ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລາວນຳເຂົ້ານຳມັນເຊື້ອໄຟ ເພີ່ມຂນ


ການ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟ​ຂອງ​ລາວ ມີ​ປະລິມານ​ເພີ່ມ​ສູງ​ຂື້ນ​ຢ່າງ​ຕໍ່​ເນຶ່ອງ ຄື​ສຳ​ຫລັບ​ໃນ​ປີຜ່າ​ນມາ​ນີ້ ປາກົດ​ວ່າ​ລາວ​ໄດ້​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ຫລາຍ​ກວ່າ 600 ລ້ານ​ລິດ ​ໂດຍ​ມີ​ສາເຫດ​ທີ່​ສຳຄັນ​ມາ​ຈາກ​ການ​ເພີ່ມ​ຂື້ນ​ຂອງ​ຍວດ​ຍານ​ພາຫະນະ​ແລະ​ການ​ລົງ​ທືນຈາກ​ຕ່າງປະ​ເທດ

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ຂອງລາວ​ໄດ້​ໃຫ້ການ​ຢືນຢັນ​ວ່າການ​ນຳ​ເຂົ້ານ້ຳ ມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ຂອງ​ລາວ​ມີ​ປະລິມານ​ເພີ່ມ​ສູງ​ຂື້ນ​ຢ່າງ​ຕໍ່​ເນຶ່ອງ ​ໂດຍ​ເຖິງ​ແມ່ນ​ວ່າ​ໃນ​ປີ ຜ່ານ​ມາ​ແລະ​ປີ​ນີ້ ລາວ​ຈະ​ຍັງ​ຄົງ​ຕ້ອງ​ປະ​ເຊີນ​ກັນ​ຜົນ​ກະທົບ​ຈາກ​ບັນຫາ​ວິ​ກິດ​ການ​ທາງ​ເສດຖະກິດ ການ​ເງິນ​ເຊັ່ນດຽວ​ກັນ​ກັບ​ທຸກ​ປະ​ເທດ​ທົ່ວ​ໂລກ​ກໍ​ຕາມ ຫາກ​ແຕ່​ກໍ​ປາກົດ​ວ່າ​ລາວ​ຍັງ​ຄົງ​ມີ​ການ​ນຳ​ເຂົ້າ ນ້ຳມັນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ປະລິມານ​ຫລາຍ​ກວ່າ 600 ລິດ​ໃນ​ປີ 2009 ທີ່​ຜ່ານ​ມາ ​ແລະ​ໃນ​ຊ່ວງ​ໄຕ​ຣມາດທຳ​ອິດ​ຂອງ​ປີ 2010 ນີ້ ການ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ​ກໍຍັງ​ເພີ່ມ​ຂື້ນ​ຈາກ​ລະ ຍະດຽວ​ກັນ​ຂອງ​ປີຜ່ານມາ​ເຖິງ​ເກືອບ 20 ​ເປີ​ເຊັນ. ​ໂດຍສາ​ເຫດ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ນຳ​ເຂົ້ານ້ຳມັນ​ເຊື້​ອ​ໄຟ​ຈາກ​ຕ່າງປະ​ເທດ​ເພີ່ມ​ສູງ​ຂື້ນ​ດັ່ງກ່າວ​ນັ້ນ ຍ້ອນ​ວ່າ​ມີ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວ​ຫລາຍ​ຂື້ນ​ທຸກ​ປີ ​ແລະ​ກໍ​ສົມທົບ​ດ້ວຍ​ການ​ທີ່​ລາວ​ເອງ​ກໍ​ມີ​ການ​ນຳ​ເຂົ້າຍວດ​ຍານພາຫະ​ນະ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂື້ນ​ຢ່າງ​ຕໍ່​ເນຶ່ອງດ້ວຍ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ນ້ຳມັນ​ເຊື້ອ ​ໄຟ​ພາຍ​ໃນ​ປະ​ເທດ​ເພີ່ມ​ສູງ​ຂື້ນ​ດ້ວຍ​ນັ້ນ​ເອງ.

ສຳ​ຫລັບ​ພາກສ່ວນ​ທີ່​ໄດ້​ມີ​ການ​ນຳ​ເຂົ້ານ້ຳມັນ​ເຊື້​ອ​ໄຟ​ຈາກ​ຕ່າງປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ນັ້ນ​ກໍ​ຄື​ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ລັດຖະບານ​ລາວ ​ແລະ​ໃນ​ຂະນະ​ດຽວ​ກັນ​ກໍ​ຍັງ​ຄົງ​ເປັນ​ຜູ້​ປະກອບ​ການ​ຄ້ານ້ຳມັນ​ເຊື້ອ​ໄຟ​ທີ່​ຄອງ​ສ່ວນ​ແບ່ງ​ຕະຫລາດ​ໃນ​ລາວ​ຫລາຍ​ທີ່​ສຸດ ດັ່ງ​ທ່ີ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ລັດ​ວິສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ລັດຖະບານ​ລາວ ​ໄດ້​ໃຫ້ການ​ຊີ້​ແຈງ​ເຖິງ​ສະພາບ​ການ​ດັ່ງກ່າວ​ໃນຕອນ​ນຶ່ງ​ວ່າ:

ໃນໄລຍະ 6 ​ເດືອນ​ທຳ​ອິດ​ຂອງແຜນການ​ປະຈຳ​ປີ 2009-2010 ກໍ​ຄື​ຈາກ​ເດືອນ​ຕຸລາ​ປີ 2009 ຫາ​ເດືອນ​ມີນາ ປີ 2010 ນີ້ ລາວ​ໄດ້​ນຳ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 526 ລ້ານ​ໂດ​ລາ​ສະຫະລັດ ຫລື​ຄິດ​ເປັນ​ 50 ​ເປີ​ເຊັນ​ຂອງ​ເປົ້າໝາຍ​ຕະຫລອດ​ແຜນການ​ປະຈຳ​ປີ ດັ່ງກ່າວ​ນີ້ ​ໂດຍ​ນອກຈາກ​ນ້ຳມັນ​ເຊື້ອ​ໄຟ​ແລ້ວ ສິນຄ້າ​ທີ່​ລາວ​ນຳ​ເຂົ້າຈາກ​ຕ່າງປະ​ເທດ​ເປັນ​ສ່ວນ ​ໃຫຍ່​ນັ້ນ​ກໍ​ຍັງ​ຄົງ​ເປັນ​ສິນຄ້າ​ອຸບ​ປະ​ໂພ​ກບໍລິ​ໂພ​ກ ​ເພາະວ່າການ​ຜະລິດ​ພາຍ​ໃນ​ປະ​ເທດ​ຍັງ​ຄົງ​ບໍ່ ພຽງພໍ​ການ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ເປັນ​ຈິງ​ນັ້ນ​ເອງ.

XS
SM
MD
LG