ເຖິງແມ່ນວ່າໄພເງິນເຟີ້ເພີ້ມຂຶ້ນຢ່າງວ່ອງໄວ ແລະເສດຖະກິດໂດຍລວມ ຝືດເຄືອງເພີ້ມຂຶ້ນກໍຕາມ ແຕ່ປາກົດວ່າ ສັງຄົມລາວຍັງສືບຕໍ່ປ່ຽນແປງໄປ ນັ້ນກໍຄືການພົ້ນເດັ່ນຂຶ້ນຂອງຄົນຊັ້ນກາງ, ອີງຕາມຄຳຄິດເຫັນຂອງນາງຈັນເພັນ (ນາມແຝງ) ຈາກລັດຄາລິຟໍເນຍ, ຜູ້ເຄີຍໄປເຮັດວຽກງານດ້ານການກຸສົນຢູ່ລາວມາໄດ້ 10 ກວ່າປີແລ້ວ ຊຶ່ງສາມາດສັງເກດເຫັນໄດ້ຈາກການທີ່ມີບໍລິສັດກາເຟອາເມຣິກັນທີ່ໂດ່ງດັງ ເຊັ່ນສຕາບັກ ສາມາດເຂົ້າໄປແຂ່ງຂັນກັບຮ້ານກາເຟລາຄາຖືກຂອງລາວ ໄດ້ເຖິງແມ່ນວ່າບາງຄົນເຊັ່ນນາງຈັນເພັນບໍ່ຄ່ອຍເຫັນດີນຳສະພາບແບບນັ້ນປານໃດກໍຕາມດັ່ງທີ່ນາງບອກວ່າ:
"ສຕາບັກສ໌ (Starbucks) ແມ່ນທັງດ້ານດີ ແລະບໍ່ດີ. ມັນດີກໍເພາະມັນສະແດງໃຫ້ເຫັນວ່າມີການພັດທະນາ. ເອີ ມັນບໍ່ດີໃນຄວາມຈິງທີ່ວ່າ ມັນສາມາດເຮັດໃຫ້ ທຸລະກິດທ້ອງຖິ່ນໝົດໄປ, ແຕ່ຂ້ອຍບໍ່ເຫັນດີນໍາເພາະວ່າ ຄົນສ່ວນໃຫຍ່ຍັງມັກ ດື່ມກາເຟແບບທ້ອງຖິ່ນຢູ່. ສະນັ້ນ ເຂົາເຈົ້າກໍຈະມີທາງເລືອກ. ມີຊົນຊັ້ນສູງທີ່ພົ້ນເດັ່ນຂຶ້ນຢ່າງໃຫຍ່ຫລວງ ແລະມີຊົນຊັ້ນກາງທີ່ພົ້ນເດັ່ນຂຶ້ນຢ່າງໃຫຍ່ຫລວງ ຊຶ່ງເມື່ອ 10 ປີກ່ອນນັ້ນ ຖ້າບໍ່ແມ່ນຄົນຮັ່ງກໍມີແຕ່ເປັນຄົນເທົ່ານັ້ນ ບໍ່ມີຄົນຊັ້ນກາງ."
ສ່ວນທາງທະນາຄານໂລກນັ້ນໃນຊຸມປີມໍ່ໆມານີ້ໄດ້ຈັດໃຫ້ລາວເປັນປະເທດ ທີ່ມີລາຍຮັບປານກາງຂ້ອນຂ້າງຕ່ຳ ເພາະລາວມີລາຍຮັບສະເລ່ຍທີ່ຢູ່ໃນເກນລະຫວ່າງ 1,026 ໂດລາ ຫາ 3,995 ໂດລາຕໍ່ຄົນ. ແຕ່ຢ່າງໃດກໍຕາມ ລວມຍອດລາຍຮັບສະເລ່ຍຂອງລາວໃນໄລຍະຍາວແມ່ນມີທ່າອ່ຽງຫລຸດລົງ 10.4 ໂດລາຕໍ່ຄົນ ຫລື 0.48 ເປີເຊັນຕໍ່ປີໃນໄລຍະ 2022 ຫາ 2027. ໃນປີ 2019 ລາຍຮັບສະເລ່ຍຂອງລາວແມ່ນສູງສຸດ ກໍຄື 2,620.93 ໂດລາຕໍ່ຄົນ ແລ້ວກໍຫລຸດລົງມາເປັນ 2,172 ກວ່າໂດລາໃນປີ 2024 ແລະຄາດວ່າຈະຫລຸດລົງໄປຫາຈຸດຕ່ຳສຸດເຖິງ 1,933 ໂດລາຕໍ່ຄົນໃນປີ 2024 ແລ້ວຈຶ່ງຈະເລີ້ມສູງຂຶ້ນມາເລັກນ້ອຍ, ອີງຕາມ ເວັບໄຊທ໌ຂອງອົງການສະຕາຕິສຕາ https://www.statista.com/statistics/804943/gross-domestic-product-gdp-per-capita-in-laos/ ຊຶ່ງເປັນອົງການວິໄຈເສດຖະກິດສາກົນ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຮຳບວກຂອງເຢຍຣະມັນ.