ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວວາງແຜນ ຈັດເກັບລາຍຮັບ ເຂົ້າງົບປະມານ ໃຫ້ໄດ້ 26,159 ຕື້ກີບ ໃນສົກປີ 2015-2016


ລັດຖະບານລາວຍັງເປັນໜີ້ ບັນດາບໍລິສັດເອກະຊົນ ໃນມູນຄ່າລວມກວ່າ 70,000 ຕື້ກີບ ແລະເກີນກວ່າ 50 ເປີເຊັນ ກໍເປັນໜີ້ ທີ່ຈະຕ້ອງຊຳລະຄືນພາຍໃນ 3 ປີ.
ລັດຖະບານລາວຍັງເປັນໜີ້ ບັນດາບໍລິສັດເອກະຊົນ ໃນມູນຄ່າລວມກວ່າ 70,000 ຕື້ກີບ ແລະເກີນກວ່າ 50 ເປີເຊັນ ກໍເປັນໜີ້ ທີ່ຈະຕ້ອງຊຳລະຄືນພາຍໃນ 3 ປີ.

ລັດຖະບານລາວວາງແຜນການ ທີ່ຈະຈັດເກັບລາຍຮັບໃຫ້ໄດ້
ໃນມູນຄ່າ 26,159 ຕື້ກີບ ສຳຫລັບແຜນການງົບປະມານສົກປີ
2015-2016 ແລະຄວບຄຸມການຂາດດຸນງົບປະມາດໃຫ້ ບໍ່ເກີນ
5 ເປີເຊັນ ຂອງ GDP.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ຖະແຫລງຢືນຢັນວ່າ ລັດຖະ
ບານລາວໄດ້ວາງແຜນການ ທີ່ຈະຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າລວມ 26,159 ຕື້ກີບ
ໃນແຜນການງົບປະມານປະຈຳສົກປີ 2015-2016 ໂດຍໃນນີ້ ແບ່ງເປັນລາຍຮັບພາຍໃນ
23,613 ຕື້ກີບ ຊຶ່ງເພີ້ມຂຶ້ນ 15 ເປີເຊັນ ທຽບໃສ່ແຜນການປີ 2014-2015 ສ່ວນທີ່ເຫຼືອ
ນັ້ນ ກໍຈະເປັນການກູ້ຢືມ ແລະຂໍການຊ່ວຍເຫຼືອຈາກຕ່າງປະເທດ.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ
ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ

ພ້ອມກັນນີ ລັດຖະບານລາວກໍຍັງໄດ້ວາງແຜນການ ທີ່ຈະໃຊ້
ຈ່າຍງົບປະມານໄວ້ ໃນມູນຄ່າລວມບໍ່ເກີນ 31,946 ຕື້ກີບ ແລະ
ຄວບຄຸມການຂາດດຸນດ້ານງົບປະມານໃຫ້ຢູ່ໃນມູນຄ່າ 5,787
ຕື້ກີບ ຫຼືຄິດເປັນ 5 ເປີເຊັນ ຂອງມູນຄ່າຜະລິດລວມພາຍໃນ
(GDP) ຕະຫລອດປີ ຊຶ່ງໃນນີ້ ກໍຈະເປັນການດຸ່ນດ່ຽງ ດ້ວຍ
ການຂໍກູ້ຢືມຈາກຕ່າງປະເທດໃນມູນຄ່າ 3,054 ຕື້ກີບ ແລະ
ການອອກພັນທະບັດລັດຖະບານ ໃນມູນຄ່າ 2,733 ຕື້ກີບ ທັງ
ຈະຕ້ອງໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດເຖິງ 2,546
ຕື້ກີບອີກດ້ວຍ.

ແຕ່ຢ່າງໃດກໍຕາມ ໃນລະຍະ 9 ເດືອນຂອງແຜນການປີ 2014-2015 ລັດຖະບານລາວ
ສາມາດຈັດເກັບລາຍຮັບໄດ້ ໃນມູນຄ່າລວມ 17,320 ຕື້ກີບ ຊຶ່ງກໍຄິດເປັນ 67.1 ເປີເຊັນ
ເທົ່ານັ້ນ ຂອງແຜນການປີ ຈຶ່ງເປັນໄປໄດ້ຍາກ ທີ່ລັດຖະບານລາວ ຈະສາມາດຈັດເກັບ
ລາຍຮັບໄດ້ຕາມເປົາໝາຍທີ່ວາງໄວ້ ຕະຫລອດປີ ທີ່ລັດຖະບານລາວໄດ້ຕັ້ງເປົ້າໝາຍໄວ້
ໃນມູນຄ່າລວາມບໍ່ນ້ອຍກວ່າ 19,512 ຕື້ກີບ.

ເນື່ອງຈາກວ່າ ການຈັດເກັບລາຍຮັບໃນຫຼາຍໆດ້ານ ບໍ່ເປັນໄປຕາມແຜນການທີ່ວາງໄວ້
ເຊັ່ນ ການທີ່ຍັງເກັບອາກອນຈາກບັນດາບໍລິສັດເອກະຊົນ ບໍ່ໄດ້ໃນມູນຄ່າເຖິງ 400 ຕື້ກີບ
ສ່ວນຄ່າສຳປະທານໄມ້ກໍຍັງເກັບບໍ່ທັນໄດ້ ຄິດເປັນມູນຄ່າຫຼາຍກວ່າ 100 ຕື້ກີບ ແລະ ໃນ
ຂະນະດຽວກັນ ລາຍຮັບຈາກສຳປະທານບໍ່ແຮ່ ກໍລົດລົງຈາກ 1,600 ຕື້ກີບ ເຫຼືອພຽງແຕ່
518 ຕື້ກີບເທົ່ານັ້ນ.

ພ້ອມກັນນີ້ ລັດຖະບານລາວກໍຍັງເປັນໜີ້ ບັນດາບໍລິສັດເອກະຊົນ ໃນມູນຄ່າລວມກວ່າ
70,000 ຕື້ກີບ ແລະເກີນກວ່າ 50 ເປີເຊັນ ກໍເປັນມູນໜີ້ທີ່ຈະຕ້ອງຊຳລະຄືນພາຍໃນ 3 ປີ
ຈຶ່ງເຮັດໃຫ້ຫຼາຍຝ່າຍເປັນຫ່ວງວ່າ ລັດຖະບານລາວ ຈະບໍ່ສາມາດຊຳລະໜີ້ດັ່ງກ່າວໄດ້ ທັງ
ຍັງຈະສ້າງບັນຫາໜີ້ເສຍໃນລະບົບທະນາຄານ ຂອງລາວອີກດ້ວຍ ຊຶ່ງກໍເຮັດໃຫ້ທະນາ
ຄານ ຂອງລັດຖະບານລາວ ຕ້ອງໂຈະການໃຫ້ສິນເຊື່ອແກ່ບັນດາບໍລິສັດເອກະຊົນ ທີ່ສຳ
ປະທານໂຄງກາານຂອງລັດຖະບານ ນັບແຕ່ທ້າຍປີ 2014 ເປັນຕົ້ນມາ ເພື່ອປ້ອງກັນບໍ່ໃຫ້
ເກີດບັນຫາໜີ້ເສຍເພີ້ມຂຶ້ນ ດັ່ງທີ່ທ່ານສົມພາຍ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ
ລາວ ຢືນຢັນວ່າ:

“ຖືວ່າມາຮອດປັດຈຸບັນນີ້ ໂຄງການໃໝ່ໆ ຫຼືວ່າໂຄງການທີ່ວ່າ ກາກໍເລີ້ມກໍ່ສ້າງນີ້ນ່ະ
ຖືວ່າທະນາຄານທຸລະກິດ ຫຼືວ່າທະນາຄານກາງ ແມ່ນຂາດຕົວເລີຍ ຄືບໍ່ປ່ອຍ ແລະ
ສະພາແຫ່ງຊາດ ກະໄດ້ຕັ້ງຄຳຖາມວ່າ ພວກເຮົາປ່ອຍຢູ່ໃນຂົງເຂດນີ້ສູງໂພດ ຊຶ່ງຂ້າ
ພະເຈົ້າກະເຄີຍໄດ້ຕອບເພິ່ນວ່າ ສູງສຸດກໍບໍ່ໃຫ້ກາຍ 15 ເປີເຊັນ ສ່ວນ 85 ເປີເຊັນ
ພວກເຮົາກະຍັງໃຫ້ຂົງເຂດການຜະລິດ ແລະ ການບໍລິການພຸ້ນດອກ ໃນເມື່ອພວກ
ເຮົາ ຢຸດພາກສ່ວນດັ່ງກ່າວນີ້ ພວກເຮົາກໍເອົາເງິນດັ່ງກ່າວນັ້ນ ໄປໃຫ້ພາກສ່ວນ ທີ່ທຳ
ການຜະລິດ ແລະ ການບໍລິການ ຍ້ອນວ່າທະນານີ້ ຕ້ອງໄດ້ນຳໃຊ້ທຶນເດ້ ເພື່ອໄປປ້ອຍ
ກູ້ ເພື່ອການກຸ້ມຕົວ ຂອງຕົນເອງ ແລະ ປ່ອຍກູ້ຢ່າງມີປະສິດທິຜົນ.”

ສ່ວນກະຊວງແຜນການ ແລະການລົງທຶນ ກໍລາຍງານວ່າ ລັດຖະບານລາວ ມີພັນທະ ທີ່
ຈະຕ້ອງຊຳລະຄືນໜີ້ ທີ່ເກີດຈາກໂຄງການທີ່ບັນດາບໍລິສັດເອກະຊົນ ລົງທຶນໃຫ້ກ່ອນ ຄິດ
ເປັນມູນຄ່າ ຫຼາຍກວ່າ 18,000 ຕື້ກີບ ໃນແຜນການປີ 2015-2016 ໂດຍເປັນໜີ້ ທີ່ເກີດ
ຈາກການທີ່ບໍລິສັດເອກະຊົນ ໄດ້ລົງທຶນໃຫ້ກ່ອນໃນ 6,600 ກວ່າໂຄງການ.

ຍິ່ງໄປກວ່ານັ້ນ ບັນຫາໜີ້ສິນຂອງລັດຖະບານລາວດັ່ງກ່າວນີ້ ກໍຍັງເກີດຂຶ້ນຈາກໂຄງການ
ທີ່ເປັນການອະນຸມັດ ຫຼັງຈາກທີ່ນາຍົກລັດຖະມົນຕີລາວ ໄດ້ມີຄຳສັ່ງໃຫ້ໂຈະການອະນຸມັດ
ໂຄງການໃໝ່ ນັບແຕ່ທ້າຍປີ 2013 ມາແລ້ວຈຳນວນເຖິງ 2,600 ກວ່າໂຄງການອີກດ້ວຍ.

XS
SM
MD
LG