ລັດຖະບານລາວຕ້ອງການລາຍຮັບເຂົ້າງົບປະມານເພີ່ມຂຶ້ນ
ຫຼາຍກວ່າ 30% ໃນແຜນ ການປີ 2012-2013 ນີ້ ໂດຍເປັນ
ຜົນມາຈາກການປັບຂຶ້ນເງິນເດືອນໃຫ້ພະນັກງານລັດຖະບານ
ໃນທົ່ວປະເທດ.
ທ່ານພູເພັດ ຄໍາພູນວົງ ລັດຖະມົນຕິວ່າການກະຊວງການເງິນ
ຖະແຫຼງຍອມຮັບວ່າໃນແຜນການປະຈໍາປີ 2012-2013 ນີ້ລັດ
ຖະບານລາວຈໍາເປັນຕ້ອງຈັດເກັບລາຍຮັບເຂົ້າງົບປະມານລາຍ
ຈ່າຍ ໃຫ້ໄດ້ເພີ່ມຂຶ້ນຈາກແຜນການປີ 2011-2012 ທີ່ຜ່ານ
ມາຄິດເປັນສັດສ່ວນເຖິງ 30.35% ເນື່ອງຈາກວ່າລັດຖະບານ
ມີພາລະດ້ານລາຍຈ່າຍຫຼາຍຂຶ້ນ ຊຶ່ງກໍເປັນຜົນໂດຍກົງ ຈາກການ
ປັບຂຶ້ນເງິນເດືອນໃຫ້ພະນັກງານລັດຖະບານໃນທົ່ວປະເທດ
ທີ່ໄດ້ເລີ່ມການປະຕິບັດຈັດຕັ້ງນັບແຕ່ເດືອນຕຸລາເປັນຕົ້ນໄປ.
ທ່ານພູເພັດ ບອກວ່າຖ້າຫາກການຈັດເກັບແລະການຊ່ວຍເຫຼືອຈາກຕ່າງປະເທດໃນແຜນການປີ ນີ້ເປັນໄປຕາມເປົ້າໝາຍທີ່ວາງເອົາໄວ້ ກໍຈະເຮັດໃຫ້ລັດຖະບານມີລາຍຮັບລວມເຖິງ 19,927 ຕື້ກີບ ຫຼືຄິດເປັນ 24.96% ຂອງຄາດໝາຍຜະລິດຕະພັນລວມພາຍໃນ ຫຼື GDP ຕະຫຼອດແຜນການປີ ໂດຍໃນນີ້ກໍຄາດວ່າຈະເປັນລາຍຮັບຈາກພາຍໃນປະເທດໄດ້ໃນມູນຄ່າ 15,289 ຕື້ກີບ ຊຶ່ງກໍໝາຍຄວາມວ່າລັດຖະບານລາວຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຖິງ 4,638 ຕື້ກີບ ຫຼື 587 ລ້ານໂດລານັ້ນເອງ.
ເພື່ອເປັນການເຮັດໃຫ້ສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທ່ານພູເພັດ ກໍໄດ້ເນັ້ນຍໍ້າວ່າລັດຖະບານລາວຈະດໍາເນີນມາດຕະການເຂັ້ມງວດຫຼາຍຂຶ້ນໃນການຈັດເກັບລາຍຮັບຈາກພາສີອາກອນ ທີ່ບັນດາຫົວໜ່ວຍທຸລະກິດຕ່າງໆຢູ່ໃນທົ່ວປະເທດມີພັນທະທີ່ຈະຕ້ອງຊໍາລະຢ່າງຖືກຕ້ອງຕາມກົດໝາຍ ດັ່ງທີ່ທ່ານພູເພັດ ໄດ້ໃຫ້ການຢືນຢັນວ່າ:
“ພວກເຮົາຈະພະຍາຍາມລົງເລິກເກັບກໍາຂໍ້ມູນຖານລາຍຮັບ ຖານລາຍຮັບໃນປັດຈຸບັນນີ້ກໍເຫັນວ່າ ຍັງມີຫຼວງຫຼາຍທີ່ຍັງຄຸ້ມຄອງບໍ່ທັນໄດ້ດີ ຜູ້ທີ່ບໍ່ເສຍພາສີອາກອນນີ້ມີຫຼາຍທີ່ສຸດຢູ່ໃນພື້ນຖານເສດຖະກິດ ເປັນຕົ້ນບັນດາຫົວໜ່ວຍການຜະລິດທຸລະກິດນີ້ຍັງບໍ່ທັນຈິງໃຈມາແຈ້ງເສຍພາສີ ອາກອນ ອັນນີ້ ຍັງມີຢູ່ຢ່າງຫຼວງຫຼາຍ ຄິດວ່າຍັງເປັນແຫຼ່ງນຶ່ງທີ່ສາມາດຂຸດຄົ້ນລາຍຮັບໄດ້ເພີ່ມຂຶ້ນ.”
ແຕ່ຢ່າງໃດກໍຕາມ ສໍາລັບໃນຕະຫຼອດໄລຍະແຜນການປີ 2011-2012 ທີ່ຜ່ານມາ ທ່ານ ພູເພັດ ກໍຍອມຮັບວ່າຍັງມີການຮົ່ວໄຫຼຂອງລາຍຮັບຈາກພາສີອາກອນຢ່າງຫຼວງຫຼາຍ ທັງນີ້ກໍ ເນື່ອງຈາກວ່າບັນດາຫົວໜ່ວຍວິສາຫະກິດຕ່າງໆທີ່ດໍາເນີນທຸລະກິດການຄ້າຂາອອກ -ຂາເຂົ້າໃນລາວ ໃນປັດຈຸບັນນີ້ກໍຄິດເປັນສັດສ່ວນເຖິງ 90% ທີ່ໄດ້ແຈ້ງຂໍ້ມູນການຄ້າທີ່ບໍ່ເປັນຈິງ ດ້ວຍຫວັງວ່າຈະເຮັດໃຫ້ມີຜົນກໍາໄລຫຼາຍຂຶ້ນ ແລະການທີ່ຫົວໜ່ວຍວິສາຫະກິດຕ່າງໆສາມາດແຈ້ງຂໍ້ມູນທີ່ບໍ່ເປັນຄວາມຈິງໄດ້ ໂດຍບໍ່ຢ້ານກົວຕໍ່ຄວາມຜິດນັ້ນ ກໍເປັນຍ້ອນວ່າ ໄດ້ຮັບການຮ່ວມມືຈາກພະນັກງານລັດ ທີ່ຫວັງຜົນປະໂຫຍດຕອບແທນເປັນການສ່ວນຕົວນັ້ນເອັງ.
ໃນແຜນການປີ 2011-2012 ທີ່ຜ່ານມາ ລັດຖະບານລາວກໍສາມາດຈັດເກັບລາຍຮັບຈາກ
ພາຍໃນລວມກັບການຊ່ວຍເຫຼືອຈາກຕ່າງປະເທດໄດ້ໃນມູນຄ່າລວມ 15,287 ຕື້ກີບ ສ່ວນ
ທີ່ສາມາດຈັດເກັບໄດ້ຕໍ່າຫຼາຍເມື່ອທຽບກັບເປົ້າໝາຍທີ່ວາງໄວ້ນັ້ນກໍຄື ພາສີທີ່ດິນ ເພາະ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບຈາກພາສີທີ່ດິນໃຫ້ໄດ້ບໍ່ໜ້ອຍກວ່າ
132 ຕື້ກີບ ແຕ່ກໍສາມາດປະຕິບັດໄດ້ບໍ່ເຖິງ 70% ຂອງເປົ້າໝາຍດັ່ງກາວເທົ່ານັ້ນ.
ຊຶ່ງກໍປະກອບກັບບັນຫາຊັກຊ້າໃນການບໍລິຫານງານຂອງໜ່ວຍລັດທີ່ສົມທົບດ້ວຍການ
ຫຼີກລ່ຽງການຊໍາລະພາສີໃນດ້ານຕ່າງໆ ຢ່າງຖືກຕ້ອງຂອງພາກເອກກະຊົນຈໍານວນບໍ່ໜ້ອຍດ້ວຍແລ້ວ ຈຶ່ງບໍ່ແມ່ນເລື້ອງທີ່ລັດຖະບານລາວ ຈະສາມາດບັນລຸເປົ້າໝາຍໃນແຜນ ການປີນີ້ໄດ້ງ່າຍໆ ແລະ ໃນຂະນະດຽວກັນ ກໍຍັງເຮັດໃຫ້ລັດຖະບານລາວຕ້ອງການຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນອີກດ້ວຍ.
ໂດຍສະເພາະແມ່ນການທີ່ຈະເຮັດໃຫ້ເສດຖະກິດຂອງລາວຂະຫຍາຍຕົວໃນອັດຕາສະເລ່ຍ 8.5% ໃນແຜນການປີ 2012-2013 ນີ້ ລັດຖະບານລາວຍັງຈະຕ້ອງຂໍກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນອີກບໍ່ໜ້ອຍກວ່າ 3,073 ຕື້ກີບ ຫຼືເກີນກວ່າ 388 ລ້ານໂດລາອີກດ້ວຍ.