ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍທຶນມີສ່ວນລັກລອບຕັດໄມ້ ຜິດກົດໝາຍຢູ່ໃນລາວ


ເຈົ້າໜ້າທີ່ລາວຢືນຢັນວ່າ ບັນດານັກທຸລະກິດຫລືນາຍທຶນມີສ່ວນຢ່າງສໍາຄັນ ໃນການລັກ ລອບຕັດໄມ້ເພື່ອການຄ້າຜິດກົດໝາຍຢູ່ໃນລາວ ໂດຍສະເພາະແມ່ນຢູ່ເຂດຕິດຊາຍແດນກັບ ປະເທດເພື່ອນບ້ານ.

ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ລາວ ໃຫ້ການຢືນຢັນວ່າສາເຫດທີ່ສໍາຄັນປະການນຶ່ງທີ່ ເຮັດໃຫ້ສະພາບປ່າໄມ້ຂອງລາວມີລະດັບຄວາມໜາແໜ້ນລົດລົງຢ່າງຕໍ່ເນື່ອງໃນໄລຍະ 20 ປີມານີ້ ກໍຄືການ ລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໂດຍມີເຈົ້າໜ້າທີ່ຂອງລັດຖະບານລາວບາງຄົນ ຫລືບາງກຸ່ມໃຫ້ການ ຮ່ວມມືໃນການກະທໍາຄວາມຜິດດັ່ງກ່າວດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ລັດຖະບານລາວໄດ້ດໍາເນີນມາດຕະການເກືອດຫ້າມການສົ່ງອອກໄມ້ທ່ອນໄປຍັງຕ່າງ ປະເທດດ້ວຍການເນັ້ນໜັກສົ່ງເສີມການແປຮູບເປັນຜະລິດຕະພັນໄມ້ສໍາເລັດຮູບເພື່ອສົ່ງອອກຫລາຍຂຶ້ນ ອັນຖື ເປັນມາດຕະການນຶ່ງຂອງການລຸດຜ່ອນການຕັດໄມ້ທໍາລາຍປ່າໃນລາວດ້ວຍແລ້ວ ກໍຍັງເຮັດໃຫ້ໄມ້ມີລາຄາແພງ ຂຶ້ນ ຈຶ່ງເຮັດໃຫ້ບັນດານັກຄ້າໄມ້ຫລືກຸ່ມນາຍທຶນນັ້ນ ໄດ້ພາກັນພະຍາຍາມດໍາເນີນການໃນທຸກວິຖີທາງເພື່ອເຮັດ ໃຫ້ພວກຕົນສາມາດຕັດໄມ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້ ຈຶ່ງເປັນທີ່ມາຂອງການລັກລອບຕັດໄມ້ເພື່ອການ ຄ້າຜິດກົດໝາຍນັ້ນເອງ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ລາວໄດ້ໃຫ້ການອະທິບາຍເຖິງສະພາບການທີ່ເກີດ ຂຶ້ນດັງກ່າວວ່າ:

“ຖ້າວ່າພວກເຮົາຍັງບໍ່ທັນໄດ້ໃຊ້ມາດຕະການທີເດັດຂາດຕໍ່ຜູ້ກະທໍາຄວາມຜິດຫລືວ່າພວກນາຍທຶນທີ່ຊື້ໄມ້ຂາຍໄມ້ ທີ່ຍັງບໍ່ທັນເຮັດຢ່າງຖືກຕ້ອງນີ້ ຂັ້ນບໍ່ເດັດຂາດກໍຖືວ່າກໍຍັງເປັນບັນຫາທີ່ໜັກໜ່ວງຢູ່ກັບພວກເຮົານີ້ ເພາະວ່າທໍາ ມະດາເມື່ອມັນມີຕະຫລາດກໍແນ່ນອນເຖິງຫຍຸ້ງຈະຍາກມັນເປັນລັກສະນະຂອງຄົນເນາະ ມັນກໍໍທໍາມະດາມັນກໍຈະ ຕ້ອງຂຸດຄົ້ນຫາຕອບສະໜອງອັນນີ້ມັນກໍທໍາມະດາ”

ເຈົ້າໜ້າທີ່ກົມປ່າໄມ້ລາວ ຍັງໄດ້ລະບຸດ້ວຍວ່າການລົງທຶນຈາກຕ່າງປະເທດໂດຍສະເພາະແມ່ນການລົງທຶນຂອງ ຈີນໃນລາວທີ່ເພີ່ມຫລາຍຂຶ້ນນັບມື້ ກໍມີສ່ວນທີ່ສົ່ງຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມທໍາມະຊາດໃນລາວຢ່າງ ກວ້າງຂວາງດ້ວຍເຊັ່ນກັນ.

ທັງນີ້ກໍເນື່ອງຈາກວ່າບັນດາບໍລິສັດຈາກຈີນທີ່ລົງທຶນໃນພາກກະສິກໍາທີ່ມີການເຊົ່າທີ່ດິນເປັນບໍລິເວນກວ້າງເພື່ອ ປູກພືດເສດຖະກິດ ເຊັ່ນ ຢາງພາລາ ໄມ້ວິກ ຫລື ຢູຄາລິບຕັສ ມັນຕົ້ນ ອ້ອຍ ສາລີ ແລະຖົ່ວຕ່າງໆນັ້ນ ກໍ ປາກົດວ່າບັນດາບໍລິສັດຈາກຈີນນັ້ນຕ່າງກໍໄດ້ພາກັນຖືໂອກາດຕັດໄມ້ທໍາລາຍປ່າຢູ່ໃນເຂດເຊົ່າຫລືເຂດສໍາປະ ທານຂອງພວກຕົນຢ່າງກວ້າງຂວາງ ແລະໃນຫລາຍໆກໍລະນີກໍຍັງໄດ້ລຸກເຂົ້າໄປໃນເຂດປ່າສະຫງວນແຫ່ງ ຊາດອີກດ້ວຍ. ທາງດ້ານອົງການເຄື່ອຂ່າຍອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸມແມ່ນໍ້າຂອງ ກໍໄດ້ ລາຍງານວ່າ ການລັກລອບຕັດໄມ້ໃນລາວໄດ້ການເປັນບັນຫາທີ່ໃຫຍ່ຂຶ້ນນັບມື້ ໂດຍເຂດທີ່ມີການລັກລອບຕັດ ໄມ້ເພື່ອການຄ້າເຖື່ອນຫລາຍທີ່ສຸດໃນລາວນັ້ນ ກໍແມ່ນເຂດຊາຍແດນທີ່ຕິດຕໍ່ກັບຫວຽດນາມ ຈີນ ໄທ ຊຶ່ງປະ ມານການວ່າມີການລັກລອບຕັດໄມ້ແລະຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວນີ້ໃນປະລິມານ ລວມກັນຫລາຍກວ່າ 200,000 ເມັດກ້ອນໃນແຕ່ລະປີ.

ທັງນີ້ໂດຍຈາກການສໍາຫລວດສະພາບປ່າໄມ້ໃນລາວເມື່ອປີ 1992 ກໍພົບວ່າລາວມີອັດຕາຄວາມໜາແໜ້ນຂອງ ປ່າໄມ້ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າອັດຕາຄວາມໜາແໜ້ນຂອງປ່າໄມ້ກໍໄດ້ລົດລົງສູ່ ລະດັບ 41% ໃນປີ 2002 ແລະໃນປັດຈຸບັນນີ້ກໍເຊື່ອວ່າປ່າໄມ້ໃນລາວຍັງຄົງເຫລືອຢູ່ພຽງແຕ່ບໍ່ເກີນ 35% ຂອງພື້ນທີ່ທັງໝົດນັ້ນ.

ແຕ່ຢ່າງໃດຕາມ ດ້ວຍການສົ່ງເສີມໃຫ້ພາກເອກະຊົນດໍາເນີນໂຄງການລົງທຶນເພື່ອການປູກຕົ້ນໄມ້ສໍາລັບອຸດສາ ຫະກໍາແປຮູບຢ່າງຕັ້ງໜ້ານັ້ນ ກໍເຮັດໃຫ້ທາງການລາວເຊື່ອໝັ້ນວ່າຈະເຮັດໃຫ້ປ່າໄມ້ໃນລາວມີຄວາມໜາແໜ້ນ ເພີ່ມຂຶ້ນເປັນ 70% ຂອງພື້ນທີ່ທັງໝົດໃນປະເທດພາຍໃນປີ 2020.

XS
SM
MD
LG