ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຄົ້ນພົບສັນຍານ ຫີບດໍາ ຂອງເຮືອບິນ ທີ່ປະສົບອຸບັດເຫດແລ້ວ


ສົບຂອງຜູ້ເສຍຊີວິດ ທີ່ກູ້ຂື້ນມາໄດ້.
ສົບຂອງຜູ້ເສຍຊີວິດ ທີ່ກູ້ຂື້ນມາໄດ້.
ທາງ​ການ​ລາວ​ຢືນຢັນ​ວ່າ ​ໄດ້ກວດ​ພົບ​ພິກັດ​ຂອງ​ຫີບ​ດໍາ ຫຼື black
box ທີ່​ບັນທຶກ​ຂໍ້​ມູນ​ທີ່​ເປັນສາ​ເຫດ​ຂອງ​ເຮືອບິນ​ຕົກ​ຢູ່​ໃນ​ແມ່​ນໍ້າ
ຂອງ​ແລ້ວ​ໃນ​ເວລາ​ນີ້ ​ແຕ່​ຍັງ​ບໍ່​ສາມາດ​ເກັບ​ກູ້​ຂຶ້ນມາ​ໄດ້ ​ເພາະ​ກະແສນໍ້າໄຫຼ​ແຮງ.


ທ່ານ​ສັນຕິ​ສຸກ ສິມ​ມາລາ​ວົງ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ໂຍທາ
​ທິການ​ແລະ​ຂົນ​ສົ່ງ ​ໄດ້​ຖະ​ແຫຼ​ງຢືນ​ຢັນວ່າ​ ຄະນະ​ຊ່ຽວຊານ​ຂອງ
​ບໍລິສັດ​ຜະລິດ​ເຮືອບິນ ATR ຈາກ​ປ​ະ​ເທດ​ຝຣັ່ງ ທີ່​ປະສົບ​ອຸບັດ​ເຫດ​ຕົກລົງ​ໃນ​ແມ່ນໍ້າຂອງ
​ເມື່ອ​ວັນ​ທີ 16 ​ຕຸລາ​ຜ່ານ​ມາ ​ໄດ້​ກວດ​ພົບ​ສັນຍານ ຂອງ​ຫີບ​ດໍາ ຫຼື black box ທີ່​ບັນທຶກ​ຂໍ້​ມູນ
​ທີ່​ເປັນສາ​ເຫດ​ຂອງ​ເຮືອບິນ​ຕົກ​ໄດ້​ແລ້ວ ​ໃນ​ຂະນະ​ນີ້ ​ແຕ່​ກໍ​ຍັງ​ບໍ່​ສາມາດ​ ທີ່​ຈະ​ທໍາ​ການ​ເກັບ​ກູ້
​ຫີບ​ດໍາ​ດັ່ງກ່າວ​ ຂື້ນ​ມາ​ໄດ້ ​ເນື່ອງ​ຈາກ​ກະ​ແສ​ນໍ້າໄຫຼ​ແຮງ ​ແລະ​ນໍ້າ​ຂຸ່ນ​ຫຼາຍ ຈຶ່ງ​ເປັນ​ການ​ຍາກ​
ທີ່​ຈະ​ດໍາ​ນໍ້າ​ລົງ​ໄປ​ເຖິງ​ບໍລິ​ເວນ​ບ່ອນ​ຂອງ​ຫີບດໍາ​ຢູ່​ນັ້ນ​ໄດ້. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ສາມາດ​ກວດ​ຈັບ​ສັນ​ຍານ​ຂອງ​ຫີບ​ດໍາ​ດັ່ງກ່າວ​ໄດ້ນີ້ ກໍ​ນັບເປັນ​
ສິ່ງ​ທີ່​ສາມາດ​ຮັບປະກັນ​ໄດ້​ວ່າ​ ຈະ​ຮູ້​ເຖິງ​ສາ​ເຫດ​ທີ່​ເຮັດ​ໃຫ້​ເຮືອ​ບິນ ATR72-600 ຂອງ​
ສາຍ​ການ​ບິ​ນລາວ ຫຼື Lao Airlines ຕົກລົງ​ໃນ​ແມ່​ນໍ້າຂອງ​ໃນ​ອີກ​ບໍ່​ດົນ​ນີ້ ສ່ວນ​ຈະ​ເປັນ​
ມື້​ໃດ​ແທ້ ກໍ​ຕ້ອງ​ຂຶ້ນຢູ່​ກັບ​ສະພາບ​ການ​ຂອງ​ກະ​ແສ​ນໍ້າ​ໃນ​ແມ່​ນໍ້າຂອງ​ເປັນ​ສໍາຄັນ.

ນອກ​ຈາກ​ການກວດ​ພົບ​ສັນຍານ​ ຂອງ​ຫີບ​ດໍາ​ດັ່ງກ່າວ​ແລ້ວ ບັນດາ​ນັກ​ກູ້​ໄພ ​ທັງ​ຈາກ​
ລາວ ​ແລະ​ໄທ ທີ່​ໄດ້​ຮ່ວມ​ມື​ກັນ​ປະຕິບັດ​ການ​ກູ້​ໄພ​ໃນ​ຄັ້ງ​ນີ້ ກໍ​ສາມາດ​ຄົ້ນ​ພົບ​ແລະ​ນໍາ​
ສົບ​ຂອງ​ຜູ້ເສຍ​ຊີວິດ​ຈາກ​ອຸບັດ​ເຫດ​ຄັ້ງ​ນີ້​ຂຶ້ນມາ​ຈາກ​ນໍ້າຂອງ ​ໄດ້​ແລ້ວ 43 ສົບ ຈາກ​ທີ່​
ເສຍ​ຊີວິດ​ໄປ​ທັງໝົດ 49 ຄົນ ຫາກ​ແຕ່​ວ່າ​ ​ຍັງມີຫລາຍສົບທີ່​ບໍ່​ສາມາດລະບຸ​ໄດ້​ຢ່າງ​ຄັກ​
ແນ່​ວ່າ​ເປັນ​ສົບ​ຂອງ​ຜູ້​ໃດ ​ຈົນກວ່າ​ຈະ​ໄດ້​ມີ​ການ​ພິ​ສູດເອກ​ກະ​ລັກ​ສ່ວນ​ບຸກຄົນ ຫຼືກວດ
DNA ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

ຜູ້ບໍລິຫານສາຍການບິນລາວ ຖະແຫຼງຕໍ່ນັກຂ່າວ
ຜູ້ບໍລິຫານສາຍການບິນລາວ ຖະແຫຼງຕໍ່ນັກຂ່າວ

ສ່ວນ​ໃນ​ຕອນ​ເວລາ 14 ​ໂມງ 15 ນາທີ​ ຂອງ​ວັນ​ທີ 21 ຕຸລາ​ນີ້
ທາງ​ການ​ລາວ​ກໍ​ໄດ້​ຈັດ​ພິທີໄວ້ອາ​ໄລແກ່​ດວງ​ວິນ​ຍານ​ຂອງ​ຜູ້​
ເສຍ​ຊີວິດ​ທຸກ​ຄົນ ດ້ວຍ​ການ​ຢືນ​ສະຫງົບ​ເປັນ ​ເວລາ 1 ນາທີ
ຂອງ​ທຸກ​ໜ່ວຍ​ງານຂອງ​ລັດຖະບານ ​ແລະ​ພາກ​ເອກ​ກະ​ຊົນ​ໃນ
​ທົ່ວ​ປະ​ເທດທັງ​ນີ້​ ໂດຍ​ທ່ານ​ທອງ​ສິງ ທໍາມະ​ວົງ ນາຍົກລັດຖະ
ມົນຕີ​ໄດ້​ມີ​ຄໍາ​ສັ່ງ​ແຕ່ງ​ຕັ້ງ​ ຄະນະ​ກໍາມະການ​ພິ​ເສດ​ຂຶ້ນມາ​ຮັບ
ຜິດຊອບ​ ແລະ​ ປະສານ​ງານໃນ​ກໍລະນີ​ດັ່ງກ່າວ​ເປັນ​ການສະ​
ເພາະ ນັບຕັ້ງ​ແຕ່​ວັນ​ທີ 17 ຕຸລາ​ ເປັນ​ຕົ້ນ​ມາ​ແລ້ວ ດັ່ງ​ທີ່​ທ່ານ
​ເພັດ​ສາຄອນ​ ຫຼວງ​ອາ​ໄພ ລັດຖະມົນຕີຊ່ວຍ​ວ່າການ​ປະ​ຈໍາ​
ສໍານັກ​ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

“ທ່ານ​ນາຍົກລັດຖະມົນຕີ ກໍ​ໄດ້​ລົງ​ນາມ​ແຕ່ງ​ຕັ້ງ​ຄະນະ​ສະ​ເພາະ​ກິດ​ ເພື່ອ​ສືບສວນ -
ສອບ​ສວນ​ເຫດການ​ອຸບັດ​ເຫດ​ດັ່ງກ່າວ ​ໂດຍ​ມີ​ຂໍ້​ຕົກລົງ​ສະບັບ​ ເລກ​ທີ່ 103
/ນຍ
ລົງ​ວັນ​ທີ 17 ​ເດືອນ​ຕຸລາ ມອບ​ຄວາມ​ຮັບຜິດຊອບ​ ໃຫ້​ຄະນະ​ດັ່ງກ່າວ​ດໍາ​ເນີນ​ການ​
ສືບສວນ-ສອບ​ສວນ​ຫາສາ​ເຫດ ສະ​ເໜີ​ແນະ​ມາດ​ຕະການ​ຕ່າງໆ​ໃຫ້​ລັດຖະບານ
​ສະ​ເໜີ​ໃຫ້​ຄະນະ​ດັ່ງກ່າວ​ດໍາ​ເນີນການ​ໂດຍ​ໄວ.”


ອຸບັດ​ເຫດ​ເຮືອບິນ​ໂດຍສານ​ຂອງ Lao Airlines ຕົກລົງ​ໃນ​ແມ່​ນໍ້າຂອງ ​ໄດ້​ເກີດ​ຂຶ້ນ​ໃນ ​
ເວລາ 16 ​ໂມງ​ຂອງ​ວັນ​ທີ 16 ຕຸລາ​ທີ່​ຜ່ານ​ມາ ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​ໄປ​ທັງ​ໝົດ 49 ຄົນ ​
ໃນ​ນັ້ນ ແມ່ນເປັນ​ນັກ​ບິນ​ 2 ຄົນ ​ແລະ​ພະນັກງານ​ປະ​ຈໍາ​ເຮືອບິນ 3 ຄົນ ກັບ​ຜູ້​ໂດຍສານ​
ອີກ 44 ຄົນ.​

​ສໍາລັບ​ຜູ້​ໂດຍສານ​ທີ່​ເສຍ​ຊີວິດ​ທັງ 44 ຄົນ​ນັ້ນ ປະກອບ​ດ້ວຍຄົນ​ລາວ 16 ຄົນ, ຝຣັ່ງ 7 ຄົນ,
ອອສ​ເຕຣ​ເລຍ 6 ຄົນ, ໄທ 5 ຄົນ, ​ເກົາຫຼີ​ໃຕ້ 3 ຄົນ, ຫວຽດນາມ 3 ຄົນ ກັບ​ຜູ້ໂດຍສານ​
ຊາວ​ຈີນ ​ໄຕ້​ຫວັນ ມາ​ເລ​ເຊຍ ​ແລະ​ສະຫະລັດ​ອາ​ເມຣິກາ ປະ​ເທດ​ລະ 1 ຄົນ ຊຶ່ງ​ທັງ​ໝົດ​ກໍ
​ຈະ​ໄດ້ຮັບ​ການ​ຊົດ​ເຊີຍ​ ທັງ​ຈາກ​ບໍລິສັດ​ປະກັນ​ໄພ ແລະ​ການ​ຄຸ້ມ​ຄອງ​ສິດທິຕ່າງໆ​ຢ່າງເຕັມ​
ສ່ວນ ຈາກ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ.

ຍີ່​ງ​ໄປ​ກວ່ານັ້ນ ຜູ້​ບໍລິຫານ​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອໝັ້ນ
​ດ້ວຍ​ວ່າ ອຸບັດ​ເຫດ​ໃນ​ຄັ້ງ​ນີ້ບໍ່​ໄດ້​ມີ​ສາ​ເຫດ​ມາ​ຈາກ​ຄວາມ​ບົກ​ຜ່ອງ​ ໃນ​ດ້ານ​ເທັກນິກຂອງ
​ເຮືອ​ບິນ​ຢ່າງ​ແນ່ນອນ ​ເພາະ​ເຮືອບິນ​ທີ່​ປະສົບ​ອຸບັດ​ເຫດ​ໃນ​ຄັ້ງ​ນີ້ ​ເປັນ​ເຮືອບິນ​ລຸ້ນ
ATR 72-600 ທີ່​ຫາ​ກໍ​ໄດ້​ຊື້​ແລະ​ນໍາ​ເຂົ້າມາ​ຈາກ​ປະ​ເທດຝຣັ່ງ ​ເມື່ອ​ເດືອນ​ມີນາ​ປີ​ນີ້ ​ແລະ ​
ໄດ້​ຜ່ານ​ການ​ໃຊ້​ງານ​ໃນ​ການ​ໃຫ້​ບໍລິການ​ຜູ້​ໂດຍສານ ​ຄິດ​ເປັນ​ເວລາ​ລວມກັນ​ພຽງ​ແຕ່
758 ຊົ່ວ​ໂມງ​ເທົ່າ​ນັ້ນ.

ຊາກສ່ວນນຶ່ງຂອງເຮືອ ບິນ ທີ່ຕົກລົງໃນແມ່ນໍ້າຂອງ
ຊາກສ່ວນນຶ່ງຂອງເຮືອ ບິນ ທີ່ຕົກລົງໃນແມ່ນໍ້າຂອງ
XS
SM
MD
LG