ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລາວ​ ຈະ​ຕົກ​ເປັນ​ລູກ​ໜີ້​ ຂອງຈີນ ໃນ​ໂຄງການ​ກໍ່ສ້າງ​ ສະໜາມບິນ​ນາໆຊາດ ​ໃນ​ແຂວງ​ບໍ່ແກ້ວ


ກາຊີໂນ ຢູ່ເຂດເສດຖະກິດ ພິເສດ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ກາຊີໂນ ຢູ່ເຂດເສດຖະກິດ ພິເສດ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ລັດຖະບານ​ລາວ​ຈະ​ຕົກ​ໄປ​ເປັນ​ລູກ​ໜີ້​ໃນ​ໂຄງການ​ກໍ່ສ້າງ​ສະໜາມ
​ບິນ​ນາໆຊາດ​ໃນ​ເຂດ​ເສດຖະກິດ ພິ​ເສດ​ສາມຫລ່ຽມຄຳ​ຂອງ​ຈີນ​
ໃນ​ແຂວງ​ບໍ່​ແກ້ວ ​ເພາະ​ຈະ​ຕ້ອງ​ກູ້​ຢືມ​ເງິນ​ລົງທຶນ​ ສ່ວນ​ໃຫຍ່​ ຈາກ​
ຈີນ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ​ເປີດ​ເຜີຍ​ວ່າ ​ກຸ່ມ​ບໍລິສັດ
ດອກ​ງິ້ວຄຳ​ ຈາກ​ຈີນ ​ຜູ້​ລົງທຶນ​ພັດທະນາ​ເຂດ​ເສດຖະກິດ​ພິເສດສາມຫລ່ຽມຄຳ ຢູ່ໃນ
ເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ໃຫ້ການຢືນຢັນ ຕໍ່ຄະນະລັດຖະບານລາວ ຢ່າງ
ເປັນທາງການ ແລ້ວວ່າ ຈະບໍ່ເປັນຜູ້ລົງທຶນ 100 ເປີເຊັນ ໃນການກໍ່ສ້າງສະໜາມບິນ ນາໆຊາດ ຢູ່ໃນເຂດເສດຖະກິດພິເສດ ສາມາຫລ່ຽມຄຳ ຫາກແຕ່ຈະຂໍເປັນ ຜູ້ຮ່ວມລົງ
ທຶນ ໃນສັດສ່ວນບໍ່ເກີນ 30 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດເທົ່ານັ້ນ.

ໂດຍພ້ອມກັບການຢືນຢັນດັ່ງກ່າວ ກຸ່ມບໍລິສັດດອກງິ້ວຄຳ ຍັງໄດ້ສະເໜີ ໃຫ້ລັດຖະບານ
ລາວ ເປັນຝ່າຍທີ່ຈະຕ້ອງລົງທຶນ ໃນສັດສ່ວນບໍ່ຕ່ຳກວ່າ 70 ເປີເຊັນ ໃນໂຄງການທີ່ຈະ
ຕ້ອງໃຊ້ ເງິນທຶນລວມເຖິງ 500 ລ້ານດອນລາ ແລະຖ້າຫາກວ່າ ລັດຖະບານລາວ ບໍ່ມີ
ເງິນທຶນ ທາງກຸ່ມບໍລິສັດດອກງິ້ວຄຳ ກໍພ້ອມຈະໃຫ້ການສະໜັບສະໜຸນ ເງິນທຶນກູ້ຢືມ
ລະຍະຍາວ ໃນມູນຄ່າລວມບໍ່ເກີນ 350 ລ້ານດອນລາຕໍ່ໄປ.

ເຈົ້າໜ້າທີ່ຂັ້ນສູງ ຂອງລາວບອກວ່າ ມີຄວາມເປັນໄປໄດ້ສູງ ທີ່ລັດຖະບານລາວ ຈະຍິນ
ຍອມຕາມເງື່ອນໄຂດັ່ງກ່າວ ຂອງກຸ່ມບໍລິສັດ ດອກງິ້ວຄຳ ເພາະລັດຖະບານລາວ ຖືກ
ສະຖາບັນການເງິນຕ່າງຊາດ ຈຳກັດວົງເງິນກູ້ຢືມ ເນື່ອງຈາກວ່າ ມີໜີ້ຕ່າງປະເທດ ເກີນ
ກວ່າ 45 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແລ້ວດັ່ງທີ່ເຈົ້າໜ້າທີ່
ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

ພິທີເຊັນສັນຍາ ຮ່ວມມື ລະຫວ່າງ ກຸ່ມບໍລິສັດ ດອກງິ້ວຄຳ ແລະ ບໍລິສັດ ລັດວິສາຫະກິດ ໂທລະຄົມມະນາຄົມ ກ່ຽວກັບ ການໃຫ້ບໍລິການທາງ ດ້ານໂທລະຄົມມະນາຄົມ ໃນເຂດເສດຖະກິດ ພິເສດ ສາມຫລ່ຽມຄຳ.
ພິທີເຊັນສັນຍາ ຮ່ວມມື ລະຫວ່າງ ກຸ່ມບໍລິສັດ ດອກງິ້ວຄຳ ແລະ ບໍລິສັດ ລັດວິສາຫະກິດ ໂທລະຄົມມະນາຄົມ ກ່ຽວກັບ ການໃຫ້ບໍລິການທາງ ດ້ານໂທລະຄົມມະນາຄົມ ໃນເຂດເສດຖະກິດ ພິເສດ ສາມຫລ່ຽມຄຳ.

“ຍັງມີສິ່ງທ້າທາຍ ແລະຂໍ້ຫຍຸ້ງຍາກຫຼາຍ ອັນທາງດ້ານ
ການລົງທຶນ ສະພາບແວດລ້ອມ ການດຳເນີນ ທຸລະກິດ
ແລະ ການລົງທຶນຢູ່ລາວນີ້ ຍັງຢູ່ໃນລະດັບຕ່ຳ ຖ້າ ທຽບ
ໃສ່ປະເທດອື່ນໆ ໃນໂລກ ບັນຫາຕົ້ນຕໍທີ່ ໄດ້ສະແດງ
ຈາກນັກທຸລະກິດ ອັນດັບ ທີໜຶ່ງ ແມ່ນບັນຫາ ໃນການ
ເລີ້ມຕົ້ນ ທຸລະກິດ ແລະຄວາມຫຍຸ້ງຍາກ ໃນການເຈາະ
ຫາແຫລ່ງທຶນ.”

ທາງດ້ານນັກການທະນາຄານ ຕ່າງຊາດໃນລາວ ໃຫ້ທັດສະນະ
ວ່າ ການສະເໜີເງື່ອນໄຂດັ່ງກ່າວນີ້ ນັບເປັນ ຄວາມສະຫລາດ ຂອງກຸ່ມບໍລິສັດດອກງິ້ວຄຳ ທີ່ສວຍໃຊ້ໂອກາດ ທີ່ລັດຖະບານ
ລາວ ຕົກຢູ່ໃນສະພາບ ການຂາດເຂີນງົບປະມານນັ້ນ ມາເປັນ
ຂໍ້ໄດ້ປຽບ ໃນການຕໍ່ລອງທາງທຸລະກິດ ທັງໆທີ່ວ່າ ສະໜາມບິນ ທີ່ມີແຜນການ ຈະກໍ່ສ້າງ
ດັ່ງກ່າວ ຖືເປັນຜົນປະໂຫຍດ ຂອງກຸ່ມບໍລິສັດ ດອກງິ້ວຄຳ ໂດຍກົງ ເພາະວ່າ ຄົນທີ່ຈະໃຊ້ ບໍລິການສະໜາມບິນ ກໍຄືຊາວຕ່າງຊາດ ທີ່ເດີນທາງມາທ່ອງທ່ຽວ ແລະຫລິ້ນການພະນັນ ຢູ່ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳນັ້ນເອງ.

ໂຄງການກໍ່ສ້າງ ສະໜາມບິນນາໆຊາດ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ດັ່ງກ່າວ
ນີ້ ຈະມີທາງແລ່ນຂຶ້ນ-ລົງຂອງເຮືອບິນ 2,700 ແມັດ ແລະສາມາດ ທີ່ຈະເພີ້ມຄວາມຍາວ
ຂຶ້ນເປັນ 3,000 ແມັດ ໄດ້ຕາມເກນມາດຕະຖານ ຂອງອົງການການບິນພົນລະເຮືອນ
ລະຫວ່າງປະເທດ (ICAO) ທີ່ປະກອບມີອາຄານ ຜູ້ໂດຍສານອາຄານ ຄວບຄຸມການບິນ
ແລະສິ່ງອຳນວຍຄວາມສະດວກ ໃນການຄົມມະນາຄົມ-ຂົນສົ່ງ ທາງອາກາດ ຢ່າງເປັນ
ລະບົບສາກົນ ທີ່ສາມາດຮອງຮັບ ເຮືອບິນຂະນາດໃຫຍ່ໄດ້ ຕະຫລອດ 24 ຊົ່ວໂມງ.

ທັງນີ້ໂດຍຖ້າຫາກວ່າ ລັດຖະບານລາວກັບກຸ່ມບໍລິສັດດອກງິ້ວຄຳ ຈາກຈີນສາມາດ ຕົກ
ລົງກັນໄດ້ ຕາມທີ່ກຸ່ມນັກທຸລະກິດຈີນ ໄດ້ໃຫ້ການຄາດໝາຍໄວ້ກ່ອນໜ້ານີ້ ກໍຈະເຮັດໃຫ້
ການລົງມື ກໍ່ສ້າງສະໜາມບິນ ໃນພາກຕົວຈິງນັ້ນ ສາມາດດຳເນີນການໄດ້ ຢ່າງເປັນຮູບ
ປະທຳ ນັບແຕ່ປີ 2015 ເປັນຕົ້ນໄປ ເພື່ອໃຫ້ແລ້ວ ສຳເລັດສົມບູນ ແລະເປີດໃຊ້ຢ່າງເປັນ
ທາງການພາຍໃນປີ 2020 ເປັນຢ່າງຊ້າ.

ກຸ່ມບໍລິສັດດອກງິ້ວຄຳ ໄດ້ຮັບສຳປະທານ ທີ່ດິນຈາກລັດຖະບານລາວ ໃນເນື້ອທີ່ 10,000 ເຮັກຕາ ຢູ່ໃນເຂດເມືອງຕົ້ນເຜິ້ງເປັນເວລາ 99 ປີ ຊຶ່ງລວມເຖິງດອນຊາວ ໃນແມ່ນ້ຳຂອງດ້ວຍ ນັບຈາກປີ 2007 ເປັນຕົ້ນມາ ໂດຍມີເປົ້າໝາຍທີ່ຈະພັດທະນາ ໃຫ້ເປັນເຂດການຄ້າປອດ ພາສີ ແລະເຂດທ່ອງທ່ຽວຄົບວົງຈອນ ພາຍໃນປີ 2020 ດ້ວຍເງິນລົງທຶນ ລວມເຖິງ 2,250 ລ້ານດອນລາ ແລະເມື່ອການພັດທະນາ ໂຄງການແລ້ວສຳເລັດ ໃນທຸກໆດ້ານແລ້ວນັ້ນ ກໍຈະເປັນ ເມືອງໃໝ່ ທີ່ສາມາດຮອງຮັບຜູ້ຢູ່ອາໄສໄດ້ຫຼາຍກວ່າ 2 ແສນຄົນ.

XS
SM
MD
LG