ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍໃຕ້ລັດຖະບານ ຂອງທ່ານໄບເດັນ ລາວຫວັງວ່າ ຈະສືບຕໍ່ປະຕິບັດ ຕາມຖະແຫຼງການ ຄູ່ຮ່ວມມືແບບກວມລວມ


ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ແລະການາດາ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ (ພາບຈາກສະຖານເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ແລະການາດາ)
ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ແລະການາດາ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ (ພາບຈາກສະຖານເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ແລະການາດາ)

ເມື່ອທ່ານ ໂຈ ໄບເດັນ, ຈາກພັກເດໂມແຄຣັດ ຜູ້ທີ່ໄດ້ຮັບ 306 ຄະແນນສຽງຂອງຜູ້ແທນລັດ ໃນການ ເລືອກຕັ້ງແຫ່ງຊາດຄັ້ງວັນທີ 3 ພະຈິກຜ່ານມາ ໄດ້ຮັບການຢັ້ງຢືນຈາກເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງໃນລັດຕ່າງໆ ທົ່ວປະເທດ ໃນວັນຈັນວານນີ້ວ່າ ເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດຢູ່ນີ້ ທາງເອກອັກຄະລັດຖະທູດຂອງ ສປປ ລາວ ກໍໄດ້ສະແດງຄວາມຫວັງອອກມາວ່າ ການພົວພັນຂອງສອງ ປະເທດ ໂດຍສະເພາະແມ່ນລະບຽບການດ້ານວີຊາເຂົ້າສະຫະລັດສໍາລັບຄົນລາວ ທີ່ວາງອອກມາຫລາຍຄັ້ງໂດຍຄະນະລັດ ຖະບານທ່ານທຣໍານັ້ນ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ. ໂດຍກາຍຍຶດໝັ້ນຕໍ່ຖະແຫລງການຮ່ວມລະຫວ່າງລັດຖະບານສະຫະລັດກັບລັດຖະບານລາວ ທີ່ວຽງຈັນໃນຕອນທີ່ອະດີດປະທານາທິບໍດີບາຣັກ ໂອບາມາ ຢ້ຽມຢາມລາວ ໃນປີ 2016 ນັ້ນ, ລັດຖະບານລາວກຽມພ້ອມ ທີ່ຈະໃຫ້ການຮ່ວມມືກັບລັດຖະບານສະຫະລັດ, ອີງຕາມຄໍາເຫັນຂອງ ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະ ທູດລາວ ປະຈໍາສະຫະລັດ ແລະ ການາດາ ຊຶ່ງທ່ານກ່າວ ເຖິງເລື້ອງນີ້ວ່າ:

ເຖິງແມ່ນວ່າ ຈະມີຂໍ້ຈໍາກັດທາງດ້ານວິຊາເຂົ້າສະຫະລັດ ສໍາລັບປະຊາຊົນລາວ ໃນຫລາຍລະດັບໃນໄລຍະເກືອບ 1 ປີ ຜ່ານມານີ້ກໍຕາມ ແຕ່ທ່ານຄໍາພັນ ກໍໃຫ້ການຊີ້ແຈງວ່າ ທີ່ຈິງແລ້ວນະໂຍບາຍການຕ່າງ ປະເທດຂອງສະຫະລັດຕໍ່ລາວ ບໍ່ໄດ້ມີອັນໃດປ່ຽນແປງຫລາຍເລີຍ, ສອງປະເທດຍັງຍຶດໝັ້ນຕາມຖະແຫຼງ ການປີ 2016 ນັ້ນຢູ່. ການທີ່ມີລະບຽບການຈໍາກັດ ໃນການອອກວີຊາໃໝ່ໃຫ້ ແກ່ຄົນລາວທີ່ຢາກເຂົ້າມາສະຫະລັດ ທີ່ກ່າວມາຂ້າງເທິງນັ້ນ ແມ່ນເປັນພຽງນະໂຍບາຍເພີ້ມເຕີມຂອງລັດຖະບານຂອງທ່ານທຣໍາ ເພາະລັດຖະບານສະຫະລັດ ຢູ່ພາຍໃຕ້ການນໍາພາຂອງປະທານາທິບໍດີ ທີ່ມາຈາກພັກແຕກຕ່າງກັນ ກໍຈະມີນະໂຍບາຍທີ່ ແຕກຕ່າງກັນໄປໃນລະດັບໃດນຶ່ງ ເພາະຜູ້ທີ່ ເປັນປະທານາທິບໍດີແຕ່ລະທ່ານມັກຈະເຮັດຕາມຄໍາໝັ້ນສັນຍາ ທີ່ໃຫ້ໄວ້ຕໍ່ປະຊາຊົນອາເມຣິກັນ ໃນຕອນທີ່ ເພິ່ນໂຄສະນາຫາສຽງໃນການເລືອກຕັ້ງນັ້ນ.

XS
SM
MD
LG