ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຈະສືບຕໍ່ ແຜນການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທັງ 7 ໂຄງການ


ຄອນພະເພັງ ທີ່ຢູ່ໃກ້ສະຖານທີ່ຈະສ້າງ ເຂື່ອນໄຟຟ້າທ່າຄໍ້
ຄອນພະເພັງ ທີ່ຢູ່ໃກ້ສະຖານທີ່ຈະສ້າງ ເຂື່ອນໄຟຟ້າທ່າຄໍ້
ທາງການລາວຈະສືບຕໍ່ແຜນການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ
ທັງ 7 ໂຄງການຕໍ່ ໄປ ໂດຍຢືນຢັນວ່າ ທຸກໂຄງການຈະມີການ ສຶກສາເພື່ອປ້ອງກັນຜົນກະທົບໃນທຸກໆ ດ້ານ ຢ່າງໄດ້ມາດຕະ
ຖານສາກົນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້
ໃຫ້ການຢືນຢັນວ່າ ທາງການລາວ ຍັງຈະສືບຕໍ່ແຜນການກໍ່ສ້າງ
ເຂື່ອນເທິງແມ່ນໍ້າຂອງໃນເຂດປະເທດລາວຕໍ່ໄປ ໂດຍເຖິງແມ່ນ
ວ່າ ໃນໄລຍະທີ່ຜ່ານມາຈະຖືກຄັດຄ້ານຈາກບັນດາອົງ ການອະ
ນຸລັກສິ່ງແວດລ້ອມທໍາມະຊາດທັງໃນອາຊ່ຽນ ແລະໃນລະດັບສາ
ກົນກໍຕາມ ຫາກແຕ່ດ້ວຍການສຶກສາສໍາຫຼວດຢ່າງໄດ້ມາດຕະ
ຖານສາກົນນັ້ນ ກໍເຮັດໃຫ້ເຊື່ອໝັ້ນວ່າ ຈະສາມາດປ້ອງກັນບັນ ຫາຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໄດ້ຢ່າງຄັກແນ່.

ທີ່ຜ່ານມາ ທາງການກະຊວງພະລັງງານແລະບໍ່ແຮ່ຂອງລາວກໍໄດ້ອະນຸຍາດໃຫ້ບໍລິສັດຈາກ
ຕ່າງປະເທດທໍາການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ
ສະເພາະໃນເຂດປະເທດລາວໄປແລ້ວຈໍານວນເຖິງ 7 ໂຄງການດ້ວຍກັນ ຊຶ່ງບໍ່ລວມເຖິງ ໂຄງການເຂື່ອນໄຊຍະບູລີແຕ່ຢ່າງໃດ.

ກໍຄືໂຄງການເຂື່ອນທ່າຄໍ້ໃນແຂວງຈໍາປາສັກ ໂຄງການເຂື່ອນປາກແບ່ງ ໃນແຂວງອຸດົມໄຊ
ໂຄງການເຂື່ອນຫຼວງພະບາງທີ່ແຂວງຫຼວງພະບາງ ໂຄງການເຂື່ອນປາກລາຍ ທີ່ແຂວງ ໄຊຍະບູລີ ໂຄງການເຂື່ອນສານະຄາມໃນແຂວງວຽງຈັນ ໂຄງການເຂື່ອນແກ່ງຫຼວງ ແລະ ໂຄງການເຂື່ອນດອນສະຫົງໃນແຂວງຈໍາປາສັກ ໂດຍທີ່ 5 ໂຄງການມີເປົ້າໝາຍທີ່ຈະສົ່ງ ກະແສໄຟຟ້າຂາຍໃຫ້ກັບໄທ ສ່ວນອີກ 2 ໂຄງການ ທີ່ເຫຼືອນັ້ນ ຈະສົ່ງກະແສໄຟຟ້າໄປຂາຍ
ໃຫ້ຫວຽດນາມ 1 ໂຄງການ ແລະຕອບ ສະໜອງການຊົມໃຊ້ໄຟຟ້າພາຍໃນປະເທດອີກ 1 ໂຄງການ.
ສະຖານີໄຟຟ້າແຫ່ງນຶ່ງຢູ່ລາວທີ່ແຈກຈ່າຍໄຟຟ້າໃຊ້ຢູ່ພາຍໃນ
ສະຖານີໄຟຟ້າແຫ່ງນຶ່ງຢູ່ລາວທີ່ແຈກຈ່າຍໄຟຟ້າໃຊ້ຢູ່ພາຍໃນ

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍໄດ້ເນັ້ນຢໍ້າວ່າ
ການສຶກສາຄວາມເປັນໄປໄດ້ດັ່ງກ່າວ ບໍ່ໄດ້ໝາຍເຖິງການອະ
ນຸຍາດໃຫ້ບໍລິສັດຕ່າງຊາດທໍາການກໍ່ສ້າງເຂື່ອນແຕ່ຢ່າງໃດ ເພາະວ່າການທີ່ຈະອະນຸມັດໃຫ້ບໍລິສັດຕ່າງຊາດສາມາດລົງມື
ດໍາເນີນການກໍ່ສ້າງເຂື່ອນໄດ້ນັ້ນ ກໍຈະຂຶ້ນຢູ່ກັບຜົນທີ່ໄດ້ຮັບ
ຈາກການສຶກສາຄວາມເປັນໄປໄດ້ຂອງແຕ່ລະໂຄງການເປັນ ສໍາຄັນ.

ຍິ່ງໄປກວ່ານັ້ນ ສໍາລັບໂຄງການທີ່ໄດ້ທໍາການສຶກສາສໍາຫຼວດ
ແລ້ວພົບວ່າ ມີຄວາມເປັນໄປໄດ້ແລະຄຸ້ມຄ່າທີ່ຈະລົງທຶນກໍ່ສ້າງຕໍ່ໄປນັ້ນ ທາງການລາວ ກໍ ຍັງຈະຕ້ອງນໍາສະເໜີແຜນການຕໍ່ຄະນະກໍາມາທິການແມ່ນໍ້າຂອງ ຫຼື MRC ແລະປະເທດ
ສະມາຊິກໃນ MRC ດ້ວຍກັນເພື່ອໃຫ້ການຮັບຮອງແຜນການທີ່ຈະມີການດໍາເນີນການ ກໍ່ສ້າງເຂື່ອນດັ່ງກ່າວຕໍ່ໄປ.

ພາບຈໍາລອງຂອງສະຖານທີ່ທ່ອງທ່ຽວໃກ້ເຂື່ອນທ່າຄໍ້ ແຂວງຈໍາປາສັກ
ພາບຈໍາລອງຂອງສະຖານທີ່ທ່ອງທ່ຽວໃກ້ເຂື່ອນທ່າຄໍ້ ແຂວງຈໍາປາສັກ

ທັງນີ້ໂດຍຫລ້າສຸດ ກໍມີລາຍງານວ່າທາງການລາວໄດ້ໃຫ້ບຸລິມະ
ສິດກັບໂຄງການກໍ່ສ້າງເຂື່ອນທ່າຄໍ້ຢູ່ເຂດເມືອງໂຂງໃນແຂວງ
ຈໍາປາສັກ ໂດຍຈາກການສຶກສາສໍາ ຫຼວດກ່ຽວກັບຄວາມເປັນໄປ
ໄດ້ຂອງໂຄງການໃນໄລຍະທີ່ຜ່ານມານັ້ນ ກໍພົບວ່າຈະບໍ່ສົ່ງຜົນ
ກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນລໍາແມ່ນໍ້າຂອງຢ່າງ
ແນ່ນອນ ກັບທັງຍັງຈະບໍ່ສົ່ງຜົນກະທົບຕໍ່ເຂດການທ່ອງທ່ຽວ
ຢູ່ເມືອງໂຂງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການ ຊີ້ແຈງວ່າ:

“ທີ່ຕັ້ງຂອງໂຄງການໄຟຟ້ານໍ້າຕົກທ່າຄໍ້ຕັ້ງຢູ່ນອກເຂດຂອງການພັດທະນາ
ການ ທ່ອງທ່ຽວ ຈຶ່ງບໍ່ໄປແຕະຕ້ອງເລື້ອງສິ່ງແວດລ້ອມຢູ່ໃນ ແຕ່ວ່າໂຄງການ ນີ້ເປັນ ໂຄງການທີ່ບໍ່ມີເຂື່ອນ ໂດຍຕົ່ງເອົານໍ້າຢູ່ແຄມທ່ານັ້ນ ແລ້ວກະເຮັດ ຄອງຊົນລະປະທານເຂົ້າໄປໂດຍປະມານ 1,700 ແມັດ ແລະໂຄງການນີ້ກໍບໍ່ ມີອ່າງເກັບນໍ້າ ແຕ່ຕົ່ງເອົານໍ້າໂດຍກົງແລ້ວ ກະຜ່ານເຄຶ່ອງຈັກລໍຢູ່ລຸ່ມຄອນ ພະເພັງໄປອີກ.”


ໂຄງການເຂື່ອນທ່າຄໍ້ດັ່ງກ່າວນີ້ ຈະມີກໍາລັງຜະລິດພະລັງງານໄຟຟ້າລວມ 308 ເມັກກາ
ວັດ ຊຶ່ງຈະມີການກໍ່ສ້າງເປັນແບບຂັ້ນຄັນໄດທີ່ແບ່ງອອກເປັນ 3 ຂັ້ນ ຕອນດ້ວຍກັນ ກໍຄື ຂັ້ນຕອນທີ່ 1 ຈະມີກໍາລັງຜະລິດພະລັງງານໄຟຟ້າ 52 ເມັກກະວັດ ຂັ້ນທີ່ 2 ຈະມີກໍາລັງ ຜະລິດພະລັງງານໄຟຟ້າ 86 ເມັກກະວັດ ແລະ ຂັ້ນທີ 3 ທີ່ຢູ່ຕໍ່າສຸດນັ້ນ ຈະມີກໍາລັງຜະ ລິດພະລັງງານໄຟຟ້າ 170 ເມັກກາວັດ ໂດຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າ ທີ່ຜະລິດ ໄດ້ສ່ວນໃຫຍ່ໄປຂາຍໃຫ້ກັບໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ເປັນດ້ານຫຼັກ.
XS
SM
MD
LG