ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມສະໄໝ
ສາມັນ ຄັ້ງທີ່ 3 ຂອງສະພາແຫ່ງຊາດຊຸດທີ່ 7 ທີ່ກໍາລັງດໍາເນີນກອງປະຊຸມຢູ່ໃນເວລານີ້ ວ່າ
ລັດຖະບານລາວຈະບໍ່ອະນຸຍາດແລະບໍ່ຮັບພິດຈາລະນາໃຫ້ກຸ່ມບຸກຄົນ ຫຼືສ່ວນບຸກຄົນໃດຍື່ນ
ຫຼືລົງທຶນໃໝ່ໃນໂຄງການຂຸດຄົ້ນບໍ່ແຮ່ ແລະສໍາປະທານປູກຢາງ ພາລາຫຼືໄມ້ວິກໃນທົ່ວປະເທດ
ນັບຈາກປັດຈຸບັນນີ້ ໄປຈົນເຖິງວັນທີ 31 ທັນວາ ປີ 2015 ແລະໃນໄລຍະດັ່ງກ່າວນີ້ ລັດຖະ
ບານລາວກໍຍັງດໍາເນີນການທົບທວນນະໂຍບາຍ ແລະກວດກາບັນດາໂຄງການຕ່າງໆທີ່ໄດ້
ອະນຸຍາດໄປແລ້ວນັ້ນ ວ່າໄດ້ປະຕິບັດຕາມສັນຍາຢາງຖືກຕ້ອງຫຼືບໍ່ ອີກດ້ວຍ.
ສໍາລັບການກວດກາບັນດາໂຄງການຕ່າງໆທີ່ໄດ້ອະນຸ
ຍາດໄປແລ້ວນັ້ນ ທ່ານທອງສິງກໍໄດ້ເນັ້ນຍໍ້າວ່າ ຈະມີ
ຄໍາສັ່ງໂຈະໂຄງການໃນທັນທີ ຖ້າຫາກກວດພົບວ່າໄດ້ມີ
ການປະຕິບັດທີ່ບໍ່ໄປບໍ່ມາຫຼືຂາດປະສິດທິຜົນໃນການ
ດໍາເນີນໂຄງການ. ແຕ່ວ່າສໍາລັບໂຄງການທີ່ໄດ້ມີການ
ປະຕິບັດຕາມຂໍ້ຕົກລົງ ຫຼືເປັນໄປຕາມສັນຍາຢ່າງມີປະ
ສິດທິຜົນນັ້ນກໍສາມາດທີ່ຈະດໍາເນີນໂຄງການໄດ້ຕໍ່ໄປ.
ທັ້ງນີ້ໂດຍອີງຕາມລາຍງານຂອງກະຊວງແຜນການແລະການລົງທຶນກໍໄດ້ລະບຸວ່ານັບ ແຕ່ປີ 1998 ມາຈົນເຖິງປັດຈຸບັນນີ້ ລັດຖະບານລາວໄດ້ອະນຸມັດສໍາປະທານການຂຸດຄົ້ນບໍ່ແຮ່ໄປແລ້ວ 171 ໂຄງການ ແລະອະນຸມັດສໍາປະທານທີ່ດິນເພື່ອປູກຢາງພາລາ ແລະໄມ້ວິກ 55 ໂຄງການ ໂດຍຄິດເປັນມູນຄ່າການລົງທຶນລວມເກີນກວ່າ 8,100 ລ້ານໂດລາ ຫຼືຄິດເປັນຫຼາຍກວ່າ 30% ຂອງມູນຄ່າການລົງທຶນທັງໝົດໃນລາວໃນ ປັດຈຸບັນ.
ແຕ່ຢ່າງໃດກໍຕາມ ການອະນຸຍາດສໍາປະທານດັ່ງກ່າວກໍໄດ້ສົ່ງຜົນກະທົບດ້ານລົບຕໍ່ລາວ
ບໍ່ໜ້ອຍຄືກັນ. ໂດຍສະມາຊິກສະພາແຫ່ງຊາດລາວໄດ້ຢືນຢັນວ່າ ບັນຫາສໍາຄັນທີ່ສຸດທີ່
ປະຊາຊົນລາວໄດ້ສະແດງການຮຽກຮ້ອງຂໍການຊ່ວຍເຫຼືອຈາກສະພາແຫ່ງຊາດລາວຫຼາຍ
ທີ່ສຸດໃນທຸກມື້ນີ້ ກໍຄືບັນຫາຂັດແຍ້ງກ່ຽວກັບທີ່ດິນທໍາມາຫາກິນແລະທີ່ຢູ່ອາໃສ ຊຶ່ງສ່ວນ
ໃຫຍ່ກໍເປັນບັນຫາຂັດແຍ້ງກັບວົງການລັດຖະບານ ແລະບັນດາອົງການປົກຄອງທ້ອງຖິ່ນ
ໃນທົ່ວປະເທດລາວ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວຄົນດັ່ງກ່າວນີ້ໄດ້ໃຫ້ການຢືນຢັນ
ເຖິງສະພາບບັນຫາທີ່ເກີດຂຶ້ນນັ້ນວ່າ:
“ກົດໝາຍກ່ຽວກັບທີ່ດິນ ແລະບັນດາກົດໝາຍກ່ຽວພັນເຖິງການຄຸ້ມຄອງນໍາໃຊ້ທີ່ດິນ ມີຊ່ອງວ່າງເຮັດໃຫ້ຄົນທີ່ມີສິດ ອໍານາດ ມີເງິນ ມີຄ່າຈໍານວນນຶ່ງນັ້ນ ສວຍໂອກາດ ເອົາດິນຂອງລັດມາເປັນຂອງຕົວເອງ ນາຍບ້ານກໍມີສິດ ເຈົ້າເມືອງກໍມີສິດ ເຈົ້າແຂວງ ກໍມີສິດ ອົງການຄຸ້ມຄອງທີ່ດິນກໍມີສິດ ແລະບັນດາກະຊວງກໍມີສິດ ແລ້ວແຕ່ອັນຜູ້ຈະ ເຮັດຂໍ້ຕົກລົງມອບບາດດຽວໂລດ ແລ້ວຈຶ່ງໄປແລ່ນເຈັ້ຍສໍຕາມຫຼັງເອົາເດີວ່າຊັ້ນ”
ສະມາຊິກສະພາແຫ່ງຊາດລາວ ຍັງບອກດ້ວຍວ່າ ການຮຽກຮ້ອງຂໍຄວາມຊ່ວຍເຫຼືອ ຂອງປະຊາຊົນລາວດັ່ງກ່າວໄດ້ເພີ່ມຂຶ້ນໄປທຸກປີ ໂດຍໃນປີ 2011 ທີ່ຜ່ານມາ ກໍປາກົດວ່າມີຢູ່ຫຼາຍກວ່າ 400 ກໍລະນີ ທີ່ປະຊາຊົນລາວໄດ້ສະແດງການຮຽກຮ້ອງ ໂດຍກົງມາເຖິງຫ້ອງການສະພາແຫ່ງຊາດລາວ ແລະການຮຽກຮ້ອງດັ່ງກ່າວກໍຍັງ ລວມເຖິງການຂໍໃຫ້ມີການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນວົງການລັດຖະບານລາວ ນັ້ນດ້ວຍ.
ນອກຈາກນັ້ນ ປະຊາຊົນທີ່ໄດ້ສະແດງການຮຽກຮ້ອງເຖິງສະພາແຫ່ງຊາດລາວເຫຼົ່ານີ້ ກໍຍັງໄດ້ຮຽກຮ້ອງໃຫ້ຄະນະລັດຖະບານລາວດໍາເນີນການບໍລິຫານປະເທດຢ່າງໂປ່ງໃສ ເຊັ່ນມີການນໍາໃຊ້ງົບປະມານຢ່າງມີປະສິດທິຜົນ ຫຼືບໍ່ມີການຮົ່ວໄຫຼຂອງງົບປະມານ ມີການສຶກສາ ແລະປ້ອງກັນບັນຫາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດຢ່າງຄັກແນ່ ກ່ອນທີ່ຈະຕັດສິນໃຈອະນຸມັດໂຄງການລົງທຶນຈາກຕ່າງປະເທດໃນລາວ ແລະຄວບຄຸມກວດກາການນໍາໃຊ້ຊັບສິນຂອງລັດຖະບານ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ.