ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັນລະຍາຂອງທ່ານ ສົມບັດ ສົມພອນ ຢືນຢັນວ່າ ທາງການ ລາວ ບໍ່ມີຄວາມຄືບໜ້າໃນການສືບສວນ ກໍລະນີການຫາຍຕົວໄປ ຂອງທ່ານ ສົມບັດ ແຕ່ຢ່າງໃດ


ທ່ານນາງ ຊຸຍ ເມັງ, ພັນລະຍາຂອງທ່ານ ສົມບັດ ສົມພອນ ຖືແຜ່ນພັບທີ່ມີຮູບຂອງທ່ານ ສົມບັດ ສົມພອນ.
ທ່ານນາງ ຊຸຍ ເມັງ, ພັນລະຍາຂອງທ່ານ ສົມບັດ ສົມພອນ ຖືແຜ່ນພັບທີ່ມີຮູບຂອງທ່ານ ສົມບັດ ສົມພອນ.

ພັນລະຍາຂອງທ່ານ ສົມບັດ ສົມພອນ ຢືນຢັນວ່າທາງການ ລາວ ບໍ່ມີຄວາມຄືບໜ້າໃນການສືບ ສວນກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ແຕ່ຢ່າງໃດ ຈຶ່ງຮ້ອງຂໍຢ່າຍອມໃຫ້ມີການລັກພາຕົວເກີດຂຶ້ນອີກ.

ທ່ານນາງ ອຶງ ຊຸຍ ເມັງ ພັນລະຍາຊາວສິງກະໂປ ຂອງທ່ານ ສົມບັດ ສົມພອນ ນັກພັດທະນາທາງສັງຄົມໃນ ລາວ ທີ່ໄດ້ຮັບລາງວັນ ແມັກໄຊໄຊ ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງ ອາຊຽນ ໃນປີ 2005 ນັ້ນຢືນຢັນວ່າທ່ານນາງຍັງຄົງທວງຖາມທາງການ ລາວ ກ່ຽວກັບ ສາເຫດທີ່ມີການລັກພາຕົວທ່ານ ສົມບັດ ຜູ້ເປັນສາມີຂອງທ່ານນາງ ລວມທັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນ ເພື່ອຕິດຕາມຫາທ່ານ ສົມບັດ ໃນຕະຫຼອດໄລຍະ 9 ປີທີ່ຜ່ານມາ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບຈາກທາງການ ລາວ ແຕ່ຢ່າງໃດເລີຍຈົນເຖິງປັດຈຸບັນນີ້ ລວມທັງຍັງບໍ່ໄດ້ຮັບໂອ ກາດໃນການຕິດຕໍ່-ພົວພັນກັບໜ່ວຍງານລັດຖະບານ ລາວ ທີ່ຮັບຜິດຊອບຕໍ່ກໍລະນີດັ່ງກ່າວອີກດ້ວຍ.

ໂດຍຄັ້ງສຸດທ້າຍທີ່ທ່ານນາງ ອຶງ ຊຸຍ ເມັງ ໄດ້ຮັບໂອກາດຕິດຕໍ່-ພົວພັນກັບໜ່ວຍງານຂອງລັດຖະ ບານ ລາວ ກໍຄືກັບໃນທ້າຍປີ 2017 ແລະ ຫຼັງຈາກນັ້ນກໍບໍ່ໄດ້ຮັບໂອກາດດັ່ງກ່າວອີກເລີຍ ຫາກແຕ່ທ່ານນາງ ອຶງ ຊຸຍ ເມັງ ກໍໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມ ເພື່ອຈະບໍ່ຍອມໃຫ້ເກີດການລັກພາຕົວຫຼືການຫາຍສາບສູນຄືກໍລະນີຂອງທ່ານ ສົມບັດ ເກີດຂຶ້ນອີກທັງໃນ ລາວ ແລະ ຮ່ວມມືກັນເສີມສ້າງຄວາມເຂັ້ມແຂງຂອງພາກປະຊາສັງຄົມ ເພື່ອຈະບໍ່ຍອມໃຫ້ເກີດການລັກພາຕົວ ຫຼື ການຫາຍສາບສູນຄືກໍລະນີຂອງທ່ານ ສົມບັດ ເກີດຂຶ້ນອີກທັງໃນ ລາວ ແລະ ໃນ ອາຊຽນ ດັ່ງທີ່ທ່ານນາງ ຊຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ

“ຄັ້ງສຸດທ້າຍແມ່ນວັນທີ 21 ພະຈິກ 2021 ທີ່ຂ້າພະເຈົ້າໄດ້ພົບກັບຕຳຫຼວດ ສະນັ້ນເຂົາເຈົ້າກໍໄດ້ພົບກັບຂ້າພະເຈົ້າ ແລະ ມັນກໍບໍ່ໄດ້ມີຫຍັງ, ບໍ່ມີໃຜຍົກຫຍັງຂຶ້ນມາ. ສະນັ້ນບາງຄັ້ງຂ້າພະເຈົ້າກໍໄດ້ຄິດວ່າເປັນຂ້າພະເຈົ້າຈຶ່ງສືບຕໍ່ເວົ້າ, ເປັນຫຍັງຂ້າພະເຈົ້າຈຶ່ງປຸກລະດົມ, ເປັນຫຍັງຂ້າພະເຈົ້າຈຶ່ງທຳການຜັກດັນຕະຫຼອດທຸກຊອກທຸກມຸມ. ແລ້ວພວກເຮົາຈະສືບຕໍ່ເນັ້ນຢໍ້າການລະເມີດທີ່ຊົ່ວຮ້າຍ, ການລະເມີດສິດທິຂອງຜູ້ຫາຍສາບສູນ ແລະ ຜູ້ເຄາະຮ້າຍຄົນອື່ນໆຂອງການລະເມີດສິດທິມະນຸດ.”

ໂດຍໃນໂອກາດຄົບຮອບ 9 ປີທີ່ທ່ານ ສົມບັດ ຖືກລັກພາຕົວໄປຈາກປ້ອມຕໍາຫຼວດແຫ່ງນຶ່ງໃນນະ ຄອນຫຼວງ ວຽງຈັນ ທ່ານນາງ ອຶງ ຊຸຍ ເມັງ ຍັງສືບຕໍ່ການຂຽນຈົດໝາຍເພື່ອເຜີຍແຜ່ທາງເວັບໄຊ້ ແລະ ເຟສບຸກ ເພື່ອລະນຶກເຖິງທ່ານ ສົມບັດ ທັງຍັງໄດ້ບັນຍາຍເຖິງຄວາມທຸກໃຈ ແລະ ຄວາມຫວັງທີ່ທ່ານນາງຍາກຈະໄດ້ຕົວທ່ານ ສົມບັດ ກັບຄືນມາຢ່າງປອດໄພ ຊຶ່ງກໍເຊັ່ນດຽວກັນກັບບັນດາຜູ້ຕາງໜ້າຂອງອົງການສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານຈຳນວນນຶ່ງທີ່ໄດ້ຮ່ວມກັນຈັດພິທີລະນຶກເຖິງທ່ານ ສົມບັດ ໃນໂອກາດຄົບຮອບ 25 ປີຂອງຕັ້ງສູນຝຶກອົບຮົມເພື່ອເສີມສ້າງການມີສ່ວນຮ່ວມໃນການພັດທະນາໃນ ລາວ (PADETC) ທີ່ທ່ານ ສົມບັດ ໄດ້ກໍ່ຕັ້ງຂຶ້ນນັບຕັ້ງແຕ່ປີ 1996 ເປັນຕົ້ນມາ.

ສ່ວນວັນທີ 14-15 ທັນວາ 2021 ບັນດານັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດຊາດສາກົນຈາກທົ່ວອາຊຽນ ກໍໄດ້ຮ່ວມກັນຈັດເວທີເສວະນາ ກ່ຽວກັບ ຊີວິດ, ຜົນງານ, ແນວຄິດ,​ ອຸດົມການ ແລະ ວິທີການປະຕິບັດງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ຂອງເຍົາວະຊົນ ແລະ ສາ ທາລະນະຊົນໃນວົງກວ້າງຕໍ່ໄປຢ່າງບໍ່ຢຸດຢັ້ງ ອັນຖືເປັນກິດຈະກຳນຶ່ງເພື່ອທວງຖາມຄວາມຍຸຕິທຳໃຫ້ກັບ ທ່ານ ສົມບັດ ຊຶ່ງໄດ້ຈັດຂຶ້ນດ້ວຍລະບົບປະຊຸມແບບ ອອນໄລນ໌ ຈາກປະເທດ ໄທ ໂດຍເຂົ້າ ຮ່ວມໃນການຈັດກິດຈະກຳຄັ້ງນີ້ມີທັງຜູ້ຕາງໜ້າຂອງຄະນະກຳມາທິການສິດທິມະນຸດຊາດ ອາຊຽນ, ສະມາຊິກລັດຖະສະພາ ອາຊຽນ ລວມເຖິງອົງການເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດ ຊາດໃນ ອາຊຽນ ແລະ ສາກົນຈຳນວນ 59 ພາກສ່ວນ ທີ່ໄດ້ຮ່ວມກັນອອກຖະແຫຼງການຮຽກຮ້ອງໃຫ້ລັດຖະບານຂອງທຸກປະເທດໃນ ອາຊຽນ ຈົ່ງໄດ້ຮ່ວມມືກັນເພື່ອກົດດັນຕໍ່ລັດຖະບານ ລາວ ໃນການຄົ້ນຫາຄວາມຈິງ ກ່ຽວກັບ ການຫາຍຕົວໄປຂອງທ່ານ ສົມບັດ ອີກດ້ວຍ.

ທັງນີ້ໂດຍທ່ານນາງ ເປມລືດີ ດາວເຮືອງ ຜູ້ປະສານງານໃນການຈັດງານໃນຄັ້ງນີ້ໄດ້ໃຫ້ການອະທິ ບາຍວ່າ ກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ບໍ່ແມ່ນບັນຫາພຽງໃນ ລາວ ເທົ່ານັ້ນ ຫາກແຕ່ ວ່າເປັນບັນຫາທີ່ລັດຖະບານໃນ ອາຊຽນ ຈະຕ້ອງໃຫ້ການຄຸ້ມຄອງສະຫວັດດີພາບຂອງພົນລະ ເມືອງ ອາຊຽນ ຢ່າງແທ້ຈິງ.

ກ່ອນໜ້ານີ້ກົມໃຫຍ່ຕຳຫຼວດໃນສັງກັດກະຊວງປ້ອງກັນຄວາມສະຫງົບພາຍໃນ ລາວ ຢືນຢັນວ່າໄດ້ມີການສືບສວນສອບສວນເພື່ອຄົ້ນຫາຄວາມຈິງ ກ່ຽວກັບ ກໍລະນີຂອງທ່ານ ສົມບັດ ຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດ ລາວ ໄດ້ຖະແຫຼງຢືນຢັນວ່າ

“ຕຳຫຼວດສາກົນ ລາວ ໄດ້ເຮັດໜັງສືແຈ້ງເຖິງບັນດາປະເທດສະມາຊິກຕຳຫຼວດສາກົນ ແລະ ອາຊຽນ ຊ່ວຍຊອກຫາຂໍ້ມູນ ແລະ ຕົວທ້າວ ສົມບັດ ສົມພອນ ວັນທີ 24 ເດືອນ 4, 2013 ໄດ້ເຊີນນາງ ອຶງ ຊຸຍ ເມັງ ຜູ້ມາແຈ້ງຄວາມການຫາຍຕົວຂອງ ທ້າວ ສົມບັດ ມາຊາບຜົນການສືບສວນສອບສວນຜ່ານມາ ແລະ ສືບຕໍ່ພ້ອມກັນເກັບກຳຂໍ້ມູນຕື່ມອີກມາຮອດປັດຈຸບັນຍັງບໍ່ພົບເຫັນຕົວຜູ້ກ່ຽວເທື່ອ.”

ທັງນີ້ທາງການຕຳຫຼວດ ລາວ ໄດ້ຖະແຫຼງຂ່າວຄັ້ງສຸດທ້າຍ ກ່ຽວກັບ ກໍລະນີຂອງ ທ່ານ ສົມບັດ ເມື່ອກາງປີ 2013 ຫຼັງຈາກນັ້ນ ກໍບໍ່ມີການລາຍງານອີກເລີຍ.

XS
SM
MD
LG