ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ຢືນ​ຢັນ ​ໂຄງການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ຖືກຕ້ອງຕາມ ມາດຕະຖານສາກົນ ທຸກປະການ


ທ່ານວີລະພົນ ວີລະວົງ (ຜູ້ກ່າວຄໍາເຫັນ) ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ
ທ່ານວີລະພົນ ວີລະວົງ (ຜູ້ກ່າວຄໍາເຫັນ) ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ

ລັດຖະມົນຕີ​ລາວ​ຢືນ​ຢັນ​ວ່າ ການ​ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ ​ຈາກ​ໂຄງການ​ກໍ່ສ້າງເຂື່ອນ ໄຊ​ຍະ​ບູລີ ໄດ້ມີ​ການ​ປະ​ຕິ​ບັດຂັ້ນ​ຕອນ​ທຸກ​​ຢ່າງ ​​ຕາມ​ມາດຕະຖານສາກົນ ​ແລະ​ດໍາ​ເນີນ​ການ​ໂດຍ​ຊ່ຽວຊານ ​ຢ່າງ​ແທ້​ຈິງ.

ທ່ານ ວີຣະພົນ ວີຣະວົງ ລັດຖະມົນຕີ​ຊ່ວຍ​ວ່າ​ການກະຊວງ​ພະລັງງານ​ແລະບໍ່ແຮ່ຖະ​ແຫຼງ
ຢືນຢັນ​ພາຍຫຼັງ​ຈາກ​ທີ່​ໄດ້​ນໍາພາ​ຄະນະ​ຜູ້​ແທນ​ຂອງ​ປະ​ເທດ​ພາຄີ​ໃນ​ຄະນະກໍາມາ​ທິການ
​ແມ່​ນໍ້າຂອງ (MRC) ພ້ອມ​ດ້ວຍ​ຄະນະ​ທູຕານຸທູດ​ຕ່າງປະ​ເທດ​ໃນ​ລາວ ​ແລະ​ສື່​ມວນ​ຊົນ
​ລາວ ​ແລະ​ຕ່າງ​ຊາດ​ຈໍານວນ​ນຶ່ງ ​ເດີນທາງ​ໄປ​ກວດ​ເບິ່ງ​ສະພາບຄວາມເປັນ​ຈິງ​ຢູ່​ສະຖານ
​ທີ່​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ໃນ​ວັນ​ທີ 16-19 ກໍລະກົດ​ທີ່​ຜ່ານມານີ້​ວ່າ ນອກຈາກ​ຄະນະ​ຜູ້
​ແທນ​ຈະ​ໄດ້​ຮັບ​ຮູ້​ຄວາມ​ຈິງ​ທີ່​ວ່າ ​ຍັງ​ບໍ່​ມີ​ການ​ດໍາ​ເນີນ​ງານ​ກໍ່ສ້າງ​ເຂື່ອນ​ແຕ່​ຢ່າງ​ໃດ​ແລ້ວ
ຄະນະ​ຜູ້​ແທນ​ກໍ​ຍັງ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ພະຍາຍາມ​ຂອງລັດຖະບານ​ລາວ ​ທີ່​ຈະ​ດໍາ​ເນີນ
​ການ​ຕ່າງໆ​ໃຫ້​ເປັນ​ໄປ​ຕາມ​ຫຼັກ​ມາດຕະຖານ​ສາກົນ​ອີກດ້ວຍ.

ທັງ​ນີ້​ ​ໃນ​ສ່ວນ​ຂອງ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ
​ໃນເຂດ​ຕອນ​ລຸ່ມ​ຂອງ​ເຂື່ອນ​ນັ້ນ ທາງ​ການ​ລາວ​ກໍ​ໄດ້​ວ່າ​ຈ້າງ​ບໍລິສັດ​ທີ່​ປຶກສາ​ເອກ​ກະລາດ
2 ບໍລິສັດ ຄື ບໍລິສັດ PORKY ຈາກ​ສະ​ວິດ​ເຊີ​ແລນ​ດ໌ ກັບ​ບໍລິສັດ CNR ຈາກ​ຝຣັ່ງ ​ເພື່ອ
​ໃຫ້​ທໍາ​ການ​ສຶກສາ​ດັ່ງກ່າວ ຊຶ່ງ​ພາຍຫຼັງ​ຈາກ​ໄດ້​ທໍາ​ການ​ສຶກສາ ຕາມ​ຫຼັກການ​ທີ່​ໄດ້​ມາດ
ຕະຖານ​ສາກົນ​ແລ້ວ​ນັ້ນ ທັງ​ສອງ​ບໍລິສັດ​ດັ່ງກ່າວ​ກໍ​ໄດ້​ຢືນຢັນວ່າການ​ປ້ອງ​ກັນ​ຜົນກະທົບ
​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ຈາກ​ໂຄງການ​ເຂື່ຶອນ​ໄຊຍະ​ບູລີ​ນັ້ນ ສາມາດ​ທີ່​ຈະ​ປ້ອງ​ກັນ
​ໄດ້​ຢ່າງ​ແນ່ນອນ.

ພາບຈໍາລອງຂອງເຂື່ອນໄຊຍະບູລີ ທີ່ຈະສ້າງຂຶ້ນໃນແມ່ນໍ້າຂອງ ໃນເຂດຂອງລາວ
ພາບຈໍາລອງຂອງເຂື່ອນໄຊຍະບູລີ ທີ່ຈະສ້າງຂຶ້ນໃນແມ່ນໍ້າຂອງ ໃນເຂດຂອງລາວ

ຊຶ່ງ​ກໍ​ຄື​ກາ​ນສ້າງ​ລະບົບ​ທາງ​
ປາຜ່ານ ​ໂດຍ​ໃຊ້​ເທ​ກ​ໂນ​ໂລຈີ
ທີ່​ທັນ​ສະ​ໄໝ ພ້ອມ​ດ້ວຍການ
​ສ້າງ​ອູ່​ຂອງ​ປາ ປ່ອງ​ປາຂຶ້ນ-ລົງ
​ໃນ​ລະບົບ​ປະຕູ​ເດີນເຮືອ ​ແລະ​
ການ​ສ້າງ​ສະຖານີ​ປາ ​ທີ່​ຕິດ​ຕັ້ງ
​ລະບົບ​ກັງ​ຫັນ​ນໍ້າ​ທີ່​ເປັນ​ມິດ​ກັບ
ປາ​ແລະ​ສັດ​ນໍ້າທຸກ​ຊະນິດ ສ່ວນ
​ການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ບັນ
ຫາ​ດິນ​ຕົກ​ຕະກອນນັ້ນ ກໍ​ຈະ​ມີ​
ການ​ກໍ່ສ້າງ​ປະຕູ​ລະບາຍ​ດິນ​ຕົກ
​ຕະກອນ​ຂະໜາດ 8x3 ​ແມັດ
ຈໍານວນ 10 ປະຕູ ທີ່​ຕິດ​ຕັ້ງ​ຢູ່​ຕໍ່າ​ກວ່າ​ລະດັບ​ປະຕູ​ນໍ້າ​ລົ້ນ 24 ​ແມັດ ທີ່​ຈະ​ເປີດ​ໃຫ້​ດິນ​ຕະກອນ
​ໄຫຼ​ຜ່ານ​ໄດ້​ທັງ​ໝົດ​ໃນ​ໄລຍະ​ນໍ້ານອງ.

ນອກ​ຈາກນີ້ ການ​ທີ່​ໂຄງການ​ໄຊ​ຍະ​ບູລີ ​ເປັນ​ເຂື່ອນ​ປະ​ເພດ​ອ່າງ​ນໍ້າ​ໄຫຼ (Run of River)
ທີ່​ອ່າງ​ຕັ້ງມີ​ຂະໜາດ 272,000 ​ກິ​ໂລ​ແມັດ​ມົນທົນ ສາມາດຮອງ​ຮັບ​ນໍ້າ ​ໄດ້ 735 ລ້ານ
​ແມັດ​ກ້ອນ ຕົວ​ເຂື່ອນ​ສູງ 40 ​ແມັດ​ແລະ​ຍາວ 820 ​ແມັດ ທັງ​ຍັງ​ມີ ຊ່ອງ​ທາງ​ເດີນ​ເຮືອ​ເຂົ້າ
-ອອກ​ຢູ່​ເບື້ອງ​ເທິງ ​ແລະ​ລຸ່ມ ທີ່​ສາມາດ​ຮອງ​ຮັບ​ເຮືອ​ບັນທຸກສິນຄ້າ​ ແລະ​ໂດຍສານ​ຂະໜາດ
500 ໂຕນໄດ້​ຕະຫຼອດ​ປີ​ອີກດ້ວຍ​ນັ້ນ ກໍ​ຍັງ​ເຮັດ​ໃຫ້ທາງ​ການ​ລາວ​ເຊື່ອ​ໝັ້ນໃນ​ມາດຕະຖານ​
ສາກົນ​ຂອງ​ບໍລິສັດ​ທີ່​ປຶກສາ​ທັງ​ສອງ​ດັ່ງກ່າວອີກ​ດ້ວຍ ດັ່ງ​ທີ່​ທ່ານ ວີຣະພົນ ​ໄດ້ໃຫ້ການ​ຢືນ
ຢັນ​ວ່າ:

​“ເນື່ອງ​ຈາກ​ເຫັນ​ມີ​ຄວາມ​ເປັນ​ຈັ່ງ​ຊັ້ນ ກໍ​ເລີຍ​ໄປ​ຈ້າງ​ວິດ​ສະ​ວະ​ກອນ​ທີ່​ປຶກສາ​ເບື້ອງ​ຕົ້ນ
​ແມ່ນ​ເອົາ​ບໍລິສັດ PORKY ຈາກ​ສະ​ວິດ​ເຊີ​ແລນ​ດ໌ມາ​ເບິ່ງ​ຄືນ​ໃຫ້ ຕອນ​ຫຼັງ​ມາ​ນີ້​ກໍ​ເລີຍ
​ໄປ​ຈ້າງ​ເອົາ​ບໍລິສັດ​ຂອງ​ຝຣັ່ງ CNR ຊຶ່ງ​ເຂົາ​ໄດ້​ສ້າງ​ເຂື່ອນ​ຢູ່​ແມ່​ນໍ້າ​ໂຣນມາ 19ແຫ່ງ
​ແລະ​ເຂົາ​ມີ​ການ​ລະບາຍ​ດິນ​ຕົກ​ຕະກອນ​ອອກ​ໄປ ​ແລ້ວ​ເຂົາ​ກໍ​ແນະ​ນໍາ​ເພີ່ມ​ອີກ ຫຼາຍ
​ຢ່າງ ຊຶ່ງ​ຈະ​ເຮັດ​ໃຫ້ການ​ສ້າງ​ເຂື່ອນ​ນີ້​ແພງ​ຂຶ້ນ​ ແຕ່​ເຂົາ​ບອກ​ວ່າ​ມັນ​ສິກາຍ​ເປັນເຂື່ອນ​
ທີ່​ມີ​ຄວາມ​ໂປ່​ງ​ໃສ​.”

ແຄມຝັ່ງຂອງເບື້ອງລາວທີ່ຈະເປັນສະຖານທີ່ຈະກໍ່ສ້າງເຂື່ອນໄຊຍະບູລີ ທີ່ມີການບຸກເບີກສ່ວນໃດສ່ວນນຶ່ງ
ແຄມຝັ່ງຂອງເບື້ອງລາວທີ່ຈະເປັນສະຖານທີ່ຈະກໍ່ສ້າງເຂື່ອນໄຊຍະບູລີ ທີ່ມີການບຸກເບີກສ່ວນໃດສ່ວນນຶ່ງ

​ແຕ່​ຢ່າງໃດ​ກໍ​ຕາມ ການ​ທີ່​ຈະ​ດໍາ
​ເນີນ​ການ​ຕໍ່​ໄປ​ນັ້ນ ທາງ​ການ​ລາວ
​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຖືກ
​ຄັດຄ້ານ​ໂຄງການ​ຈາກ​ເຄືອ​ຂ່າຍ
ປະຊາຊົນ​ໄທ ​ເພື່ອ​ການ​ອະນຸ​ລັກ
ຊັບພະຍາກອນ​ທໍາ​ມະ​ຊາດ​ໃນ
​ລຸ່ມ​ແມ່​ນໍ້າຂອງ ທີ່​ໄດ້​ເຄື່ອນ​ໄຫວ
​ກົດ​ດັນ​ທະ​ນາຄາ​ນ​ໄທ ​ແລະ​ກຸ່ມ
​ບໍລິສັດ ຊ. ການ​ຊ່າງ ​ເພື່ອ​ໃຫ້​ຍົກ
​ເລີກ​ແຜນການ​ລົງທຶນ​ໃນ​ໂຄງ
ການ​ເຂື່ອນ​ໄຊ​ຍະ​ບູລີ ທັງ​ຍັງ​ໄດ້​
ມີ​ການ​ອອກ​ຖະ​ແຫຼ​ງການ​ຢືນ
ຢັນ ​ເມື່ອ​ບໍ່​ນານ​ມາ​ນີ້​ດ້ວຍ ວ່າ​ຈະ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກຄອງ​ຂອງ​ໄທ ຖ້າ​ຫາກ​ວ່າ​ກຸ່ມ​ບໍ​ລິ​ສັດ ຊ.
ການ​ຊ່າງ​ ຍັງຢືນຢັນ​ຈະ​ທໍາ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ຕໍ່​ໄປ ​ແລະ​ກໍ​ຍັງ​ຈະຟ້ອງ​ຮ້ອງ​ທະນາ
ຄານໃນ​ໄທ​ອີກດ້ວຍ ຖ້າ​ຫາກ​ວ່າ​ໄດ້​ມີ​ການ​ຕົກລົງ​ອະນຸມັດ​ເງິນ​ກູ້​ໃຫ້​ກັບ​ບໍລິສັດ ຊ. ການ​ຊ່າງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາງ​ການ​ໄທໄດ້​ຕົກລົງ​ທີ່​ຈະຮັບ​ຊື້ພະລັງງານ​ໄຟຟ້າ​ຈາກ​ລາວ​ເຖິງ
7,000 ​ເມ​ກະ​ວັດ ນັບ​ຈາກ​ປີ 2015 ​ເປັນ​ຕົ້ນ​ໄປນັ້ນ ເຄືອ​ຂ່າຍ​ປະຊາຊົນ​ໄທ ຍັງ​ຖືເປັນການ​ລະ
ເມີດ​ຕໍ່​ສິດທິ​ຂັ້ນ​ພື້ນຖານ​ຂອງ​ຜູ້​ບໍລິ​ໂພ​ກ​ໃນ​ໄທ​ ກ່ຽວ​ກັບ​ທາງ​ເລືອກ​ໃນ​ການຊົມ​ໃຊ້​ພະລັງງານ​
ໄຟຟ້າ​ອີກ​ດ້ວຍ.

XS
SM
MD
LG