ການປູກເຂົ້ານາປີຂອງກະສິກອນ ລາວ ປະຕິບັດໄດ້ຕ່ຳກວ່າເປົ້າໝາຍຂອງແຜນການປີ 2015 ຫາ 2016 ນີ້ທັງຍັງຫຼຸດລົງຈາກແຜນການປີ 2014 ຫາ 2015 ອັນເປັນຜົນກະທົບໂດຍກົງຈາກໄພແຫ້ງແລ້ງ.
ກະຊວງກະສິກຳ ແລະ ປ່າໄມ້ ລາຍງານວ່າກະສິກອນ ລາວ ສາມາດປັກດຳເຂົ້ານາປີໄດ້ໃນພື້ນທີ່ລວມ 770,000 ເຮັກຕາໃນທົ່ວປະເທດ ຄິດເປັນ 98 ເປີເຊັນຂອງແຜນການປີ 2015 ຫາ 2016 ທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍການປັກດຳເຂົ້ານາປີໃຫ້ໄດ້ໃນ ພື້ນທີ່ທັງ ໝົດ 787,000 ເຮັກຕາ ຊຶ່ງຄົງຈະເປັນໄປບໍ່ໄດ້ແລ້ວ ທັງກໍຍັງເປັນການປັກດຳເຂົ້ານາປີໄດ້ ໜ້ອຍກວ່າແຜນການປີ 2014 ຫາ 2015 ໃນເນື້ອທີ່ລວມເຖິງ 2,600 ກວ່າເຮັກ ຕາອີກດ້ວຍ ເນື່ອງຈາກຫຼາຍພື້ນທີ່ຕ້ອງປະເຊີນໜ້າກັບໄພແຫ້ງແລ້ງຢ່າງໜັກໜ່ວງ.
ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ ໃນປະລິມານລວມບໍ່ໜ້ອຍກວ່າ 4.2 ລ້ານໂຕນໃນແຜນການປີ 2015 ຫາ 2016 ຊຶ່ງໃນ ນີ້ແບ່ງເປັນຜົນຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານແຫ່ງຊາດໃນປະລິມານ 3.53 ລ້ານໂຕນ ຫຼື ຄິດເປັນ 84 ເປີເຊັນຂອງຜົນຜະລິດເຂົ້າທົ່ວປະເທດສ່ວນທີ່ເຫຼືອນັ້ນກໍເປັນ ຜົນຜະລິດເຂົ້າເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ.
ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ມີການພັດທະນາລະບົບຄອງ ຊົນລະປະທານເພື່ອຕອບສະໜອງນ້ຳໃຫ້ທີ່ນາໃຫ້ໄດ້ເຖິງ 440,000 ເຮັກຕາຈາກພື້ນທີ່ທັງໝົດ 998,980 ເຮັກຕາໃນທົ່ວ ປະເທດ ແລະ ຈະຕ້ອງມີ ການເພີ່ມສະມັດຕະພາບການຜະລິດໃຫ້ໄດ້ສະເລ່ຍບໍ່ຕ່ຳກວ່າ 4.21 ໂຕນຕໍ່ເຮັກຕາອີກດ້ວຍ.
ທາງດ້ານກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ວາງແຜນການທີ່ຈະພັດທະນາປັບປຸງລະບົບຄອງຊົນລະປະທານໃນທົ່ວປະເທດເພື່ອເພີ່ມລະດັບປະສິດທິພາບໃນການຕອບສະໜອງ ນ້ຳໃຫ້ກັບທີ່ນາໃຫ້ໄດ້ເນື້ອທີ່ລວມ 580,000 ເຮັກຕາໃນລະດູການປີ 2015 ຫາ 2016 ຊຶ່ງໃນນີ້ກໍແບ່ງເປັນການຕອບສະໜອງນ້ຳໃຫ້ນາປີ 400,000 ເຮັກຕາ ແລະ ນາແຊງ 180,000 ເຮັກຕາຕາມລຳດັບ.
ໂດຍຖ້າຫາກການດຳເນີນງານເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເປັນສິ່ງທີ່ຮັບປະກັນໄດ້ວ່າ ຜົນຜະລິດເຂົ້າໃນທົ່ວປະເທດ ລາວ ຈະມີປະລິມານລວມເຖິງ 4.2 ລ້ານ ໂຕນໃນປີ 2015 ຊຶ່ງພຽງພໍກັບການບໍລິໂພກໃນປະເທດ ແລະ ຍັງຈະມີເຂົ້າສົ່ງອອກຕ່າງປະເທດເຖິງ 6 ແສນໂຕນອີກດ້ວຍ.
ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ຍອມຮັບວ່າຊາວ ນາ ລາວ ຍັງມີລະດັບຄວາມສາມາດທີ່ຕ່ຳທັງໃນດ້ານວິຊາການ ແລະ ເທັກນິກ ຈຶ່ງເປັນການຍາກທີ່ຊາວນາ ລາວ ຈະເພີ່ມຜົນຜະລິດເຂົ້າເພື່ອໃຫ້ກາຍເປັນຜູ້ສົ່ງອອກລາຍໃຫຍ່ຂອງໂລກໄດ້ ທັງກໍຍັງບໍ່ສາມາດແຂ່ງຂັນໃນດ້ານຄຸນນະພາບເຂົ້າທີ່ສົ່ງອອກໄປຕ່າງປະເທດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໄດ້ຢືນຢັນວ່າ
“ຜ່ານມານີ້ພວກເຮົາມີເຂົ້າແຕ່ວ່າຂາຍຍາກຍ້ອນວ່າເຂົ້າບໍ່ໄດ້ຄຸນນະພາບ ເຂົ້າປົນ ເຂົ້າບໍ່ແມ່ນປະເພດດຽວ ປະຊາຊົນແຕ່ລະຄົນຫັ່ນນະໃຊ້ແນວພັນຕາມທີ່ເຂົາມີ ໄດ້ເຂົ້າມາແລ້ວກະປົນກັນ ລະຫວ່າງເຂົ້າ ກໍຂໍ ກະມີ ເຂົ້າທ່າສະໂນກະມີ ເຂົ້າພື້ນເມືອງກະມີ ມັນຢູ່ໃນກະເປົາດຽວ ມັນກະບໍ່ໄດ້ຄຸນນະພາບ.”
ອີກດ້ານໜຶ່ງ ລັດຖະບານ ລາວ ໄດ້ວາງແຜນການທີ່ຈະເພີ່ມການຜະລິດສະບຽງອາຫານທາດໂປຣຕີນໃຫ້ໄດ້ໃນປະລິມານລວມ 487,500 ໂຕນໃນປີ 2020 ແລະ ເພີ່ມຂຶ້ນເປັນ 711,000 ໂຕນໃນປີ 2025 ດ້ວຍການຊຸກຍູ້ໃຫ້ພາກເອກະຊົນດຳເນີນກິດຈະການຟາມ ເພື່ອຜະລິດຊີ້ນສັດໃຫ້ໄດ້ເຖິງ 262,500 ໂຕນ ແລະ ຜະລິດປາໃຫ້ໄດ້ 225,000 ໂຕນໃນປີ 2020 ແລະ ເພີ່ມຜົນຜະລິດຊີ້ນສັດໃຫ້ໄດ້ເຖິງ 414,000 ໂຕນ ແລະ ປາ 297,000 ໂຕນໃນປີ 2025 ຕາມລຳດັບ.