ທ່ານເຈືອງ ສົມບູນຂັນ ຫົວໜ້າ
ຄະນະໂຄສະນາອົບຮົມສູນກາງ
ພັກປະຊາຊົນລາວຍອມຮັບວ່າ
ການພັດທະນາຊັບພະຍາກອນ
ມະນຸດໃນລາວ ໄດ້ດໍາເນີນໄປ
ໃນທິດທາງທີ່ກົງກັນຂ້າມກັບ
ຄວາມຕ້ອງການ ທີ່ເປັນຈິງໃນ
ການພັດທະນາທາງເສດຖະກິດ
ແລະສັງຄົມຂອງປະເທດ ກໍ່ຄື
ໃນຂະນະທີ່ປະເທດຊາດ ມີ
ຄວາມຕ້ອງການກໍາລັງແຮງງານສ່ວນໃຫຍ່ເປັນແຮງງານລະດັບພື້ນຖານ ແລະລະດັບກາງ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດນາປະເທດຊາດນັ້ນ ກັບປາກົດວ່າ ມີປະຊາຊົນ ລາວພຽງສ່ວນນ້ອຍທີ່ຕ້ອງການຈະເປັນກໍາລັງແຮງງານໃນລະດັບດັ່ງກ່າວ.
ຊຶ່ງດ້ວຍສະພາບການທີ່ເປັນ
ຢູ່ດັ່ງກ່າວນີ້ ຈຶ່ງບໍ່ພຽງແຕ່
ຈະສົ່ງຜົນເຮັດໃຫ້ການພັດ
ທະນາໃນພາກສ່ວນຕ່າງໆ
ຂອງລາວຕ້ອງປະເຊີນກັບ
ບັນຫາຂາດແຄນກໍາລັງແຮງ
ງານຢ່າງໜັກໜ່ວງເທົ່ານັ້ນ
ຫາກແຕ່ຍັງ ຖືເປັນການພັດ
ທະນາຊັບພະກອນມະນຸດ
ທີ່ດໍາເນີນໄປໃນທິດທາງທີ່
ກົງກັນຂ້າມກັບປະເທດ ທີ່
ມີການພັດທະນາທາງເສດ
ຖະກິດທັງຫຼາຍອີກດ້ວຍ ແລະສາເຫດສໍາຄັນທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ຂຶ້ນ
ໃນລາວນັ້ນ ກໍຄືຄ່ານິຍົມທີ່ຜິດພາດໃນດ້ານການສຶກສາຂອງປະຊາຊົນລາວ ດັ່ງທີ່ທ່ານ
ເຈືອງ ໄດ້ຊີ້ແຈງວ່າ:
“ການພັດທະນາຊັບພະຍາກອນມະນຸດຂອງພວກເຮົາມັນຢາກໄປລວງປີ້ນ ດຽວ
ນີ້ ຫາກເບິ່ງຈໍານວນພະນັກງານບຸກຄະລາກອນວິຊາການ ອີ່ສັງຂອງພວກເຮົາຜູ້
ທີ່ຮຽນຂັ້ນສູງຫັ້ນ 8 ຄົນ ຕໍ່ຜູ້ທີ່ຮຽນຂັ້ນກາງ 1 ຄົນ ແລະຜູ້ທີ່ຮຽນຂັ້ນຕົ້ນ 2 ຄົນ
ແຕ່ວ່າປະເທດທີ່ພັດທະນາແລ້ວ 1 ຄົນທີ່ຮຽນຂັ້ນສູງ ຈະຕ້ອງປະກອບກັບ 3 ຄົນ
ທີ່ຮຽນຂັ້ນກາງ ແລະ10 ຄົນທີ່ຮຽນຂັ້ນຕົ້ນ.”
ໃນສົກຮຽນປະຈໍາປີການສຶກສາ
2012 ນີ້ ກະຊວງສຶກສາທິການ
ແລະກິລາຂອງລາວ ໄດ້ຕັ້ງເປົ້າ
ໝາຍທີ່ ຈະຮັບນັກຮຽນເຂົ້າສຶກ
ສາຕໍ່ໃນລະດັບວິຊາຊີບຊັ້ນຕົ້ນ
ໃຫ້ໄດ້ຫລາຍກວ່າ 16,000 ຄົນ
ຫາກແຕ່ກໍປາກົດວ່າ ມີນັກຮຽນ
ພຽງ 8,000 ກວ່າຄົນເທົ່ານັ້ນ
ທີ່ສະມັກເຂົ້າຮຽນຕໍ່ໃນລະດັບ
ດັ່ງກ່າວ ສ່ວນນອກນັ້ນກໍໄດ້ພາ
ກັນສະມັກເຂົ້າຮຽນໃນລະດັບ
ປະລິນຍາຕີຕາມສະຖານສຶກສາຂອງເອກະຊົນ ດ້ວຍຫວັງວ່າ ຈະມີໂອກາດໄດ້ວຽກເຮັດ
ງານທໍາ ທີ່ມີລາຍໄດ້ສູງໆ ທັ້ງໆທີ່ວ່າ ຈະເປັນຄວາມຈິງໄດ້ຍາກກໍຕາມ.
ກ່ອນໜ້ານີ້ ທ່າງທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ກໍ່ຍອມຮັບວ່າ ປັນຫາທີ່ເປັນ
ອຸປະສັກຕໍ່ການພັດທະນາທາງດ້ານການສຶກສາຢູ່ໃນລາວຫຼາຍທີ່ສຸດໃນປັດຈຸບັນນີ້ ກໍຄື
ບັນຫາການຂາດແຄນທາງດ້ານງົບປະມານທີ່ ເຖິງແມ່ນວ່າສະພາແຫ່ງຊາດຈະໄດ້ລົງມືຮັບ
ຮອງເອົາແຜນການຍຸດທະຍາສາດ ວ່າດ້ວຍການປະຕິບັດການສຶກສາແຫ່ງຊາດລາວເຖິງ
ປີ 2015 ຢ່າງເປັນທາງການແລ້ວກໍຕາມ ຫາກແຕ່ວ່າ ດ້ວຍຂໍ້ຈໍາກັດທາງດ້ານງົບປະມານ
ກໍໄດ້ສົ່ງຜົນກະທົບຕໍ່ການປະຕິບັດແຜນຍຸດທະສາດດັ່ງກ່າວ ຢ່າງຫຼີກລ້ຽງບໍ່ໄດ້.
ທັງນີ້ ພາຍໃຕ້ແຜນຍຸດທະ
ສາດດັ່ງກ່າວ ລັດຖະບານ
ລາວໄດ້ວາງເປົ້າໝາຍ ທີ່ຈະ
ຂະຫຍາຍໂອກາດທາງດ້ານ
ການສຶກສາ ເພື່ອຄົນລາວ
ທຸກຄົນ ໂດຍສະເພາະແມ່ນ
ຂະຫຍາຍໂອກາດທາງດ້ານ
ການສຶກສາໄປສູ່ເຂດຊົນນະ
ບົດໃຫ້ໄດ້ຢ່າງທົ່ວເຖິງໃນທົ່ວ
ປະເທດ ລວມທັງຍັງຈະພັດ
ທະນາການສຶກສາ ໃນລາວ
ໃຫ້ມີຄຸນນະພາບທີ່ໄດ້ມາດຕະຖານດຽວກັນກັບປະເທດສະມາຊິກໃນກຸ່ມອາຊ່ຽນນໍາກັນ ອີກດ້ວຍ.
ທັ້ງນີ້ກໍ່ເນື່ອງຈາກວ່າ ລະດັບຄຸນນະພາບການສຶກສາຂອງນັກຮຽນ ແລະນັກສຶກສາໃນ
ລາວນັ້ນຍັງຕໍ່າຫຼາຍ ເມື່ອທຽບກັບບັນດາປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ. ເຖິງ
ແມ່ນວ່າໃນປີ 2011 ທີ່ຜ່ານມາ ລາວຈະມີໂຮງຮຽນປະຖົມຢູ່ເຖິງ 94% ຂອງຈໍານວນໝູ່
ບ້ານທັງໝົດໃນທົ່ວປະເທດ ແລະໃນຂະນະດຽວກັນ ກໍເຮັດໃຫ້ 91.6% ຂອງເດັກນ້ອຍ
ໃນໄວຮຽນທັງໝົດມີໂອກາດໄດ້ຮຽນໜັງສືໃນລະດັບປະຖົມ ແລະສ່ວນ 68% ກໍໄດ້ຮຽນ
ຈົນຈົບມັດທະຍົມຕົ້ນກໍຕາມ ຫາກແຕ່ວ່າໂອກາດໃນການໄດ້ຮຽນລະດັບມັດທະຍົມປາຍ
ແລະລະດັບປະລິນຍາຕີນັ້ນ ກໍຍັງຄົງມີອັດຕາສະເລ່ຍທີ່ຕໍ່າຫລາຍ.