ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວເກັບລາຍຮັບໄດ້ເກີນກວ່າ 10,600 ຕື້ກີບໃນຊ່ວງ 10 ເດືອນທີ່ຜ່ານມາ ຂອງແຜນການປີນີ້


ຄະນະບໍລິຫານງານຂອງລັດຖະບານ ແລະປະທານປະເທດລາວ (ກາງ - ແຖວໜ້າ)
ຄະນະບໍລິຫານງານຂອງລັດຖະບານ ແລະປະທານປະເທດລາວ (ກາງ - ແຖວໜ້າ)

ລັດຖະບານລາວຈັດເກັບລາຍຮັບໄດ້ເກີນກວ່າ 10,600 ຕື້ກີບ ໃນຊ່ວງ 10 ເດືອນທີ່ຜ່ານ ມາຂອງແຜນການປີ 2010-2011 ແລະຍັງຈະຕ້ອງຈັດເກັບໃຫ້ໄດ້ອີກຕື່ມ 2,840 ຕື້ກີບ ຈຶ່ງຈະເປັນໄປຕາມແຜນການທີ່ວາງໄວ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍໃຫ້ຮູ້ວ່າ ການຈັດເກັບລາຍຮັບເຂົ້າງົບປະ
ມານຂອງລັດຖະບານລາວໃນໄລຍະ 10 ເດືອນ ທີ່ຜ່ານມາຂອງແຜນການປະຈໍາປີ 2010
-2011 ທີ່ກໍາລັງຈະສິ້ນສຸດລົງໃນທ້າຍເດືອນກັນຍານີ້ ລັດຖະບານລາວສາມາດຈັດເກັບ
ລາຍຮັບໃຫ້ໄດ້ໃນມູນຄ່າລວມ 10,683 ຕື້ກີບ ຫຼືຄິດເປັນ 84% ຂອງແຜນການຕະຫຼອດ
ປີ ເຊິ່ງໝາຍຄວາມວ່າລັດຖະບານລາວຍັງຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ອີກໃນມູນຄ່າ
ບໍ່ໜ້ອຍກວ່າ 2,840 ຕື້ກີບນັ້ນເອງ.

ຫາກບໍ່ສະນັ້ນແລ້ວ ກໍຈະເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບບັນຫາການຂາດດຸນໃນ
ດ້ານງົບປະມານເກີນກວ່າລະດັບຄາດໝາຍທີ່ວາງເອົາໄວ້ ຫຼືຈະຕ້ອງປະສົບບັນຫາການຂາດ ດຸນໃນດ້ານງົບປະມານລາຍຈ່າຍຢ່າງຫຼີກລ່ຽງບໍ່ໄດ້. ເນື່ອງຈາກວ່າໃນໄລຍະດຽວກັນນີ້
ລັດຖະບານລາວ ກໍໄດ້ໃຊ້ຈ່າຍງົບປະມານໄປແລ້ວໃນມູນຄ່າລວມ 11,280 ຕື້ກີບ ຫຼືຄິດເປັນ
71.94% ຂອງແຜນການຕະຫຼອດປີ ເຊິ່ງເຮັດໃຫ້ຍັງຈະຕ້ອງຊອກຫາງົບປະມານອີກໃນມູນ
ຄ່າບໍ່ໜ້ອຍກວ່າ 4,400 ຕື້ກີບຈຶ່ງຈະພຽງພໍກັບແຜນການທີ່ວາງເອົາໄວ້ຕະຫຼອດປີດັ່ງກ່າວ.

ການປະຊຸມປະຈໍາເດືອນຂອງຄະນະບໍລິຫານຂອງລັດຖະບານລາວ
ການປະຊຸມປະຈໍາເດືອນຂອງຄະນະບໍລິຫານຂອງລັດຖະບານລາວ

ຍິ່ງໄປກວ່ານັ້ນ, ຖ້າຫາກວ່າລັດ
ຖະບານລາວບໍ່ສາມາດທີ່ຈະຈັດ
ເກັບລາຍຮັບເຂົ້າງົບປະມານ
ໄດ້ຕາມເປົ້າໝາຍ ທີ່ວາງເອົາ
ໄວ້ດັ່ງກ່າວ ແລະໃນຂະນະດຽວ
ກັນ ກໍບໍ່ສາມາດທີ່ຈະຄວບຄຸມ
ການໃຊ້ຈ່າຍງົບປະມານໄດ້
ຢ່າງມີປະສິດທິພາບຕາມແຜນ
ການ ທີ່ວາງເອົາໄວ້ດັ່ງກ່າວດ້ວຍ
ນັ້ນ ກໍຍັງຈະສົ່ງຜົນກະທົບຕໍ່ເນື່ອງໄປເຖິງແຜນການງົບປະມານລາຍຮັບ-ລາຍຈ່າຍປະຈໍາ
ປີ 2011-2012 ທີ່ຈະເລີ່ມລົງມືຈັດຕັ້ງປະຕິບັດ ນັບຈາກເດືອນຕຸລາປິນີ້ ໄປຈົນເຖິງທ້າຍ ເດືອນກັນຍາປີໜ້າອີກດ້ວຍ.

ສໍາລັບໃນໄລຍະແຜນການປະຈໍາປີ 2011-2012 ດັ່ງກ່າວ ລັດຖະບານລາວກໍໄດ້ວາງເປົ້າ ໝາຍວ່າຈະສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 15,726 ຕື້ກີບຫຼືຄິດເປັນ 22% ຂອງ
ຄາດໝາຍມູນຄ່າຜະລິດຕະພັນລວມພາຍໃນ (GDP) ໂດຍໃນນີ້ຈະເປັນລາຍຮັບພາຍໃນ
ປະເທດໃນມູນຄ່າ 11,516 ຕື້ກີບ ຫຼືເພີ່ມຂຶ້ນເຖິງ 20% ເມື່ອທຽບກັບແຜນການປະຈໍາປີ
2010-2011 ນີ້.

ແຕ່ຢ່າງໃດກໍຕາມ, ເນື່ອງຈາກວ່າລາຍຮັບສ່ວນໃຫຍ່ຂອງລັດຖະບານລາວນັ້ນ ກໍຈະຍັງ ຄົງມາຈາກການຈັດເກັບພາສີອາກອນ ແລະຄ່າທໍານຽມຕ່າງໆທີ່ຈັດເກັບຈາກການຄ້າ ນໍາ
ເຂົ້າ ແລະສົ່ງອອກເປັນດ້ານຫຼັກ ຈຶ່ງເຮັດໃຫ້ມີຄວາມສ່ຽງສູງ ທີ່ການຈັດເກັບລາຍຮັບຈະບໍ່
ໄດ້ຕາມເປົ້າໝາຍທີ່ວາງໄວ້ ຖ້າຫາກວ່າບໍ່ໄດ້ຮັບການປະສານສົມທົບຢ່າງເປັນເອກະພາບ
ກັນ ຈາກທຸກພາກສ່ວນຂອງລັດຖະບານ ດັ່ງທີ່ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ
ກະຊວງແຜນການ ແລະການລົງທຶນ ໄດ້ຖະແຫຼງຊີ້ແຈງວ່າ:

ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການແລະການລົງທຶນຂອງລາວ
ທ່ານສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການແລະການລົງທຶນຂອງລາວ

ການສະເໜີແຜນລາຍຮັບສົກປີ 2011-2012 ຄັ້ງນີ້
ແມ່ນມີລັກສະນະບຸກບືນ ແລະມີຄວາມສ່ຽງສູງສົມ
ຄວນທີ່ຈະບໍ່ບັນລຸຕາມແຜນການ
ກໍານົດໄວ້. ສະນັ້ນ,
ບັນດາຂະແໜງການ ແລະທ້ອງຖິ່ນຈະໄດ້ພ້ອມກັນ ສູ້ຊົນປະຕິຄາດໝາຍດັ່ງກ່າວດ້ວຍຄວາມຮັບຜິດ
ຊອບສູງ

ນອກຈາກນີ້, ການທີ່ລັດຖະບານລາວ ໄດ້ວາງແຜນການ
ໄວ້ວ່າ ຈະນໍາໃຊ້ງົບປະມານລາຍຈ່າຍສໍາລັບແຜນການ
ປະຈໍາປີ 2011-2012 ໃນມູນຄ່າລວມເຖິງ17,831 ຕື້ກີບ
ຫຼື ເພີ່ມຂຶ້ນເກີນກວ່າ 17% ເມື່ອທຽບກັບແຜນການປີ 2010-2011 ນັ້ນ ກໍຍັງຈະເຮັດໃຫ້
ລັດຖະບານລາວ ຕ້ອງປະເຊີນກັບບັນຫາຂາດດຸນ ໃນດ້ານງົບປະມານເພີ່ມຕື່ມຂຶ້ນອີກດ້ວຍ
ຖ້າຫາກວ່າ ບໍ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ຢ່າງພຽງພໍ.

XS
SM
MD
LG