ຜູ້ຊ່ຽວຊານດ້ານການເງິນ ແລະ ການທະນາຄານອາຊຽນ ເປີດເຜີຍວ່າ: ປະລິມານຄຳສຳຮອງຂອງລັດຖະບານລາວໃນປະຈຸບັນ ມີທັງໝົດ 880 ກິໂລກຣາມ, ມີມູນຄ່າປະມານ 56.4 ລ້ານໂດລາສະຫະລັດ, ເຊິ່ງຖືກຈັດຢູ່ໃນອັນດັບສຸດທ້າຍຂອງ 10 ປະເທດສະມາຊິກອາຊຽນ. ໂດຍລັດຖະບານໄທມີປະລິມານຄຳສຳຮອງສູງສຸດແມ່ນ 235 ໂຕນ, ຄິດເປັນມູນຄ່າ 15,157.5 ລ້ານໂດລາ, ຮອງລົງມາກະແມ່ນ ສິງກະໂປ 229 ໂຕນ ຫຼື 14,770.5 ລ້ານໂດລາສະຫະລັດແລະ ຟີລິບປິນ 146 ໂຕນ ຫຼື 9,417 ລ້ານໂດລາ ສ່ວນອິນໂດເນເຊຍມີຄຳສຳຮອງ 78.57 ໂຕນ, ກຳປູເຈຍ 41.85 ໂຕນ, ມາເລເຊຍ 38.88 ໂຕນ, ຫວຽດນາມ 10.51 ໂຕນ, ມຽນມາ 7.27 ໂຕນ ແລະ ບຣູໄນ 4.53 ໂຕນ ເຊິ່ງຕະຫຼາດໂລກປະຈຸບັນ ຄຳມີລາຄາສະເລ່ຍ 64.5 ລ້ານໂດລາສະຫະລັດຕໍ່ໂຕນ.
ແຕ່ຍ່າງໃດກໍ່ຕາມ ລາວເປັນປະເທດທີ່ສົ່ງອອກຄຳໄປຕ່າງປະເທດ ໂດຍມີມູນຄ່າສະເລ່ຍເຖິງ 800 ລ້ານໂດລາສະຫະລັດຕໍ່ປີ ເຊິ່ງໃນ 7 ເດືອນຕົ້ນປີ 2024 ໄດ້ສົ່ງອອກຄຳໄປຕ່າງປະເທດ ຄິດເປັນມູນຄ່າລວມ 401 ລ້ານໂດລາສະຫະລັດ, ຄາດວ່າຕະຫຼອດປີ 2024 ຈະສາມາດສົ່ງອອກຄຳໄປຕ່າງປະເທດໄດ້ຫຼາຍກວ່າ 800 ລ້ານໂດລາສະຫະລັດ ເຊັ່ນດຽວກັນ, ທັ້ງຍັງໄດ້ວາງເປົ້າໝາຍຈະເພີ່ມປະລິມານຄຳສຳຮອງໂດຍການສ້າງຕັ້ງຄັງແຫ່ງຊາດເພື່ອເກັບລາຍຮັບເຂົ້າເປັນຄຳສຳຮອງຂອງລັດຖະບານໃນປີ 2030 ດັງທີ່ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫຼງຢືນຢັນວ່າ:
“ສ່ງເສິມໃຫ້ມີການສ້າງຄັງສະສມໂລຫະຄຳແຫ່ງຊາດ ດ້ວຍການຫັກ 50 ສ່ວນຮ້ອຍຂອງຄ່າຊັບພະຍາກອນແຮ່ຄຳ ເພື່ອເປັນການຄໍ້າປະກັນໃຫ້ແກ່ລັດຖະບານ ແລະ ສືບຕໍ່ໃຫ້ການຊຸກຍູ້ສ່ງເສິມໃຫ້ຍົກລະດັບໂຮງງານປຸງແຕ່ງແຮ່ທາດ ໃຫ້ສາມາດແຍກໂລຫະປະສົມອອກເປັນທາດດ່ຽວໃນທຸກໂຄງການໃຫ້ສຳເລັດບ່ໃຫ້ເກິນໃນປີ 2030 ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ທັ້ງນີ້ ເພື່ອເປັນການຈໍາກັດແລະການນໍາເຂົ້າໂລຫະຄຳຈາກຕ່າງປະເທດ."
ສ່ວນເຈົ້າໜ້າທີ່ ໃນຄະນະກວດກາຂອງ ສະພາ ແຫ່ງຊາດລາວ ໃຫ້ທັດສະນະວ່າ ມັນເປັນການຍາກທີ່ສຸດທີ່ລັດຖະບານລາວ ຈະສາມາດດໍາເນີນງານເພື່ອບັນລຸເປົ້າຫມາຍດັງກ່າວ ເພາະວ່າຈາກການກວດກາບັນດາໂຄງການຂຸດຄົ້ນແຮ່ທາດໃນໄລຍະທີ່ຜ່ານມາ ພົບວ່າ ໄດ້ມີການໃຫ້ສໍາປະທານໄປແລ້ວ 978 ໂຄງການ, ໃນນີ້ ເປັນການອະນຸມັດຈາກສູນກາງ 297 ໂຄງການ ແລະ ອໍານາດການປົກຄອງທ້ອງຖິ່ນ 671 ໂຄງການ, ບໍ່ລວມເຖິງ 93 ໂຄງການທີ່ອະນຸຍາດແບບເລ່ງດ່ວນ ພ້ອມກັນນີ້ ການກວດກາ ຍັງພົບວ່າ ມີບັນຫາໃນ 8 ດ້ານທີ່ເປັນອຸປະສັກຕໍ່ການພັດທະນາອຸດສາຫະກຳການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຂອງລາວ ຄື: ພາລະບົດບາດບໍ່ໄດ້ກຳນົດຢ່າງຈະແຈ້ງ, ການຄຸ້ມຄອງບໍ່ຊັດເຈນ ການບັງຄັບໃຊ້ກົດໝາຍບໍ່ເຂັ້ມງວດ. ການຈັດເກັບລາຍໄດ້ບໍ່ມີຄວາມເປັນເອກະພາບ, ລັດຖະບານບໍ່ມີງົບປະມານໃນການສຳຫລວດແຫລ່ງຊັບພະຍາກອນແຮ່ທາດ. ການບອລິຫານບໍ່ລວມສູນ. ການອະນຸມັດສໍາປະທານບໍ່ໂປ່ງໃສ. ຊຸມຊົນບໍ່ໄດ້ຮັບຜົນປະໂຫຍດ ແລະບໍ່ມີການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ. ຈຶ່ງສົ່ງຜົນກະທົບຕໍ່ສັງຄົມລາວຢ່າງກວ້າງຂວາງ ດັງເຈ້າຫນ້າທີ່ຄະນະກວດກາຂອງສະພາແຫ່ງຊາດລາວ ຍືນຍັນວ່າ:
“ພວກເຮົາໄດ້ລົງໄປຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ ແລະ ວຽກງານຂອງອົງການປົກຄອງແຂວງ ໂດຍສະເພາະແມ່ນບັນຫາທີ່ຮ້ອນແຮງແລະຮີບດ່ວນການພັດທະນາຂອງໂຄງການຕ່າງໆ, ໂດຍສະເພາະແມ່ນໂຄງການຂຸດຄົ້ນແລະສົ່ງອອກແຮ່ທາດນີ້. ມັນມີຜົນກະທົບຕໍ່ທໍາມະຊາດ ມັນເປັນການທໍາລາຍສິ່ງແວດລ້ອມ. ທຳລາຍປ່າໄມ້ ຈຳນວນໜຶ່ງກະກະທົບຕ່ອແຫຼ່ງນ້ຳທຳການຜະລິດ. ແຫຼ່ງນໍ້າດື່ມ-ນໍ້າໃຊ້ຂອງປະຊາຊົນ ແລ້ວກະເຂດທຳການຜະລິດຂອງພໍ່ແມ່ພີ່ນ້ອງປະຊາຊນຈຳນວນຫນື່ງກະຖືວ່າແຄບເຂ້າຫັ່ນຫລະ ບາງບ່ອນກະຮອດລະດູທຳການຜະລິດ ນ້ຳກະບໍ່ພຽງພໍ.”
ທັ້ງນີ້ ການອະນຸມັດສໍາປະທານຂຸດຄົ້ນແຮ່ທາດໃຫ້ແກ່ບໍລິສັດຈີນ ຖືວ່າເປັນໂຄງການທີ່ສ້າງຄວາມເປັນຫ່ວງເປັນໄຍໃຫ້ແກ່ປະຊາຊົນລາວເປັນຈໍານວນຫຼາຍ. ລວມທັງໂຄງການສໍາປະທານເລ່ງດ່ວນ. ເນື່ອງຈາກວ່າບໍ່ມີການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ທັ້ງບໍ່ມີການກວດກາໂຄງການທີ່ແທ້ຈິງ. ຍ້ອນການສໍ້ລາດບັງຫຼວງຂອງພະນັກງານລັດທີ່ກ່ຽວຂ້ອງກັບການໃຫ້ສໍາປະທານນັ້ນ.
ຟໍຣັມສະແດງຄວາມຄິດເຫັນ