ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວອະນຸມັດ ໂຄງການພັດທະນາ ເຂດບຶງທາດຫຼວງ ໃຫ້ແກ່ກຸ່ມບໍລິສັດຈີນ


ພິທີເຊັນສັນຍາວ່າດ້ວຍ ການອະນຸມັດ ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຈາກລັດຖະບານລາວ ໃຫ້ແກ່ກຸ່ມບໍລິສັດຈາກຈີນ ທີ່ຈັດຂຶ້ນໃນທ້າຍປີ 2011 ທີ່ຜ່ານມານີ້
ພິທີເຊັນສັນຍາວ່າດ້ວຍ ການອະນຸມັດ ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງ ຈາກລັດຖະບານລາວ ໃຫ້ແກ່ກຸ່ມບໍລິສັດຈາກຈີນ ທີ່ຈັດຂຶ້ນໃນທ້າຍປີ 2011 ທີ່ຜ່ານມານີ້

ລັດຖະບານລາວຕົກລົງອະນຸມັດ ໂຄງການພັດທະນາເຂດເສດຖະກິດສະເພາະ ບຶງທາດຫຼວງ ໃຫ້ກັບກຸ່ມບໍລິສັດຈາກຈີນ ໂດຍຄາດວ່າ ບໍລິສັດຈີນຈະໃຊ້ເງິນລົງທຶນເຖິງ 12,800 ຕື້ກີບ ເພື່ອພັດທະນາໂຄງການດັ່ງກ່າວນີ້.

ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະແຫ່ງ
ຊາດຂອງລາວ ໄດ້ລົງນາມໃນສັນຍາໃຫ້ສໍາປະທານໂຄງການພັດທະນາເຂດເສດຖະ
ກິດສະເພາະບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ ແກ່ບໍລິສັດອະສັງຫາລິມະຊັບ
ຫວ່ານເຟິງ ຊ້ຽງໄຮ້ ຈາກປະເທດຈີນ ຢ່າງເປັນທາງການເມື່ອບໍ່ນານມານີ້.

ໂຄງການດັ່ງກ່າວນີ້ ກໍຄືໂຄງການດຽວກັນກັບ ໂຄງການພັດທະນາເຂດເມືອງໃໝ່
ຢູ່ບຶງທາດຫຼວງ ທີ່ທາງການລາວເຄີຍປະກາດວ່າ ຈະໃຫ້ສໍາປະທານແກ່ກຸ່ມທຸລະກິດ
ຈາກຈີນ ເພື່ອເປັນການຕອບແທນ ຕໍ່ການທີ່ກຸ່ມທຸລະກິດຈາກຈີນ ໄດ້ລົງທຶນກໍ່ສ້າງ
ສະໜາມກິລາແຫ່ງໃໝ່ ໃຫ້ແກ່ລັດຖະບານລາວ ສໍາລັບຮອງຮັບການເປັນເຈົ້າພາບ
ຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 25 ໃນທ້າຍປີ 2009 ທີ່ຜ່ານມາ. ຫາກແຕ່ໂຄງ
ການດັ່ງກ່າວນີ້ ກໍຕ້ອງປະສົບກັບບັນຫາຫລ້າຊ້າມາໂດຍຕະຫຼອດ ເນື່ອງຈາກວ່າ ເປັນໂຄງການທີ່ຈະຕ້ອງມີການເວນຄືນທີ່ດິນ ຈາກປະຊາຊົນລາວ ຄິດເປັນເນື້ອທີ່
ກວ້າງເຖິງ 1,000 ເຮັກຕາ ຈຶ່ງຖືກການຄັດຄ້ານຈາກປະຊາຊົນລາວຢ່າງກວ້າງຂວາງ
ນັ້ນເອງ.

ນອກຈາກບັນຫາກ່ຽວກັບການເວນຄືນທີ່ດິນແລ້ວ ໂຄງການດັ່ງກ່າວກໍຍັງຕ້ອງປະສົບ
ກັບບັນຫານໍ້າຖ້ວມໃຫຍ່ ຢູ່ໃນເຂດນະຄອນຫຼວງວຽງຈັນອີກດ້ວຍ ຊຶ່ງກໍເຮັດໃຫ້ກຸ່ມ
ທຸລະກິດຈາກຈີນ ຕ້ອງສຶກສາຄວາມເປັນໄປໄດ້ ຂອງໂຄງການຢ່າງລະອຽດອີກເທື່ອ
ໃໝ່ ດັ່ງທີ່ ທ່ານ ສົມສະຫວາດ ໄດ້ອະທິບາຍວ່າ:

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານທາງດ້ານ ເສດຖະກິດຂອງລັດຖະບານລາວ
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານທາງດ້ານ ເສດຖະກິດຂອງລັດຖະບານລາວ

ເນື່ອງຈາກວ່າ ມັນເກີດ
ນໍ້າຖ້ວມວຽງຈັນຫັ້ນເດ້
ຈັ່ງຊັ້ນເຮັດໃຫ້ຜູ້ອອກ
ແບບຫັ້ນນະ
ເຂົາເຈົ້າວ່າ
ຄັນເປັນແນວນີ້ ຈະໄດ້
ມາຄົ້ນຄວ້າການອອກ
ແບບຄືນໃໝ່
ເພາະວ່າ
ແຕ່ກ່ອນນີ້ ຂໍ້ມູນວ່າ
ນໍ້າ
ຖ້ວມ ປີ 1996 ແລະຫລ້າສຸດ ປີ 1978 ຫັ້ ມັນຫຼະຕໍ່າກວ່າ ສະນັ້ນແລ້ວ
ເຂົາເຈົ້າກະມາຄິດເບິ່ງວ່າ
ຖ້າເປັນແນວນີ້ ກໍລະນີນໍ້າຖ້ວມເດ່ ເຮົາເຮັດ
ເມືອງຢູ່ນີ້
ມັນສິບໍ່ຖ້ວມບໍ່ ກະຈັ່ງວ່າໄດ້ມາສຶກສາກັນ ໃນດ້ານນີ້ຕື່ມ ກະ
ເລີຍຕ້ອງມາເສຍເວລາຕື່ມຊັ່ນນາ
.

ແຕ່ຢ່າງໃດກໍຕາມ ການອະນຸມັດສໍາປະທານໃນຄັ້ງຫລ້າສຸດນີ້ກໍເປັນຜົນເຮັດໃຫ້ພຶ້ນທີ່
ຂອງໂຄງການ ໄດ້ຖືກລົດລົງຈາກ 1,000 ເຮັກຕາ ມາເປັນ 365 ເຮັກຕາ ໂດຍກຸ່ມບໍລິ
ສັດຈາກຈີນດັ່ງກ່າວ ກໍໄດ້ປະກາດແຜນການວ່າຈະໃຊ້ເງິນລົງທຶນເຖິງ 12,800 ຕື້ກີບ
ຫຼື 1,600 ໂດລາລ້ານເພື່ອພັດທະນາພື້ນທີ່ດັ່ງກ່າວໃຫ້ເປັນເຂດເສດຖະກິດສະເພາະ
ຊຶ່ງຈະມີທັງສວນສາທາລະນະສໍາລັບການ ພັກຜ່ອນສູນກິລາ ສູນການຄ້າ ສູນບັນເທິງ
ແລະສູນບໍລິການຕ່າງໆ ຢ່າງຄົບວົງຈອນ ເຊັ່ນ ໂຮງແຮມລະດັບ 5 ດາວ, ຮ້ານສັບພະ
ສິນຄ້າ, ເຮືອນວິນລາລະດັບສູງ ແບບວັດທະນະທໍາລາວ-ແບບຢູໂຣບ ແລະ Apartment
ສໍາລັບທີ່ຢູ່ອາໄສ ທີ່ມີສິ່ງອໍານວຍຄວາມສະດວກຢ່າງຄົບຊຸດ.

ນອກຈາກນີ້ ເພື່ອເປັນການຮັກສາສະພາບແວດລ້ອມທໍາມະຊາດໃນເຂດບຶງທາດຫຼວງອີກ
ດ້ວຍນັ້ນ ບໍລິສັດ ຈາກຈີນ ກໍຍັງໄດ້ປະກາດແຜນການວ່າ ຈະດໍາເນີນການກໍ່ສ້າງສະຖານ
ທີ່ບໍາບັດນໍ້າເປື້ອນ ແລະ ກໍາຈັດສິ່ງເສດເຫຼືອຕ່າງໆ ໂດຍຈະກໍ່ສ້າງໜອງນໍ້າຂະໜາດໃຫຍ່
ພ້ອມດ້ວຍລະບົບການລະບາຍນໍ້າທີ່ທັນສະໄໝຢູ່ທີ່ເຂດໃຈກາງຂອງໂຄງການອີກດ້ວຍ.

ພິທີປິດການແຂ່ງຂັນກິລາຊີເກມ ຄັ້ງທີ 25 ໃນທ້າຍປີ 2009 ທີ່ຜ່ານມາ ທີ່ໄດ້ຈັດຂຶ້ນໃນ ສະໜາມກິລາແຫ່ງໃໝ່ ຈີນລົງທຶນເຮັດໃຫ້ແກ່ລາວ
ພິທີປິດການແຂ່ງຂັນກິລາຊີເກມ ຄັ້ງທີ 25 ໃນທ້າຍປີ 2009 ທີ່ຜ່ານມາ ທີ່ໄດ້ຈັດຂຶ້ນໃນ ສະໜາມກິລາແຫ່ງໃໝ່ ຈີນລົງທຶນເຮັດໃຫ້ແກ່ລາວ

ໂດຍການດໍາເນີນງານທັງໝົດດັ່ງກ່າວນີ້ ກຸ່ມບໍລິສັດ
ຈາກຈີນ ຄາດວ່າຈະໃຊ້ເວລາລະຫວ່າງ 15-20 ປີ ຊຶ່ງກໍໝາຍຄວາມວ່າການພັດທະນາເຂດເສດຖະກິດ
ສະເພາະບຶງທາດຫຼວງຈະສໍາເລັດສົມບູນພາຍໃນປີ
2030 ເປັນຢ່າງຊ້າ ແລະ ເມື່ອເຖິງເວລານັ້ນ ກໍໄດ້ມີ
ການຄາດໝາຍວ່າ ຈະມີປະຊາກອນຫຼາຍກວ່າ
55,000 ຄົນ ທີ່ຈະເຂົ້າໄປພັກອາໄສຢູ່ໃນເຂດດັ່ງກ່າວນີ້
ໂດຍສ່ວນໃຫຍ່ກໍຄືນັກທຸລະກິດ ແລະຊາວຈີນທີ່ເດີນ
ທາງເຂົ້າມາດໍາເນີນທຸລະກິດຕ່າງໆຢູ່ໃນລາວນັ້ນເອງ.

ສໍາລັບພື້ນທີ່ ທີ່ຈະຖືກເວນຄືນໃຫ້ກັບກຸ່ມບໍລິສັດຈາກຈີນ ທີ່ລົງທຶນພັດທະນາໂຄງການດັ່ງ
ກ່າວນີ້ ຈະກວາມເອົາພຶ້ນທີ່ໃນເຂດ 6 ບ້ານໃນເຂດເມືອງໄຊເສດຖາ ແລະເມືອງສິສັດຕະ
ນາກ ກໍຄືບ້ານເມືອງນ້ອຍຊຽງດາ, ບ້ານໂນນຫວາຍ, ບ້ານໂນນຄໍ້, ບ້ານໂພນທັນ, ບ້ານ
ໂພນປ່າເປົ້າ ແລະບ້ານດອນກອຍ.

XS
SM
MD
LG