ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຜະລິດ ນໍ້າມັນຈາກພືດ ໃຫ້ໄດ້ 10% ຂອງການຊົມໃຊ້ ທັງໝົດພາຍໃນ ປີ 2025


ການຜະລິດນໍ້າມັນບີວະພາບ ຢູ່ຟາມຂອງບໍລິສັດ Kolao
ການຜະລິດນໍ້າມັນບີວະພາບ ຢູ່ຟາມຂອງບໍລິສັດ Kolao
ລັດຖະບານລາວວາງແຜນການຈະສົ່ງເສີມການຜະລິດນໍ້າ
ມັນຈາກພືດໃຫ້ໄດ້ ໃນສັດສ່ວນ 10% ຂອງການຊົມໃຊ້ທັງ
ໝົດພາຍໃນປີ 2025 ຊຶ່ງກໍຈະເຮັດໃຫ້ນໍາເຂົ້າຈາກຕ່າງປະ
ເທດນ້ອຍລົງດ້ວຍ.

ທາງການກະຊວງພະລັງງານແລະບໍ່ແຮ່ ສະເໜີລາຍງານໃນ
ໂອກາດທີ່ສະຖາບັນພັດທະນາການນໍາໃຊ້ພະລັງງານໝູນວຽນ ຊຶ່ງເປັນອົງການທີ່ບໍ່ສະແຫວງຫາກໍາໄລໃນລາວ ໄດ້ຮັບລາງ
ວັນລະດັບນາໆຊາດ ດ້ານການພັດທະນາ ເພື່ອການນໍາໃຊ້
ພະລັງງານສະອາດຈາກມູນນິທີ Energy Globe Award ຊຶ່ງມີສໍານັກງານຕັ້ງຢູ່ໃນປະເທດອອສເຕຣນັ້ນວ່າລັດຖະບານ
ລາວໄດ້ໃຫ້ຄວາມສໍາຄັນຢ່າງຍີ່ງໃນການພັດທະນາການຜະ
ລິດພະລັງງານທີ່ສະອາດ ເພື່ອນໍາໃຊ້ພາຍໃນແລະສົ່ງອອກໃຫ້ຫຼາຍຂຶ້ນນັບມື້.

ທັງນີ້ໂດຍລັດຖະບານລາວໄດ້ວາງເປົ້າໝາຍໄວ້ວ່າຈະສົ່ງເສີມໃຫ້ພາກລັດ ແລະພາກ
ເອກກະຊົນລົງທຶນຜະລິດນໍ້າມັນຈາກພືດ ຫຼື Biodiesel ໃຫ້ໄດ້ໃນ ສັດສ່ວນບໍ່ຕໍ່າກວ່າ
10% ຂອງການຊົມໃຊ້ພາຍໃນປະເທດທັງໝົດໃນປີ 2025 ແລະຖ້າຫາກວ່າສາມາດ ປະຕິບັດໄດ້ຈິງ ກໍຈະເຮັດໃຫ້ປະຢັດເງິນຕາ ຕ່າງປະເທດທີ່ຈະຕ້ອງໃຊ້ຈ່າຍໄປເພື່ອ
ການນໍາເຂົ້ານໍ້າມັນຈາກຕ່າງປະເທດ ໄດ້ບໍ່ໜ້ອຍ ເນື່ອງຈາກວ່າໃນແຕ່ລະປີນັ້ນ ລາວ
ຈະຕ້ອງນໍາເຂົ້ານໍ້າມັນທັງ ໝົດ 100% ຈາກຕ່າງປະເທດ ກັບທັງຍັງຕ້ອງນໍາເຂົ້າເພີ່ມ ຂຶ້ນທຸກປີອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຢືນຢັນ
ວ່າ:

ປໍ້ານໍ້າມັນ ປທທ ຈາກປະເທດໄທ ແຫ່ງນຶ່ງຢູ່ລາວ
ປໍ້ານໍ້າມັນ ປທທ ຈາກປະເທດໄທ ແຫ່ງນຶ່ງຢູ່ລາວ

ເນື່ອງຈາກວ່າລາວເຮົານີ້ຍັງເປັນປະເທດທີ່ນໍາເຂົ້າ
ນໍ້າມັນທັງໝົດ 100% ເພາະວ່າພວກເຮົາບໍ່ມີບໍ່ນໍ້າມັນ
ບໍ່ມີແຫຼ່ງນໍ້າມັນ ການຊົມໃຊ້ນໍ້າມັນຂອງປະເທດເຮົານີ້
ກໍເພີ່ມຂຶ້ນປະມານ 7-10% ຕໍ່ປີ ສະນັ້ນແຫຼະຂ້າພະເຈົ້າ
ຮຽນສະເໜີທີ່ກອງປະຊຸມ ຫຼືສັງຄົມທົ່ວໄປຫັ້ນແຫຼະເນາະ ຍ້ອນວ່ານໍ້າມັນນີ້ເປັນສິນຄ້າຍຸດທະສາດ ເປັນສິນຄ້າສໍາ
ຄັນ ແລະນໍາເຂົ້າດ້ວຍເງິນຕາຕ່າງປະເທດນີ້ ມີ ແຕ່ວ່າ
ເຮົານໍາໃຊ້ຢ່າງປະຢັດໃຫ້ຄຸ້ມຄ່າຫັ້ນ ເພາະວ່າຜ່ານມານີ້
ພວກເຮົາກະ ນໍາໃຊ້ຢ່າງຫຼວງຫຼາຍ.”


ທາງດ້ານກະຊວງອຸດສາຫະກໍາແລະການຄ້າ ກໍລາຍງານວ່າລາວໄດ້ນໍາເຂົ້ານໍ້າມັນຫຼາຍ
ກວ່າ 800 ລ້ານລິດ ຫຼືຄິດເປັນມູນຄ່ານໍາເຂົ້າເກີນກວ່າ 560 ລ້ານໂດລ່າໃນປີ 2012
ໂດຍຖ້າຫາກທຽບກັບປີ 2010 ທີ່ມີການນໍາເຂົ້ານໍ້າ ມັນທັງໝົດ 560 ລ້ານລິດ ກໍໝາຍ
ຄວາມວ່າການນໍາເຂົ້ານໍ້າມັນຂອງລາວໃນ ໄລຍະດັ່ງກ່າວໄດ້ເພີ່ມຂຶ້ນຫຼາຍກວ່າ 42%
ຈຶ່ງຖືເປັນການຊົມໃຊ້ນໍ້າມັນທີ່ ເພີ່ມຂຶ້ນຢ່າງໄວວາທີ່ສຸດປະເທດນຶ່ງໃນໂລກ ແລະໃນປີ
2013 ນີ້ ກໍຄາດ ໝາຍວ່າຈະຕ້ອງນໍາເຂົ້ານໍ້າມັນຕ່າງປະເທດບໍ່ໜ້ອຍກວ່າ 900 ລ້ານລິດ
ເພາະການຊົມໃຊ້ນໍ້າມັນໃນລາວເພີ່ມຂຶ້ນທຸກປີນັ້ນເອງ.

ທາງດ້ານກະຊວງແຜນການແລະການລົງທຶນ ກໍໄດ້ຄາດໝາຍວ່າການນໍາເຂົ້າ ນໍ້າມັນ
ຂອງລາວຈະເພີ່ມຂຶ້ນເປັນ 1,174 ລ້ານລິດໃນປີ 2015 ຫຼືອາດຈະຫຼາຍກວ່ານັ້ນຖ້າ
ຫາກການລົງທຶນຈາກຕ່າງປະເທດໃນລາວຍັງຄົງຂະຫຍາຍ ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ
ໂດຍຕາມແຜນການ ແລະເປົ້າໝາຍທີ່ລັດຖະບານ ລາວໄດ້ວາງອອກນັ້ນ ກໍຄືການພັດ
ທະນາທາງເສດຖະກິດແລະສັງຄົມ ເພື່ອ ໃຫ້ສາມາດບັນລຸເປົ້າໝາຍສະຫັດສະວັດຂອງ
ການພັດທະນາໃນປີ 2015 ໃຫ້ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມການລົງທຶນໃຫ້ໄດ້
ໃນມູນຄ່າລວມບໍ່ໜ້ອຍ ກວ່າ 4 ໝື່ນລ້ານໂດລ່າ.

ເງິນລົງທຶນໃນມູນຄ່າດັ່ງກ່າວຈະນໍາໃຊ້ເຂົ້າໃນໂຄງການພັດທະນາຂະໜາດໃຫຍ່ຕົວ
ຢ່າງກໍຄືໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງລະ ຫວ່າງລາວກັບຈີນ ໂຄງການ
ທາງດ່ວນເພື່ອເຊື່ອມຕໍ່ຈາກລາວໄປທະເລຫວຽດນາມ ໂຄງການກໍ່ສ້າງທາງຫຼວງແຫ່ງ
ຊາດເລກ 1D ທີ່ຄູ່ຂະໜານກັບທາງ ເລກ 13 ໂຄງການກໍ່ສ້າງສະໜາມບິນນາໆຊາດ
ວຽງຈັນໃໝ່ ໂຄງການກໍ່ສ້າງເຂື່ອນໄຟຟ້າເພື່ອເຮັດໃຫ້ລາວເປັນໝໍ້ໄຟຂອງເອເຊຍ ແລະ
ກໍໂຄງການຂຸດຄົ້ນແຮ່ທາດອີກຫຼາຍສິບແຫ່ງເປັນຕົ້ນ ຊຶ່ງດ້ວຍແຜນການ ແລະເປົ້າໝາຍ
ດັ່ງກ່າວ ຈຶ່ງເຮັດໃຫ້ຕ້ອງນໍາເຂົ້ານໍ້າມັນຈາກຕ່າງປະເທດເພີ່ມຂຶ້ນຢ່າງຫຼີກລ່ຽງ ບໍ່ໄດ້.

ເພາະສະນັ້ນ ຖ້າຫາກວ່າການເພີ່ມຜົນຜະລິດນໍ້າມັນຈາກພືດສາມາດປະຕິບັດໄດ້ແທ້
ຕາມແຜນການແລະເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍຍ່ອມຈະຊ່ວຍຫລຸດຜ່ອນການນໍາເຂົ້າ
ນໍ້າມັນຈາກຕ່າງປະເທດໄດ້ຫຼາຍກວ່າຮ້ອຍລ້ານລິດ ນັ້ນເອງ.
XS
SM
MD
LG