ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ລາວຈະຍົກເວັ້ນຄ່າວິຊ່າເຂົ້າເມືອງ ສໍາລັບຄົນລາວຕ່າງແດນ ໃນເດືອນພະຈິກນີ້


ນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຖ່າຍຮູບຮ່ວມກັບ ຊາວລາວຈາກຕ່າງປະເທດກຸ່ມນຶ່ງ ທີ່ກັບຄືນເມືອຢາມບ້ານເກີດເມືອງນອນ ໃນລະຫວ່າງງານມະຫະກໍາ ຊີເກມສ໌ ທີ 25 ເດືອນທັນວາ 2009.

ລັດຖະບານລາວຈະເລີ່ມປະຕິບັດແຜນການເສີມສ້າງຄວາມປອງດອງກັນ ລະຫວ່າງຄົນເຊື້ອ ຊາດລາວ ໂດຍການຍົກເວ້ນຄ່າທໍານຽມຂໍວິຊ່າ ໃຫ້ກັບຄົນລາວໃນຕ່າງປະເທດທຸກຄົນ ທີ່ ຕ້ອງການຈະເດີນທາງກັບຄືນເມືອລາວ ເພື່ອຮ່ວມສະເຫລີມສະຫລອງການສະຖາປະນານະ ຄອນຫລວງວຽງຈັນ ຄົບຮອບ 450 ປີ ໃນເດືອນພະຈິກນີ້.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລາວ​ ໄດ້​ໃຫ້ການ​ຢືນຢັນ​ວ່າ​ ຄະນະລັດຖະບານ​ໄດ້​ມີ​ມະຕິ​ຕົກລົງອະນຸ ມັດ​ແຜນການ​ຍົກ​ເວັ້ນການ​ເກັບ​ຄ່າ​ທໍາ​ນຽມ ​ການ​ຂໍ​ວິ​ຊ່າ​ໃຫ້​ ກັບ​ບັນດາ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ທີ່​ຕ້ອງການ​ຈະ​ເດີນທາງ​ ກັບ​ຄືນ​ມາລາ​ວ ​ໃນ​ໂອກາດ​ການສະ​ເຫລີ​ມສະຫລອງ​ການ​ສະຖາປະ​ນາ​ວຽງ​ຈັນ​ ເປັນ​ນະຄອນຫລວງ​ຂອງລາວ​ຄົບຮອບ 450 ປີ ຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ຂະນະ​ນີ້.

ໂດຍ​ມີ​ມະ​ຕິ​ຕົກ​ລົງ​ດັ່ງກ່າວ​ນີ້​ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ຄົນ​ລາວ​ໃນ​ຕ່າງປະ​ເທດ​ສາມາດ​ທີ່​ຈະ​ໄປ​ຍື່ນ​ຄໍາ​ຮ້ອງ​ເພື່ອ​ຂໍ​ວິ​ຊ່າ​ຈາກ​ສະຖານທູດ​ລາວ​ໃນ​ຕ່າງປະ​ເທດ​ໄດ້​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ທໍານຽມ​ແຕ່​ຢ່າງ​ໃດ ຖ້າ​ຫາກ​ວ່າ​ເປັນ​ການ​ຍື່ນ​ຄໍາ​ຮ້ອງ​ຕໍ່​ສະຖານທູດ​ລາວໃນ​ຕ່າງປະ​ເທດ​ລະຫວ່າ​ງວັນ​ທີ່​ວັນ​ທີ່ 1-15 ​ເດືອນ​ພະ ຈິກ ສ່ວນ​ຄົນ​ລາວ​ໃນ​ຕ່າງປະ​ເທດທີ່​ບໍ່​ສາມາດ​ຍື່ນ​ຄໍາ​ຮ້ອງ​ໄດ້​ໃນ​ຊ່ວງ​ດັ່ງກ່າວ​ນັ້ນ ກໍ​ສາມາດ​ ທີ່​ຈະ​ຂໍ​ວິ​ຊ່າ​ຈາກ​ຫ້ອງການ​ກວດ​ຄົນ​ເຂົ້າ​ເມືອງ​ທີ່​ປະ​ຈໍາ​ຢູ່​ດ່ານ​ຊາຍ​ແດນ​ຂອງ​ທາງ​ການ​ລາວ​ໄດ້ໃນ​ລະຫວ່າງ​ວັນ​ທີ່ 15-21 ​ເດືອນ​ພະຈິກ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ທໍານຽມ​ແຕ່​ຢ່າງ​ໃດ​ເຊັ່ນ​ດຽວ​ກັນ.

ກ່ອນ​ໜ້າ​ນີ້ ທ່ານ​ຫຽມ ພົມມະຈັນ ລັດຖະມົນ​ຊ່ວຍ​ວ່າການ​ຕ່າງປະ​ເທດ​ລາວ​ໄດ້​ໃຫ້ການ​ຢືນ ຢັນ​ວ່າ​ທາງ​ການ​ລາວຈະ​ໃຫ້ການ​ສະ​ນັບ​ສະນຸນສົ່ງ​ເສີມ​ແລະ​ອໍານວຍ​ຄວາ​ມສະດວກ​ໃນ​ທຸກໆ​ດ້ານ​ແກ່​ຄົນ​ລາວ​ໃນ​ຕ່າງປະ​ເທດ ​ທີ່ຕ້ອງການ​ຈະ​ເດີນທາງ​ກັບ​ຄືນ​ມາລາ​ວ ​ໂດຍ​ໃນ​ໄລຍະ​ນີ້ ​ກໍ​ເປັນ​ການ​ດໍາ​ເນີນ​ການ​ປະຕິບັດ​ໃນ​ຂັ້ນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ຫຽມ​ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“ໃນ​ເບຶ້ອງຕົ້ນນີ້ ພວກເຮົາຈະອໍານວຍຄວາມສະດວກໃນການໄປການມາ ການຢ້ຽມ ການຢາມ ການແຕ່ງດອງລະຫວ່າງຄົນລາວ ໃນກັບຄົນລາວຢູ່ນອກ ຫລືວ່າການ ມາຢູ່ລາວຢ່າງຖາວອນຂອງເຂົາເຈົ້ານັ້ນ ພວກເຮົາກໍຈະອໍານວຍຄວາມສະດວກໃຫ້ ພວກເຂົາ ເຈົ້າທາງດ້ານນິຕິກໍາໃນລັກສະນະທີ່ວ່າ ພວກເຂົາເຈົ້າຢູ່ກໍມີຜົນປະໂຍດ ເພາະວ່າພວກເຂົາເຈົ້າມີສັນຊາດໃໝ່ແລ້ວ ກໍບໍ່ໃຫ້ເສຍສັນຊາດ ລວມທັງພວກເຂົາ ເຈົ້າກໍຄວນມີກໍາມະສິດແນວໃດແນວນຶ່ງ ໃນບ່ອນຢູ່ບ່ອນອາໃສໃນລາວ ໂດຍໃນ ເວລານີ້ ພວກເຮົາກໍໄດ້ວາງຮ່າງນະໂຍບາຍລະອຽດ ຈຳນວນນຶ່ງ ໄວ້ແລ້ວ”

ທັງນີ້ໂດຍນີຕິກໍາທີ່ສໍາຄັນອັນນຶ່ງທີ່ທາງກະຊວງຕ່າງປະເທດຂອງລາວ ໄດ້ດໍາເນີນການຮ່າງ ແລະ ຈັດທໍາສໍາເລັດຮຽບຮ້ອຍແລ້ວ ໂດຍຍັງຄົງລໍຖ້າພຽງການອະນຸມັດຈາກນາຍົກລັດຖະ ມົນຕີ ຢ່າງເປັນທາງການເທົ່ານັ້ນໃນຂະນະນີ້ ກໍຄືດໍາລັດວ່າດ້ວຍການໃຫ້ສິດທິໃນການຖື ຄອງ ແລະເປັນເຈົ້າຂອງທີ່ດິນໃນລາວໃຫ້ແກ່ຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະເດີນ ທາງກັບຄືນມາຢູ່ໃນລາວຢ່າງຖາວອນ ຫລືວ່າຢູໃນລາວແບບໄລຍະຍາວ.

ທາງການລັດຖະບານລາວໄດ້ປະກາດການດໍາເນີນການນະໂຍບາຍ ເພື່ອດຶງດູດເອົາຄົນລາວ ໃນຕ່າງປະເທດກັບຄືນມາລາວ ນັບແຕ່ທ້າຍປີ 2009 ເປັນຕົ້ນມາ ດ້ວຍຫວັງວ່າຄົນລາວໃນ ຕ່າງປະເທດນັ້ນ ຈະປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາປະເທດລາວໃຫ້ມີຄວາມ ຈະເຣີນກ້າວໜ້າຍິ່ງໆຂຶ້ນໄປ ເນຶ່ອງຈາກວ່າມີຄົນລາວໃນຕ່າງປະເທດ ຈໍານວນບໍ່ໜ້ອຍ ທີ່ມີ ຄວາມຮູ້ຄວາມສາມາດໃນວິດທະຍາການສະໄໝໃໝ່ ລວມທັງຍັງມີເງິນທຶນທີ່ສາມາດຈະນໍາ ເຂົ້າມາລົງທຶນໃນລາວໄດ້ ຫລາຍຂຶ້ນນັບມື້ອີກດ້ວຍ.

ກ່ອນໜ້ານີ້ ສະມາຊິກສະພາແຫ່ງຊາດລາວກໍໄດ້ມີມະຕິຮັບຮອງເອົາການດັດແກ້ກົດໝາຍ ວ່າດ້ວຍການລົງທຶນຈາກຕ່າງປະເທດໃນລາວໄປແລ້ວ ໂດຍໄດ້ມີການບັນຢັດໄວ້ໃນກົດໝາຍ ດັ່ງກ່າວຢ່າງແຈ່ມແຈ້ງວ່າ ບັນດານັກທຸລະກິດຊາວຕ່າງປະເທດທີ່ມີມູນຄ່າການລົງທຶນໃນລາວ ຕັ້ງແຕ່ 500,000 ໂດລາຂຶ້ນໄປນັ້ນ ຍ່ອມມີສິດຖືຄອງແລະເປັນເຈົ້າຂອງອາຄານທີ່ດິນແລະ ອະສັງຫາລິມະຊັບຕ່າງໆຢູ່ໃນລາວໄດ້ ຕາມພື້ນທີ່ຫລືເຂດທີ່ທາງການລາວໄດ້ກໍານົດ ແລະ ອະນຸຍາດໄວ້ດັ່ງກ່າວ.

ຫາກແຕ່ວ່າສໍາລັບຄົນລາວໃນຕ່າງປະເທດແລ້ວ ຍັງຈະມີສິດທີ່ດີກວ່ານັກທຸລະກິດຊາວຕ່າງ ປະເທດ ຊຶ່ງກໍຄືຄົນລາວໃນຕ່າງປະເທດນັ້ນ ອາດບໍ່ຈໍາເປັນ ທີ່ຈະຕ້ອງມີມູນຄ່າການລົງທຶນ ໃນລາວ ເຖິງ 500,000 ໂດລາ ຄືກັບນັກທຸລະກິດຊາວຕ່າງປະເທດດັ່ງກ່າວ ກໍສາມາດທີ່ ຈະມີສິດຖືຄອງແລະເປັນເຈົ້າຂອງອາຄານທີ່ດິນ ແລະອະສັງຫາລິມະຊັບຕ່າງໆຢູ່ໃນລາວໄດ້ ແລ້ວນັ້ນເອງ.

XS
SM
MD
LG