ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຢືນຢັນ ຈະສືບຕໍ່ສໍາຫຼວດ ນໍ້າມັນ ແລະ ແກັສທໍາມະຊາດ


ຖານສໍາຫຼວດນໍ້າມັນໃນລາວ
ຖານສໍາຫຼວດນໍ້າມັນໃນລາວ
ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ ການຄົ້ນຫາແຫຼ່ງນໍ້າມັນ
ແລະແກັສທໍາມະຊາດຢູ່ ໃນເຂດພາກໃຕ້ຂອງລາວຍັງຈະສືບຕໍ່ ໂດຍເປັນການຮ່ວມມືກັບບໍລິສັດເອກກະຊົນ ຈາກອັງກິດ ແລະ
ຫວຽດນາມ.


ທ່ານ ຄໍາຕັນ ວົງພັນສີປະເສີດ ຮອງຫົວໜ້າກົມບໍ່ແຮ່ ກະຊວງພະລັງງານແລະບໍ່ແຮ່ ໄດ້ ໃຫ້ການຢືນຢັນກັບວີໂອເອ ຢູ່ນະຄອນວຽງຈັນ ເມື່ອບໍ່ດົນມາ ນີ້ ວ່າການສໍາຫຼວດ ເພື່ອ ຊອກຫາແຫຼ່ງນໍ້າມັນ ແລະແກັສທໍາມະຊາດໃນລາວຈະຍັງຄົງ ດໍາເນີນຕໍ່ໄປ ໂດຍເຖິງ ແມ່ນວ່າການສໍາຫຼວດໃນລະຍະທີ່ຜ່ານມານັ້ນ ຈະຍັງບໍ່ພົບແຫຼ່ງ ທີ່ມີຄວາມອາດ ສາ ມາດ ທີ່ຄຸ້ມຄ່າສໍາລັບການລົງທຶນກໍຕາມ.

ທ່ານ ຄໍາຕັນ ບອກວ່າໃນຊຸມປີທີ່ຜ່ານມາ ລັດຖະບານລາວກໍໄດ້ອະນຸຍາດໃຫ້ບໍລິສັດ Salamander Energy ຈາກປະເທດອັງກິດ ດໍາເນີນການສໍາຫຼວດ ເພື່ອຊອກຄົ້ນຫາ ແຫຼ່ງນໍ້າມັນ ແລະແກັສທໍາມະຊາດໃນແຂວງສະຫວັນນະເຂດ ຫາກແຕ່ວ່າການ ສໍາ ຫຼວດ ດັ່ງກ່າວນີ້ ກໍບໍ່ພົບແຫຼ່ງທີ່ມີຄວາມອາດສາມາດແລະຄຸ້ມຄ່າ ທີ່ລົງທຶນ ຈຶ່ງເຮັດໃຫ້ ບໍລິສັດ ດັ່ງກ່າວໄດ້ໂຈະແຜນການສໍາຫຼວດໄວ້ຊົ່ວຄາວ.

ແຫຼ່ງ ນໍ້າມັນ ແລະແກັສ ທໍາມະຊາດ ຢູ່ແຂວງສະຫວັນນະເຂດ
ແຫຼ່ງ ນໍ້າມັນ ແລະແກັສ ທໍາມະຊາດ ຢູ່ແຂວງສະຫວັນນະເຂດ

ແຕ່ຢ່າງໃດກໍຕາມ ໃນລະຍະ 2 ປີມານີ້ ບໍລິສັດ Salamander
Energy ກໍໄດ້ຮ່ວມມື ກັບລັດວິສາຫະກິດ ນໍ້າມັນຂອງຫວຽດ
ນາມ ຫຼື Petro-Viet ໂດຍມີເປົ້າ ໝາຍທີ່ຈະ ຮ່ວມກັນດໍາເນີນ ການສໍາຫຼວດເພື່ອຄົ້ນຫາແຫຼ່ງນໍ້າມັນແລະແກັສທໍາມະຊາດໃນ
ເຂດ ແຂວງສາລະວັນ ຈໍາປາສັກ ເຊກອງ ແລະອັດຕະປື ທາງ
ພາກໃຕ້ ຂອງລາວ ໂດຍສະເພາະແມ່ນຢູ່ທີ່ເຊບັ້ງນວນທີ່ເປັນ
ເຂດຕິດຕໍ່ລະຫວ່າງແຂວງ ສາລະວັນ ກັບຈໍາປາສັກນັ້ນ ຖື ເປັນພື້ນທີ່ເປົ້າໝາຍທີ່ຈະດໍາເນີນການສໍາຫຼວດໃນໝໍ່ໆນີ້ ດັ່ງ
ທີ່ທ່ານຄໍາຕັນ ໄດ້ ຢືນຢັນວ່າ:

ບໍລິສັດ Salamander ນີ້ ສໍາຫຼວດແຕ່ສະຫວັນນະເຂດໄປເຂົາຜາງອນແລ້ວ ບໍລິສັດ Petro-Vietnam ເຂົາຈະສາມາດເຮັດຕອນລຸ່ມສິເຂົ້າຈໍາປາສັກ ກັບ
ສາລະວັນ ຊຶ່ງວ່າບໍລິສັດ Salamander ກໍຈະເຈາະທີ່ເຊບັ້ງນວນຢູ່ສາລະວັນ ແລ້ວຍັງ ບໍລິສັດ Petro-Vietnam ກໍາລັງເຮັດການສຶກສາຢູ່ຕາມແຜນການ ກະວ່າປີນີ້ ຈະເຈາະ ແຕ່ເນື່ອງຈາກວ່າຂໍ້ມູນທາງດ້ານທໍລະນີຟີສິກນັ້ນ ກໍກໍາ
ລັງເອົາຂໍ້ມູນ ໄປສຶກສາຢູ່ ແລະຕາມແຜນການນີ້ ປີໜ້າກໍຈະເຈາະ.”


ທາງດ້ານທ່ານ ວີລະພົນ ວີລະວົງ ລັດຖະມົນຕ່ີຊ່ວຍວ່າການກະຊວງພະລັງງານ ແລະ
ບໍ່ແຮ່ ໄດ້ຢືນຢັນວ່າ ອຸດສາຫະກໍາການຂຸດຄົ້ນແຮ່ທາດໃນລາວຍັງມີທ່າອຽງ ທີ່ຈະຂະ
ຫຍາຍ ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນນີ້ກໍລວມເຖິງຄວາມອາດສາມາດສູງໃນການ
ຂຸດຄົ້ນແຮ່ຄໍາດ້ວຍ. ເພາະເຖິງແມ່ນວ່າໃນປັດຈຸບັນຈະມີການຂຸດຄົ້ນ ແຮ່ຄໍາພຽງແຕ່ 2
ແຫ່ງ ກໍຄືຢູ່ເຊໂປນ ໃນແຂວງສະຫວັນນະເຂດ ກັບຢູ່ພູເບ້ຍ ໃນແຂວງວຽງຈັນ ເທົ່ານັ້ນ
ກໍຕາມຫາກແຕ່ຈາກການສໍາຫຼວດເບື້ອງຕົ້ນກໍພົບວ່າຍັງມີອີກ 2 ແຫຼ່ງ ທີ່ເຊື່ອວ່າມີປະລິ
ມານແຮ່ຄໍາທີ່ສາມາດພັດທະນາເປັນເໝືອງຜະລິດ ແຮ່ຄໍາຂະໜາດໃຫຍ່ໄດ້.

ທ່ານ ວີລະພົນ ໃຫ້ການຢືນຢັນວ່າແຫຼ່ງແຮ່ຄໍາຂະໜາດໃຫຍ່ທັງ 2 ແຫ່ງດັ່ງກ່າວກໍາລັງ ຈະມີການສໍາຫຼວດຢ່າງລະອຽດໃນໝໍ່ໆນີ້ ໂດຍແຫ່ງນຶ່ງຢູ່ທີ່ຫຼັກຊາວໃນເຂດແຂວງບໍລິ ຄໍາໄຊ ສ່ວນອີກແຫ່ງນຶ່ງກໍຢູ່ໃນເຂດແຂວງອັດຕະປື ທາງພາກໃຕ້ຂອງ ລາວ ຊຶ່ງຄາດ ວ່າ ພາຍຫຼັງຈາກທີ່ໄດ້ທໍາການສໍາຫຼວດຢ່າງລະອຽດ ແລະໄດ້ຈັດທໍາ ບົດວິພາກເສດ ຖະກິດ ລວມເຖິງການປ້ອງກັນຜົນກະທົບຕໍ່ສັງຄົມແລະສະພາບ ແວດລ້ອມທໍາມະ ຊາດຢ່າງໄດ້ມາດຕະຖານສາກົນນັ້ນ ກໍສາມາດທີ່ຈະອະນຸຍາດສໍາ ປະທານໄດ້ທັນທີ.
ກ່ອນໜ້ານີ້ ກຸ່ມບໍລິສັດ Lane Xang Minerals ຈໍາກັດ ຊຶ່ງເປັນຜູ້ລົງທຶນໃນ ການຂຸດ ຄົ້ນແຮ່ທາດຢູ່ເຊໂປນໃນແຂວງສະຫວັນນະເຂດ ໄດ້ລາຍງານວ່າໃນລະຍະ 6 ເດືອນ ທໍາອິດຂອງປີ 2013 ນີ້ສາມາດຂຸດຄົ້ນແລະຜະລິດແຜ່ນທອງແດງ ໄດ້ທັງໝົດ 89,235 ໂຕນ ໂດຍເພີ່ມຂຶ້ນເຖິງ 33%​ ທຽບກັບລະຍະດຽວກັນໃນປີ 2012 ແລະເຊື່ອວ່າການ ຂຸດຄົ້ນແລະຜະລິດແຜ່ນທອງແດງໃນຕະຫຼອດປີ 2013 ນີ້ຈະບັນລຸເປົ້າໝາຍທີ່ ວາງ ເອົາໄວ້ທີ່ປະລິມານລວມບໍ່ໜ້ອຍກວ່າ 170,000 ໂຕນ.

ແຕ່ສໍາລັບການຂຸດຄົ້ນແຮ່ຄໍານັ້ນ ກໍຄາດໝາຍວ່າຈະສາມາດຜະລິດໄດ້ໃນປະລິມານ ພຽງແຕ່ບໍ່ເກີນ 5 ໝື່ນອອນຊ໌ ເທົ່ານັ້ນ ໃນຕະຫຼອດປີນີ້ ຊຶ່ງກໍເປັນຜົນມາຈາກການທີ່ປະ ລິ ມານແຮ່ຄໍາໄດ້ລົດນ້ອຍຖອຍລົງເລື້ອຍໆ ຫຼັງຈາກທີ່ໄດ້ຖືກຂຸດຄົ້ນ ນັບຕັ້ງແຕ່ປີ 2003 ເປັນຕົ້ນມາ ແລະຄາດວ່າແຮ່ຄໍາຈະໝົດໄປຈາກເຂດເໝືອງ ແຮ່ເຊໂປນໃນ ທ້າຍປີນີ້ອີກດ້ວຍ.

ເພາະສະນັ້ນ ເພື່ອເປັນການທົດແທນແຮ່ຄໍາທີ່ຈະໝົດໄປຈາກເໝືອງແຮ່ເຊໂປນ ດັ່ງ ກ່າວນີ້ ຈຶ່ງເຮັດໃຫ້ກຸ່ມລົງທຶນໄດ້ຫັນມາເພີ່ມການຂຸດຄົ້ນແລະຜະລິດແຮ່ສັງກະສີ ຫຼາຍ ຂຶ້ນເລື້ອຍໆ ໂດຍສໍາລັບຕະຫຼອດປີ 2013 ນີ້ ກໍໄດ້ວາງເປົ້າໝາຍທີ່ຈະຜະລິດສັງກະສີ ໃຫ້ໄດ້ເຖິງ 590,000 ໂຕນ.
XS
SM
MD
LG