສຳເລັດ ແລະພົບຄວາມເສຍ
ຫາຍຫລາຍກວ່າ 1.807 ຕື້ກີບ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານ
ຈາກບາງກອກ.

ທ່ານຄຳພັນ ພົມມະທັດ, ປະທານອົງການກວດ​ກາແຫ່ງລັດ ຖະ​ແຫຼ​ງການ​ຢືນຢັນ​ວ່າ ການທຸດ​ຈະ​ລິດ​ໃນ​ວົງການ​ພັກ-ລັດ​ ຍັງເປັນ​ບັນຫາ​ສຳຄັນ​ທີ່​ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະການປ້ອງ​ກັນຢ່າງ​ຈິງ​ຈັງໂດຍ​ສະ​ເພາະ​ແມ່ນ​ການທຸດ​ຈະ​ລິດ​ໃນໂຄງການ​ພັດທະນາ​ຂອງ​ລັດຖະ ບານຖືເປັນພາກ​ສ່ວນ​ທີ່​ເກີດການເສຍຫາຍຫຼາຍທີ່​ສຸດໃນຊ່ວງ 5 ປີ ຜ່ານມາ, ຊຶ່ງ​ສາ​ມາດກວດ​ກາ​ໄດ້​ສຳ​ເລັດ​ໃນ 2,004 ໂຄງ​ການ​ຈາກ​ທັງ​ໝົດ 5,542 ໂຄງການລົງທຶນຂອງລັດຖະບານລາວ ທີ່ ກະຊວງແຜນການ ແລະການລົງທຶນຮັບຜິດຊອບໂດຍ​ໃນ​ນີ້ມີພຽງແຕ່ 4 ໂຄງການຂະ​ໜາດ​ໃຫຍ່ໃນຈຳນວນທັງ​ໝົດ 15 ໂຄງການເທົ່ານັ້ນ ທີ່ກວດ​ກາສຳເລັດ ແລະພົບຄວາມ​ເສຍ​ຫາຍຫລາຍກວ່າ 1.807 ຕື້ກີບ. ທັງ​ຍັງ​ໄດ້​ກວດ​ພົບ ວ່າມີ 183 ໂຄງການ ທີ່​ມີມູນເກີນ​ຈິງ​ເຖິງ 20 ເປີ​ເຊັນ ຫຼື ຫຼາຍກວ່າ 3.127 ຕື້​ກີບອີກ​ດ້ວຍ, ດັ່ງທີ່ທ່ານຄໍາພັນ ຢືນຢັນວ່າ:
“ການກວດກາຕາມຄຳສັ່ງຂັ້ນເທິງໄດ້ມອບໝາຍໃຫ້ທັງໝົດ 15 ເປົ້າໝາຍ. ໃນນີ້ການກວດກາສຳເລັດແລ້ວ 4 ເປົ້າໝາຍໃຫຍ່. ການກວດກາໂຄງການລົງທຶນຂອງລັດຖະບານໃນຂອບເຂດທົ່ວປະເທດຕາມບັນຊີຂອງ ກະຊວງແຜນການ ແລະການລົງທືນ 5,542 ໂຄງການ ໃນນີ້ກວດກາສຳເລັດແລ້ວ 2004 ໂຄງການ ຜ່ານການກວດກາພົບເຫັນຕົວເລກເສຍຫາຍ 1,807.50 ກີບ ກັບ 399,459.28 ໂດລາ."

ທ່ານຄຳພັນຢືນຢັນອີກວ່າ ການກວດ​ກາ 247 ໂຄງການເປົ້າໝາຍໃນຊ່ວງປີ 2019-2021 ພົບວ່າ ການທຸຈະລິດໄດ້ເຮັດໃຫ້ລັດຖະບານລາວ ເສຍຫາຍທາງດ້ານງົບປະມານໄປຫຼາຍກວ່າ 5,282 ຕື້ກີບ ແລະ ເພື່ອປ້ອງກັນບໍ່ໃຫ້ເກີດການເສຍຫາຍເພີ່ມຂຶ້ນອີກ ຈຶ່ງຈະຕ້ອງເລັ່ງດຳເນີນການ ກວດກາທຸກໂຄງການໃຫ້ໄດ້ໄວທີ່ສຸດ. ຫາກແຕ່ດ້ວຍການທີ່ບໍ່ໄດ້ຮັບການຮ່ວມມືຈາກພາກສ່ວນທີ່ ກ່ຽວຂ້ອງຢ່າງແທ້ຈິງ ຈຶ່ງເຮັດໃຫ້ກວດກາໄດ້ພຽງ 10 ໂຄງການ ແລະ ເກັບກູ້ງົບປະມານຄືນມາໄດ້ພຽງ 67.56 ຕື້​ກີບ ກັບ 4.54 ລ້ານ​ບາດ​ຈາກ​ຜົນ​ເສຍ​ຫາຍ​ເກີນກວ່າ 643.8 ຕື້​ກີບກັບ 384.4 ລ້ານບາດ ແລະ​ເກີນກວ່າ 2 ແສນ​ໂດ​ລານັ້ນ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວນີ້ ຈຶ່ງ​ເຮັດ​ໃຫ້ການທຸຈະລິດໃນວົງການພັກ-ລັດເປັນບັນຫາທີ່ສຳຄັນທີ່ ຈະຕ້ອງດຳເນີນການປ້ອງກັນ ແລະປາບປາມຢ່າງຈິງຈັງ ເພາະການກວດກາ 4,129 ໂຄງການໃນຊ່ວງປີ 2016-2020 ພົບວ່າການທຸຈະລິດໂດຍພະນັກງານລັດເຮັດໃຫ້ລັດຖະບານຕ້ອງສູນເສຍງົບປະມານໄປ 5,689 ກວ່າຕື້ກີບ ຊຶ່ງສອດຄ່ອງກັນກັບສະມາຊິກສະພາແຫ່ງຊາດລາວ ທີ່ໄດ້ໃຫ້ທັດສະນະວ່າ ການຈັດເກັບລາຍຮັບຂອງລັດຖະບານໄດ້ຕໍ່າກໍ​ຍ້ອນ​ວ່າ ພະ​ນັກ​ງານພາສີ ທຸດຈະລິດ ດັ່ງທີ່ສະມາ ຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:
“ເງິນຮົ່ວໄຫຼໄປນຳບຸກຄົນບໍ່ແມ່ນເລື່ອງທຳມະດາ ເຮົາແກ້ບໍ່ໄດ້ເປັນພະຍາດຊຳເຮື້ອມາເຖິງປັດຈຸບັນນີ້ ອັນນີ້ຫາງສຽງຂອງສັງຄົມເຂົາວ່າການກວດສອບກວດກາໄທເຮົານີ້ກວດແລ້ວບໍ່ແກ້ ພະນັກງານໄທເຮົານີ້ນະ ຈຳນວນນຶ່ງໄດ້ຄຸມເຂດເສດຖະກິດ ຮັ່ງຜິດປົກກະຕິແທ້ ແຕ່ບໍ່ກວດກາ ອັນນີ້ຂ້າພະ ເຈົ້າຈັ່ງບອກວ່າ ເດັ່ນກວ່າໝູ່ອັນຄວາມຫຍຸ້ງຍາກແມ່ນບັນຫາພະນັກງານໄທເຮົາບໍ່ໂປ່ງໃສ ບໍ່ຈິງໃຈຕໍ່ປະເທດຊາດ ເຮັດອັນໃດຢາກກິນນຳອັນນັ້ນ.”

ທາງດ້ານທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນຍອມຮັບວ່າ ການເສຍຫາຍດ້ານລາຍຮັບຂອງລັດຖະບານລາວ ຫຼາຍທີ່ສຸດນັ້ນ ເປັນຍ້ອນການທຸດຈະລິດ ໂດຍບັນດາພະນັກງານພາສີທີ່ມີການຈັດຕັ້ງ ແລະ ແບ່ງໜ້າທີ່ຮັບຜິດຊອບຢ່າງເປັນຂະບວນການກໍຄື ພະນັກງານພາສີໄດ້ພະຍາຍາມປົກປິດການທຸຈະລິດຂອງພວກຕົນ ດ້ວຍການມອບໝາຍໜ້າທີ່ຈັດ ເກັບພາສີໃຫ້ກັບພະນັກງານສັນຍາຈ້າງ ເພື່ອວ່າຈະເຮັດໃຫ້ພວກຕົນລອດພົ້ນຈາກຄວາມຜິດດ້ວຍການໂຍນ ຄວາມຜິດໃຫ້ພະນັກງງານສັນຍາຈ້າງນັ້ນເອງ.

ສ່ວນທ່ານບຸນໂຈມ ຍອມຮັບດ້ວຍວ່າການຈັດເກັບລາຍຮັບໃນປີ 2021 ຈະບໍ່ໄດ້ຕາມເປົ້າໝາຍ ເພາະຖືກກະທົບຈາກການລະບາດພະຍາດ COVID-19 ຈຶ່ງຄາດວ່າການຈັດເກັບລາຍຮັບຂອງລັດຖະ ບານໃນປີ 2021 ນີ້ຈະປະຕິບັດໄດ້ໃນມູນຄ່າບໍ່ເກີນ 23,683 ຕື້ກີບ ຄິດເປັນ 86 ເປີເຊັນຂອງແຜນ ການປີ ແລະ ຈະຕ້ອງຄວບຄຸມລາຍຈ່າຍໃຫ້ບໍ່ເກີນ 33,713 ຕື້ກີບອີກດ້ວຍ ຈຶ່ງຈະສາມາດຄວບຄຸມ ການຂາດດຸນງົບປະມານໃຫ້ຢູ່ທີ່ອັດຕາສະເລ່ຍ 2.2 ເປີເຊັນຂອງຍອດຜະລິດຕະພັນ ໃນຕະຫຼອດແຜນການປີ 2021 ນີ້.

ສ່ວນອົງການເພື່ອຄວາມໂປ່ງໃສສາກົນກໍລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການ ບໍລິຫານງານທີ່ລະດັບ 29 ຄະແນນຈາກ 100 ຄະແນນເຕັມໃນປີ 2020 ເທົ່າກັບໃນປີ 2019 ໝາຍຄວາມວ່າມີນັກລົງທຶນຊາວຕ່າງຊາດໃນລາວ ພຽງ 29 ຄົນຈາກ 100 ຄົນທີ່ມີຄວາມຄິດເຫັນວ່າ ການບໍລິຫານງານຂອງລັດຖະບານ ລາວ ບໍ່ມີການທຸຈະລິດ ຂະນະທີ່ຊາວຕ່າງຊາດ 71 ຄົນຈາກ 100 ຄົນນັ້ນມີຄວາມຄິດເຫັນວ່າມີການທຸຈະລິດເກີດຂຶ້ນຢ່າງກວ້າງຂວາງ ໃນວົງການພັກ-ລັດຖະບານລາວ.

XS
SM
MD
LG